Side by side with the Father's Heart Bible™ ອາກີເຊສົ່ງດາວິດກັບໄປຊິກລັກ
1ຊາວຟີລິດສະຕິນລະດົມກຳລັງທັງໝົດຢູ່ທີ່ອາເຟັກ ແລະ ຊາວອິດສະຣາເອນໄດ້ຕັ້ງຄ້າຍພັກຢູ່ທີ່ແຄມນ້ຳພຸໃນຢິດຊະເຣນ. 2ເມື່ອບັນດາຜູ້ມີອຳນາດປົກຄອງຂອງຟີລິດສະຕິນຍົກຂະບວນອອກໄປເປັນກອງຮ້ອຍ ແລະ ກອງພັນ, ດາວິດ ແລະ ຄົນຂອງເພິ່ນກໍໄດ້ຮ່ວມຂະບວນເປັນກອງຫລັງພ້ອມກັບອາກີເຊ. 3ຜູ້ບັນຊາການຟີລິດສະຕິນໄດ້ຖາມວ່າ, “ຄົນເຮັບເຣີເຫລົ່ານີ້ມາເຮັດຫຍັງຢູ່ບ່ອນນີ້?” ອາກີເຊໄດ້ຕອບວ່າ, “ບໍ່ແມ່ນດາວິດຜູ້ເປັນອະດີດທະຫານຂອງກະສັດໂຊນແຫ່ງອິດສະຣາເອນບໍ? ລາວມາຢູ່ກັບເຮົາໄດ້ປີປາຍແລ້ວ ແລະ ເຮົາບໍ່ພົບຂໍ້ບົກພ່ອງຂອງລາວເລີຍ, ຕັ້ງແຕ່ລາວຈາກໂຊນມາ”.
4ແຕ່ບັນດາຜູ້ບັນຊາການຟີລິດສະຕິນພາກັນໃຈຮ້າຍໃຫ້ອາກີເຊ ແລະ ເວົ້າວ່າ, “ຈົ່ງສົ່ງລາວກັບໄປ ເພື່ອລາວຈະໄດ້ກັບໄປບ່ອນທີ່ທ່ານໄດ້ກຳນົດໃຫ້. ຫ້າມບໍ່ໃຫ້ລາວໄປຊ່ວຍພວກເຮົາຮົບເດັດຂາດ, ບໍ່ດັ່ງນັ້ນລາວຈະທໍລະຍົດພວກເຮົາ ແລະ ໄປເຂົ້າຂ້າງນາຍເກົ່າຂອງຕົນ ລອງຄິດເບິ່ງວ່າລາວຈະໄດ້ຮັບຄວາມພໍໃຈຫລາຍເທົ່າໃດຈາກການນຳຫົວຂອງພວກເຮົາໄປມອບໃຫ້? 5ດາວິດຄົນນີ້ບໍ່ແມ່ນບໍທີ່ພວກເຂົາຟ້ອນລຳຮ້ອງເພງວ່າ:“ ‘ໂຊນໄດ້ຂ້າສັດຕູເປັນພັນ,ແລະ ດາວິດໄດ້ຂ້າສັດຕູເປັນໝື່ນ’?”
6ດັ່ງນັ້ນ ອາກີເຊຈຶ່ງໄດ້ເອີ້ນດາວິດມາ ແລະ ເວົ້າກັບດາວິດວ່າ, “ພຣະເຈົ້າຢາເວມີຊີວິດຢູ່ສັນໃດ, ເຈົ້າເປັນຄົນທີ່ໜ້າເຊື່ອຖື ແລະ ເຮົາຈະດີໃຈຫລາຍຖ້າໄດ້ເຈົ້າເຂົ້າມາຮ່ວມກອງທັບກັບເຮົາສັນນັ້ນ. ຕັ້ງແຕ່ມື້ທີ່ເຈົ້າມາຫາເຮົາຈົນເຖິງວັນນີ້, ເຮົາບໍ່ພົບຂໍ້ບົກພ່ອງໃນໂຕເຈົ້າເລີຍ, ແຕ່ບັນດາຜູ້ມີອຳນາດປົກຄອງບໍ່ຍອມຮັບເຈົ້າ. 7ບັດນີ້ ຈົ່ງກັບໄປ ແລະ ໄປຢ່າງສັນຕິ; ຢ່າເຮັດຫຍັງໃຫ້ບັນດາຜູ້ມີອຳນາດປົກຄອງຂອງຟີລິດສະຕິນບໍ່ພໍໃຈເລີຍ”.
8ດາວິດໄດ້ຖາມວ່າ, “ຂ້ານ້ອຍໄດ້ເຮັດຫຍັງຜິດ? ນັບແຕ່ມື້ທີ່ຂ້ານ້ອຍມາພົບທ່ານຈົນບັດນີ້ ທ່ານພົບສິ່ງໃດບໍ່ດີໃນໂຕຂ້ານ້ອຍບໍ? ເປັນຫຍັງຂ້ານ້ອຍຈຶ່ງອອກໄປສູ້ຮົບກັບສັດຕູຂອງທ່ານຜູ້ເປັນເຈົ້ານາຍຂອງຂ້ານ້ອຍບໍ່ໄດ້?”
9ອາກີເຊໄດ້ຕອບວ່າ, “ເຮົາຮູ້ວ່າເຈົ້າເປັນທີ່ພໍໃຈໃນສາຍຕາຂອງເຮົາເໝືອນທູດຂອງພຣະເຈົ້າ; ແຕ່ຜູ້ບັນຊາການຟີລິດສະຕິນໄດ້ເວົ້າວ່າ, ‘ຫ້າມບໍ່ໃຫ້ລາວໄປຊ່ວຍພວກເຮົາຮົບເດັດຂາດ’. 10ເຈົ້າກັບບໍລິວານຂອງນາຍເຈົ້າຈົ່ງຕື່ນຂຶ້ນແຕ່ເຊົ້າ ແລະ ກັບໄປທັນທີເມື່ອຟ້າແຈ້ງ”.
11ດັ່ງນັ້ນ ດາວິດກັບຄົນຂອງເພິ່ນຈຶ່ງຕື່ນຂຶ້ນແຕ່ເຊົ້າ ແລະ ກັບໄປທີ່ດິນແດນຟີລິດສະຕິນ, ສ່ວນກອງທັບຟີລິດສະຕິນແມ່ນໄດ້ເຄື່ອນໄປທີ່ຢິດຊະເຣນ.