Skip to content
The Believer's Library

Biblica® Open Lao Contemporary Version

2 Chronicles 1 OLCV

Show OLCV only
Verse × ×
1 Solomon son of David strengthened his hold on his kingdom; our Father was with him, making him very great. ໂຊໂລໂມນ​ລູກຊາຍ​ຂອງ​ດາວິດ​ໄດ້​ສະຖາປານາ​ຕົນ​ຂຶ້ນ​ປົກຄອງ​ອານາຈັກ​ຂອງ​ເພິ່ນ​ຢ່າງ​ໝັ້ນຄົງ ເພາະ​ພຣະເຈົ້າ​ຢາເວ ພຣະເຈົ້າ​ຂອງ​ເພິ່ນ​ຢູ່​ກັບ​ເພິ່ນ ແລະ ເຮັດ​ໃຫ້​ເພິ່ນ​ຍິ່ງໃຫຍ່​ກວ່າ​ຜູ້ໃດ.
2 Solomon spoke to all Israel—the commanders of thousands and hundreds, the judges, and every leader in Israel, the family heads. ແລ້ວ​ໂຊໂລໂມນ​ໄດ້​ກ່າວ​ກັບ​ອິດສະຣາເອນ​ທັງໝົດ ບໍ່​ວ່າ​ຈະ​ເປັນ​ຜູ້ບັນຊາການ​ກອງພັນ ແລະ ບັນດາ​ຜູ້ບັນຊາການ​ກອງຮ້ອຍ, ບັນດາ​ຜູ້ພິພາກສາ, ບັນດາ​ຜູ້ນຳທັງໝົດ​ໃນ​ອິດສະຣາເອນ, ຫົວໜ້າ​ຕະກຸນ​ຕ່າງໆ
3 Solomon and the whole assembly went to the high place at Gibeon, where our Father's tent of meeting stood, which Moses, our Father's servant, made in the wilderness. ແລະ ໂຊໂລໂມນ​ກັບ​ປະຊາຊົນ​ທັງໝົດ​ທີ່​ມາ​ຊຸມນຸມ​ທັງໝົດ​ກໍ​ຂຶ້ນ​ໄປ​ທີ່​ສະຖານ​ບູຊາ​ເທິງ​ທີ່​ສູງ​ໃນ​ກີເບໂອນ. ເພາະ​ຫໍເຕັນ​ບ່ອນ​ຊຸມນຸມ​ຂອງ​ພຣະເຈົ້າ​ຢູ່​ທີ່​ນັ້ນ, ເຊິ່ງ​ໂມເຊ​ຜູ້ຮັບໃຊ້​ຂອງ​ພຣະອົງ​ໄດ້​ສ້າງ​ຂຶ້ນ​ໃນ​ຖິ່ນແຫ້ງແລ້ງກັນດານ.
4 But David had brought the ark of our Father up from Kiriath-jearim to the place he prepared for it, pitching a tent for it in Jerusalem. ບັດນີ້ ດາວິດ​ໄດ້​ນຳ​ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າ​ຈາກ​ກີຣີອາດ​ເຢອາຣີມ​ມາ​ໄວ້​ໃນ​ບ່ອນ​ທີ່​ດາວິດ​ໄດ້​ຈັດຕຽມ​ໄວ້ ເພາະ​ເພິ່ນ​ໄດ້​ຕັ້ງ​ຫໍເຕັນ​ສໍາລັບ​ໄວ້​ຫີບ​ພັນທະສັນຍາ​ໃນ​ເຢຣູຊາເລັມ.
5 The bronze altar Bezalel son of Uri, son of Hur, made was there before the tabernacle of our Father; so Solomon and the assembly sought our Father there. ສ່ວນ​ແທ່ນບູຊາ​ທີ່​ເຮັດ​ດ້ວຍ​ທອງສຳລິດ​ທີ່​ເບຊາເລນ​ລູກຊາຍ​ຂອງ​ອູຣິ, ຫລານຊາຍ​ຂອງ​ຮູເຣ​ໄດ້​ສ້າງ​ຂຶ້ນ​ແມ່ນ​ຢູ່​ໃນ​ກີເບໂອນ​ຢູ່​ຕໍ່ໜ້າ​ຫໍເຕັນ​ຂອງ​ພຣະເຈົ້າ​ຢາເວ; ດັ່ງນັ້ນ ໂຊໂລໂມນ ແລະ ປະຊາຊົນ​ທີ່​ມາ​ຊຸມນຸມ​ຈຶ່ງ​ມາ​ຖາມ​ພຣະອົງ​ຢູ່​ທີ່​ນັ້ນ
6 Solomon went up to the bronze altar before our Father at the tent of meeting and offered 1,000 burnt offerings on it. ໂຊໂລໂມນ​ຂຶ້ນ​ໄປ​ທີ່​ແທ່ນບູຊາ​ທອງສຳລິດ​ຕໍ່ໜ້າ​ພຣະເຈົ້າ​ຢາເວ​ໃນ​ຫໍເຕັນ​ບ່ອນ​ຊຸມນຸມ ແລະ ໄດ້​ຖວາຍ​ສັດ​ໜຶ່ງ​ພັນ​ໂຕ​ເປັນ​ເຄື່ອງເຜົາ​ຖວາຍບູຊາ​ຢູ່​ເທິງ​ແທ່ນບູຊາ.
7 That night our Father appeared to Solomon and said to him, "Ask what I should give you." ໃນ​ຄືນ​ນັ້ນ ພຣະເຈົ້າ​ກໍ​ໄດ້​ປາກົດ​ແກ່​ໂຊໂລໂມນ ແລະ ກ່າວ​ກັບ​ເພິ່ນ​ວ່າ “ຈົ່ງ​ຂໍ​ສິ່ງ​ທີ່​ເຈົ້າ​ຕ້ອງການ ແລ້ວ​ເຮົາ​ຈະ​ໃຫ້​ເຈົ້າ”.
8 Solomon said to our Father, "You showed great covenant love to David my father, and made me king in his place. ໂຊໂລໂມນ​ໄດ້​ຕອບ​ພຣະເຈົ້າ​ວ່າ, “ພຣະອົງ​ໄດ້​ສຳແດງ​ຄວາມ​ເມດຕາ​ອັນ​ຍິ່ງໃຫຍ່​ແກ່​ດາວິດ ພໍ່​ຂອງ​ຂ້ານ້ອຍ ແລະ ໄດ້​ຕັ້ງ​ຂ້ານ້ອຍ​ຂຶ້ນ​ເປັນ​ກະສັດ​ແທນ​ເພິ່ນ.
9 Now, my Father, confirm your promise to my father David, for you made me king over a people as many as the earth's dust. ບັດນີ້ ຂ້າແດ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຂ້ານ້ອຍ, ຈົ່ງ​ຢືນຢັນ​ຄຳສັນຍາ​ຂອງ​ພຣະອົງ​ທີ່​ໄດ້​ໃຫ້​ໄວ້​ກັບ​ດາວິດ​ພໍ່​ຂອງ​ຂ້ານ້ອຍ ເພາະ​ພຣະອົງ​ໄດ້​ຕັ້ງ​ຂ້ານ້ອຍ​ຂຶ້ນ​ເປັນ​ກະສັດ​ເໜືອ​ປະຊາຊົນ​ຢ່າງ​ຫລວງຫລາຍ​ເໝືອນດັ່ງ​ຂີ້ຝຸ່ນ​ດິນ​ຢູ່​ໃນ​ແຜ່ນດິນໂລກ.
10 Give me wisdom and knowledge now to lead this people, for who can govern this great people of yours?" ຂໍ​ໃຫ້​ສະຕິປັນຍາ ແລະ ຄວາມ​ຮອບຮູ້​ແກ່​ຂ້ານ້ອຍ​ດ້ວຍ, ເພື່ອ​ຂ້ານ້ອຍ​ຈະ​ໄດ້​ນຳ​ປະຊາຊົນ​ເຫລົ່ານີ້, ເພາະ​ບໍ່​ມີ​ຜູ້ໃດ​ຈະ​ສາມາດ​ປົກຄອງ​ປະຊາຊົນ​ຢ່າງ​ຫລວງຫລາຍ​ຂອງ​ພຣະອົງ​ນີ້​ໄດ້?”
11 Our Father said to Solomon, "Because this was in your heart—you asked not for riches, wealth, or honor, nor your enemies' lives, nor long life, but for wisdom and knowledge to govern my people, over whom I made you king, ພຣະເຈົ້າ​ໄດ້​ກ່າວ​ກັບ​ໂຊໂລໂມນ​ວ່າ, “ເພາະ​ນີ້​ແມ່ນ​ຄວາມ​ປາຖະໜາ​ໃນ​ໃຈ​ຂອງ​ເຈົ້າ ແລະ ເຈົ້າ​ບໍ່​ໄດ້​ຂໍ​ຄວາມ​ຮັ່ງມີ, ຊັບສົມບັດ ຫລື ກຽດຕິຍົດ, ບໍ່​ໄດ້​ຂໍ​ຄວາມຕາຍ​ໃຫ້​ແກ່​ບັນດາ​ສັດຕູ​ຂອງ​ເຈົ້າ ແລະ ເພາະ​ເຈົ້າ​ບໍ່​ໄດ້​ຂໍ​ໃຫ້​ມີ​ອາຍຸ​ຍືນຍາວ ແຕ່​ຂໍ​ສະຕິປັນຍາ ແລະ ຄວາມ​ຮອບຮູ້​ເພື່ອ​ທີ່​ຈະ​ປົກຄອງ​ປະຊາຊົນ​ຂອງ​ເຮົາ, ເຊິ່ງ​ເຮົາ​ໄດ້​ຕັ້ງ​ເຈົ້າ​ໃຫ້​ເປັນ​ກະສັດ​ເໜືອ​ພວກເຂົາ,
12 wisdom and knowledge are given you. I will also give you riches, wealth, and honor no king before you had, and none after you will." ເຫດສະນັ້ນ ເຮົາ​ຈະ​ໃຫ້​ສະຕິປັນຍາ ແລະ ຄວາມ​ຮອບ​ຮູ້​ແກ່​ເຈົ້າ. ແລ້ວ​ເຮົາ​ຈະ​ໃຫ້​ຄວາມຮັ່ງມີ, ຊັບສົມບັດ ແລະ ກຽດຕິຍົດ​ແກ່​ເຈົ້າ, ເຊິ່ງ​ບໍ່​ມີ​ກະສັດ​ອົງໃດ​ເຄີຍ​ມີ​ມາ​ກ່ອນ ແລະ ຈະ​ບໍ່​ມີ​ກະສັດ​ອົງ​ໃດ​ມີ​ເໝືອນ​ເຈົ້າ”.
13 So Solomon went from Gibeon's high place, from before the tent of meeting, to Jerusalem, and reigned over Israel. ຫລັງ​ຈາກ​ນັ້ນ ໂຊໂລໂມນ​ຈຶ່ງ​ໄດ້​ອອກ​ຈາກ​ສະຖານ​ບູຊາ​ເທິງ​ທີ່​ສູງ​ທີ່​ກີເບໂອນ, ຈາກ​ຫໍເຕັນ​ບ່ອນ​ຊຸມນຸມ​ໄດ້​ກັບ​ໄປ​ທີ່​ເຢຣູຊາເລັມ. ແລະ ເພິ່ນ​ໄດ້​ປົກຄອງ​ອິດສະຣາເອນ.
14 Solomon gathered chariots and horsemen; he had 1,400 chariots and 12,000 horsemen, which he stationed in the chariot cities and with the king in Jerusalem. ໂຊໂລໂມນ​ໄດ້​ສະສົມ​ລົດມ້າ ແລະ ມ້າ; ເພິ່ນ​ມີ​ລົດມ້າ​ຈຳນວນ 1.400 ຄັນ ແລະ ມ້າ​ຈຳນວນ 12.000 ໂຕ ເຊິ່ງ​ເພິ່ນ​ໄດ້​ເກັບ​ບາງ​ສ່ວນ​ໄວ້​ທີ່​ຫົວ​ເມືອງ​ຕ່າງໆ​ທີ່​ໃຊ້​ເກັບ​ລົດມ້າ​ໄວ້ ແລະ ບາງ​ສ່ວນ​ກັບ​ໄວ້​ຢູ່​ກັບ​ເພິ່ນ​ທີ່​ເຢຣູຊາເລັມ.
15 In Jerusalem the king made silver and gold like stones, and cedar as plentiful as foothill sycamore-figs. ກະສັດ​ເຮັດ​ໃຫ້​ເງິນ ແລະ ຄໍາ​ໃນ​ເຢຣູຊາເລັມ​ໃຫ້​ຖືວ່າ​ເປັນ​ເລື່ອງ​ທໍາມະດາ​ເໝືອນດັ່ງ​ກ້ອນຫີນ ແລະ ມີ​ໄມ້ສີດາ​ກໍ​ມີ​ຢ່າງ​ຫລວງຫລາຍ​ເໝືອນດັ່ງ​ຕົ້ນ​ໝາກເດື່ອ​ຢູ່​ຕາມ​ຕີນ​ພູ.
16 Solomon's horses came from Egypt and Kue; the king's traders bought them from Kue at market price. ຝູງມ້າ​ຂອງ​ໂຊໂລໂມນ​ນັ້ນ​ນຳ​ເຂົ້າ​ຈາກ​ເອຢິບ ແລະ ຈາກ​ກູເອ, ຄື​ພໍ່ຄ້າ​ຫລວງ​ໄດ້​ຊື້​ມາ​ຈາກ​ກູເອ​ໃນ​ລາຄາ​ປັດຈຸບັນ.
17 They imported a chariot from Egypt for about fifteen pounds of silver, a horse for about four; through them they exported these to all the kings of the Hittites and Aram. ພວກເຂົາ​ນຳ​ເຂົ້າ​ລົດມ້າ​ແຕ່ລະ​ຄັນ​ມາ​ຈາກ​ເອຢິບ​ມີ​ລາຄາ 600 ເຊເຂວ ແລະ ມ້າ​ລາຄາ​ໂຕ​ລະ 150 ເຊເຂວ. ພວກເຂົາ​ຍັງ​ສົ່ງ​ຝູງມ້າ ແລະ ລົດຮົບ​ອອກ​ໄປ​ຂາຍ​ໃຫ້​ກະສັດ​ທັງຫລາຍ​ຂອງ​ຊາວຮິດຕີ ແລະ ຂອງ​ຊາວອາຣາມ​ດ້ວຍ.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]