Skip to content
The Believer's Library

Biblica® Open Lao Contemporary Version

2 Chronicles 2 OLCV

Show OLCV only
Verse × ×
1 Solomon resolved to build a house for our Father's name, and a royal palace for himself. ໂຊໂລໂມນ​ໄດ້​ອອກ​ຄໍາສັ່ງ​ໃຫ້​ສ້າງ​ວິຫານ​ສຳລັບ​ນາມ​ຂອງ​ພຣະເຈົ້າ​ຢາເວ ແລະ ລາຊະວັງ​ຂອງ​ເພິ່ນ​ເອງ.
2 Solomon assigned 70,000 carriers, 80,000 stonecutters in the mountains, and 3,600 overseers over them. ເພິ່ນ​ໄດ້​ເກນ​ຄົນ​ແບກ​ຫາມ 70.000 ຄົນ ແລະ ຊ່າງ​ສະກັດ​ຫີນ 80.000 ຄົນ​ໃນ​ເຂດ​ເນີນພູ ແລະ ຜູ້​ຄຸມ​ງານ 3.600 ຄົນ.
3 Solomon sent to Huram king of Tyre: "Deal with me as you did with my father David, sending him cedar to build his house to live in. ໂຊໂລໂມນ​ສົ່ງ​ຂໍ້ຄວາມ​ໄປ​ຫາ​ກະສັດ​ຮີຣາມ​ແຫ່ງ​ຕີເຣ​ວ່າ: “ຂໍ​ສົ່ງ​ໄມ້ສີດາ​ເປັນ​ທ່ອນ​ມາ​ໃຫ້​ຂ້າພະເຈົ້າ​ຕາມ​ທີ່​ທ່ານ​ເຄີຍ​ສົ່ງ​ມາ​ໃຫ້​ດາວິດ​ພໍ່​ຂອງ​ຂ້າພະເຈົ້າ ເມື່ອ​ທ່ານ​ສົ່ງ​ໄມ້ສີດາ​ໃຫ້​ເພິ່ນ​ເພື່ອ​ສ້າງ​ວັງ​ຂອງ​ເພິ່ນ​ນັ້ນ.
4 I am building a house for the name of my Father, to dedicate it to him—to burn fragrant incense before him, set out the bread of the Presence continually, offer burnt offerings morning and evening, on sabbaths, new moons, and appointed feasts of our Father. Israel must do this forever. ບັດນີ້ ຂ້າພະເຈົ້າ​ກຳລັງ​ຈະ​ສ້າງ​ວິຫານ​ສຳລັບ​ນາມ​ຂອງ​ພຣະເຈົ້າຢາເວ, ພຣະເຈົ້າ​ຂອງ​ຂ້າພະເຈົ້າ ແລະ ຈະ​ອຸທິດຖວາຍ​ວິຫານ​ນີ້​ແກ່​ພຣະອົງ ເພື່ອ​ຈະ​ເປັນ​ບ່ອນ​ເຜົາ​ເຄື່ອງຫອມ​ຕໍ່ໜ້າ​ພຣະອົງ, ເພື່ອ​ຈະ​ຖວາຍ​ເຂົ້າຈີ່​ສັກສິດ​ເປັນ​ປະຈໍາ, ເພື່ອ​ເຜົາ​ເຄື່ອງເຜົາ​ບູຊາ​ທຸກໆ​ເຊົ້າ ແລະ ທຸກໆ​ແລງ ແລະ ໃນ​ວັນຊະບາໂຕ, ວັນ​ເດືອນ​ຂຶ້ນ​ໃໝ່ ແລະ ຕາມ​ເທດສະການ​ຕ່າງໆ​ທີ່​ໄດ້​ກຳນົດ​ໄວ້​ແກ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ. ນີ້​ເປັນ​ຂໍ້​ປະຕິບັດ​ຕະຫລອດ​ໄປ​ສຳລັບ​ອິດສະຣາເອນ.
5 The house I am building will be great, for our Father is greater than all gods. “ວິຫານ​ທີ່​ຂ້າພະເຈົ້າ​ກໍາລັງ​ສ້າງ​ຈະ​ຍິ່ງ​ໃຫຍ່​ຫລາຍ. ເພາະ​ພຣະເຈົ້າ​ຂອງ​ພວກເຮົາ​ຍິ່ງໃຫຍ່​ກວ່າ​ພະ​ອື່ນ​ໃດ​ທັງໝົດ.
6 But who can build him a house, when heaven and the highest heavens cannot contain him? And who am I to build him one, except to burn sacrifices before him? ແຕ່​ມີ​ຜູ້ໃດ​ທີ່​ຈະ​ສາມາດ​ສ້າງ​ວິຫານ​ສຳລັບ​ພຣະອົງ​ໄດ້, ແມ່ນແຕ່​ຟ້າສະຫວັນ ແລະ ຟ້າສະຫວັນ​ທີ່​ສູງສຸດ​ກໍ​ບໍ່​ສາມາດ​ຮອງຮັບ​ພຣະອົງ​ໄດ້? ແລ້ວ​ຂ້າພະເຈົ້າ​ແມ່ນ​ຜູ້ໃດ​ທີ່​ຈະ​ສ້າງ​ວິຫານ​ເພື່ອ​ພຣະອົງ ເວັ້ນ​ແຕ່​ສ້າງ​ບ່ອນ​ເຜົາ​ເຄື່ອງບູຊາ​ຕໍ່ໜ້າ​ພຣະອົງ?
7 Now send me a craftsman skilled in gold, silver, bronze, iron, purple, crimson, and blue yarn, and in engraving, to work with my skilled workers in Judah and Jerusalem, whom my father David provided. “ເຫດສະນັ້ນ ຂໍ​ໃຫ້​ທ່ານ​ສົ່ງ​ຊ່າງສີມື​ມາ​ໃຫ້​ຂ້າພະເຈົ້າ​ໃນ​ການ​ເຮັດ​ຄໍາ, ເງິນ, ທອງສຳລິດ, ເຫລັກ ແລະ ຍ້ອມ​ຜ້າ​ສີມ່ວງ ແລະ ຕ່ຳ​ດ້ວຍ​ດ້າຍ​ສີມ່ວງ, ສີແດງ​ເຂັ້ມ ແລະ ສີ​ຟ້າ ແລະ ຊ່າງ​ແກະ​ສະຫລັກ​ທີ່​ມີ​ປະສົບການ ເພື່ອ​ເຮັດ​ວຽກ​ຮ່ວມ​ກັນ​ກັບ​ພວກ​ຊ່າງສີມື​ທີ່​ມີ​ຄວາມ​ຊຳນານ​ຂອງ​ຂ້າພະເຈົ້າ​ໃນ​ຢູດາຍ ແລະ ໃນ​ເຢຣູຊາເລັມ, ເຊິ່ງ​ດາວິດ​ພໍ່​ຂອງ​ຂ້າພະເຈົ້າ​ໄດ້​ຈັດຕຽມ​ໄວ້.
8 Send me also cedar, cypress, and red sandalwood from Lebanon, for I know your servants skillfully cut Lebanon's timber; my servants will join yours. “ຂໍ​ໃຫ້​ທ່ານ​ສົ່ງ​ໄມ້ສີດາ​ເປັນ​ທ່ອນ, ໄມ້ແປກ ແລະ ໄມ້ດູ່​ຈາກ​ເລບານອນ​ມາ​ດ້ວຍ, ເພາະ​ຂ້າພະເຈົ້າ​ຮູ້​ວ່າ​ຄົນຮັບໃຊ້​ຂອງ​ທ່ານ​ຊໍານານ​ໃນ​ການ​ຕັດ​ໄມ້​ຢູ່​ທີ່​ນັ້ນ. ຄົນຮັບໃຊ້​ຂອງ​ຂ້າພະເຈົ້າ​ຈະ​ເຮັດ​ວຽກ​ຮ່ວມ​ກັນ​ກັບ​ຄົນຮັບໃຊ້​ຂອງ​ທ່ານ
9 Prepare plenty of timber for me, for the house I am building will be great and wonderful. ເພື່ອ​ຂ້າພະເຈົ້າ​ຈະ​ມີ​ໄມ້​ຈຳນວນ​ຫລາຍ, ເພາະ​ວິຫານ​ທີ່​ຂ້າພະເຈົ້າ​ຈະ​ສ້າງ​ຂຶ້ນ​ນັ້ນ​ຈະ​ຕ້ອງ​ໃຫຍ່ ແລະ ງາມສະຫງ່າ.
10 For your servants who cut the timber I will give about 125,000 bushels of crushed wheat, 125,000 of barley, 115,000 gallons of wine, and 115,000 of oil." ຂ້າພະເຈົ້າ​ຈະ​ໃຫ້​ເຂົ້າຫວີດ​ທີ່​ຕຳ​ແລ້ວ 20.000 ໂຄຣະ, ເຂົ້າບາເລ 20.000 ໂຄຣະ, ເຫລົ້າ​ອະງຸ່ນ 20.000 ບັດ ແລະ ນ້ຳມັນ​ໝາກກອກ 20.000 ບັດ ແກ່​ຄົນຮັບໃຊ້​ຂອງ​ທ່ານ”.
11 Huram king of Tyre wrote Solomon: "Because the LORD loves his people, he made you their king." ກະສັດ​ຮີຣາມ​ແຫ່ງ​ເມືອງ​ຕີເຣ​ໄດ້​ສົ່ງ​ຈົດໝາຍ​ຕອບ​ໂຊໂລໂມນ​ວ່າ: “ເພາະ​ພຣະເຈົ້າຢາເວ​ຮັກ​ປະຊາຊົນ​ຂອງ​ພຣະອົງ, ພຣະອົງ​ຈຶ່ງ​ຕັ້ງ​ທ່ານ​ຂຶ້ນ​ເປັນ​ກະສັດ​ຂອງ​ພວກເຂົາ”.
12 Huram said: "Blessed be the LORD, God of Israel, maker of heaven and earth! He gave King David a wise son with insight and understanding, to build a house for the LORD and a royal palace for himself. ແລ້ວ​ກະສັດ​ຮີຣາມ​ກ່າວ​ເພີ່ມ​ເຕີມ​ອີກ​ວ່າ: “ຂໍ​ຖວາຍ​ສັນລະເສີນ​ແກ່​ພຣະເຈົ້າ​ຢາເວ ພຣະເຈົ້າ​ຂອງ​ຄົນ​ອິດສະຣາເອນ ຜູ້​ໄດ້​ສ້າງ​ຟ້າສະຫວັນ ແລະ ແຜ່ນດິນ​ໂລກ! ພຣະອົງ​ໄດ້​ໃຫ້​ກະສັດ​ດາວິດ​ມີ​ລູກຊາຍ​ທີ່​ມີ​ສະຕິ​ປັນຍາ, ມີ​ພິກໄຫວ ແລະ ມີ​ຄວາມ​ສະຫລາດ​ຫລັກແຫລມ, ເຊິ່ງ​ເປັນ​ຜູ້​ທີ່​ຈະ​ສ້າງ​ວິຫານ​ສຳລັບ​ພຣະເຈົ້າຢາເວ ແລະ ວັງ​ຂອງ​ເພິ່ນ​ເອງ.
13 Now I am sending you a skilled craftsman, gifted with understanding, Huram-abi, “ຂ້າພະເຈົ້າ​ຈະ​ສົ່ງ​ຮູຣາມ​ອາບີ ຊ່າງ​ສີ​ມື​ດີ​ທີ່​ສຸດ​ໄປ​ໃຫ້​ທ່ານ,
14 son of a woman of Dan's daughters, his father a man of Tyre—skilled in gold, silver, bronze, iron, stone, wood, purple, blue, and crimson yarn, and fine linen. He can do any engraving and carry out any design assigned to him, working with your craftsmen and those of my lord David, your father. ແມ່​ຂອງ​ລາວ​ມາ​ຈາກ​ເຜົ່າ​ດານ ແລະ ພໍ່​ມາ​ຈາກ​ຕີເຣ. ລາວໄດ້​ຮັບ​ການ​ຝຶກຝົນ​ໃນ​ດ້ານ​ການ​ເຮັດ​ເຄື່ອງຄຳ, ເງິນ, ທອງສຳລິດ, ເຫລັກ, ຫີນ ແລະ ໄມ້, ແລະ ເຮັດ​ຜ້າ​ສີມ່ວງ, ສີຟ້າ ແລະ ສີແດງ​ເຂັ້ມ​ພ້ອມ​ທັງ​ຜ້າ​ລິນິນ​ເນື້ອ​ລະອຽດ​ດີ. ລາວ​ມີ​ປະສົບການ​ໃນ​ການ​ແກະ​ສະຫລັກ​ທຸກ​ປະເພດ ແລະ ສາມາດ​ເຮັດ​ຕາມ​ແບບ​ທີ່​ກຳນົດ​ໄວ້. ລາວ​ຈະ​ເຮັດວຽກ​ຮ່ວມກັນ​ກັບ​ນາຍຊ່າງ​ສີ​ມື​ດີ​ຂອງ​ທ່ານ ແລະ ບັນດາ​ຄົນ​ທີ່​ດາວິດ​ພໍ່​ຂອງ​ທ່ານ​ຈັດ​ໄວ້.
15 So let my lord send his servants the wheat, barley, oil, and wine he promised, “ຂໍ​ໃຫ້​ທ່ານ​ສົ່ງ​ເຂົ້າຫວີດ, ເຂົ້າ​ບາເລ, ເຫລົ້າ​ອະງຸ່ນ ແລະ ນ້ຳ​ມັນ​ໝາກກອກ​ມາ​ໃຫ້​ພວກ​ຄົນຮັບໃຊ້​ຂອງ​ທ່ານ​ຕາມ​ທີ່​ໄດ້​ສັນຍາ​ໄວ້,
16 and we'll cut all the timber you need from Lebanon, float it to you as rafts by sea to Joppa, and you can haul it up to Jerusalem." ແລະ ພວກ​ຂ້າພະເຈົ້າ​ຈະ​ຕັດ​ໄມ້​ເປັນ​ທ່ອນ​ຈາກ​ເລບານອນ​ຕາມ​ທີ່​ທ່ານ​ຕ້ອງການ, ແລະ ເຮັດ​ເປັນ​ແພ​ໄຫລ​ນໍ້າ​ທະເລ​ລົງ​ມາ​ທີ່​ເມືອງ​ຢົບປາ. ທ່ານ​ກໍ​ສາມາດ​ຂົນ​ໄມ້​ຂຶ້ນ​ໄປ​ທີ່​ເຢຣູຊາເລັມ​ໄດ້”.
17 Solomon counted all the foreigners residing in the land of Israel, as his father David had; they numbered 153,600. ໂຊໂລໂມນ​ໄດ້​ຈົດ​ສຳມະໂນ​ຄົນຕ່າງດ້າວ​ທັງໝົດ​ທີ່​ອາໄສ​ຢູ່​ໃນ​ອິດສະຣາເອນ ຕາມ​ທີ່​ດາວິດ​ພໍ່​ຂອງ​ຕົນ​ໄດ້​ນັບ​ຈໍານວນ​ປະຊາຊົນ; ພວກເຂົາ​ພົບ​ວ່າ​ມີ​ຄົນ​ຕ່າງດ້າວ​ທັງໝົດ​ມີ 153.600 ຄົນ.
18 He assigned 70,000 as carriers, 80,000 as stonecutters in the mountains, and 3,600 as overseers to keep the people working. ເພິ່ນ​ມອບໝາຍ​ໃຫ້ 70.000 ຄົນ​ເປັນ​ຄົນ​ແບກ​ຫາມ, 80.000 ຄົນ ເຮັດ​ໜ້າທີ່​ແກະ​ສະຫລັກ​ຫີນ​ໃນ​ເຂດ​ເນີນພູ, ພ້ອມທັງ​ມີ​ຜູ້​ຄວບຄຸມ​ງານ 3.600 ຄົນ.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]