1ຜູ້ທີ່ປະທັບຕາຂໍ້ຕົກລົງມີດັ່ງນີ້: ຜູ້ປົກຄອງມີ: ເນເຫມີຢາ ລູກຊາຍຂອງຮາກາລີຢາ. ເຊເດກີຢາ,
2ເສຣາອີຢາ, ອາຊາຣີຢາ, ເຢເຣມີຢາ,
3ປັດຊູ, ອາມາຣີຢາ, ມັນກີຢາ,
4ຮັດຕຸຊະ, ເຊບານີຢາ, ມັນລຸກ,
5ຮາຣິມ, ເມເຣໂມດ, ໂອບາດີຢາ,
6ດານີເອນ, ກິນເນໂທນ, ບາຣຸກ,
7ເມຊຸນລຳ, ອາບີຢາ, ມີຢາມິນ,
8ມາອາຊີຢາ, ບິນກາຍ ແລະ ເຊມາອີຢາ. ຄົນເຫລົ່ານີ້ແມ່ນປະໂລຫິດ.
9ຄົນເລວີມີ: ເຢຊູອາ ລູກຊາຍຂອງອາຊານີຢາ, ບິນນູອີຄົນໃນເຊື້ອສາຍຂອງເຮນາດາດ, ກາດມີເອນ,
10ແລະ ພັກພວກຂອງພວກເຂົາມີ: ເຊບານີຢາ, ໂຮດີຢາ, ເກລີຕາ, ເປລາອີຢາ, ຮານານ,
11ມີກາ, ເຣໂຮບ, ຮາຊາບີຢາ,
12ຊັກກູເຣ, ເຊເຣບີຢາ, ເຊບານີຢາ,
13ໂຮດີຢາ, ບານີ ແລະ ເບນີນູ.
14ບັນດາຜູ້ນຳປະຊາຊົນມີ: ປາຣົດ, ປາຮາດໂມອາບ, ເອລາມ, ຊັດຕຸ, ບານີ,
15ບັນນີ, ອາຊະກາດ, ເບບາຍ,
16ອາໂດນີຢາ, ບິກໄຫວ, ອາດິນ,
17ອາເຕ, ເຮເຊກີຢາ, ອັດຊູຣະ,
18ໂຮດີຢາ, ຮາຊຸມ, ເບໄຊ,
19ຮາຣິບ, ອານາທົດ, ເນບາຍ,
20ມາກາປີອັດຊະ, ເມຊຸນລຳ, ເຮສີຣະ,
21ເມເຊຊາເບນ, ຊາດົກ, ຢັດດູອາ,
22ເປລາຕີຢາ, ຮານານ, ອານາອີຢາ,
23ໂຮເຊຢາ, ຮານານີຢາ, ຮັດຊຸບ,
24ຮັນໂລເຮັດ, ປິນຮາ, ໂຊເບັກ,
25ເຣຮຸມ, ຮາຊັບນາ, ມາອາເສອີຢາ,
26ອາຮີຢາ, ຮານານ, ອານານ,
27ມັນລຸກ, ຮາຣິມ ແລະ ບາອານາ.
28“ປະຊາຊົນຄົນທີ່ເຫລືອ ທັງປະໂລຫິດ, ຄົນເລວີ, ຄົນເຝົ້າຍາມປະຕູວິຫານ, ຄະນະນັກຮ້ອງ, ຜູ້ຮັບໃຊ້ໃນວິຫານ ແລະ ທຸກຄົນທີ່ແຍກໂຕເອງອອກຈາກຊົນຊາດໃກ້ຄຽງເພາະເຫັນແກ່ກົດບັນຍັດຂອງພຣະເຈົ້າ ພ້ອມທັງເມຍ ແລະ ລູກຊາຍລູກສາວທີ່ສາມາດເຂົ້າໃຈ. 29ທັງໝົດເຫລົ່ານີ້ໄດ້ຮ່ວມກັບພີ່ນ້ອງບັນດາຂຸນນາງ ແລະ ໄດ້ປະຕິຍານຕົນພ້ອມທີ່ຈະຮັບຄຳສາບແຊ່ງຂອງພຣະເຈົ້າ ຖ້າບໍ່ປະຕິບັດຕາມກົດບັນຍັດຂອງພຣະເຈົ້າທີ່ໄດ້ໃຫ້ໄວ້ຜ່ານທາງໂມເຊຜູ້ຮັບໃຊ້ຂອງພຣະອົງ ແລະ ທີ່ຈະເຊື່ອຟັງຄຳສັ່ງ, ກົດລະບຽບ ແລະ ດຳລັດທັງໝົດຂອງພຣະເຈົ້າຢາເວ ອົງພຣະຜູ້ເປັນເຈົ້າຂອງພວກເຮົາ.
30“ພວກເຮົາສັນຍາວ່າຈະບໍ່ຍົກລູກສາວຂອງພວກເຮົາໃຫ້ແຕ່ງງານກັບຄົນອ້ອມຂ້າງ ແລະ ບໍ່ຮັບລູກສາວຂອງພວກເຂົາມາໃຫ້ລູກຊາຍຂອງພວກເຮົາ.
31“ເມື່ອຊົນຊາດເພື່ອນບ້ານນຳສິນຄ້າ ຫລື ເມັດພືດມາຂາຍໃນວັນຊະບາໂຕ ພວກເຮົາຈະບໍ່ຊື້ຈາກພວກເຂົາໃນວັນຊະບາໂຕ ຫລື ວັນບໍລິສຸດອື່ນໆ. ທຸກປີທີເຈັດພວກເຮົາຈະໃຫ້ດິນແດນພັກຈາກການໄຖດິນ ແລະ ຈະຍົກເລີກໜີ້ທັງໝົດ.
32“ພວກເຮົາມີໜ້າທີ່ຮັບຜິດຊອບໃນການຈະປະຕິບັດຕາມຄຳສັ່ງເຫລົ່ານີ້ໂດຍໃຫ້ເງິນປີລະໜຶ່ງໃນສາມເສເຂນ ສຳລັບການປະຕິບັດໃນວິຫານຂອງພຣະເຈົ້າຂອງພວກເຮົາ 33ສຳລັບເຂົ້າຈີ່ທີ່ວາງໄວ້ເທິງໂຕະ; ສຳລັບເມັດພືດບູຊາ ແລະ ເຄື່ອງເຜົາບູຊາ; ສຳລັບເຄື່ອງຖວາຍໃນວັນຊະບາໂຕ, ເທດສະການເດືອນຂຶ້ນໃໝ່ ແລະ ເທດສະການຕ່າງໆຕາມກຳນົດ; ສຳລັບເຄື່ອງຖວາຍສັກສິດ; ສຳລັບເຄື່ອງບູຊາໄຖ່ບາບເພື່ອລຶບລ້າງບາບໃຫ້ອິດສະຣາເອນ ແລະ ສຳລັບກິດຈະການທັງໝົດກ່ຽວກັບວິຫານຂອງພຣະເຈົ້າຂອງພວກເຮົາ.
34“ພວກເຮົາຄືປະໂລຫິດ, ຄົນເລວີ ແລະ ປະຊາຊົນໄດ້ຈັບສະຫລາກຈັດຜຽນໃຫ້ແຕ່ລະຄອບຄົວນຳເອົາຟືນມາຍັງວິຫານຂອງພຣະເຈົ້າຂອງພວກເຮົາຕາມກຳນົດເວລາຂອງແຕ່ລະປີສຳລັບເຜົາເທິງແທ່ນບູຊາຂອງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາ, ຕາມທີ່ມີຂຽນໄວ້ໃນກົດບັນຍັດ.
35“ແຕ່ລະປີພວກເຮົາຍັງມີໜ້າທີ່ຮັບຜິດຊອບນຳຜົນທຳອິດຂອງການເກັບກ່ຽວ ແລະ ຫມາກໄມ້ທຸກຊະນິດມາຍັງວິຫານຂອງພຣະເຈົ້າຢາເວ.
36“ພວກເຮົາຈະນຳລູກຊາຍກົກຂອງພວກເຮົາ ແລະ ລູກຫົວປີຈາກຝູງສັດຂອງພວກເຮົາ, ຈາກທັງຝູງແບ້, ຝູງແກະກັບຝູງງົວຂອງພວກເຮົາມາຍັງວິຫານຂອງພຣະເຈົ້າຂອງພວກເຮົາ ແລ້ວມອບໃຫ້ປະໂລຫິດທີ່ຮັບໃຊ້ຢູ່ທີ່ນັ້ນຕາມທີ່ບັນທຶກໄວ້ໃນກົດບັນຍັດ.
37“ນອກຈາກນັ້ນ, ພວກເຮົາຈະນຳຜົນຜະລິດຕ່າງໆມາໃຫ້ປະໂລຫິດເກັບໄວ້ໃນຄັງຂອງວິຫານຂອງພຣະເຈົ້າຂອງພວກເຮົາ ເຊິ່ງມີຜົນທຳອິດຂອງພືດສຳລັບອາຫານ, ເມັດພືດບູຊາ, ໝາກໄມ້ຈາກຕົ້ນໄມ້ທັງໝົດຂອງພວກເຮົາ ແລະ ເຫລົ້າອະງຸ່ນໃໝ່ ແລະ ນ້ຳມັນໝາກກອກ ແລະ ພວກເຮົາຈະນຳເອົາໜຶ່ງສ່ວນສິບຂອງພືດຜົນມາມອບໃຫ້ແກ່ຄົນເລວີ, ເພາະຄົນເລວີເປັນຜູ້ທີ່ຮວບຮວມສິບລົດໃນເມືອງຕ່າງໆທີ່ພວກເຮົາທຳງານ. 38ປະໂລຫິດທີ່ສືບເຊື້ອສາຍມາຈາກອາໂຣນຈະຕ້ອງຢູກັບຄົນເລວີຂະນະທີ່ພວກເຂົາຮັບເອົາສິບລົດ ແລະ ຄົນເລວີຈະນຳເອົາໜຶ່ງສ່ວນສິບຂອງສິບລົດທັງໝົດນັ້ນມາເກັບໄວ້ໃນວິຫານຂອງພຣະເຈົ້າຂອງພວກເຮົາ, ທີ່ຫ້ອງເກັບເຄື່ອງໃນຄັງ. 39ປະຊາຊົນອິດສະຣາເອນ ລວມທັງຄົນເລວີຈະຕ້ອງນຳຂອງຖວາຍຕ່າງໆ ຄືເມັດພືດ, ເຫລົ້າອະງຸ່ນໃໝ່ ແລະ ນ້ຳມັນໝາກກອກມາຍັງຄັງ ເຊິ່ງເປັນບ່ອນເກັບເຄື່ອງໃຊ້ຕ່າງໆຂອງສະຖານນະມັດສະການ ແລະ ບ່ອນທີ່ປະໂລຫິດຜູ້ຮັບໃຊ້, ຄົນເຝົ້າຍາມປະຕູ ແລະ ຄະນະນັກຮ້ອງພັກອາໄສຢູ່. “ພວກເຮົາຈະບໍ່ລະເລີຍວິຫານຂອງພຣະເຈົ້າຂອງພວກເຮົາ”.