Side by side with the Father's Heart Bible™ ໂຊໂລໂມນຂໍສະຕິປັນຍາ
1ໂຊໂລໂມນລູກຊາຍຂອງດາວິດໄດ້ສະຖາປານາຕົນຂຶ້ນປົກຄອງອານາຈັກຂອງເພິ່ນຢ່າງໝັ້ນຄົງ ເພາະພຣະເຈົ້າຢາເວ ພຣະເຈົ້າຂອງເພິ່ນຢູ່ກັບເພິ່ນ ແລະ ເຮັດໃຫ້ເພິ່ນຍິ່ງໃຫຍ່ກວ່າຜູ້ໃດ.
2ແລ້ວໂຊໂລໂມນໄດ້ກ່າວກັບອິດສະຣາເອນທັງໝົດ ບໍ່ວ່າຈະເປັນຜູ້ບັນຊາການກອງພັນ ແລະ ບັນດາຜູ້ບັນຊາການກອງຮ້ອຍ, ບັນດາຜູ້ພິພາກສາ, ບັນດາຜູ້ນຳທັງໝົດໃນອິດສະຣາເອນ, ຫົວໜ້າຕະກຸນຕ່າງໆ 3ແລະ ໂຊໂລໂມນກັບປະຊາຊົນທັງໝົດທີ່ມາຊຸມນຸມທັງໝົດກໍຂຶ້ນໄປທີ່ສະຖານບູຊາເທິງທີ່ສູງໃນກີເບໂອນ. ເພາະຫໍເຕັນບ່ອນຊຸມນຸມຂອງພຣະເຈົ້າຢູ່ທີ່ນັ້ນ, ເຊິ່ງໂມເຊຜູ້ຮັບໃຊ້ຂອງພຣະອົງໄດ້ສ້າງຂຶ້ນໃນຖິ່ນແຫ້ງແລ້ງກັນດານ. 4ບັດນີ້ ດາວິດໄດ້ນຳຫີບພັນທະສັນຍາຂອງພຣະເຈົ້າຈາກກີຣີອາດເຢອາຣີມມາໄວ້ໃນບ່ອນທີ່ດາວິດໄດ້ຈັດຕຽມໄວ້ ເພາະເພິ່ນໄດ້ຕັ້ງຫໍເຕັນສໍາລັບໄວ້ຫີບພັນທະສັນຍາໃນເຢຣູຊາເລັມ. 5ສ່ວນແທ່ນບູຊາທີ່ເຮັດດ້ວຍທອງສຳລິດທີ່ເບຊາເລນລູກຊາຍຂອງອູຣິ, ຫລານຊາຍຂອງຮູເຣໄດ້ສ້າງຂຶ້ນແມ່ນຢູ່ໃນກີເບໂອນຢູ່ຕໍ່ໜ້າຫໍເຕັນຂອງພຣະເຈົ້າຢາເວ; ດັ່ງນັ້ນ ໂຊໂລໂມນ ແລະ ປະຊາຊົນທີ່ມາຊຸມນຸມຈຶ່ງມາຖາມພຣະອົງຢູ່ທີ່ນັ້ນ 6ໂຊໂລໂມນຂຶ້ນໄປທີ່ແທ່ນບູຊາທອງສຳລິດຕໍ່ໜ້າພຣະເຈົ້າຢາເວໃນຫໍເຕັນບ່ອນຊຸມນຸມ ແລະ ໄດ້ຖວາຍສັດໜຶ່ງພັນໂຕເປັນເຄື່ອງເຜົາຖວາຍບູຊາຢູ່ເທິງແທ່ນບູຊາ.
7ໃນຄືນນັ້ນ ພຣະເຈົ້າກໍໄດ້ປາກົດແກ່ໂຊໂລໂມນ ແລະ ກ່າວກັບເພິ່ນວ່າ “ຈົ່ງຂໍສິ່ງທີ່ເຈົ້າຕ້ອງການ ແລ້ວເຮົາຈະໃຫ້ເຈົ້າ”.
8ໂຊໂລໂມນໄດ້ຕອບພຣະເຈົ້າວ່າ, “ພຣະອົງໄດ້ສຳແດງຄວາມເມດຕາອັນຍິ່ງໃຫຍ່ແກ່ດາວິດ ພໍ່ຂອງຂ້ານ້ອຍ ແລະ ໄດ້ຕັ້ງຂ້ານ້ອຍຂຶ້ນເປັນກະສັດແທນເພິ່ນ. 9ບັດນີ້ ຂ້າແດ່ພຣະເຈົ້າຢາເວ ພຣະເຈົ້າຂອງຂ້ານ້ອຍ, ຈົ່ງຢືນຢັນຄຳສັນຍາຂອງພຣະອົງທີ່ໄດ້ໃຫ້ໄວ້ກັບດາວິດພໍ່ຂອງຂ້ານ້ອຍ ເພາະພຣະອົງໄດ້ຕັ້ງຂ້ານ້ອຍຂຶ້ນເປັນກະສັດເໜືອປະຊາຊົນຢ່າງຫລວງຫລາຍເໝືອນດັ່ງຂີ້ຝຸ່ນດິນຢູ່ໃນແຜ່ນດິນໂລກ. 10ຂໍໃຫ້ສະຕິປັນຍາ ແລະ ຄວາມຮອບຮູ້ແກ່ຂ້ານ້ອຍດ້ວຍ, ເພື່ອຂ້ານ້ອຍຈະໄດ້ນຳປະຊາຊົນເຫລົ່ານີ້, ເພາະບໍ່ມີຜູ້ໃດຈະສາມາດປົກຄອງປະຊາຊົນຢ່າງຫລວງຫລາຍຂອງພຣະອົງນີ້ໄດ້?”
11ພຣະເຈົ້າໄດ້ກ່າວກັບໂຊໂລໂມນວ່າ, “ເພາະນີ້ແມ່ນຄວາມປາຖະໜາໃນໃຈຂອງເຈົ້າ ແລະ ເຈົ້າບໍ່ໄດ້ຂໍຄວາມຮັ່ງມີ, ຊັບສົມບັດ ຫລື ກຽດຕິຍົດ, ບໍ່ໄດ້ຂໍຄວາມຕາຍໃຫ້ແກ່ບັນດາສັດຕູຂອງເຈົ້າ ແລະ ເພາະເຈົ້າບໍ່ໄດ້ຂໍໃຫ້ມີອາຍຸຍືນຍາວ ແຕ່ຂໍສະຕິປັນຍາ ແລະ ຄວາມຮອບຮູ້ເພື່ອທີ່ຈະປົກຄອງປະຊາຊົນຂອງເຮົາ, ເຊິ່ງເຮົາໄດ້ຕັ້ງເຈົ້າໃຫ້ເປັນກະສັດເໜືອພວກເຂົາ, 12ເຫດສະນັ້ນ ເຮົາຈະໃຫ້ສະຕິປັນຍາ ແລະ ຄວາມຮອບຮູ້ແກ່ເຈົ້າ. ແລ້ວເຮົາຈະໃຫ້ຄວາມຮັ່ງມີ, ຊັບສົມບັດ ແລະ ກຽດຕິຍົດແກ່ເຈົ້າ, ເຊິ່ງບໍ່ມີກະສັດອົງໃດເຄີຍມີມາກ່ອນ ແລະ ຈະບໍ່ມີກະສັດອົງໃດມີເໝືອນເຈົ້າ”.
13ຫລັງຈາກນັ້ນ ໂຊໂລໂມນຈຶ່ງໄດ້ອອກຈາກສະຖານບູຊາເທິງທີ່ສູງທີ່ກີເບໂອນ, ຈາກຫໍເຕັນບ່ອນຊຸມນຸມໄດ້ກັບໄປທີ່ເຢຣູຊາເລັມ. ແລະ ເພິ່ນໄດ້ປົກຄອງອິດສະຣາເອນ.
14ໂຊໂລໂມນໄດ້ສະສົມລົດມ້າ ແລະ ມ້າ; ເພິ່ນມີລົດມ້າຈຳນວນ 1.400 ຄັນ ແລະ ມ້າຈຳນວນ 12.000 ໂຕ ເຊິ່ງເພິ່ນໄດ້ເກັບບາງສ່ວນໄວ້ທີ່ຫົວເມືອງຕ່າງໆທີ່ໃຊ້ເກັບລົດມ້າໄວ້ ແລະ ບາງສ່ວນກັບໄວ້ຢູ່ກັບເພິ່ນທີ່ເຢຣູຊາເລັມ. 15ກະສັດເຮັດໃຫ້ເງິນ ແລະ ຄໍາໃນເຢຣູຊາເລັມໃຫ້ຖືວ່າເປັນເລື່ອງທໍາມະດາເໝືອນດັ່ງກ້ອນຫີນ ແລະ ມີໄມ້ສີດາກໍມີຢ່າງຫລວງຫລາຍເໝືອນດັ່ງຕົ້ນໝາກເດື່ອຢູ່ຕາມຕີນພູ. 16ຝູງມ້າຂອງໂຊໂລໂມນນັ້ນນຳເຂົ້າຈາກເອຢິບ ແລະ ຈາກກູເອ, ຄືພໍ່ຄ້າຫລວງໄດ້ຊື້ມາຈາກກູເອໃນລາຄາປັດຈຸບັນ. 17ພວກເຂົານຳເຂົ້າລົດມ້າແຕ່ລະຄັນມາຈາກເອຢິບມີລາຄາ 600 ເຊເຂວ ແລະ ມ້າລາຄາໂຕລະ 150 ເຊເຂວ. ພວກເຂົາຍັງສົ່ງຝູງມ້າ ແລະ ລົດຮົບອອກໄປຂາຍໃຫ້ກະສັດທັງຫລາຍຂອງຊາວຮິດຕີ ແລະ ຂອງຊາວອາຣາມດ້ວຍ.