Side by side with the Father's Heart Bible™ ຄວາມອ່ອນແອໃນປັດຈຸບັນ ແລະ ຊີວິດທີ່ເປັນຄືນມາ
1ເຫດສະນັ້ນ ເພາະໂດຍພຣະເມດຕາຂອງພຣະເຈົ້າ ພວກເຮົາມີພັນທະກິດນີ້, ພວກເຮົາຈຶ່ງບໍ່ທໍ້ຖອຍໃຈ. 2ແທນທີ່ຈະເປັນຢ່າງນັ້ນ, ພວກເຮົາໄດ້ປະຖິ້ມວິຖີທາງທີ່ລັບລີ້ ແລະ ໜ້າອັບອາຍນັ້ນ, ພວກເຮົາບໍ່ໃຊ້ກົນອຸບາຍ ແລະ ບໍ່ໄດ້ບິດເບືອນພຣະຄຳຂອງພຣະເຈົ້າ. ກົງກັນຂ້າມ, ພວກເຮົາຍົກຍ້ອງຕົນເອງຕໍ່ຈິດສຳນຶກຂອງທຸກຄົນໃນສາຍຕາຂອງພຣະເຈົ້າ ດ້ວຍການສະແດງຄວາມຈິງຢ່າງຈະແຈ້ງ. 3ແລະ ແມ່ນແຕ່ຖ້າຫາກວ່າຂ່າວປະເສີດຂອງພວກເຮົາຖືກປິດບັງ, ຂ່າວປະເສີດນັ້ນກໍຖືກປິດບັງໄວ້ຈາກບັນດາຜູ້ທີ່ກຳລັງຈະຈິບຫາຍໄປ. 4ພະຂອງຍຸກນີ້ເຮັດໃຫ້ຈິດໃຈຂອງບັນດາຄົນທີ່ບໍ່ເຊື່ອບອດໄປ, ເພື່ອວ່າພວກເຂົາຈະບໍ່ສາມາດເຫັນແສງສະຫວ່າງຂອງຂ່າວປະເສີດທີ່ສະແດງສະຫງ່າລາສີຂອງພຣະຄຣິດເຈົ້າ ຜູ້ເປັນເໝືອນພຣະເຈົ້າທຸກຢ່າງ. 5ເພາະສິ່ງທີ່ພວກເຮົາປະກາດນັ້ນບໍ່ແມ່ນພວກເຮົາເອງ, ແຕ່ປະກາດພຣະເຢຊູຄຣິດເຈົ້າວ່າເປັນອົງພຣະຜູ້ເປັນເຈົ້າ ແລະ ພວກເຮົາເອງເປັນຜູ້ຮັບໃຊ້ຂອງພວກເຈົ້າທັງຫລາຍເພາະເຫັນແກ່ພຣະເຢຊູເຈົ້າ. 6ເພາະພຣະເຈົ້າຜູ້ກ່າວວ່າ, “ໃຫ້ຄວາມສະຫວ່າງສ່ອງອອກມາຈາກຄວາມມືດ” ໄດ້ໃຫ້ແສງສະຫວ່າງຂອງພຣະອົງສ່ອງເຂົ້າມາໃນໃຈຂອງພວກເຮົາ ເພື່ອໃຫ້ພວກເຮົາມີຄວາມສະຫວ່າງແຫ່ງຄວາມຮູ້ເຖິງສະຫງ່າລາສີຂອງພຣະເຈົ້າທີ່ໄດ້ສຳແດງໃນເທິງໃບໜ້າຂອງພຣະຄຣິດເຈົ້າ.
7ແຕ່ພວກເຮົາມີຂອງລ້ຳຄ່ານີ້ໃນພາຊະນະດິນ ເພື່ອສະແດງໃຫ້ເຫັນວ່າລິດອຳນາດອັນເໜືອກວ່າສິ່ງທັງປວງນີ້ມາຈາກພຣະເຈົ້າ ບໍ່ແມ່ນມາຈາກພວກເຮົາ. 8ພວກເຮົາຖືກກົດດັນຢ່າງໜັກໃນທຸກດ້ານ ແຕ່ບໍ່ຖືກແຕກຫັກ, ຖືກສັບສົນ ແຕ່ບໍ່ຢູ່ໃນຄວາມໝົດຫວັງ, 9ຖືກຂົ່ມເຫັງ ແຕ່ບໍ່ຖືກປະຖິ້ມ; ຖືກຕີໃຫ້ລົ້ມລົງ ແຕ່ບໍ່ຖືກທຳລາຍ. 10ພວກເຮົາແບກຄວາມຕາຍຂອງພຣະເຢຊູເຈົ້າໄວ້ໃນກາຍຂອງພວກເຮົາສະເໝີ, ເພື່ອວ່າຊີວິດຂອງພຣະເຢຊູເຈົ້າຈະຖືກເປີດເຜີຍໃນຮ່າງກາຍຂອງພວກເຮົາດ້ວຍ. 11ເພາະພວກເຮົາຜູ້ມີຊີວິດຢູ່ນີ້ໄດ້ຖືກມອບໃຫ້ແກ່ຄວາມຕາຍເພາະເຫັນແກ່ພຣະເຢຊູເຈົ້າຢູ່ສະເໝີ, ເພື່ອວ່າຊີວິດຂອງພຣະອົງຈະໄດ້ຖືກເປີດເຜີຍໃນຮ່າງກາຍທີ່ຕ້ອງຕາຍຂອງພວກເຮົາ. 12ດັ່ງນັ້ນແຫລະ ຄວາມຕາຍຈຶ່ງກຳລັງທຳງານຢູ່ໃນພວກເຮົາ, ແຕ່ຊີວິດກໍກຳລັງທຳງານຢູ່ໃນພວກເຈົ້າທັງຫລາຍ.
13ມີຂຽນໄວ້ໃນພຣະຄຳພີວ່າ: “ເຮົາໄດ້ເຊື່ອ ດ້ວຍເຫດນັ້ນເຮົາຈຶ່ງໄດ້ກ່າວ”. ເພາະວ່າ ພວກເຮົາມີພຣະວິນຍານແຫ່ງຄວາມເຊື່ອອັນດຽວກັນ, ພວກເຮົາກໍເຊື່ອຢ່າງນັ້ນເໝືອນກັນ ແລະ ດ້ວຍເຫດນັ້ນຈຶ່ງກ່າວອອກມາ, 14ເພາະພວກເຮົາຮູ້ວ່າ ພຣະອົງຜູ້ບັນດານໃຫ້ພຣະເຢຊູເຈົ້າ ອົງພຣະຜູ້ເປັນເຈົ້າເປັນຄືນມາຈາກຕາຍນັ້ນ ຈະບັນດານໃຫ້ພວກເຮົາເປັນຄືນມາດ້ວຍກັນກັບພຣະເຢຊູເຈົ້າ ແລະ ຈະໃຫ້ພວກເຮົາເຂົ້າເຝົ້າພຣະອົງຮ່ວມກັບພວກເຈົ້າທັງຫລາຍດ້ວຍ. 15ທັງໝົດນີ້ກໍເພື່ອປະໂຫຍດຂອງພວກເຈົ້າ, ເພື່ອວ່າພຣະຄຸນທີ່ກຳລັງໄປເຖິງຄົນຈຳນວນຫລວງຫລາຍ ແລະ ຈະເປັນເຫດໃຫ້ມີການຂອບພຣະຄຸນຫລາຍຂຶ້ນ ເພື່ອໃຫ້ໄຫລລົ້ນໄປສູ່ສະຫງ່າລາສີຂອງພຣະເຈົ້າ.
16ເຫດສະນັ້ນ ພວກເຮົາຈຶ່ງບໍ່ທໍ້ຖອຍໃຈ. ເຖິງແມ່ນວ່າກາຍພາຍນອກຂອງພວກເຮົາກຳລັງຊຸດໂຊມລົງ ແຕ່ຈິດໃຈພາຍໃນຂອງພວກເຮົາກໍກຳລັງຟື້ນຂຶ້ນໃໝ່ທຸກວັນ. 17ເພາະຄວາມທຸກລຳບາກອັນເບົາບາງ ແລະ ຊົ່ວຄາວຂອງພວກເຮົາ ກໍກຳລັງເຮັດໃຫ້ພວກເຮົາໄດ້ຮັບກຽດນິລັນດອນ ເຊິ່ງຫາທີ່ປຽບສິ່ງທັງໝົດນີ້ບໍ່ໄດ້. 18ດັ່ງນັ້ນ ພວກເຮົາຈຶ່ງບໍ່ໄດ້ຈ້ອງຕາເບິ່ງສິ່ງທີ່ເບິ່ງເຫັນ, ແຕ່ຈ້ອງຕາເບິ່ງສິ່ງທີ່ເບິ່ງບໍ່ເຫັນ, ດ້ວຍວ່າສິ່ງທີ່ເບິ່ງເຫັນນັ້ນກໍເປັນພຽງຊົ່ວຄາວ, ແຕ່ສິ່ງທີ່ເບິ່ງບໍ່ເຫັນກໍຖາວອນ.