Skip to content
The Believer's Library

Biblica® Open Lao Contemporary Version

1 Chronicles 5 OLCV

Show OLCV only
Verse × ×
1 The sons of Reuben, Israel's firstborn—he was indeed the firstborn, but since he violated his father's bed, his birthright went to the sons of Joseph son of Israel, so he could not be listed as the firstborn in the genealogy. ຣູເບັນ​ເປັນ​ລູກຊາຍ​ກົກ​ຂອງ​ອິດສະຣາເອນ (ລາວ​ເປັນ​ລູກຊາຍ​ກົກ, ແຕ່​ເມື່ອ​ລາວ​ເຮັດ​ໃຫ້​ຕຽງ​ແຕ່ງງານ​ຂອງ​ພໍ່​ຕົນ​ເປັນ​ມົນທິນ, ສິດ​ການ​ເປັນ​ລູກຊາຍ​ກົກ​ຂອງ​ລາວ​ຈຶ່ງ​ໄດ້​ຖືກ​ມອບ​ໃຫ້​ແກ່​ໂຢເຊບ​ທີ່​ເປັນ​ລູກຊາຍ​ຂອງ​ອິດສະຣາເອນ. ດັ່ງນັ້ນ ລາວ​ຈຶ່ງ​ບໍ່​ມີ​ລາຍຊື່​ຢູ່​ໃນ​ການ​ບັນທຶກ​ລຳດັບ​ຕະກຸນ​ຕາມສິດ​ໃນ​ຖານະ​ເປັນ​ລູກຊາຍ​ກົກ.
2 Though Judah grew strong among his brothers and a ruler came from him, the birthright was Joseph's. ໂຢເຊັບ​ໄດ້​ຮັບ​ສິດ​ເປັນ​ລູກຊາຍ​ກົກ ເຖິງແມ່ນວ່າ​ຢູດາ​ເປັນ​ຕະກຸນ​ທີ່​ເຂັ້ມແຂງ​ທີ່ສຸດ​ໃນ​ບັນດາ​ພີ່ນ້ອງ​ຂອງ​ຕົນ ແລະ ຈະ​ມີ​ຜູ້ປົກຄອງ​ຄົນ​ໜຶ່ງ​ອອກ​ມາ​ຈາກ​ຢູດາ)
3 The sons of Reuben the firstborn of Israel: Hanoch, Pallu, Hezron, and Carmi. ລູກຊາຍ​ຂອງ​ຣູເບັນ​ທີ່​ເປັນ​ລູກຊາຍ​ກົກ​ຂອງ​ອິດສະຣາເອນ​ມີ​ດັ່ງ​ນີ້: ຮານົກ, ປານລູ, ເຮຊະໂຣນ ແລະ ການໝີ.
4 The sons of Joel: Shemaiah his son, Gog his son, Shimei his son, ເຊື້ອສາຍ​ຂອງ​ໂຢເອນ​ມີ​ດັ່ງນີ້: ໂຢເອນ​ມີ​ລູກຊາຍ​ຄື​ເຊມາອີຢາ, ເຊມາອີຢາ​ມີ​ລູກ​ຄື​ໂກກ, ໂກກ​ມີ​ລູກຊາຍ​ຄື​ຊີເມອີ,
5 Micah his son, Reaiah his son, Baal his son, ຊີເມອີ​ມີ​ລູກຊາຍ​ຄື​ມີກາ, ມີກາ​ມີ​ລູກຊາຍ​ຄື​ເຣອາອີຢາ, ເຣອາອີຢາ​ມີ​ລູກຊາຍ​ຄື​ບາອານ.
6 and Beerah his son, whom Tiglath-pileser king of Assyria exiled—he led the Reubenites. ແລະ ບາອານ​ມີ​ລູກຊາຍ​ຄື​ເບເອຣາ, ຜູ້ທີ່​ເປັນ​ຜູ້ນໍາ​ຂອງ​ຊາວ​ຣູເບັນ ເຊິ່ງ​ຕີກະລາດ​ປີເລເສ​ກະສັດ​ແຫ່ງ​ອັດຊີເຣຍ​ໄດ້​ຈັບ​ໄປ​ເປັນ​ຊະເລີຍ.
7 His relatives by their clans, as listed in the genealogical records: Jeiel the chief, Zechariah, ຍາດ​ພີ່ນ້ອງ​ຂອງ​ພວກເຂົາ​ຕາມ​ຕະກຸນ​ຕ່າງໆ​ທີ່​ໄດ້​ບັນທຶກ​ໃນ​ລຳດັບ​ວົງ​ຕະກຸນ​ຂອງ​ພວກເຂົາ​ມີ​ດັ່ງນີ້: ເຢອີເອນ​ເປັນ​ຫົວໜ້າ, ເຊກາຣີຢາ
8 and Bela son of Azaz, son of Shema, son of Joel. They settled in Aroer, to Nebo and Baal-meon. ແລະ ເບລາ​ເປັນ​ລູກຊາຍ​ຂອງ​ອາສາ, ອາສາ​ເປັນ​ລູກຊາຍ​ຂອງ​ເຊມາ, ເຊມາ​ເປັນ​ລູກຊາຍ​ຂອງ​ໂຢເອນ. ພວກເຂົາ​ໄດ້​ຕັ້ງ​ຖິ່ນຖານ​ຢູ່​ໃນ​ບໍລິເວນ​ຕັ້ງແຕ່​ອາໂຣເອ​ຈົນ​ເຖິງ​ເນໂບ ແລະ ບາອານເມໂອນ.
9 They also settled eastward to the edge of the desert that stretches to the Euphrates, since their livestock had multiplied in Gilead. ທາງ​ທິດ​ຕາເວັນອອກ ພວກເຂົາ​ໄດ້​ຢຶດຄອງ​ດິນແດນ​ໄປ​ຈົນ​ເຖິງ​ແຄມ​ຖິ່ນ​ແຫ້ງແລ້ງ​ກັນດານ​ເລີຍ​ອອກ​ໄປ​ຈົນ​ຮອດ​ແມ່ນໍ້າ​ເອີຟຣັດ, ເພາະ​ຝູງສັດ​ໄດ້​ເພີ່ມ​ຂຶ້ນ​ໃນ​ດິນແດນ​ກີເລອາດ.
10 In Saul's days they fought the Hagrites, who fell to them; they lived in the Hagrites' tents across the whole region east of Gilead. ໃນ​ສະໄໝ​ການ​ປົກຄອງ​ຂອງ​ໂຊນ​ພວກເຂົາ​ໄດ້​ເຮັດ​ເສິກ​ຕໍ່ສູ້​ກັບ​ຊາວ​ຮັກກິດ, ເຊິ່ງ​ກໍ​ໄດ້​ເອົາ​ໄຊຊະນະ​ດ້ວຍ​ມື​ຂອງ​ພວກເຂົາ​ເອງ; ພວກເຂົາ​ໄດ້​ຢຶດຄອງ​ບ່ອນ​ຢູ່​ອາໄສ​ຂອງ​ຊາວ​ຮັກກິດ​ທັງໝົດ​ທົ່ວ​ຂົງເຂດ​ທາງ​ຕາເວັນອອກ​ຂອງ​ກີເລອາດ.
11 The sons of Gad lived next to them in the land of Bashan as far as Salcah: ຊາວ​ກາດ​ໄດ້​ອາໄສ​ຢູ່​ຕໍ່​ຈາກ​ເຜົ່າ​ຣູເບັນ​ໃນ​ດິນແດນ​ບາຊານ​ທີ່​ໄກ​ອອກ​ໄປ​ຈົນ​ເຖິງ​ສາເລກາ​ຄື:
12 Joel the chief, Shapham the second-in-command, then Janai and Shaphat in Bashan. ໂຢເອນ​ເປັນ​ຫົວໜ້າ, ຮອງ​ແມ່ນ​ຊາຟາມ, ແລ້ວ​ກໍ​ແມ່ນ​ຢານາຍ ແລະ ຊາຟັດ​ໃນ​ບາຊານ.
13 Their relatives, by their fathers' households, were Michael, Meshullam, Sheba, Jorai, Jacan, Zia, and Eber—seven. ຍາດ​ພີ່ນ້ອງ​ຂອງ​ລາວ​ຕາມ​ຄອບຄົວ​ຕ່າງໆ ມີ​ດັ່ງນີ້: ມີກາເອນ, ເມຊຸນລຳ, ເຊບາ, ໂຢຣາຍ, ຢາການ, ຊີອາ ແລະ ເອເບີ. ລວມ​ທັງໝົດ​ມີ​ເຈັດ​ຄົນ.
14 These were sons of Abihail son of Huri, son of Jaroah, son of Gilead, son of Michael, son of Jeshishai, son of Jahdo, son of Buz. ຄົນ​ເຫລົ່ານີ້​ແມ່ນ​ລູກຊາຍ​ຂອງ​ອາບີໄຮ​ເປັນ​ລູກຊາຍ​ຂອງ​ຮູຣິ, ຮູຣິ​ເປັນ​ລູກຊາຍ​ຂອງ​ຢາໂຣອາ, ຢາໂຣອາ​ເປັນ​ລູກຊາຍ​ຂອງ​ກີເລອາດ, ກີເລອາດ​ເປັນ​ລູກຊາຍ​ຂອງ​ມີກາເອນ, ມີກາເອນ​ເປັນ​ລູກຊາຍ​ຂອງ​ເຢຊີຊາຍ, ເຢຊີຊາຍ​ເປັນ​ລູກຊາຍ​ຂອງ​ຢາໂດ, ຢາໂດ​ເປັນ​ລູກຊາຍ​ຂອງ​ບູເຊ.
15 Ahi son of Abdiel, son of Guni, was the head of their fathers' households. ອາຮີ​ລູກຊາຍ​ຂອງ​ອັບດີເອນ, ອັບດີເອນ​ເປັນ​ລູກຊາຍ​ຂອງ​ກູນີ, ກູນີ​ເປັນ​ຫົວໜ້າ​ຄອບຄົວ​ຂອງ​ພວກເຂົາ.
16 They lived in Gilead, in Bashan and its villages, and across all Sharon's pasturelands to their borders. ຊາວ​ກາດ​ອາໄສ​ຢູ່​ໃນ​ກີເລອາດ, ໃນ​ບາຊານ ແລະ ໝູ່ບ້ານ​ຕ່າງໆ​ທີ່​ຢູ່​ນອກ​ເມືອງ ແລະ ພວກເຂົາ​ໄດ້​ຂະຫຍາຍ​ອອກ​ໄປ​ໄກ​ຈົນ​ເຖິງ​ທົ່ງຫຍ້າ​ທັງໝົດ​ຂອງ​ຊາໂຣນ.
17 All these were listed in genealogies during the reigns of Jotham king of Judah and Jeroboam king of Israel. ທັງໝົດ​ນີ້​ໄດ້​ຖືກ​ບັນທຶກ​ໃນ​ການ​ບັນທຶກ​ລຳດັບ​ວົງ​ຕະກຸນ​ໃນ​ຊ່ວງ​ການ​ປົກຄອງ​ຂອງ​ກະສັດ​ໂຢທາມ​ແຫ່ງ​ຢູດາຍ ແລະ ກະສັດ​ເຢໂຣໂບອາມ​ແຫ່ງ​ອິດສະຣາເອນ.
18 The Reubenites, Gadites, and half-tribe of Manasseh had capable men bearing shield and sword, drawing the bow, trained for war—44,760 ready for battle. ຊາວ​ຣູເບັນ ຊາວ​ກາດ ແລະ ຊາວ​ມານາເຊ​ເຄິ່ງ​ເຜົ່າ​ມີ​ກຳລັງ​ທະຫານ 44.760 ຄົນ​ທີ່​ພ້ອມ​ອອກ​ໄປ​ສູ້ຮົບ​ຄື​ເປັນ​ຜູ້ຊາຍ​ທີ່​ແຂງແຮງ​ທຸກຄົນ​ທີ່​ສາມາດ​ຖື​ໂລ່, ຈັບ​ດາບ, ເຊິ່ງ​ສາມາດ​ໃຊ້​ທະນູ​ໄດ້ ແລະ ໄດ້​ຮັບ​ການ​ຝຶກຝົນ​ເພື່ອ​ຮົບສູ້.
19 They waged war against the Hagrites, and against Jetur, Naphish, and Nodab. ພວກເຂົາ​ໄດ້​ເຮັດ​ເສິກ​ຕໍ່ສູ້​ກັບ​ຊາວ​ຮັກກິດ, ຊາວ​ເຢຕຸຣະ, ຊາວ​ນາຟີດ ແລະ ຊາວ​ໂນດາບ.
20 They were helped against them; the Hagrites and all their allies were given into their hand, because they cried out to our Father in battle. He answered them, for they trusted in him. ພຣະເຈົ້າ​ໄດ້​ຊ່ວຍເຫລືອ​ພວກເຂົາ​ໃນ​ການ​ສູ້ຮົບ ແລະ ພຣະອົງ​ໄດ້​ມອບ​ຊາວ​ຮັກກິດ ແລະ ພັນທະມິດ​ທັງໝົດ​ໄວ້​ໃນ​ມື​ຂອງ​ພວກເຂົາ. ເພາະ​ພວກເຂົາ​ໄດ້​ອະທິຖານ​ຂໍ​ຕໍ່​ພຣະອົງ​ໃນ​ໄລຍະ​ທີ່​ສູ້ຮົບ​ຢູ່. ພຣະອົງ​ໄດ້​ຕອບ​ຄຳ​ອະທິຖານ​ຂອງ​ພວກເຂົາ, ເພາະ​ພວກເຂົາ​ໄດ້​ໄວ້ວາງໃຈ​ໃນ​ພຣະອົງ.
21 They captured the Hagrites' livestock: 50,000 camels, 250,000 sheep, 2,000 donkeys, and 100,000 people. ພວກເຂົາ​ໄດ້​ຢຶດ​ເອົາ​ຝູງສັດ​ມາ​ຈາກ​ຊາວ​ຮັກກິດ​ມີ​ດັ່ງນີ້: ອູດ​ຫ້າສິບພັນ​ໂຕ, ແກະ​ສອງຮ້ອຍ​ຫ້າ​ສິບ​ພັນ​ໂຕ ແລະ ລໍ​ສອງ​ພັນ​ໂຕ. ພວກເຂົາ​ຍັງ​ໄດ້​ຈັບ​ຊະເລີຍ​ອີກ​ໜຶ່ງ​ແສນ​ຄົນ.
22 Many fell dead, for the battle was our Father's; they lived there until the exile. ແລະ ໄດ້​ຂ້າ​ສັດຕູ​ຄົນ​ອື່ນໆ​ຢ່າງ​ຫລວງຫລາຍ, ເພາະ​ການ​ສູ້ຮົບ​ຄັ້ງ​ນີ້​ເປັນ​ຂອງ​ພຣະເຈົ້າ. ແລະ ພວກເຂົາ​ກໍ​ໄດ້​ຄອບຄອງ​ດິນແດນ​ຈົນ​ຖືກ​ກວດ​ໄປ​ເປັນ​ຊະເລີຍ.
23 Manasseh's half-tribe lived in the land, growing numerous from Bashan to Baal-hermon, Senir, and Mount Hermon. ປະຊາຊົນ​ຂອງ​ມານາເຊ​ເຄິ່ງ​ເຜົ່າ​ມີ​ຈໍານວນ​ຫລວງຫລາຍ; ພວກເຂົາ​ໄດ້​ຕັ້ງ​ຖິ່ນຖານ​ຢູ່​ໃນ​ດິນແດນ​ຕັ້ງແຕ່​ບາຊານ​ຈົນ​ເຖິງ​ບາອານເຮີໂມນ, ນັ້ນ​ຄື​ເສນີ (ພູເຂົາ​ເຮີໂມນ).
24 Heads of their fathers' households: Epher, Ishi, Eliel, Azriel, Jeremiah, Hodaviah, and Jahdiel—mighty warriors, famous men, heads of their fathers' households. ຫົວໜ້າ​ຄອບຄົວ​ຂອງ​ພວກເຂົາ​ມີ​ດັ່ງນີ້: ເອເຟ, ອີຊີ, ເອລີເອນ, ອາຊະຣິເອນ, ເຢເຣມີຢາ, ໂຮດາວີຢາ ແລະ ຢາດີເອນ. ພວກເຂົາ​ເປັນ​ນັກຮົບ​ທີ່​ກ້າຫານ, ມີ​ຊື່ສຽງ ແລະ ເປັນ​ຜູ້ນຳ​ຄອບຄົວ.
25 But they were unfaithful to their ancestors' God and prostituted themselves to the gods of the land's peoples, whom our Father had destroyed before them. ແຕ່​ພວກເຂົາ​ໄດ້​ບໍ່​ສັດຊື່​ຕໍ່​ພຣະເຈົ້າ​ຂອງ​ບັນພະບຸລຸດ​ຂອງ​ພວກເຂົາ ແລະ ໄດ້​ກາບໄຫວ້​ບັນດາ​ພະ​ຂອງ​ປະຊາຊົນ​ໃນ​ດິນແດນ​ນັ້ນ, ເຊິ່ງ​ພຣະເຈົ້າ​ໄດ້​ທຳລາຍ​ຕໍ່ໜ້າ​ພວກເຂົາ.
26 So our Father of Israel stirred up the spirit of Pul king of Assyria—Tiglath-pileser king of Assyria—and he exiled the Reubenites, Gadites, and half-tribe of Manasseh to Halah, Habor, Hara, and the river Gozan, where they remain to this day. ສະນັ້ນ​ພຣະເຈົ້າ​ແຫ່ງ​ອິດສະຣາເອນ​ໄດ້​ເຮັດ​ໃຫ້​ກະສັດ​ປູນ​ແຫ່ງ​ອັດຊີເຣຍ (ຄື​ຕີກະລາດ​ປີເລເສ), ຈັບ​ຊາວ​ຣູເບັນ, ຊາວ​ກາດ, ຊາວ​ມານາເຊ​ເຄິ່ງເຜົ່າ​ຕາເວັນອອກ​ໄປ​ເປັນ​ຊະເລີຍ. ເພິ່ນ​ໄດ້​ຈັບ​ພວກເຂົາ​ໄປ​ທີ່​ຮາລາ, ຮາໂບ, ຮາຣາ ແລະ ແມ່ນໍ້າ​ໂກຊານ, ເຊິ່ງ​ເປັນ​ບ່ອນ​ທີ່​ພວກເຂົາ​ໄດ້​ອາໄສ​ຢູ່​ຈົນ​ເຖິງ​ທຸກ​ວັນນີ້.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]