Side by side with the Father's Heart Bible™ ຄອບຄົວຂອງດາວິດ
1ກະສັດຮີຣາມແຫ່ງເມືອງຕີເຣໄດ້ສົ່ງຄະນະທູດມາພົບດາວິດ ພ້ອມທັງຊ່າງກໍ່ຫີນ, ຊ່າງໄມ້ ແລະ ຕົ້ນໄມ້ສີດາມາເພື່ອສ້າງວັງຂອງດາວິດ. 2ແລະ ດາວິດຮູ້ວ່າ ພຣະເຈົ້າຢາເວໄດ້ຕັ້ງເພິ່ນໃຫ້ເປັນກະສັດປົກຄອງເໜືອອິດສະຣາເອນ ແລະ ອານາຈັກຂອງເພິ່ນຈະໄດ້ຮັບການຍົກຂຶ້ນເປັນຢ່າງສູງ ເພື່ອເຫັນແກ່ອິດສະຣາເອນປະຊາຊົນຂອງພຣະອົງ.
3ໃນນະຄອນເຢຣູຊາເລັມດາວິດມີເມຍຕື່ມອີກ ແລະ ມີລູກຊາຍ ແລະ ລູກສາວຫລາຍຄົນ. 4ລູກຂອງເພິ່ນທີ່ໄດ້ເກີດຢູ່ທີ່ນັ້ນມີຊື່ດັ່ງນີ້: ຊາມມູອາ, ໂຊບັບ, ນາທານ, ໂຊໂລໂມນ, 5ອິບຮາ, ເອລີຊູອາ, ເອນເປເລັດ, 6ໂນຄາ, ເນເຟັກ, ຢາເຟຍ, 7ເອລີຊາມາ, ເບເອລີອາດາ, ແລະ ເອລີເຟເລັດ.
ດາວິດເອົາຊະນະຊາວຟີລິດສະຕິນ
8ເມື່ອຊາວຟີລິດສະຕິນໄດ້ຍິນວ່າດາວິດໄດ້ຮັບການຫົດສົງໃຫ້ຂຶ້ນເປັນກະສັດປົກຄອງເໜືອທົ່ວອິດສະຣາເອນທັງໝົດ, ພວກເຂົາຈຶ່ງຍົກທັບມາທັງໝົດເພື່ອຊອກຫາເພິ່ນ, ແຕ່ດາວິດໄດ້ຍິນເລື່ອງນີ້ ແລ້ວຈຶ່ງອອກໄປພົບພວກເຂົາ. 9ເມື່ອຊາວຟີລິດສະຕິນມາຮອດ ແລະ ໄດ້ບຸກເຂົ້າໄປໃນຮ່ອມພູເຣຟາອິມ; 10ດາວິດຈຶ່ງຖາມພຣະເຈົ້າວ່າ: “ຈະໃຫ້ຂ້ານ້ອຍອອກໄປໂຈມຕີພວກຟີລິດສະຕິນບໍ່? ພຣະອົງຈະມອບພວກເຂົາໄວ້ໃນມືຂອງຂ້ານ້ອຍບໍ?” ພຣະເຈົ້າຢາເວໄດ້ຕອບເພິ່ນວ່າ, “ຈົ່ງໄປ, ເຮົາຈະມອບພວກເຂົາໄວ້ໃນມືຂອງເຈົ້າ”.
11ດັ່ງນັ້ນ ດາວິດກັບພວກທະຫານຈຶ່ງຂຶ້ນໄປທີ່ບາອານເປຣາຊິມ, ເພິ່ນໄດ້ເອົາຊະນະພວກເຂົາຢູ່ທີ່ນັ້ນ. ເພິ່ນເວົ້າວ່າ “ພຣະເຈົ້າໄດ້ທໍາລາຍສັດຕູຂອງຂ້າພະເຈົ້າດ້ວຍມືຂອງຂ້າພະເຈົ້າເໝືອນດັ່ງກະແສນໍ້າທີ່ໄຫລທະລຸໄປ” ສະນັ້ນ ບ່ອນນັ້ນຈຶ່ງໄດ້ຖືກເອີ້ນວ່າ ບາອານເປຣາຊິມ. 12ພວກຟີລິດສະຕິນໄດ້ຖິ້ມບັນດາພະຂອງພວກເຂົາໄວ້ຢູ່ທີ່ນັ້ນ ແລະ ດາວິດໄດ້ສັ່ງໃຫ້ຈູດພະເຫລົ່ານັ້ນຖິ້ມ.
13ບໍ່ດົນຕໍ່ມາ ພວກຟີລິດສະຕິນໄດ້ບຸກເຂົ້າໄປໃນຮ່ອມພູແຫ່ງນັ້ນອີກ; 14ດັ່ງນັ້ນ ດາວິດຈຶ່ງຖາມພຣະເຈົ້າອີກ ແລະ ພຣະເຈົ້າໄດ້ຕອບເພິ່ນວ່າ, “ຢ່າບຸກໂຈມຕີທາງດ້ານໜ້າ ແຕ່ຈົ່ງອ້ອມໄປ ແລ້ວບຸກເຂົ້າໂຈມຕີທາງຕໍ່ໜ້າຂອງປ່າຕົ້ນໂພ. 15ເມື່ອເຈົ້າໄດ້ຍິນສຽງຍ່າງເທິງປາຍຕົ້ນໂພ, ຈົ່ງບຸກເຂົ້າໂຈມຕີ ເພາະນັ້ນມີຄວາມໝາຍວ່າພຣະເຈົ້າໄດ້ອອກໄປກ່ອນພວກເຈົ້າແລ້ວ ເພື່ອໂຈມຕີກອງທັບຟີລິດສະຕິນ”. 16ດັ່ງນັ້ນດາວິດໄດ້ເຮັດຕາມທີ່ພຣະເຈົ້າໄດ້ສັ່ງເພິ່ນ ແລະ ພວກເຂົາໄດ້ທຳລາຍກອງທັບຟີລິດສະຕິນຕະຫລອດທາງຕັ້ງແຕ່ເມືອງກີເບໂອນໄປຈົນຮອດເມືອງເກເຊ.
17ຊື່ສຽງຂອງດາວິດຈຶ່ງຊ່າລືໄປທົ່ວທຸກເຂດແດນ ແລະ ພຣະເຈົ້າຢາເວໄດ້ເຮັດໃຫ້ທຸກຊົນຊາດ ເກີດມີຄວາມຢ້ານກົວເພິ່ນ.