Skip to content
The Believer's Library

Biblica® Open Lao Contemporary Version

Romans 16 OLCV

Side by side with the Father's Heart Bible™

ຄຳທັກທາຍ​ສ່ວນຕົວ

1ເຮົາ​ຂໍ​ຝາກ​ນ້ອງສາວ​ຂອງ​ເຮົາ ຄື​ນາງ​ຟອຍເບ ເຊິ່ງ​ເປັນ​ຜູ້ດູແລ​ຂອງ​ຄຣິສຕະຈັກ​ໃນ​ເມືອງ​ເກັນເຂໄອ. 2ເຮົາ​ຂໍ​ໃຫ້​ພວກເຈົ້າ​ຮັບ​ນາງ​ໄວ້​ໃນ​ອົງພຣະຜູ້ເປັນເຈົ້າ​ຕາມ​ສົມຄວນ​ແກ່​ຄົນ​ຂອງ​ພຣະເຈົ້າ ແລະ ຊ່ວຍເຫລືອ​ນາງ​ໃນ​ທຸກສິ່ງ​ທີ່​ນາງ​ຕ້ອງການ ເພາະວ່າ​ນາງ​ເອງ​ໄດ້​ຊ່ວຍເຫລືອ​ຄົນ​ຈໍານວນ​ຫລາຍ​ລວມທັງ​ເຮົາ​ດ້ວຍ.

3ຂໍ​ຝາກ​ຄວາມຄິດເຖິງ​ມາ​ຍັງ​ປີຊະກີລາ ແລະ ອາກີລາ ເພື່ອນຮ່ວມງານ​ຂອງ​ເຮົາ​ໃນ​ພຣະເຢຊູຄຣິດເຈົ້າ. 4ພວກເພິ່ນ​ໄດ້​ສ່ຽງ​ຊີວິດ​ຂອງ​ຕົນ​ເອງ​ເພື່ອ​ເຮົາ. ບໍ່​ພຽງ​ແຕ່​ເຮົາ​ເທົ່ານັ້ນ ແຕ່​ຄຣິສຕະຈັກ​ທັງຫລາຍ​ຂອງ​ຄົນຕ່າງຊາດ​ກໍ​ສຳນຶກ​ໃນ​ບຸນຄຸນ​ຂອງ​ພວກເພິ່ນ​ດ້ວຍ.

5ຂໍ​ຝາກ​ຄວາມຄິດເຖິງ​ມາ​ຍັງ​ຄຣິສຕະຈັກ​ທີ່​ໄດ້​ມາ​ຮ່ວມ​ປະຊຸມ​ທີ່​ເຮືອນ​ຂອງ​ພວກເພິ່ນ​ເໝືອນກັນ. ຂໍ​ຝາກ​ຄວາມຄິດເຖິງ​ມາ​ຍັງ​ເອປາຍເນດ​ເພື່ອນ​ທີ່ຮັກ​ຂອງ​ເຮົາ ເຊິ່ງ​ເປັນ​ຄົນ​ທຳອິດ​ໃນ​ແຂວງ​ເອເຊຍ​ທີ່​ກັບໃຈ​ມາ​ເຊື່ອ​ໃນ​ພຣະຄຣິດເຈົ້າ.

6ຂໍ​ຝາກ​ຄວາມຄິດເຖິງ​ມາ​ຍັງ​ນາງ​ມາຣີ ຜູ້​ທີ່​ໄດ້​ເຮັດວຽກ​ຢ່າງ​ໜັກໜ່ວງ​ເພື່ອ​ພວກເຈົ້າ​ທັງຫລາຍ.

7ຂໍ​ຝາກ​ຄວາມຄິດເຖິງ​ມາ​ຍັງ​ອັນດາໂຣນິໂກ ແລະ ນາງ​ຢູເນຍ ຍາດຕິພີ່ນ້ອງ​ຂອງ​ເຮົາ​ທີ່​ເຄີຍ​ຕິດ​ຄຸກ​ກັບ​ເຮົາ. ພວກເພິ່ນ​ເປັນ​ຄົນ​ມີ​ຊື່​ສຽງ​ດີ​ໃນ​ທ່າມກາງ​ພວກ​ອັກຄະສາວົກ ແລະ ມາ​ເຊື່ອ​ໃນ​ພຣະຄຣິດເຈົ້າ​ກ່ອນ​ເຮົາ​ດ້ວຍ.

8ຂໍ​ຝາກ​ຄວາມຄິດເຖິງ​ມາ​ຍັງ​ອຳເປຍ ຜູ້​ເປັນ​ທີ່ຮັກ​ຂອງ​ເຮົາ​ໃນ​ອົງພຣະຜູ້ເປັນເຈົ້າ.

9ຂໍ​ຝາກ​ຄວາມຄິດເຖິງ​ມາ​ຍັງ​ອູຣະບານ​ເພື່ອນຮ່ວມງານ​ຂອງ​ພວກເຮົາ​ໃນ​ພຣະຄຣິດເຈົ້າ ແລະ ຊະຕາຂີ​ເພື່ອນ​ທີ່ຮັກ​ຂອງ​ເຮົາ.

10ຂໍ​ຝາກ​ຄວາມຄິດເຖິງ​ມາ​ຍັງ​ອະເປເລ ຜູ້​ທີ່​ຈົງຮັກພັກດີ​ຕໍ່​ພຣະຄຣິດເຈົ້າ. ຂໍ​ຝາກ​ຄວາມຄິດເຖິງ​ມາ​ຍັງ​ບັນດາ​ຜູ້​ທີ່​ຢູ່​ໃນ​ຄອບຄົວ​ຂອງ​ອາຣິສະໂຕບູໂລ.

11ຂໍ​ຝາກ​ຄວາມຄິດເຖິງ​ມາ​ຍັງ​ເຮໂຣດີໂອນ ຍາດພີ່ນ້ອງ​ຂອງ​ເຮົາ. ຂໍ​ຝາກ​ຄວາມຄິດເຖິງ​ມາ​ຍັງ​ຄອບຄົວ​ຂອງ​ນາຣະກິດ ຜູ້​ທີ່​ຢູ່​ໃນ​ອົງພຣະຜູ້ເປັນເຈົ້າ.

12ຂໍ​ຝາກ​ຄວາມຄິດເຖິງ​ມາ​ຍັງ​ນາງ​ຕີຝາຍນາ ແລະ ນາງ​ທີໂຟຊາ ແມ່ຍິງ​ທີ່​ໄດ້​ເຮັດວຽກ​ຢ່າງ​ໜັກໜ່ວງ​ໃນ​ອົງພຣະຜູ້ເປັນເຈົ້າ. ຂໍ​ຝາກ​ຄວາມຄິດເຖິງ​ມາ​ຍັງ​ເປຊີດາ​ເພື່ອນ​ທີ່ຮັກ​ຂອງ​ເຮົາ ແມ່ຍິງ​ອີກ​ຄົນ​ໜຶ່ງ​ທີ່ໄດ້​ເຮັດວຽກ​ຢ່າງ​ໜັກໜ່ວງ​ໃນ​ອົງພຣະຜູ້ເປັນເຈົ້າ.

13ຂໍ​ຝາກ​ຄວາມຄິດເຖິງ​ມາ​ຍັງ​ຣູໂຟ ຜູ້​ທີ່​ເລືອກ​ໄວ້​ໃນ​ອົງພຣະຜູ້ເປັນເຈົ້າ ແລະ ແມ່​ຂອງ​ເພິ່ນ​ຜູ້​ທີ່​ເປັນ​ແມ່​ຂອງ​ເຮົາ​ດ້ວຍ.

14ຂໍ​ຝາກ​ຄວາມຄິດເຖິງ​ມາ​ຍັງ​ອາຊິນກຣິດ, ຟະເລໂກນ, ເຮຣະເມ, ປະໂຕບາ, ເຮຣະມາ ແລະ ບັນດາ​ພີ່ນ້ອງ​ທີ່​ຢູ່​ກັບ​ພວກເພິ່ນ.

15ຂໍ​ຝາກ​ຄວາມຄິດເຖິງ​ມາ​ຍັງ​ຟີໂລໂລກ, ຢູລີອາ, ເນເຣ​ກັບ​ນ້ອງສາວ​ຂອງ​ເພິ່ນ ແລະ ໂອລິມປາ​ກັບ​ຄົນ​ຂອງ​ພຣະເຈົ້າ​ທຸກ​ຄົນ​ທີ່​ຢູ່​ກັບ​ພວກເພິ່ນ.

16ຈົ່ງ​ທັກທາຍ​ກັນ​ດ້ວຍ​ການ​ຈູບ​ອັນ​ບໍລິສຸດ. ຄຣິສຕະຈັກ​ທັງຫລາຍ​ຂອງ​ພຣະຄຣິດເຈົ້າ ຂໍ​ຝາກ​ຄວາມຄິດເຖິງ​ມາ​ຍັງ​ພວກເຈົ້າ​ທັງຫລາຍ​ດ້ວຍ.

17ພີ່ນ້ອງ​ທັງຫລາຍ ເຮົາ​ຂໍ​ໃຫ້​ພວກເຈົ້າ​ລະວັງ​ບັນດາ​ຜູ້​ທີ່​ເປັນເຫດ​ໃຫ້​ເກີດ​ຄວາມແຕກແຍກ ແລະ ເປັນເຫດ​ໃຫ້​ພວກເຈົ້າ​ສະດຸດ ເຊິ່ງ​ຂັດ​ກັບ​ຫລັກຄຳສອນ​ທີ່​ພວກເຈົ້າ​ໄດ້​ຮຽນ​ມາ​ແລ້ວ. ຈົ່ງ​ຢູ່​ຫ່າງ​ຈາກ​ຄົນ​ພວກເຂົາ. 18ດ້ວຍວ່າ ຄົນ​ຢ່າງນີ້​ບໍ່​ໄດ້​ຮັບໃຊ້​ພຣະຄຣິດເຈົ້າ​ຂອງ​ພວກເຮົາ ແຕ່​ພວກເຂົາ​ເຮັດ​ເພື່ອ​ປາກ​ເພື່ອ​ທ້ອງ​ຂອງ​ຕົນ​ເອງ. ພວກເຂົາ​ລໍ້ລວງ​ຄົນຊື່​ດ້ວຍ​ຄຳເວົ້າ​ອັນ​ອ່ອນຫວານ ແລະ ຄຳຍ້ອງຍໍ​ທີ່​ບໍ່​ຈິງໃຈ. 19ຄົນ​ທັງຫລາຍ​ໄດ້​ຍິນ​ເຖິງ​ການເຊື່ອຟັງ​ຂອງ​ພວກເຈົ້າ​ແລ້ວ, ເຮົາ​ຈຶ່ງ​ຊື່ນຊົມຍິນດີ​ນໍາ​ພວກເຈົ້າ ແຕ່​ເຮົາ​ກໍ​ຢາກ​ໃຫ້​ພວກເຈົ້າ​ສະຫລາດ​ໃນ​ສິ່ງ​ທີ່​ດີ ແລະ ເປັນ​ຄົນໂງ່​ໃນ​ສິ່ງ​ທີ່​ຊົ່ວຮ້າຍ.

20ຍັງ​ອີກ​ບໍ່​ດົນ​ພຣະເຈົ້າ​ແຫ່ງ​ສັນຕິສຸກ​ຈະ​ທຳລາຍ​ຊາຕານ​ໄວ້​ໃຕ້​ຕີນ​ຂອງ​ພວກເຈົ້າ. ຂໍ​ໃຫ້​ພຣະຄຸນ​ຂອງ​ພຣະເຢຊູເຈົ້າ ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ​ສະຖິດ​ຢູ່​ກັບ​ພວກເຈົ້າ​ທັງຫລາຍ.

21ຕີໂມທຽວ ເພື່ອນຮ່ວມງານ​ຂອງ​ເຮົາ​ກັບ​ລູກີໂອ, ຢາໂຊນ ແລະ ໂຊຊີປາໂທ ຍາດພີ່ນ້ອງ​ຂອງ​ເຮົາ ກໍ​ຂໍ​ຝາກ​ຄວາມຄິດເຖິງ​ມາ​ຍັງ​ເຈົ້າ​ທັງຫລາຍ​ດ້ວຍ.

22ເຮົາ​ຄື ເຕຣະຕຽວ​ຜູ້​ຂຽນ​ຈົດໝາຍ​ສະບັບ​ນີ້ ຂໍ​ຝາກ​ຄວາມຄິດເຖິງ​ມາ​ຍັງ​ພວກເຈົ້າ​ໃນ​ອົງພຣະຜູ້ເປັນເຈົ້າ.

23ທ່ານ​ໄຄໂຢ ຜູ້​ທີ່​ມີ​ນໍ້າໃຈ​ຕ້ອນຮັບ​ເຮົາ​ກັບ​ທັງ​ຄຣິສຕະຈັກ​ບ່ອນ​ນີ້ ກໍ​ໄດ້​ຝາກ​ຄວາມຄິດເຖິງ​ມາ​ຍັງ​ພວກເຈົ້າ​ດ້ວຍ. ເອຣາຊະໂຕ ຜູ້​ອຳນວຍການ​ຝ່າຍ​ກິດຈະການ​ສາທາລະນະ​ຂອງ​ເມືອງ​ນີ້ ແລະ ກູອາໂຕ ພີ່ນ້ອງ​ຂອງ​ພວກເຮົາ ກໍ​ໄດ້​ຝາກ​ຄວາມຄິດເຖິງ​ມາ​ຍັງ​ພວກເຈົ້າ.

24ຂໍ​ໃຫ້​ພຣະຄຸນ​ແຫ່ງ​ພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າ​ຂອງ​ເຮົາ​ຢູ່​ກັບ​ພວກເຈົ້າ​ທຸກຄົນ ອາແມນ.

25ບັດນີ້ ແດ່​ພຣະອົງ​ຜູ້​ສາມາດ​ເຮັດ​ໃຫ້​ພວກເຈົ້າ​ຕັ້ງໝັ້ນຄົງ​ຢູ່​ໂດຍ​ຂ່າວປະເສີດ​ຂອງ​ເຮົາ​ຄື ຂໍ້ຄວາມ​ທີ່​ເຮົາ​ໄດ້​ປະກາດ​ເລື່ອງ​ພຣະເຢຊູຄຣິດເຈົ້າ ເຊິ່ງ​ສອດຄ່ອງ​ກັບ​ການເປິດເຜິຍ​ຂໍ້ເລິກລັບ​ທີ່​ໄດ້​ປິດບັງ​ໄວ້​ຕັ້ງແຕ່​ເວລາ​ດົນນານ​ຜ່ານ​ມາ, 26ແຕ່​ບັດນີ້ ໄດ້​ຖືກ​ເປີດເຜີຍ ແລະ ເຮັດ​ໃຫ້​ເປັນ​ທີ່​ຮູ້ຈັກ​ຜ່ານທາງ​ຂໍ້ຂຽນ​ຕ່າງໆ​ຂອງ​ການທຳນວາຍ​ຕາມ​ຄຳສັ່ງ​ຂອງ​ພຣະເຈົ້າ​ອົງ​ນິລັນດອນ ເພື່ອ​ຄົນຕ່າງຊາດ​ທັງປວງ​ຈະ​ໄດ້​ມາ​ເຊື່ອຟັງ​ພຣະອົງ​ໂດຍ​ທາງ​ຄວາມເຊື່ອ 27ແດ່​ພຣະເຈົ້າ​ຜູ້​ດຽວ​ຜູ້​ປ່ຽມ​ດ້ວຍ​ສະຕິປັນຍາ​ໄດ້​ຮັບ​ສະຫງ່າລາສີ​ຕະຫລອດໄປ​ເປັນນິດ​ທາງ​ພຣະເຢຊູຄຣິດເຈົ້າ! ອາແມນ.

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]