Skip to content
The Believer's Library

Biblica® Open Lao Contemporary Version

Matthew 8 OLCV

Show OLCV only
Verse × ×
1 When he came down from the mountain, great crowds followed him. ເມື່ອ​ພຣະເຢຊູເຈົ້າ​ລົງ​ມາ​ຈາກ​ພູ​ແລ້ວ, ຄົນ​ເປັນ​ຈຳນວນ​ຫລວງຫລາຍ​ໄດ້​ຕິດຕາມ​ພຣະອົງ​ມາ.
2 A man with leprosy approached, knelt before him, saying, "Lord, if you're willing, you can make me clean." ມີ​ຊາຍ​ຄົນ​ໜຶ່ງ​ທີ່​ເປັນ​ພະຍາດຂີ້ທູດ​ໄດ້​ມາ​ຄຸເຂົ່າ​ລົງ​ຕໍ່ໜ້າ​ພຣະອົງ ແລະ ເວົ້າ​ວ່າ, “ອົງພຣະຜູ້ເປັນເຈົ້າ​ເອີຍ, ຖ້າ​ພຣະອົງ​ພໍໃຈ, ພຣະອົງ​ກໍ​ສາມາດ​ເຮັດ​ໃຫ້​ຂ້ານ້ອຍ​ດີ​ສະອາດ​ໄດ້”.
3 Jesus reached out his hand and touched him: "I am willing; be clean." His leprosy vanished at once. ພຣະເຢຊູເຈົ້າ​ເດ່​ມື​ອອກ​ໄປ​ແຕະຕ້ອງ​ລາວ ແລະ ກ່າວ​ວ່າ, “ເຮົາ​ພໍໃຈ​ຈະ​ຮັກສາ, ຈົ່ງ​ດີ​ສະອາດ​ສາ!” ໃນ​ທັນໃດ​ນັ້ນ ຊາຍ​ຜູ້​ນັ້ນ​ກໍ​ດີ​ຈາກ​ພະຍາດຂີ້ທູດ.
4 Jesus told him, "Tell no one, but go show yourself to the priest and offer the gift Moses commanded, as testimony to them." ແລ້ວ​ພຣະເຢຊູເຈົ້າ​ໄດ້​ກ່າວ​ກັບ​ລາວ​ວ່າ, “ຈົ່ງ​ລະວັງ ຢ່າ​ບອກ​ເລື່ອງ​ນີ້​ແກ່​ຜູ້ໃດ. ແຕ່​ຈົ່ງ​ໄປ​ສະແດງ​ໂຕ​ຕໍ່​ປະໂລຫິດ ແລະ ຖວາຍ​ເຄື່ອງບູຊາ​ຕາມ​ທີ່​ໂມເຊ​ໄດ້​ສັ່ງ​ໄວ້, ເພື່ອ​ເປັນ​ພະຍານ​ແກ່​ຄົນ​ທັງຫລາຍ​ວ່າ​ເຈົ້າ​ດີ​ສະອາດ​ແລ້ວ”.
5 When he entered Capernaum, a centurion came to him, appealing to him, ເມື່ອ​ພຣະເຢຊູເຈົ້າ​ໄດ້​ເຂົ້າ​ໄປ​ໃນ​ເມືອງ​ກາເປນາອູມ​ແລ້ວ, ມີ​ນາຍຮ້ອຍ​ຜູ້​ໜຶ່ງ​ມາ​ຫາ​ພຣະອົງ​ເພື່ອ​ຂໍ​ຄວາມຊ່ວຍເຫລືອ.
6 and saying, "Lord, my servant is lying at home paralyzed, suffering terribly." ລາວ​ກ່າວ​ວ່າ, “ອົງພຣະຜູ້ເປັນເຈົ້າ​ເອີຍ, ຄົນຮັບໃຊ້​ຂອງ​ຂ້ານ້ອຍ​ນອນ​ປ່ວຍ​ເປັນ​ອຳມະພາດ​ຢູ່​ທີ່​ເຮືອນ ທົນທຸກ​ທໍລະມານ​ຫລາຍ”.
7 He said to him, "I will come and heal him." ພຣະເຢຊູເຈົ້າ​ກ່າວ​ແກ່​ນາຍຮ້ອຍ​ນັ້ນ​ວ່າ, “ຈະ​ໃຫ້​ເຮົາ​ໄປ​ຮັກສາ​ລາວ​ບໍ?”
8 The centurion replied, "Lord, I'm not worthy for you to come under my roof; just say the word, and my servant will be healed. ແຕ່​ນາຍຮ້ອຍ​ຜູ້​ນັ້ນ​ຕອບ​ວ່າ, “ອົງພຣະຜູ້ເປັນເຈົ້າ​ເອີຍ, ຂ້ານ້ອຍ​ບໍ່​ສົມຄວນ​ທີ່​ຈະ​ໃຫ້​ພຣະອົງ​ເຂົ້າ​ໄປ​ໃນ​ລຸ່ມ​ຫລັງຄາ​ເຮືອນ​ຂອງ​ຂ້ານ້ອຍ. ຂໍ​ພຽງ​ແຕ່​ພຣະອົງ​ກ່າວ​ເທົ່ານັ້ນ, ແລ້ວ​ຄົນຮັບໃຊ້​ຂອງ​ຂ້ານ້ອຍ​ກໍ​ຈະ​ຫາຍດີ.
9 For I too am a man under authority, with soldiers under me. I tell one, 'Go,' and he goes; another, 'Come,' and he comes; my servant, 'Do this,' and he does it." ເພາະວ່າ​ຂ້ານ້ອຍ​ເອງ​ຢູ່​ໃຕ້​ບັງຄັບບັນຊາ, ມີ​ທະຫານ​ທີ່​ຢູ່​ໃຕ້​ບັງຄັບບັນຊາ​ຂອງ​ຂ້ານ້ອຍ​ດ້ວຍ. ຂ້ານ້ອຍ​ສັ່ງ​ຄົນ​ນີ້​ວ່າ, ‘ໄປ’ ແລ້ວ​ລາວ​ກໍ​ໄປ, ສັ່ງ​ຄົນ​ນັ້ນ​ວ່າ, ‘ມາ’ ແລ້ວ​ລາວ​ກໍ​ມາ. ຂ້ານ້ອຍ​ສັ່ງ​ຄົນຮັບໃຊ້​ວ່າ, ‘ຈົ່ງ​ເຮັດ​ສິ່ງ​ນີ້’ ແລ້ວ​ລາວ​ກໍ​ເຮັດ​ຕາມ”.
10 Hearing this, Jesus was amazed and told his followers, "Truly, I tell you, I have found no one in Israel with such faith. ເມື່ອ​ພຣະເຢຊູເຈົ້າ​ໄດ້​ຍິນ​ດັ່ງນັ້ນ. ພຣະອົງ​ກໍ​ປະຫລາດໃຈ ແລະ ກ່າວ​ກັບ​ບັນດາ​ຜູ້​ທີ່​ຕິດຕາມ​ພຣະອົງ​ມາ​ນັ້ນ​ວ່າ, “ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ເຮົາ​ບໍ່​ເຄີຍ​ພົບ​ຜູ້ໃດ​ໃນ​ອິດສະຣາເອນ​ທີ່​ມີ​ຄວາມເຊື່ອ​ໃຫຍ່​ເທົ່າ​ນີ້.
11 I tell you, many will come from east and west and sit at the table with Abraham, Isaac, and Jacob in our Father's kingdom, ເຮົາ​ບອກ​ພວກເຈົ້າ​ທັງຫລາຍ​ວ່າ, ຄົນ​ເປັນ​ຈຳນວນ​ຫລາຍ​ຈາກ​ທິດຕາເວັນອອກ ແລະ ທິດຕາເວັນຕົກ ຈະ​ເຂົ້າ​ມາ​ນັ່ງ​ປະຈຳ​ທີ່​ຂອງ​ຕົນ​ໃນ​ງານລ້ຽງ​ຮ່ວມ​ກັບ​ອັບຣາຮາມ, ອີຊາກ ແລະ ຢາໂຄບ​ໃນ​ອານາຈັກ​ສະຫວັນ.
12 but the kingdom's sons will be thrown into the outer darkness, where there will be weeping and grinding of teeth." ແຕ່​ພົນລະເມືອງ​ຂອງ​ອານາຈັກ​ນັ້ນ​ຈະ​ຖືກ​ໂຍນຖິ້ມ​ອອກ​ໄປ​ຂ້າງນອກ​ຢູ່​ໃນ​ຄວາມມືດ ບ່ອນ​ທີ່​ຈະ​ມີ​ການຮ້ອງໄຫ້ ແລະ ຂົບແຂ້ວຄ້ຽວຟັນ”.
13 Jesus told the centurion, "Go, let it be done for you as you believed." His servant was healed that hour. ແລ້ວ​ພຣະເຢຊູເຈົ້າ​ກໍ​ກ່າວ​ກັບ​ນາຍຮ້ອຍ​ນັ້ນ​ວ່າ, “ຈົ່ງ​ໄປ​ສາ, ໃຫ້​ເປັນ​ໄປ​ຕາມ​ທີ່​ເຈົ້າ​ໄດ້​ເຊື່ອ”. ແລະ ຄົນຮັບໃຊ້​ຂອງ​ລາວ​ກໍ​ຫາຍດີ​ໃນ​ຊົ່ວໂມງ​ນັ້ນ.
14 When Jesus entered Peter's house, he saw Peter's mother-in-law lying in bed with a fever. ເມື່ອ​ພຣະເຢຊູເຈົ້າ​ໄດ້​ເຂົ້າ​ໄປ​ໃນ​ເຮືອນ​ຂອງ​ເປໂຕ, ພຣະອົງ​ໄດ້​ເຫັນ​ແມ່​ເມຍ​ຂອງ​ເປໂຕ​ນອນ​ເປັນ​ໄຂ້​ຢູ່​ເທິງ​ຕຽງ.
15 He touched her hand; the fever left her, and she rose and served him. ພຣະອົງ​ຈັບ​ມື​ຂອງ​ນາງ ແລະ ໄຂ້​ກໍ​ຫາຍດີ, ແລ້ວ​ນາງ​ຈຶ່ງ​ລຸກຂຶ້ນ ແລະ ເຝົ້າ​ຮັບໃຊ້​ພຣະອົງ.
16 That evening they brought him many oppressed by demons; he expelled the spirits with a word and healed everyone sick. ເມື່ອ​ເວລາ​ຄ່ຳ​ມາ, ພວກເຂົາ​ກໍ​ໄດ້​ພາ​ບັນດາ​ຄົນ​ທີ່​ມີ​ຜີມານຮ້າຍ​ເຂົ້າ​ສິງ​ມາ​ຫາ​ພຣະອົງ ແລະ ພຣະອົງ​ໄດ້​ຂັບໄລ່​ຜີມານຮ້າຍ​ເຫລົ່ານັ້ນ​ອອກ​ດ້ວຍ​ຄຳສັ່ງ​ຂອງ​ພຣະອົງ ແລະ ໄດ້​ຮັກສາ​ຄົນ​ເຈັບໄຂ້​ທັງໝົດ.
17 This fulfilled the prophet Isaiah's words: "He took our weaknesses and carried our diseases." ນີ້​ແມ່ນ​ເພື່ອ​ໃຫ້​ສຳເລັດ​ຕາມ​ທີ່​ໄດ້​ກ່າວ​ໄວ້​ຜ່ານ​ທາງ​ຜູ້ທຳນວາຍ​ເອຊາຢາ​ວ່າ: “ພຣະອົງ​ໄດ້​ຮັບ​ຄວາມເຈັບປ່ວຍ​ທັງຫລາຍ​ຂອງ​ພວກເຮົາ ແລະ ແບກ​ຮັບ​ພະຍາດ​ຕ່າງໆ​ຂອງ​ພວກເຮົາ​ໄວ້”.
18 When Jesus saw a crowd around him, he ordered them to cross to the other side. ເມື່ອ​ພຣະເຢຊູເຈົ້າ​ເຫັນ​ວ່າ​ປະຊາຊົນ​ມາ​ອ້ອມຮອບ​ພຣະອົງ​ຢູ່, ພຣະອົງ​ຈຶ່ງ​ສັ່ງ​ໃຫ້​ຂ້າມ​ທະເລສາບ​ໄປ​ອີກ​ຟາກ​ໜຶ່ງ.
19 And a scribe came up and said to him, "Teacher, I will follow you wherever you go." ແລ້ວ​ມີ​ຄູສອນກົດບັນຍັດ​ຄົນ​ໜຶ່ງ​ມາ​ຫາ​ພຣະອົງ ແລະ ເວົ້າ​ວ່າ, “ອາຈານ​ເອີຍ, ຂ້ານ້ອຍ​ຈະ​ຕິດຕາມ​ພຣະອົງ​ບໍ່​ວ່າ​ພຣະອົງ​ຈະ​ໄປ​ບ່ອນໃດ”.
20 Jesus told him, "Foxes have dens and birds of the sky have nests, but the Son of Man has nowhere to lay his head." ພຣະເຢຊູເຈົ້າ​ຕອບ​ວ່າ, “ໝາຈິ້ງຈອກ​ຍັງ​ມີ​ໂຜ້ງ​ນອນ ແລະ ນົກ​ກໍ​ຍັງ​ມີ​ຮັງ, ແຕ່​ບຸດມະນຸດ​ບໍ່​ມີ​ບ່ອນ​ທີ່​ຈະ​ວາງ​ຫົວ​ລົງ”.
21 Another of the disciples said to him, "Lord, let me first go and bury my father." ສາວົກ​ອີກ​ຄົນ​ໜຶ່ງ​ເວົ້າ​ຕໍ່​ພຣະອົງ​ວ່າ, “ອົງພຣະຜູ້ເປັນເຈົ້າ​ເອີຍ, ໃຫ້​ຂ້ານ້ອຍ​ໄປ​ຝັງ​ສົບ​ພໍ່​ຂອງ​ຂ້ານ້ອຍ​ກ່ອນ”.
22 But Jesus said to him, "Follow me, and leave the dead to bury their own dead." ແຕ່​ພຣະເຢຊູເຈົ້າ​ບອກ​ລາວ​ວ່າ, “ຈົ່ງ​ຕາມ​ເຮົາ​ມາ ແລະ ປ່ອຍ​ໃຫ້​ຄົນຕາຍ​ຝັງ​ກັນ​ເອງ​ສາ”.
23 When he got into the boat, his disciples followed him. ແລ້ວ​ພຣະອົງ​ກໍ​ລົງ​ໄປ​ທີ່​ເຮືອ ແລະ ພວກສາວົກ​ຂອງ​ພຣະອົງ​ກໍ​ຕິດຕາມ​ພຣະອົງ​ໄປ.
24 Suddenly a great storm arose on the sea, so waves covered the boat—but he was asleep. ທັນໃດນັ້ນ ກໍ​ເກີດ​ມີ​ລົມພະຍຸ​ຮຸນແຮງ​ພັດ​ລົງ​ມາ​ກາງ​ທະເລສາບ, ຈົນ​ຄື້ນນ້ຳ​ຊັດ​ຖ້ວມ​ເຮືອ. ແຕ່​ພຣະເຢຊູເຈົ້າ​ນອນຫລັບ​ຢູ່.
25 So they woke him: "Lord, save us! We're dying!" ພວກສາວົກ​ໄດ້​ມາ​ປຸກ​ພຣະອົງ​ພ້ອມ​ທັງ​ກ່າວ​ວ່າ, “ອົງພຣະຜູ້ເປັນເຈົ້າ​ເອີຍ, ຊ່ວຍ​ພວກຂ້ານ້ອຍ​ແດ່​ທ້ອນ! ພວກຂ້ານ້ອຍ​ກຳລັງ​ຈະ​ຈົມນໍ້າ​ແລ້ວ!”
26 He said to them, "Why are you afraid, you of little faith?" Then he stood and rebuked the winds and sea, and a great calm followed. ພຣະເຢຊູເຈົ້າ​ຕອບ​ວ່າ, “ໂອ ຄົນ​ຜູ້​ມີຄວາມເຊື່ອນ້ອຍ​ເອີຍ ເປັນຫຍັງ​ພວກເຈົ້າ​ຈຶ່ງ​ຢ້ານ?” ແລ້ວ​ພຣະອົງ​ລຸກຂຶ້ນ​ສັ່ງຫ້າມ​ລົມ ແລະ ຄື້ນທະເລ, ແລ້ວ​ລົມພະຍຸ ແລະ ຄື້ນທະເລ​ກໍ​ສະຫງົບ​ລົງ.
27 The men were amazed: "What kind of man is this—even winds and sea obey him?" ຄົນ​ເຫລົ່ານັ້ນ​ກໍ​ພາກັນ​ປະຫລາດໃຈ ແລະ ເວົ້າ​ກັນ​ວ່າ, “ທ່ານ​ຜູ້​ນີ້​ເປັນ​ຜູ້ໃດ? ແມ່ນແຕ່​ລົມພະຍຸ ແລະ ຄື້ນທະເລ​ກໍ​ຍັງ​ເຊື່ອຟັງ​ເພິ່ນ!”
28 Crossing to the other side, to the region of the Gadarenes, two demon-possessed men came out of the tombs to meet him, so violent no one could pass that way. ເມື່ອ​ພຣະອົງ​ຂ້າມ​ຟາກ​ມາ​ເຖິງ​ເຂດແດນ​ກາດາຣາ, ຊາຍ​ສອງ​ຄົນ​ທີ່​ມີ​ຜີມານຮ້າຍ​ສິງ​ຢູ່​ອອກຈາກ​ອຸບມຸງ​ຝັງສົບ​ມາ​ຫາ​ພຣະອົງ. ພວກເຂົາ​ຮຸນແຮງ​ຫລາຍ​ຈົນ​ບໍ່​ມີ​ຜູ້ໃດ​ກ້າ​ຜ່ານ​ເຂົ້າໄປ​ທາງ​ນັ້ນ.
29 They shouted, "What do you want with us, Son of God? Have you come here to torment us before the time?" ພວກເຂົາ​ຮ້ອງ​ຂຶ້ນ​ວ່າ, “ພຣະບຸດ​ຂອງ​ພຣະເຈົ້າ​ເອີຍ, ທ່ານ​ຕ້ອງການ​ສິ່ງໃດ​ຈາກ​ພວກຂ້ານ້ອຍ? ທ່ານ​ມາ​ບ່ອນ​ນີ້​ເພື່ອ​ຈະ​ທໍລະມານ​ພວກຂ້ານ້ອຍ​ກ່ອນ​ເຖິງ​ເວລາ​ກຳນົດ​ບໍ?”
30 Now a herd of many pigs was feeding at some distance from them. ບໍ່​ໄກ​ຈາກ​ທີ່​ນັ້ນ ມີ​ໝູ​ຝູງ​ໃຫຍ່​ກຳລັງ​ຫາ​ກິນ​ຢູ່.
31 And the demons begged him, "If you cast us out, send us into the herd of pigs." ຜີມານຮ້າຍ​ຈຶ່ງ​ຂໍຮ້ອງ​ພຣະເຢຊູເຈົ້າ​ວ່າ, “ຖ້າ​ທ່ານ​ຈະ​ຂັບໄລ່​ພວກ​ຂ້ານ້ອຍ​ອອກ​ໄປ ຂໍ​ໃຫ້​ພວກ​ຂ້ານ້ອຍ​ໄປ​ສິງ​ຢູ່​ໃນ​ໝູ​ຝູງ​ນັ້ນ”.
32 He told them, "Go." They came out and entered the pigs, and the whole herd rushed down the cliff into the sea and died in the waters. ພຣະອົງ​ໄດ້​ກ່າວ​ຕໍ່​ພວກມັນ​ວ່າ, “ໄປ!” ດັ່ງນັ້ນ ພວກມັນ​ຈຶ່ງ​ອອກໄປ ແລະ ເຂົ້າ​ໄປ​ສິງ​ຢູ່​ໃນ​ໝູ, ແລ້ວ​ໝູ​ທັງ​ຝູງ​ກໍ​ຟ້າວ​ແລ່ນ​ລົງ​ຕາລິ່ງຊັນ​ໂຕນ​ລົງ​ທະເລສາບ​ຈົມນ້ຳ​ຕາຍ​ໝົດ.
33 The herdsmen fled into the city and reported everything, including what had happened to the demon-possessed men. ບັນດາ​ຄົນລ້ຽງໝູ​ຕ່າງ​ກໍ​ແລ່ນ​ໜີ ແລະ ເຂົ້າ​ໄປ​ໃນ​ເມືອງ ແລະ ໄດ້​ເລົ່າ​ເລື່ອງ​ທັງໝົດ​ກັບ​ທັງ​ເຫດການ​ທີ່​ໄດ້​ເກີດ​ຂຶ້ນ​ແກ່​ຄົນ​ທີ່​ມີ​ຜີມານຮ້າຍ​ສິງ​ທັງ​ສອງ​ຄົນ​ນັ້ນ.
34 The whole city came out to meet Jesus; seeing him, they begged him to leave their region. ດັ່ງນັ້ນ ຄົນ​ທົ່ວ​ທັງ​ເມືອງ​ກໍ​ພາກັນ​ອອກ​ມາ​ພົບ​ພຣະເຢຊູເຈົ້າ ແລະ ເມື່ອ​ພວກເຂົາ​ໄດ້​ເຫັນ​ພຣະອົງ​ແລ້ວ ພວກເຂົາ​ໄດ້​ຂໍຮ້ອງ​ໃຫ້​ພຣະອົງ​ໄປ​ຈາກ​ເຂດແດນ​ຂອງ​ພວກເຂົາ.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]