Side by side with the Father's Heart Bible™ ຄຳແນະນຳກ່ຽວກັບການນະມັດສະການ
1ດັ່ງນັ້ນ, ກ່ອນອື່ນໝົດເຮົາຈຶ່ງຂໍຮ້ອງໃຫ້ທູນຂໍ, ອະທິຖານ, ອ້ອນວອນ ແລະ ໂມທະນາຂອບພຣະຄຸນພຣະເຈົ້າເພື່ອຄົນທັງປວງ, 2ເພື່ອກະສັດທັງຫລາຍ ແລະ ບັນດາຜູ້ມີອຳນາດທັງໝົດ, ເພື່ອວ່າພວກເຮົາທັງຫລາຍຈະໄດ້ຢູ່ຢ່າງສະຫງົບສຸກ ແລະ ດຳເນີນຊີວິດຢ່າງງຽບໆຢູ່ໃນທາງຂອງພຣະເຈົ້າ ແລະ ໃນຄວາມບໍລິສຸດທຸກຢ່າງ. 3ການກະທຳເຊັ່ນນີ້ເປັນສິ່ງທີ່ດີ ແລະ ເປັນທີ່ພໍໃຈພຣະເຈົ້າພຣະຜູ້ຊ່ວຍໃຫ້ພົ້ນຂອງພວກເຮົາ, 4ຜູ້ປະສົງໃຫ້ທຸກຄົນໄດ້ຮັບຄວາມພົ້ນ ແລະ ໄດ້ມາຮູ້ຈັກຄວາມຈິງ. 5ດ້ວຍວ່າ ມີພຣະເຈົ້າອົງດຽວ ແລະ ມີຜູ້ກາງແຕ່ຜູ້ດຽວລະຫວ່າງພຣະເຈົ້າກັບມະນຸດ, ຄືພຣະຄຣິດເຈົ້າເຢຊູຜູ້ເປັນມະນຸດ, 6ຜູ້ສະຫລະພຣະອົງເອງເພື່ອເປັນຄ່າໄຖ່ບາບສຳລັບມະນຸດທັງປວງ. ເຊິ່ງບັດນີ້ໄດ້ເປັນພະຍານແລ້ວໃນເວລາທີ່ເໝາະສົມ. 7ແລະ ເພື່ອຈຸດປະສົງນີ້ ເຮົາຈຶ່ງໄດ້ຖືກແຕ່ງຕັ້ງໃຫ້ເປັນຜູ້ປະກາດ ແລະ ເປັນອັກຄະສາວົກ, ເຮົາກຳລັງເວົ້າຄວາມຈິງ, ເຮົາບໍ່ໄດ້ເວົ້າຕົວະ ແລະ ເຮົາເປັນຄູສອນທີ່ແທ້ຈິງ ແລະ ສັດຊື່ຂອງບັນດາຄົນຕ່າງຊາດ.
8ເຫດສະນັ້ນ ເຮົາຢາກໃຫ້ຜູ້ຊາຍທີ່ຢູ່ທົ່ວທຸກບ່ອນອະທິຖານ, ຍົກມືອັນບໍລິສຸດຂຶ້ນໂດຍປາດສະຈາກຄວາມໃຈຮ້າຍ ຫລື ການຜິດຖຽງກັນ. 9ເຮົາຍັງຢາກໃຫ້ແມ່ຍິງແຕ່ງໂຕສຸພາບ, ດ້ວຍຄວາມສຸພາບຮຽບຮ້ອຍ ແລະ ເໝາະສົມ, ບໍ່ແມ່ນປະດັບຕົນເອງດ້ວຍຊົງຜົມທີ່ປານີດ ຫລື ດ້ວຍຄຳ ຫລື ດ້ວຍໄຂ່ມຸກ ຫລື ດ້ວຍເຄື່ອງນຸ່ງລາຄາແພງ, 10ແຕ່ດ້ວຍການກະທຳທີ່ດີ ເຊິ່ງເໝາະສົມກັບແມ່ຍິງຜູ້ທີ່ປະກາດຕົນວ່ານະມັດສະການພຣະເຈົ້າ.
11ແມ່ຍິງຄວນຮຽນຮູ້ຢ່າງງຽບໆ ແລະ ຍອມຈໍານົນທຸກປະການ. 12ເຮົາບໍ່ອະນຸຍາດໃຫ້ແມ່ຍິງສັ່ງສອນ ຫລື ມີສິດອຳນາດເໜືອຜູ້ຊາຍ ແຕ່ໃຫ້ນາງມິດງຽບຢູ່. 13ເພາະພຣະເຈົ້າສ້າງອາດາມກ່ອນ ຫລັງຈາກນັ້ນຈຶ່ງສ້າງເອວາ. 14ແລະ ອາດາມບໍ່ໄດ້ຖືກຫລອກລວງ, ແຕ່ແມ່ນແມ່ຍິງນັ້ນທີ່ຖືກຫລອກລວງ ແລະ ກາຍເປັນຄົນບາບ. 15ແຕ່ແມ່ຍິງກໍຈະພົ້ນໄດ້ໂດຍການເກີດລູກ ຖ້າພວກເຂົາຫາກຍັງດຳເນີນຢູ່ໃນຄວາມເຊື່ອ, ຄວາມຮັກ ແລະ ຄວາມບໍລິສຸດດ້ວຍຄວາມເໝາະສົມ.