Skip to content
The Believer's Library

Biblica® Open Lao Contemporary Version

Matthew 7 OLCV

Show OLCV only
Verse × ×
1 "Do not judge, so that you may not be judged. “ຢ່າ​ຕັດສິນ, ເພື່ອ​ພວກເຈົ້າ​ເອງ​ຈະ​ບໍ່​ຖືກ​ຕັດສິນ​ເໝືອນກັນ.
2 For you'll be judged by the judgment you use, and measured by the measure you give. ດ້ວຍວ່າ ພວກເຈົ້າ​ຕັດສິນ​ຄົນ​ອື່ນ​ຢ່າງໃດ ພວກເຈົ້າ​ກໍ​ຈະ​ຖືກ​ຕັດສິນ​ຢ່າງນັ້ນ ແລະ ພວກເຈົ້າ​ຈະ​ຕວງ​ໃຫ້​ເຂົາ​ດ້ວຍ​ເຄື່ອງຜອງ​ອັນ​ໃດ ພວກເຈົ້າ​ກໍ​ຈະ​ໄດ້​ຮັບ​ດ້ວຍ​ເຄື່ອງຜອງ​ອັນ​ນັ້ນ.
3 Why look at the speck in your brother's eye but miss the log in your own? “ເປັນຫຍັງ​ເຈົ້າ​ຈຶ່ງ​ແນມເບິ່ງ​ຜົງ​ຂີ້ເລື່ອຍ​ທີ່​ຢູ່​ໃນ​ຕາ​ຂອງ​ພີ່ນ້ອງ​ຂອງ​ເຈົ້າ ແລະ ໄມ້​ທັງ​ທ່ອນ​ທີ່​ຢູ່​ໃນ​ຕາ​ຂອງ​ເຈົ້າ​ເອງ​ພັດ​ແນມເບິ່ງ​ບໍ່​ເຫັນ?
4 Or how can you tell your brother, 'Let me remove the speck from your eye,' when a log is in yours? ດ້ວຍ​ເຫດ​ໃດ ເຈົ້າ​ຈຶ່ງ​ເວົ້າ​ຕໍ່​ພີ່ນ້ອງ​ຂອງ​ເຈົ້າ​ວ່າ, ‘ຈົ່ງ​ໃຫ້​ຂ້ອຍ​ເຂ່ຍ​ເອົາ​ຜົງ​ຂີ້ເລື່ອຍ​ອອກ​ຈາກ​ຕາ​ຂອງ​ເຈົ້າ’ ໃນ​ເມື່ອ​ເຈົ້າ​ກໍ​ມີ​ໄມ້​ທັງ​ທ່ອນ​ຢູ່​ໃນ​ຕາ​ຂອງ​ຕົນ​ຢູ່​ຕະຫລອດ​ເວລາ?
5 Hypocrite, first remove the log from your own eye; then you'll see clearly to remove the speck from your brother's eye. ພວກ​ຄົນ​ໜ້າຊື່ໃຈຄົດ ຈົ່ງ​ເອົາ​ໄມ້​ທັງ​ທ່ອນ​ອອກ​ຈາກ​ຕາ​ຂອງ​ຕົນ​ເອງ​ກ່ອນ, ແລ້ວ​ຫລັງຈາກນັ້ນ​ເຈົ້າ​ກໍ​ຈະ​ເຫັນ​ແຈ້ງ​ດີ ເພື່ອ​ເຂ່ຍ​ຜົງ​ຂີ້ເລື່ອຍ​ອອກ​ຈາກ​ຕາ​ຂອງ​ພີ່ນ້ອງ​ຂອງ​ເຈົ້າ​ໄດ້.
6 "Don't give dogs what is holy, or throw your pearls before pigs—they'll trample them underfoot, then turn and tear you apart. “ຢ່າ​ເອົາ​ຂອງ​ສັກສິດ​ໃຫ້​ແກ່​ໝາ, ຢ່າ​ໂຍນ​ໄຂ່ມຸກ​ຂອງ​ເຈົ້າ​ໃຫ້​ໝູ. ຖ້າ​ເຈົ້າ​ເຮັດ​ຢ່າງນັ້ນ, ພວກມັນ​ຈະ​ຢຽບຢ່ຳ​ໄວ້​ພື້ນ​ຕີນ​ຂອງ​ພວກມັນ, ແລ້ວ​ກັບ​ຄືນ​ມາ​ຈີກ​ເຈົ້າ​ອອກ​ເປັນ​ຕ່ອນໆ.
7 "Ask, and you'll receive it; seek, and you'll find; knock, and it'll open for you. “ຈົ່ງ​ຂໍ​ແລ້ວ​ພວກເຈົ້າ​ຈະ​ໄດ້​ຮັບ, ຈົ່ງ​ສະແຫວງ​ຫາ​ແລ້ວ​ພວກເຈົ້າ​ຈະ​ໄດ້​ພົບ, ຈົ່ງ​ເຄາະ​ແລ້ວ​ປະຕູ​ຈະ​ເປີດ​ໃຫ້​ແກ່​ພວກເຈົ້າ.
8 For everyone who asks receives, whoever seeks finds, and whoever knocks, it will be opened. ດ້ວຍວ່າ ທຸກຄົນ​ທີ່​ຂໍ​ກໍ​ຈະ​ໄດ້​ຮັບ, ທຸກຄົນ​ທີ່​ສະແຫວງ​ຫາ​ກໍ​ຈະ​ໄດ້​ພົບ ແລະ ທຸກຄົນ​ທີ່​ເຄາະ ປະຕູ​ກໍ​ຈະ​ເປີດ​ໃຫ້.
9 Or what person among you, if his son asks him for bread, will give him a stone? “ມີ​ຜູ້ໃດ​ໃນ​ພວກເຈົ້າ​ຖ້າ​ລູກຊາຍ​ຂໍ​ເຂົ້າຈີ່​ຈະ​ເອົາ​ກ້ອນຫີນ​ໃຫ້?
10 Or if he asks for a fish, will give him a snake? ຫລື ຖ້າ​ລູກ​ຂໍ​ປາ​ຈະ​ເອົາ​ງູ​ໃຫ້?
11 So if you, being evil, know how to give your children good gifts, how much more will your Father in heaven give good things to those who ask him? ເຫດສະນັ້ນ ເຖິງແມ່ນວ່າ​ພວກເຈົ້າ​ຜູ້​ເປັນ​ຄົນຊົ່ວ​ຍັງ​ຮູ້ຈັກ​ເອົາ​ຂອງ​ດີ​ໃຫ້​ແກ່​ລູກ​ຂອງ​ຕົນ, ຫລາຍ​ກວ່າ​ນັ້ນ​ອີກ​ຈັກ​ເທົ່າໃດ! ພຣະບິດາເຈົ້າ​ຂອງ​ພວກເຈົ້າ​ຜູ້​ສະຖິດ​ໃນ​ສະຫວັນ​ຈະ​ໃຫ້​ຂອງ​ດີ​ໃຫ້​ແກ່​ບັນດາ​ຜູ້​ທີ່​ຂໍ​ຈາກ​ພຣະອົງ.
12 "So in everything, treat people the way you want them to treat you; for this is the Law and the Prophets. ດັ່ງນັ້ນ, ສິ່ງໃດ​ທີ່​ພວກເຈົ້າ​ຢາກ​ໃຫ້​ຄົນ​ອື່ນ​ເຮັດ​ຕໍ່​ພວກເຈົ້າ ກໍ​ຈົ່ງ​ເຮັດ​ຕໍ່​ພວກເຂົາ​ຢ່າງນັ້ນ​ເໝືອນກັນ, ເພາະ​ນີ້​ແມ່ນ​ຂໍ້​ສະຫລຸບ​ທັງໝົດ​ຂອງ​ໜັງສື​ກົດບັນຍັດ ແລະ ໜັງສື​ຜູ້ທຳນວາຍ.
13 "Enter through the narrow gate, for the gate is wide, the road broad, leading to destruction, and many enter through it. “ຈົ່ງ​ເຂົ້າໄປ​ທາງ​ປະຕູ​ແຄບ, ເພາະວ່າ​ປະຕູ​ກວ້າງ ແລະ ທາງ​ກວ້າງ​ກໍ​ນຳ​ໄປ​ສູ່​ຄວາມຈິບຫາຍ ແລະ ຄົນ​ເປັນ​ຈຳນວນ​ຫລາຍ​ກໍ​ເຂົ້າ​ໄປ​ທາງ​ນັ້ນ.
14 But the gate is narrow, the road narrow, that leads to life; few find it. ແຕ່​ປະຕູ​ທີ່​ນໍາ​ໄປ​ສູ່​ຊີວິດ​ກໍ​ນ້ອຍ ແລະ ທາງ​ກໍ​ຄັບແຄບ ແລະ ຄົນ​ທີ່​ພົບ​ທາງ​ນັ້ນ​ກໍ​ມີ​ໜ້ອຍ.
15 "Beware false prophets: they come to you in sheep's clothing but are ravenous wolves inside. “ຈົ່ງ​ລະວັງ​ພວກ​ຜູ້ທຳນວາຍ​ປອມ. ພວກເຂົາ​ມາ​ຫາ​ພວກເຈົ້າ​ໃນ​ຄາບ​ຂອງ​ແກະ, ແຕ່​ພາຍໃນ​ແລ້ວ​ພວກເຂົາ​ໂຫດຮ້າຍ​ຄື​ໝາປ່າ.
16 By their fruit you will recognize them. Are grapes gathered from thornbushes, or figs from thistles? ພວກເຈົ້າ​ຈະ​ຮູ້​ວ່າ​ພວກເຂົາ​ເປັນ​ຜູ້ໃດ​ໄດ້​ຈາກ​ຜົນ​ຂອງ​ພວກເຂົາ. ມີ​ຜູ້ໃດ​ເກັບ​ໝາກອະງຸ່ນ​ໄດ້​ຈາກ​ຟຸ່ມໜາມ ແລະ ມີ​ຜູ້ໃດ​ເກັບ​ໝາກເດື່ອ​ໄດ້​ຈາກ​ຕົ້ນໜາມ?
17 In the same way, every good tree bears good fruit, but the bad tree bears bad fruit. ໃນ​ທຳນອງ​ດຽວ​ກັນ ຕົ້ນໄມ້​ດີ​ຍ່ອມ​ເກີດ​ໝາກ​ດີ, ສ່ວນ​ຕົ້ນໄມ້​ບໍ່​ດີ​ຍ່ອມ​ເກີດ​ໝາກ​ບໍ່​ດີ.
18 A good tree cannot bear bad fruit, nor can a bad tree bear good fruit. ຕົ້ນໄມ້​ດີ​ຈະ​ເກີດ​ໝາກ​ບໍ່​ດີ​ກໍ​ບໍ່​ໄດ້ ແລະ ຕົ້ນໄມ້​ບໍ່​ດີ​ຈະ​ເກີດ​ໝາກ​ດີ​ກໍ​ບໍ່​ໄດ້.
19 Every tree that does not bear good fruit is cut down and thrown into the fire. ຕົ້ນໄມ້​ທຸກ​ຕົ້ນ​ທີ່​ເກີດຜົນ​ບໍ່​ດີ​ຍ່ອມ​ຖືກ​ຕັດ ແລະ ຖືກ​ໂຍນ​ຖິ້ມ​ລົງ​ໃນ​ໄຟ.
20 So then, by their fruit you will recognize them. ເຫດສະນັ້ນ ພວກເຈົ້າ​ຈະ​ຮູ້​ວ່າ​ພວກເຂົາ​ເປັນ​ຜູ້ໃດ​ໄດ້​ຈາກ​ຜົນ​ຂອງ​ພວກເຂົາ.
21 "Not everyone who says to me, 'Lord, Lord,' will enter the kingdom of our Father, but the one who does the will of my Father in heaven. “ບໍ່​ແມ່ນ​ທຸກຄົນ​ທີ່​ເອີ້ນ​ເຮົາ​ວ່າ, ‘ອົງພຣະຜູ້ເປັນເຈົ້າ, ອົງພຣະຜູ້ເປັນເຈົ້າ’ ຈະ​ໄດ້​ເຂົ້າ​ໃນ​ອານາຈັກ​ສະຫວັນ, ເຂົ້າ​ໄດ້​ແຕ່​ຜູ້​ທີ່​ປະຕິບັດ​ຕາມ​ຄວາມ​ປະສົງ​ຂອງ​ພຣະບິດາເຈົ້າ​ຂອງ​ເຮົາ​ຜູ້​ຢູ່​ໃນ​ສະຫວັນ.
22 Many will say to me on that day, 'Lord, Lord, didn't we prophesy in your name, drive out demons in your name, do many miracles in your name?' ໃນ​ວັນ​ນັ້ນ ຫລາຍ​ຄົນ​ຈະ​ເວົ້າ​ກັບ​ເຮົາ​ວ່າ, ‘ອົງພຣະຜູ້ເປັນເຈົ້າ, ອົງພຣະຜູ້ເປັນເຈົ້າ, ພວກຂ້ານ້ອຍ​ໄດ້​ປະກາດ​ພຣະຄຳ​ໃນ​ນາມ​ຂອງ​ພຣະອົງ, ໄດ້​ຂັບໄລ່​ຜີມານຮ້າຍ​ອອກ​ໃນ​ນາມ​ຂອງ​ພຣະອົງ ແລະ ໄດ້​ເຮັດ​ການ​ອັດສະຈັນ​ຫລາຍ​ປະການ​ໃນ​ນາມ​ຂອງ​ພຣະອົງ​ບໍ່​ແມ່ນ​ບໍ?’
23 Then I will tell them plainly: 'I never knew you; get away from me, you lawbreakers.' ເມື່ອ​ນັ້ນ​ເຮົາ​ຈະ​ບອກ​ພວກເຂົາ​ຢ່າງ​ຈະແຈ້ງ​ວ່າ, ‘ເຮົາ​ບໍ່​ເຄີຍ​ຮູ້ຈັກ​ພວກເຈົ້າ. ຈົ່ງ​ໜີ​ໄປ​ຈາກ​ເຮົາ, ພວກ​ຄົນ​ຊົ່ວ​ທັງຫລາຍ!’
24 "So anyone who hears these words of mine and does them will be like a wise man whose house was built on the rock. “ເຫດສະນັ້ນ, ທຸກຄົນ​ທີ່​ໄດ້​ຍິນ​ຖ້ອຍຄຳ​ເຫລົ່ານີ້​ຂອງ​ເຮົາ ແລະ ນຳ​ເອົາ​ໄປ​ປະຕິບັດ ກໍ​ເປັນ​ເໝືອນ​ຄົນ​ສະຫລາດ​ທີ່​ກໍ່ສ້າງ​ເຮືອນ​ຂອງ​ຕົນ​ຢູ່​ເທິງ​ດານຫີນ.
25 Rain fell, floods came, winds blew and beat against that house, but it didn't fall, because it was founded on rock. ຝົນ​ກໍ​ຕົກ, ນ້ຳ​ກໍ​ນອງ​ຖ້ວມ​ຂຶ້ນ​ມາ ແລະ ລົມ​ກໍ​ພັດ​ປະທະ​ເຮືອນ​ນັ້ນ ແຕ່​ເຮືອນ​ນັ້ນ​ກໍ​ບໍ່​ໄດ້​ພັງ​ລົງ​ເພາະ​ມີ​ຮາກຖານ​ຢູ່​ເທິງ​ດານຫີນ.
26 And everyone who hears these words of mine and doesn't do them is like a foolish man who built his house on sand. ສ່ວນ​ຄົນ​ທີ່​ໄດ້​ຍິນ​ຖ້ອຍຄຳ​ເຫລົ່ານີ້​ຂອງ​ເຮົາ ແລະ ບໍ່​ໄດ້​ນຳ​ເອົາ​ໄປ​ປະຕິບັດຕາມ ລາວ​ກໍ​ເປັນ​ເໝືອນ​ຄົນໂງ່​ຜູ້​ໜຶ່ງ​ທີ່​ກໍ່ສ້າງ​ເຮືອນ​ຂອງ​ຕົນ​ເທິງ​ດິນຊາຍ.
27 The rain fell, floods came, winds blew and hit that house, and it fell—and its fall was great." ເມື່ອ​ຝົນຕົກ​ລົງ​ມາ, ກະແສນ້ຳ​ກໍ​ນອງ​ຖ້ວມ​ຂຶ້ນ​ມາ ແລະ ລົມ​ກໍ​ພັດ​ປະທະ​ເຮືອນ​ນັ້ນ ເຮືອນ​ກໍ​ພັງທະລາຍ​ລົງ”.
28 When Jesus had finished saying these words, the crowds were astonished at his teaching, ເມື່ອ​ພຣະເຢຊູເຈົ້າ​ກ່າວ​ສິ່ງ​ເຫລົ່ານີ້​ຈົບ​ແລ້ວ, ປະຊາຊົນ​ຕ່າງ​ກໍ​ປະຫລາດໃຈ​ໃນ​ຄຳສັ່ງສອນ​ຂອງ​ພຣະອົງ,
29 because he was teaching them as one who had authority, and not as their scribes. ເພາະວ່າ​ພຣະອົງ​ໄດ້​ສັ່ງສອນ​ເໝືອນ​ຜູ້​ມີ​ສິດອຳນາດ ແລະ ບໍ່​ເໝືອນ​ກັບ​ພວກ​ຄູສອນກົດບັນຍັດ​ຂອງ​ພວກເຂົາ.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]