Side by side with the Father's Heart Bible™ ໄຊຊະນະຂອງດາວິດ
1ຕໍ່ມາ, ດາວິດໄດ້ເອົາຊະນະຊາວຟີລິດສະຕິນຢ່າງຮາບຄາບ ແລະ ເພິ່ນໄດ້ຢຶດເມືອງກາດ ແລະ ໝູ່ບ້ານທີ່ຢູ່ອ້ອມແອ້ມເມືອງນັ້ນຈາກການຄວບຄຸມຂອງຊາວຟີລິດສະຕິນ.
2ດາວິດຍັງໄດ້ເອົາຊະນະຊາວໂມອາບດ້ວຍ ແລະ ພວກເຂົາຕົກເປັນເມືອງຂຶ້ນ ແລະ ນຳເອົາເຄື່ອງບັນນາການມາມອບໃຫ້ເພິ່ນ.
3ຫລາຍກວ່ານັ້ນ, ດາວິດໄດ້ເອົາຊະນະກະສັດຮາດາເດເຊແຫ່ງໂຊບາ, ໃນບໍລິເວນໃກ້ກັບເມືອງຮາມັດ, ຂະນະທີ່ຮາດາເດເຊກໍຂຶ້ນສະຖາປະນາອຳນາດແຖບແມ່ນໍ້າເອີຟຣັດ. 4ດາວິດໄດ້ຢຶດລົດມ້າຮົບໜຶ່ງພັນຄັນ, ທະຫານມ້າເຈັດພັນຄົນ ແລະ ທະຫານສອງໝື່ນຄົນ. ດາວິດໄດ້ຕັດເອັນຂາມ້າທັງໝົດ ຍົກເວັ້ນມ້າສຳລັບລົດຮົບໜຶ່ງຮ້ອຍໂຕ.
5ເມື່ອຊາວອາຣາມແຫ່ງເມືອງດາມັສກັດມາຊ່ວຍກະສັດຮາດາເດເຊແຫ່ງເມືອງໂຊບາ, ດາວິດໄດ້ຂ້າພວກເຂົາ 22.000 ຄົນ. 6ເພິ່ນໄດ້ວາງກຳລັງທະຫານໄວ້ໃນອານາຈັກຂອງຊາວອາຣາມແຫ່ງດາມັສກັດ ແລະ ຊາວອາຣາມກໍຍອມຢູ່ໃຕ້ອໍານາດຂອງເພິ່ນ ແລະ ຕ້ອງນໍາເຄື່ອງບັນນາການມາໃຫ້ເພິ່ນ. ພຣະເຈົ້າຢາເວໄດ້ໃຫ້ໄຊຊະນະແກ່ດາວິດໃນທຸກບ່ອນທີ່ເພິ່ນໄປ.
7ດາວິດໄດ້ນຳເອົາໂລ່ຄຳຂອງບັນດາເຈົ້າໜ້າທີ່ຂອງກະສັດຮາດາເດເຊ ແລະ ໄດ້ນຳໂລ່ເຫລົ່ານັ້ນມາທີ່ເຢຣູຊາເລັມ. 8ດາວິດໄດ້ນຳເອົາທອງສຳລິດເປັນຈຳນວນມະຫາສານມາຈາກເມືອງຕິບຮາດ ແລະ ເມືອງກູນ, ບັນດາເມືອງເຫລົ່ານີ້ຢູ່ພາຍໃຕ້ການປົກຄອງຂອງຮາດາເດເຊ. ເຊິ່ງໂຊໂລໂມນໄດ້ນໍາໃຊ້ທອງສຳຣິດເຫລົ່ານີ້ເຮັດຖັງນໍ້າ, ເສົາ ແລະ ເຄື່ອງໃຊ້ຕ່າງໆ.
9ເມື່ອກະສັດໂຕອີແຫ່ງຮາມັດໄດ້ຍິນຂ່າວວ່າ ດາວິດໄດ້ເອົາຊະນະກອງທັບທັງໝົດຂອງກະສັດຮາດາເດເຊແຫ່ງໂຊບາ, 10ເພິ່ນຈຶ່ງສົ່ງຮາໂດຣາມ ລູກຊາຍຂອງເພິ່ນມາຫາກະສັດດາວິດເພື່ອອວຍພອນເພິ່ນ ແລະ ສະແດງຄວາມດີໃຈນຳໄຊຊະນະຂອງເພິ່ນຕໍ່ກະສັດຮາດາເດເຊ, ຜູ້ທີ່ເຄີຍສູ້ຮົບກັນກັບໂຕອີມາກ່ອນ. ຮາໂດຣາມໄດ້ນຳເຄື່ອງໃຊ້ປະເພດຕ່າງໆທີ່ເຮັດດ້ວຍຄຳ, ເງິນ ແລະ ທອງສໍາລິດມາມອບໃຫ້ກະສັດດາວິດ.
11ກະສັດດາວິດໄດ້ຖວາຍສິ່ງເຫລົ່ານີ້ແກ່ພຣະເຈົ້າຢາເວ ເພິ່ນໄດ້ເຮັດແບບດຽວກັນກັບເງິນ ແລະ ຄໍາທີ່ເພິ່ນໄດ້ມາຈາກຊົນຊາດທັງໝົດເຫລົ່ານີ້ຄື ເອໂດມ, ໂມອາບ, ອຳໂມນ, ຟີລິດສະຕິນ ແລະ ອາມາເຫລັກ.
12ອາບີໄຊ ລູກຊາຍນາງເຊຣູອີຢາໄດ້ຂ້າຊາວເອໂດມ 18.000 ຄົນ ຢູ່ໃນຮ່ອມພູເກືອ. 13ດາວິດໄດ້ວາງກຳລັງທະຫານໄວ້ໃນທົ່ວເອໂດມ ແລະ ຊາວເອໂດມທັງໝົດກໍຍອມຢູ່ໃຕ້ອໍານາດຂອງດາວິດ. ພຣະເຈົ້າຢາເວໄດ້ໃຫ້ໄຊຊະນະແກ່ດາວິດທຸກບ່ອນທີ່ເພິ່ນໄປ.
ບັນດາຂ້າລາຊະການຂອງດາວິດ
14ດາວິດໄດ້ປົກຄອງທົ່ວແດນອິດສະຣາເອນ, ເພິ່ນເຮັດສິ່ງທີ່ຍຸຕິທຳ ແລະ ຖືກຕ້ອງເພື່ອປະຊາຊົນຂອງເພິ່ນທັງໝົດ.
15ໂຢອາບລູກຊາຍນາງເຊຣູອີຢາເປັນຜູ້ບັນຊາການກອງທັບ; ເຢໂຮຊາຟັດ ລູກຊາຍຂອງອາຮີລຸດເປັນຜູ້ຮັບຜິດຊອບບັນທຶກ;
16ຊາດົກລູກຊາຍຂອງອາຮີຕຸບ ແລະ ແລະ ອາຮີເມເຫລັກ ລູກຊາຍຂອງອາບີອາທາເປັນປະໂລຫິດ; ຊະວາຊາເປັນເລຂາທິການ;
17ຊາວເກເຣັດ ແລະ ຊາວເປເລັດເປັນຫົວໜ້າຊາວເກເຣັດ ແລະ ຊາວເປເລັດ; ແລະ ບັນດາລູກຊາຍຂອງກະສັດດາວິດຫົວໜ້າຂອງບັນດາຂ້າລາຊະການໃນຝ່າຍຂອງກະສັດ.