Skip to content
The Believer's Library

Biblica® Open Lao Contemporary Version

1 Chronicles 4 OLCV

Show OLCV only
Verse × ×
1 The descendants of Judah: Perez, Hezron, Carmi, Hur, and Shobal. ເຊື້ອສາຍ​ຂອງ​ຢູດາ​ມີ​ດັ່ງນີ້: ເປເຣັດ, ເຮຊະໂຣນ, ການໝີ, ຮູເຣ ແລະ ໂຊບານ.
2 Reaiah son of Shobal fathered Jahath; Jahath fathered Ahumai and Lahad—the clans of the Zorathites. ເຣອາອີຢາ​ລູກຊາຍ​ຂອງ​ໂຊບານ​ເປັນ​ພໍ່​ຂອງ​ຢາຮາດ, ແລະ ຢາຮາດ​ເປັນ​ພໍ່​ຂອງ​ອາຮູມາຍ ແລະ ລາຮາດ. ຄົນ​ເຫລົ່ານີ້​ແມ່ນ​ຕະກຸນ​ຂອງ​ຊາວ​ໂຊຣາ.
3 These were the sons of Etam: Jezreel, Ishma, and Idbash; and their sister's name was Hazzelelponi. ຄົນ​ເຫລົ່ານີ້​ແມ່ນ​ລູກຊາຍ​ຂອງ​ເອຕາມ​ມີ​ດັ່ງນີ້: ຢິດຊະເຣນ, ອີຊະມາ ແລະ ອີດະບັດ. ແລະ ມີ​ລູກສາວ​ຜູ້​ໜຶ່ງ​ຊື່​ວ່າ ຮັດເຊເລນໂປນີ.
4 Penuel fathered Gedor, and Ezer fathered Hushah. These were sons of Hur, firstborn of Ephrathah, father of Bethlehem. ເປນູເອນ​ເປັນ​ພໍ່​ຂອງ​ເກໂດເຣ ແລະ ເອເຊ​ເປັນ​ພໍ່​ຂອງ​ຮູຊາ. ຄົນ​ເຫລົ່ານີ້​ແມ່ນ​ເຊື້ອສາຍ​ຂອງ​ຮູເຣ, ເຊິ່ງ​ເປັນ​ລູກຊາຍ​ກົກ​ຂອງ​ນາງ​ເອຟຣັດ ແລະ ເປັນ​ພໍ່​ຂອງ​ເບັດເລເຮັມ.
5 Ashhur the father of Tekoa had two wives, Helah and Naarah. ອາຊະຮູ​ເປັນ​ພໍ່​ຂອງ​ເຕກົວ​ທີ່​ມີ​ເມຍ​ສອງ​ຄົນ​ຄື ເຮລາ ແລະ ນາອາຣາ.
6 Naarah gave birth to Ahuzzam, Hepher, Temeni, and Haahashtari. These were Naarah's sons. ນາງ​ນາອາຣາ​ມີ​ລູກຊາຍ​ຄື ອາຮູດຊຳ, ເຮເຟ, ເຕເມນີ ແລະ ຮາຮັດສະຕາຣີ. ຄົນ​ເຫລົ່ານີ້​ແມ່ນ​ເຊື້ອສາຍ​ຂອງ​ນາງ​ນາອາຣາ.
7 The sons of Helah: Zereth, Zohar, and Ethnan. ລູກຊາຍ​ຂອງ​ນາງ​ເຮລາ​ມີ​ດັ່ງນີ້: ເຊເຣດ, ອີຊະຮາດ ແລະ ເອັດນັນ.
8 Koz fathered Anub and Zobebah, and the clans of Aharhel son of Harum. ແລະ ໂກເຊ, ຜູ້​ທີ່​ເປັນ​ພໍ່​ຂອງ​ອານຸບ ແລະ ໂຊເບບາ ແລະ ເປັນ​ຕົ້ນ​ຕະກຸນ​ຕ່າງໆ​ຂອງ​ອາຮາເຮນ​ລູກຊາຍ​ຂອງ​ຮາຣູມ.
9 Jabez was more honored than his brothers; his mother named him Jabez, saying, "Because I bore him in pain." ຢາເບດ​ເປັນ​ຜູ້​ທີ່​ໄດ້​ຮັບ​ຄວາມ​ນັບຖື​ຫລາຍກວ່າ​ອ້າຍ​ນ້ອງ​ຂອງ​ລາວ. ແມ່​ຂອງ​ລາວ​ຕັ້ງ​ຊື່​ໃຫ້​ລາວ​ວ່າ ຢາເບດ ເພາະ​ນາງ​ເວົ້າ​ວ່າ, “ເພາະ​ຂ້ອຍ​ໄດ້​ເກີດ​ລາວ​ອອກ​ມາ​ດ້ວຍ​ຄວາມ​ເຈັບປວດ”.
10 Jabez called out to our Father of Israel: "Oh, that you would truly bless me and enlarge my territory! Let your hand be with me, and keep me from harm so that I suffer no pain." And our Father granted his request. ຢາເບດ​ຮ້ອງ​ຫາ​ພຣະເຈົ້າ​ແຫ່ງ​ອິດສະຣາເອນ​ວ່າ, “ໂອ, ຂໍ​ພຣະອົງ​ອວຍພອນ​ຂ້ານ້ອຍ ແລະ ຂະຫຍາຍ​ເຂດແດນ​ຂອງ​ຂ້ານ້ອຍ! ຂໍ​ໃຫ້​ມື​ຂອງ​ພຣະອົງ​ຢູ່​ກັບ​ຂ້ານ້ອຍ, ແລະ ປົກປ້ອງ​ຂ້ານ້ອຍ​ຈາກ​ໄພ​ອັນຕະລາຍ​ເພື່ອ​ຂ້ານ້ອຍ​ຈະ​ພົ້ນ​ຈາກ​ຄວາມ​ເຈັບປວດ”. ແລ້ວ​ພຣະເຈົ້າ​ໄດ້​ປະທານ​ຕາມ​ຄໍາ​ຂໍ​ຂອງ​ລາວ.
11 Chelub the brother of Shuhah fathered Mehir, who was the father of Eshton. ເກລຸບ​ເປັນ​ອ້າຍ​ຂອງ​ຊູຮາ, ລາວ​ເປັນ​ພໍ່​ຂອງ​ເມຮີ, ຜູ້​ທີ່​ເປັນ​ພໍ່​ຂອງ​ເອຊະໂຕນ.
12 Eshton fathered Beth-rapha, Paseah, and Tehinnah the father of Ir-nahash. These were the men of Recah. ເອຊະໂຕນ​ເປັນ​ພໍ່​ຂອງ​ເບັດຣາພາ, ປາເສຢາ ແລະ ເຕຮີນນາ. ເຊິ່ງ​ເປັນ​ພໍ່​ຂອງ​ເອີຣະ​ນາຮາດ. ຄົນ​ເຫລົ່ານີ້​ແມ່ນ​ຊາວ​ເມືອງ​ເຣກາ.
13 The sons of Kenaz: Othniel and Seraiah; and the sons of Othniel: Hathath and Meonothai. ລູກຊາຍ​ຂອງ​ເກນາ​ມີ​ດັ່ງນີ້: ໂອດນີເອນ ແລະ ເສຣາອີຢາ. ລູກຊາຍ​ຂອງ​ໂອດ​ນີ​ເອນ​ມີ​ດັ່ງນີ້: ຮາທັດ ແລະ ເມໂອໂນໄທ.
14 Meonothai fathered Ophrah. Seraiah fathered Joab, father of Ge-harashim, the Craftsmen's Valley—its people were craftsmen. ເມໂອໂນໄທ​ເປັນ​ພໍ່​ຂອງ​ໂອຟະຣາ. ເສຣາອີຢາ​ເປັນ​ພໍ່​ຂອງ​ໂຢອາບ, ພໍ່​ແຫ່ງ​ເກຮາຣາອິມ. ທີ່​ໄດ້​ເອີ້ນ​ແບບ​ນີ້​ເພາະ​ປະຊາຊົນ​ຈໍານວນ​ຫລາຍ​ຂອງ​ເມືອງ​ເປັນ​ນາຍ​ຊ່າງສີມື.
15 Sons of Caleb son of Jephunneh: Iru, Elah, and Naam; and the son of Elah: Kenaz. ລູກຊາຍ​ຂອງ​ກາເລັບ​ທີ່​ເປັນ​ລູກຊາຍ​ຂອງ​ເຢຟຸນເນ​ມີ​ດັ່ງນີ້: ອີຣູ, ເອລາ ແລະ ນາອາມ. ລູກຊາຍ​ຂອງ​ເອລາ​ຄື: ເກນາດ.
16 The sons of Jehallelel: Ziph, Ziphah, Tiria, and Asarel. ລູກຊາຍ​ຂອງ​ເຢຮັນເລເລນ​ມີ​ດັ່ງນີ້: ສີເຟ, ຊີຟາ, ຕີຣີອາ ແລະ ອາສາເຣນ.
17 Ezrah's sons: Jether, Mered, Epher, and Jalon. Mered's wife bore Miriam, Shammai, and Ishbah, father of Eshtemoa. ລູກຊາຍ​ຂອງ​ເອຊະຣາ​ມີ​ດັ່ງນີ້: ເຢເທ, ເມເຣດ, ເອເຟ ແລະ ຢາໂລນ. ເມຍ​ຄົນ​ໜຶ່ງ​ຂອງ​ເມເຣດ​ມີ​ລູກຊາຍ​ຄື ມີຣີອາມ ຊາມມາຍ ແລະ ອີຊະບາ, ອີຊະບາ​ເປັນ​ພໍ່​ຂອງ​ເອຊະເຕມົວ.
18 His Judean wife bore Jered father of Gedor, Heber father of Soco, and Jekuthiel father of Zanoah—sons of Bithiah, Pharaoh's daughter, whom Mered married. ເມຍ​ຂອງ​ເອຊະເຕມົວ​ມາ​ຈາກ​ເຜົ່າ​ຢູດາ​ມີ​ລູກຊາຍ​ຄື ເຢເຣັດ​ເປັນ​ພໍ່​ຂອງ​ເກໂດເຣ, ເຮເບ​ເປັນ​ພໍ່​ຂອງ​ໂຊໂກ ແລະ ເຢກູທິເອນ​ເປັນ​ພໍ່​ຂອງ​ຊາໂນອາ. ຄົນ​ເຫລົ່ານີ້​ແມ່ນ​ບີ​ທີ​ຢາ​ລູກສາວ​ຂອງ​ຟາໂຣ, ເຊິ່ງ​ເມເຣດ​ໄດ້​ແຕ່ງງານ​ນໍາ.
19 The sons of Hodiah's wife, the sister of Naham, fathered Keilah the Garmite and Eshtemoa the Maacathite. ລູກຊາຍ​ທີ່​ເກີດ​ມາ​ຈາກ​ເມຍ​ຂອງ​ໂຮດີຢາ, ເຊິ່ງ​ເປັນ​ນ້ອງສາວ​ຂອງ​ນາຮາມ​ມີ​ດັ່ງນີ້: ມີ​ລູກຊາຍ​ເປັນ​ຕົ້ນ​ຕະກຸນ​ແຫ່ງ​ເກອີລາ​ຂອງ​ຊາວ​ການມີ ແລະ ເປັນ​ຕົ້ນ​ຕະກຸນ​ແຫ່ງ​ເອຊະເຕມົວ​ຂອງ​ຊາວ​ມາອາກາດ.
20 The sons of Shimon: Amnon, Rinnah, Ben-hanan, and Tilon. The sons of Ishi: Zoheth and Ben-zoheth. ລູກຊາຍ​ຂອງ​ຊີໂມນ​ມີ​ດັ່ງນີ້: ອາມໂນນ, ຣິນນາ, ເບນຮານານ ແລະ ຕີໂລນ. ເຊື້ອສາຍ​ຂອງ​ອີຊີ​ມີ​ດັ່ງນີ້: ໂຊເຮັດ ແລະ ເບນໂຊເຫັດ.
21 Sons of Shelah son of Judah: Er father of Lecah, Laadah father of Mareshah, and the linen-worker clans of Beth-ashbea. ເຊລາ​ເປັນ​ລູກຊາຍ​ຂອງ​ຢູດາ​ມີ​ລູກຊາຍ​ດັ່ງນີ້: ເອຣະ​ເປັນ​ພໍ່​ຂອງ​ເລກາ, ລາອາດາ​ເປັນ​ພໍ່​ຂອງ​ມາເຣຊາ ແລະ ເປັນ​ຕະກຸນ​ຂອງ​ຊ່າງ​ຜ້າຝ້າຍ​ລິນິນ​ຢູ່​ທີ່​ເມືອງ​ເບັດອາຊະເບອາ,
22 Jokim, the men of Cozeba, Joash, and Saraph, who ruled in Moab, then returned to Bethlehem—these records are ancient. ໂຢກີມ, ປະຊາຊົນ​ຂອງ​ເມືອງ​ໂກເຊບາ, ໂຢອາດ ແລະ ສາຣາບ, ທີ່​ໄດ້​ປົກຄອງ​ໃນ​ໂມອາບ ແລະ ຢາຊູບິເລເຮັມ (ການ​ບັນທຶກ​ເຫລົ່ານີ້​ແມ່ນ​ໄດ້​ມາ​ຈາກ​ສະໄໝ​ບູຮານ).
23 These were the potters living at Netaim and Gederah, staying there to work for the king. ພວກເຂົາ​ເປັນ​ຊ່າງ​ປັ້ນ​ໝໍ້​ທີ່​ອາໄສ​ຢູ່​ທີ່​ເມືອງ​ເນຕາອີມ ແລະ ເກເດຣາ; ພວກເຂົາ​ໄດ້​ອາໄສ​ຢູ່​ທີ່​ນັ້ນ ແລະ ໄດ້​ເຮັດວຽກ​ໃຫ້​ກະສັດ.
24 The sons of Simeon: Nemuel, Jamin, Jarib, Zerah, and Shaul; ເຊື້ອສາຍ​ຂອງ​ຊີເມໂອນ​ມີ​ດັ່ງນີ້: ເນມູເອນ, ຢາມິນ, ຢາຣິບ, ເຊຣາ ແລະ ຊາອູນ;
25 Shallum his son, Mibsam his son, Mishma his son. ລູກຊາຍ​ຂອງ​ຊາອູນ​ແມ່ນ​ຊໍລູມ, ລູກຊາຍ​ຂອງ​ຊໍລູມ​ແມ່ນ​ມິບຊາມ ແລະ ເຫລັນ​ຂອງ​ລາວ​ແມ່ນ​ມິຊະມາ.
26 The sons of Mishma: Hammuel his son, Zaccur his son, Shimei his son. ເຊື້ອສາຍ​ຂອງ​ມິຊະມາ​ມີ​ດັ່ງນີ້: ຮາມມູເອນ, ຊັກກູເຣ ແລະ ຊີເມອີ.
27 Shimei had sixteen sons and six daughters, but his brothers had few children, and their clan never grew as numerous as Judah's. ຊີເມອີ​ມີ​ລູກຊາຍ​ສິບ​ຫົກ​ຄົນ ແລະ ມີ​ລູກສາວ​ຫົກ​ຄົນ, ແຕ່​ອ້າຍ​ນ້ອງ​ຂອງ​ລາວ​ມີ​ລູກ​ບໍ່​ຫລາຍ​ຄົນ; ດັ່ງນັ້ນ​ຕະກຸນ​ຂອງ​ພວກເຂົາ​ທັງໝົດ​ຈຶ່ງ​ມີ​ຈຳນວນ​ຄົນ​ບໍ່​ຫລາຍ​ເໝືອນດັ່ງ​ຊາວ​ຢູດາ.
28 They lived in Beersheba, Moladah, Hazar-shual, ພວກເຂົາ​ໄດ້​ອາໄສ​ຢູ່​ທີ່​ເມືອງ​ເບເອນເຊບາ, ໂມລາດາ, ຮາຊາຊູອານ,
29 Bilhah, Ezem, Tolad, ບິນຮາ, ເອເສມ, ໂຕລາດ,
30 Bethuel, Hormah, Ziklag, ເບທູເອນ, ໂຮມາ, ຊິກລັກ,
31 Beth-marcaboth, Hazar-susim, Beth-biri, and Shaaraim. These were their towns until David became king. ເບັດມັກກາໂບດ, ຮາຊາສູສິມ, ເບັດບີຣີ ແລະ ຊາອາຣາອິມ. ເມືອງ​ເຫລົ່ານີ້​ເປັນ​ຂອງ​ພວກເຂົາ​ຈົນ​ເຖິງ​ໄລຍະ​ການ​ປົກຄອງ​ຂອງ​ດາວິດ.
32 Their surrounding villages were Etam, Ain, Rimmon, Tochen, and Ashan—five towns, ໝູ່ບ້ານ​ອ້ອມແອ້ມ​ຂອງ​ພວກເຂົາ​ມີ​ດັ່ງນີ້: ເອຕາມ, ອາອິນ, ຣິມໂມນ, ໂຕເກນ ແລະ ອາຊານ, ລວມ​ທັງໝົດ​ມີ​ຫ້າ​ເມືອງ.
33 and all their villages around these towns, as far as Baal. These were their settlements, and they kept their own genealogical records. ແລະ ບ້ານ​ທັງໝົດ​ທີ່​ຢູ່​ອ້ອມແອ້ມ​ເມືອງ​ເຫລົ່ານີ້​ໄກ​ອອກ​ໄປ​ຈົນ​ເຖິງ​ເມືອງ​ບາອາລາດ. ບ່ອນ​ຕ່າງໆ​ເຫລົ່ານີ້​ເປັນ​ບ່ອນ​ທີ່​ພວກເຂົາ​ຕັ້ງ​ຖິ່ນຖານ​ຢູ່. ແລະ ພວກເຂົາ​ໄດ້​ເກັບ​ຮັກສາ​ການ​ບັນທຶກ​ລໍາດັບ​ເຊື້ອສາຍ​ໄວ້​ດັ່ງນີ້:
34 Meshobab, Jamlech, Joshah the son of Amaziah, ເມໂຊບັບ, ຢາມເລັກ, ໂຢຊາ​ເປັນ​ລູກຊາຍ​ຂອງ​ອາມາຊີຢາ,
35 Joel, Jehu the son of Joshibiah, the son of Seraiah, the son of Asiel, ໂຢເອນ, ເຢຮູ​ເປັນ​ລູກຊາຍ​ຂອງ​ໂຢຊີບີຢາ, ຫລານຊາຍ​ຂອງ​ເສຣາອີຢາ, ເຫລັນ​ຂອງ​ອາສີເອນ;
36 Elioenai, Jaakobah, Jeshohaiah, Asaiah, Adiel, Jesimiel, Benaiah, ຍັງ​ມີ​ເອລີໂອນາຍ; ຢາອາໂກບາດ; ເຢໂຊຮາອີຢາ; ອາສາອີຢາ; ອາດີເອນ; ເຢສີມີເອນ; ເບນາອີຢາ;
37 and Ziza the son of Shiphi, the son of Allon, the son of Jedaiah, the son of Shimri, the son of Shemaiah. ແລະ ຊີຊາ​ເປັນ​ລູກຊາຍ​ຂອງ​ຊິບຟີ, ຫລານຊາຍ​ຂອງ​ອັນໂລນ, ລູກຊາຍ​ຂອງ​ເຢດາອີຢາ, ເຢດາອີຢາ​ເປັນ​ລູກຊາຍ​ຂອງ​ຊິມຣີ, ຫລານຊາຍ​ຂອງ​ເຊມາອີຢາ.
38 These men listed by name were leaders in their clans, and their families grew greatly in number. ລາຍຊື່​ຄົນ​ທີ່​ຢູ່​ເທິງ​ນີ້​ແມ່ນ​ຜູ້ນຳ​ຂອງ​ຕະກຸນ. ຄອບຄົວ​ຂອງ​ພວກເຂົາ​ເພີ່ມ​ຂຶ້ນ​ຫລາຍ,
39 They went to Gedor's entrance, east of the valley, seeking pasture for their flocks. ແລະ ພວກເຂົາ​ໄດ້​ຂະຫຍາຍ​ອອກ​ໄປ​ທີ່​ເກໂດເຣ​ຈົນ​ເຖິງ​ທາງ​ຕາເວັນອອກ​ຂອງ​ຮ່ອມພູ​ເພື່ອ​ຊອກຫາ​ທົ່ງຫຍ້າ​ສຳລັບ​ຝູງແກະ​ຂອງ​ພວກເຂົາ.
40 They found rich, good pasture; the land was wide, quiet, and peaceful, for its earlier residents were from Ham. ພວກເຂົາ​ໄດ້​ພົບ​ທົ່ງຫຍ້າ​ທີ່​ອຸດົມສົມບູນ ແລະ ດິນແດນ​ກໍ​ກວ້າງຂວາງ, ສະຫງົບສຸກ ແລະ ງຽບ​ສະຫງົບ. ມີ​ເຊື້ອສາຍ​ຂອງ​ຊາວ​ຮາມ​ບາງຄົນ​ໄດ້​ອາໄສ​ຢູ່​ທີ່​ນັ້ນ​ມາ​ກ່ອນ.
41 These men, recorded by name, came in the days of Hezekiah king of Judah, attacked the Hamites' tents and the Meunites found there, destroyed them completely to this day, and settled in their place, since there was pasture there for their flocks. ໃນ​ສະໄໝ​ຂອງ​ກະສັດ​ເຮເຊກີຢາ​ແຫ່ງ​ອານາຈັກ​ຢູດາຍ ພວກ​ຜູ້ຊາຍ​ທີ່​ມີ​ລາຍຊື່​ບັນທຶກ​ໄວ້. ພວກເຂົາ​ໄດ້​ໂຈມຕີ​ທີ່ຢູ່​ອາໄສ​ຂອງ​ຊາວ​ຮາມ ແລະ ຊາວ​ເມອູນີ​ທີ່​ອາໄສ​ຢູ່​ທີ່ນັ້ນ​ດ້ວຍ ແລະ ໄດ້​ທໍາລາຍ ພວກເຂົາ​ຈົນ​ໝົດ​ສິ້ນ. ດັ່ງ​ທີ່​ເຫັນ​ຢ່າງ​ຊັດເຈນ​ຈົນ​ເຖິງ​ທຸກ​ວັນນີ້. ພວກເຂົາ​ໄດ້​ຕັ້ງ​ຖິ່ນຖານ​ຂອງ​ຕົນ​ໃສ່​ແທນ​ເພາະ​ມີ​ທົ່ງຫຍ້າ​ສຳລັບ​ຝູງແກະ​ຂອງ​ພວກເຂົາ.
42 Some Simeonites—500, led by Ishi's sons Pelatiah, Neariah, Rephaiah, and Uzziel—went to Mount Seir. ແລະ ມີ​ຊາວ​ຊີເມໂອນ​ຫ້າ​ຮ້ອຍ​ຄົນ, ທີ່​ນຳ​ໂດຍ​ເປລາຕີຢາ, ເນອາຣີຢາ, ເຣຟາອີຢາ ແລະ ອຸດສິເອນ, ເຊິ່ງ​ເປັນ​ລູກຊາຍ​ຂອງ​ອີຊີ, ພວກເຂົາ​ໄດ້​ພາກັນ​ບຸກລຸກ​ເນີນພູ​ເສອີ.
43 They struck down the surviving remnant of the Amalekites and have lived there to this day. ພວກເຂົາ​ໄດ້​ຂ້າ​ຊາວ​ອາມາເຫລັກ​ທີ່​ຍັງ​ເຫລືອ​ຢູ່, ແລະ ພວກເຂົາ​ກໍ​ໄດ້​ອາໄສ​ຢູ່​ທີ່​ນັ້ນ​ຈົນ​ເຖິງ​ທຸກ​ວັນນີ້.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]