Skip to content
The Believer's Library

Biblica® Open Lao Contemporary Version

Matthew 22 OLCV

Show OLCV only
Verse × ×
1 Jesus spoke to them again in parables, saying: ພຣະເຢຊູເຈົ້າ​ກ່າວ​ແກ່​ພວກເຂົາ​ເປັນ​ຄຳອຸປະມາ​ອີກ​ວ່າ:
2 "The kingdom of our Father is like a king who prepared a wedding feast for his son. “ອານາຈັກ​ສະຫວັນ​ປຽບເໝືອນ​ກະສັດ​ຜູ້​ໜຶ່ງ​ທີ່​ຕຽມ​ງານກິນລ້ຽງ​ສົມລົດ​ໃຫ້​ແກ່​ລູກຊາຍ​ຂອງ​ເພິ່ນ.
3 He sent his servants to summon the invited guests to the wedding feast, but they refused to come. ເພິ່ນ​ໄດ້​ໃຊ້​ພວກ​ຜູ້ຮັບໃຊ້​ຂອງ​ຕົນ​ໄປ​ບອກ​ບັນດາ​ຜູ້​ທີ່​ຖືກ​ເຊີນ​ໃຫ້​ມາ​ຮ່ວມ​ງານລ້ຽງ ແຕ່​ພວກເຂົາ​ບໍ່​ຍອມ​ມາ.
4 Again he sent other servants, saying, 'Tell those invited: Look, I have prepared my dinner; my oxen and fattened cattle are killed, everything ready. Come to the wedding feast.' “ດັ່ງນັ້ນ ເພິ່ນ​ຈຶ່ງ​ໃຊ້​ພວກ​ຜູ້ຮັບໃຊ້​ຄົນ​ອື່ນໆ​ອອກໄປ​ອີກ​ໂດຍ​ສັ່ງ​ວ່າ, ‘ຈົ່ງ​ບອກ​ບັນດາ​ຄົນ​ທີ່​ຖືກ​ເຊີນ​ວ່າ​ເຮົາ​ໄດ້​ຈັດຕຽມ​ງານກິນລ້ຽງ​ໄວ້​ພ້ອມ​ແລ້ວ​ຄື: ງົວເຖິກ ແລະ ສັດ​ໂຕ​ອ້ວນພີ​ກໍ​ມີ​ຄົນ​ຂ້າ​ໄວ້​ແລ້ວ ແລະ ທຸກສິ່ງ​ກໍ​ຕຽມ​ພ້ອມ​ແລ້ວ. ຈົ່ງ​ມາ​ຮ່ວມ​ງານລ້ຽງ​ນີ້’.
5 But they paid no attention and went off, one to his farm, another to his business, “ແຕ່​ພວກເຂົາ​ບໍ່​ໄດ້​ເອົາໃຈໃສ່​ຕໍ່​ຄຳເຊີນ​ນັ້ນ​ເລີຍ ແລະ ກໍ​ໄປ​ທາງ​ອື່ນ. ຄົນ​ໜຶ່ງ​ກໍ​ໄປ​ທົ່ງນາ, ອີກ​ຄົນ​ໜຶ່ງ​ກໍ​ໄປ​ເຮັດ​ທຸລະກິດ​ຂອງ​ຕົນ.
6 while the rest seized his servants, mistreated them, and killed them. ສ່ວນ​ຄົນ​ອື່ນໆ​ອີກ​ກໍ​ຈັບ​ພວກ​ຜູ້ຮັບໃຊ້​ມາ​ຂ້ຽນຕີ ແລະ ຂ້າ​ພວກເຂົາ​ຖິ້ມ.
7 The king was enraged, and he sent his troops, destroyed those murderers, and burned their city. ກະສັດ​ຈຶ່ງ​ໂກດຮ້າຍ​ຫລາຍ ເພິ່ນ​ໄດ້​ສັ່ງ​ທະຫານ​ອອກໄປ​ທຳລາຍ​ຊີວິດ​ພວກ​ຄາດຕະກອນ​ເຫລົ່ານັ້ນ ແລະ ຈູດ​ເມືອງ​ຂອງ​ພວກເຂົາ.
8 Then he told his servants, 'The wedding is ready, but those invited weren't worthy. “ແລ້ວ​ເພິ່ນ​ກ່າວ​ກັບ​ພວກ​ຜູ້ຮັບໃຊ້​ຂອງ​ເພິ່ນ​ວ່າ, ‘ງານກິນລ້ຽງ​ສົມລົດ​ກໍ​ພ້ອມ​ແລ້ວ, ແຕ່​ບັນດາ​ຜູ້​ທີ່​ເຮົາ​ເຊີນ​ໄວ້​ນັ້ນ​ບໍ່​ສົມຄວນ​ໃຫ້​ມາ.
9 Go therefore to the main roads and invite to the wedding feast as many as you find.' ດັ່ງນັ້ນ ຈົ່ງ​ອອກໄປ​ທີ່​ແຈຖະໜົນ ແລະ ເມື່ອ​ພົບ​ຄົນໃດ​ກໍ​ໃຫ້​ເຊີນ​ມາ​ໃນ​ງານ​ນີ້’.
10 Those servants went out into the roads and gathered everyone they found, bad and good, and the wedding hall filled with guests. ແລ້ວ​ພວກ​ຜູ້ຮັບໃຊ້​ຈຶ່ງ​ອອກ​ໄປ​ຕາມ​ຖະໜົນຫົນທາງ ແລະ ຮວບຮວມ​ເອົາ​ຄົນ​ທັງໝົດ​ທີ່​ພວກເຂົາ​ພົບ​ເຫັນ ບໍ່​ວ່າ​ຄົນ​ດີ ຫລື ຄົນຊົ່ວ​ເຂົ້າມາ​ໃນ​ງານ​ນີ້ ແລະ ຫ້ອງ​ງານສົມລົດ​ນັ້ນ​ກໍ​ເຕັມ​ໄປ​ດ້ວຍ​ແຂກ​ຈໍານວນ​ຫລວງຫລາຍ.
11 "But when the king came in to see the guests, he saw a man not dressed in wedding clothes. “ແຕ່​ເມື່ອ​ກະສັດ​ອອກມາ​ເບິ່ງ​ບັນດາ​ແຂກ​ທີ່​ມາ​ໃນ​ງານ​ກໍ​ເຫັນ​ຊາຍ​ຄົນ​ໜຶ່ງ​ບໍ່​ໄດ້​ນຸ່ງເຄື່ອງ​ສຳລັບ​ງານສົມລົດ
12 He asked, 'Friend, how did you get in here without wedding clothes?' He was speechless. ກະສັດ​ຈຶ່ງ​ຖາມ​ລາວ​ວ່າ, ‘ສະຫາຍ​ເອີຍ, ດ້ວຍເຫດໃດ​ເຈົ້າ​ເຂົ້າ​ມາ​ທີ່​ນີ້​ໂດຍ​ບໍ່​ໄດ້​ນຸ່ງເຄື່ອງ​ສຳລັບ​ງານສົມລົດ?’ ຊາຍ​ຄົນ​ນັ້ນ​ກໍ​ມິດ​ຢູ່​ເວົ້າ​ບໍ່​ອອກ.
13 Then the king told the servants, 'Tie his hands and feet, and throw him into the outer darkness, where there will be weeping and grinding of teeth.' “ແລ້ວ​ກະສັດ​ຈຶ່ງ​ສັ່ງ​ພວກ​ຜູ້ຮັບໃຊ້​ວ່າ, ‘ຈົ່ງ​ມັດ​ມື​ມັດ​ຕີນ​ຂອງ​ມັນ​ໄວ້ ແລະ ໂຍນ​ມັນ​ຖິ້ມ​ອອກ​ໄປ​ຍັງ​ບ່ອນ​ທີ່​ມືດ​ພາຍນອກ ທີ່​ນັ້ນ​ຈະ​ມີ​ການຮ້ອງໄຫ້ ແລະ ຂົບແຂ້ວຄ້ຽວຟັນ’.
14 For many are called, but few are chosen." “ດ້ວຍວ່າ ມີ​ຫລາຍ​ຄົນ​ຖືກ​ເຊີນ ແຕ່​ມີ​ໜ້ອຍ​ຄົນ​ທີ່​ຖືກ​ເລືອກ”.
15 Then the Pharisees went and plotted how to trap him with his own words. ແລ້ວ​ພວກ​ຟາຣີຊາຍ​ຈຶ່ງ​ອອກ​ໄປ​ວາງແຜນ​ກັນ​ເພື່ອ​ຈັບຜິດ​ຖ້ອຍຄຳ​ຂອງ​ພຣະອົງ.
16 They sent their disciples to him, with the Herodians, saying, "Teacher, we know you are truthful and truly teach God's way; you defer to no one, since you don't judge people by rank. ພວກເຂົາ​ຈຶ່ງ​ໃຊ້​ພວກ​ລູກສິດ​ຂອງ​ພວກເຂົາ​ພ້ອມກັບ​ກຸ່ມ​ສະໜັບສະໜູນ​ເຮໂຣດ​ບາງຄົນ​ໄປ​ຫາ​ພຣະອົງ. ພວກເຂົາ​ເວົ້າ​ວ່າ, “ອາຈານ​ເອີຍ, ພວກເຮົາ​ຮູ້​ວ່າ​ທ່ານ​ເປັນ​ຄົນສັດຊື່ ແລະ ທ່ານ​ໄດ້​ສອນ​ທາງ​ຂອງ​ພຣະເຈົ້າ​ຕາມ​ຄວາມ​ຈິງ. ທ່ານ​ບໍ່​ໄດ້​ຖືກ​ຊັກຈູງ​ໂດຍ​ຄົນ​ອື່ນ, ເພາະ​ທ່ານ​ບໍ່​ເຫັນ​ແກ່​ໜ້າ​ຜູ້ໃດ.
17 Tell us, then, what you think: Is it lawful to pay taxes to Caesar, or not?" ດັ່ງນັ້ນ ຈົ່ງ​ບອກ​ພວກເຮົາ​ແດ່​ວ່າ​ທ່ານ​ຄິດ​ຢ່າງໃດ​ກ່ຽວກັບ​ເລື່ອງ​ນີ້? ເປັນ​ການ​ຖືກຕ້ອງ​ທີ່​ຈະ​ເສຍພາສີ​ໃຫ້​ແກ່​ກາຍຊາ​ບໍ?”
18 But Jesus, knowing their malice, said, "Why are you testing me, you hypocrites? ແຕ່​ພຣະເຢຊູເຈົ້າ​ຮູ້​ທັນ​ເຈດຕະນາ​ຊົ່ວຮ້າຍ​ຂອງ​ພວກເຂົາ ຈຶ່ງ​ກ່າວ​ວ່າ, “ຄົນໜ້າຊື່ໃຈຄົດ, ເປັນຫຍັງ​ພວກເຈົ້າ​ຈຶ່ງ​ພະຍາຍາມ​ຈະ​ຈັບຜິດ​ເຮົາ?
19 Show me the coin used for the tax." And they brought him a denarius. ຈົ່ງ​ເອົາ​ຫລຽນ​ທີ່​ໃຊ້​ເສຍພາສີ​ນັ້ນ​ມາ​ໃຫ້​ເຮົາ​ເບິ່ງ​ດູ”. ພວກເຂົາ​ຈຶ່ງ​ນຳ​ເອົາ​ຫລຽນ​ໜຶ່ງ​ເດນາຣິອົນ​ມາ​ໃຫ້​ພຣະອົງ,
20 And he said to them, "Whose image is this, and whose inscription?" ແລ້ວ​ພຣະອົງ​ກໍ​ຖາມ​ພວກເຂົາ​ວ່າ, “ຮູບ ແລະ ຄຳຈາລຶກ​ນີ້​ເປັນ​ຂອງ​ຜູ້ໃດ?”
21 They said, "Caesar's." Then he said to them, "So pay Caesar what belongs to Caesar, and our Father what belongs to our Father." ພວກເຂົາ​ຕອບ​ວ່າ, “ເປັນ​ຂອງ​ກາຍຊາ”. ດັ່ງນັ້ນ ພຣະອົງ​ຈຶ່ງ​ກ່າວ​ແກ່​ພວກເຂົາ​ວ່າ, “ເຫດສະນັ້ນ ສິ່ງໃດ​ທີ່​ເປັນ​ຂອງ​ກາຍຊາ ຈົ່ງ​ຄືນ​ໃຫ້​ແກ່​ກາຍຊາ ແລະ ສິ່ງໃດ​ເປັນ​ຂອງ​ພຣະເຈົ້າ ຈົ່ງ​ຖວາຍ​ຄືນ​ໃຫ້​ແກ່​ພຣະເຈົ້າ”.
22 When they heard it, they were amazed; and they left him and went away. ເມື່ອ​ພວກເຂົາ​ໄດ້​ຍິນ​ເຊັ່ນ​ນີ້​ແລ້ວ ພວກເຂົາ​ຕ່າງ​ກໍ​ປະຫລາດ​ໃຈ​ຈຶ່ງ​ອອກໄປ​ຈາກ​ພຣະອົງ.
23 That same day Sadducees came to him, who say there is no resurrection, and they asked him, ໃນ​ວັນ​ດຽວ​ກັນ​ນັ້ນ ພວກ​ຊາດູກາຍ​ຜູ້​ທີ່​ກ່າວ​ວ່າ​ບໍ່​ມີ​ການເປັນຄືນມາຈາກຕາຍ​ໄດ້​ມາ​ຫາ​ພຣະອົງ​ດ້ວຍ​ຄຳຖາມ.
24 saying, "Teacher, Moses said: if a man dies childless, his brother must marry the widow and raise offspring for his brother. ພວກເຂົາ​ເວົ້າ​ວ່າ, “ອາຈານ​ເອີຍ, ໂມເຊ​ໄດ້​ບອກ​ພວກເຮົາ​ວ່າ, ຖ້າ​ອ້າຍ​ຂອງ​ຊາຍ​ຄົນ​ໜຶ່ງ​ຕາຍ​ໄປ​ໂດຍ​ບໍ່​ມີ​ລູກ ນ້ອງຊາຍ​ຂອງ​ລາວ​ຈະ​ຕ້ອງ​ແຕ່ງງານ​ກັບ​ຍິງໝ້າຍ​ຄົນ​ນັ້ນ​ເພື່ອ​ຈະ​ມີ​ລູກ​ສືບເຊື້ອສາຍ​ໃຫ້​ລາວ.
25 Now there were seven brothers among us. The first married, died, and, childless, left his wife to his brother. ບັດນີ້ ຍັງ​ມີ​ອ້າຍນ້ອງ​ເຈັດ​ຄົນ​ທີ່​ຢູ່​ໃນ​ທ່າມກາງ​ພວກເຮົາ ຜູ້​ທີ​ໜຶ່ງ​ໄດ້​ແຕ່ງງານ ແລະ ໄດ້​ຕາຍ​ໄປ​ໂດຍ​ບໍ່​ມີ​ລູກ, ດັ່ງນັ້ນ ລາວ​ຈຶ່ງ​ປະ​ເມຍ​ທີ່​ເປັນ​ໝ້າຍ​ໄວ້​ໃຫ້​ນ້ອງຊາຍ​ຂອງ​ຕົນ.
26 So too the second and the third, down to the seventh. ເຫດການ​ນີ້​ໄດ້​ເກີດຂຶ້ນ​ກັບ​ນ້ອງຊາຍ​ຜູ້​ທີ​ສອງ, ນ້ອງຊາຍ​ຜູ້​ທີ​ສາມ ແລະ ຈົນ​ເຖິງ​ຜູ້​ທີ​ເຈັດ.
27 Last of all, the woman died. ໃນທີ່ສຸດ ແມ່ຍິງ​ຄົນ​ນັ້ນ​ກໍ​ໄດ້​ຕາຍ​ໄປ​ເໝືອນກັນ.
28 In the resurrection, then, whose wife of the seven will she be? For they all had her." ດັ່ງນັ້ນ ໃນ​ວັນ​ທີ່​ເປັນຄືນມາຈາກຕາຍ​ຍິງ​ຄົນ​ນີ້​ຈະ​ເປັນ​ເມຍ​ຂອງ​ຜູ້ໃດ, ດ້ວຍວ່າ ຊາຍ​ທັງ​ເຈັດ​ຄົນ​ໄດ້​ເປັນ​ຜົວ​ຂອງ​ນາງ​ແລ້ວ?”
29 Jesus answered, "You're mistaken—you know neither the Scriptures nor our Father's power. ພຣະເຢຊູເຈົ້າ​ຕອບ​ວ່າ, “ພວກເຈົ້າ​ຜິດ​ເພາະ​ວ່າ​ພວກເຈົ້າ​ບໍ່​ຮູ້ຈັກ​ພຣະຄຳພີ ຫລື ລິດອຳນາດ​ຂອງ​ພຣະເຈົ້າ.
30 For in the resurrection people neither marry nor are married off, but are like angels in heaven. ໃນ​ວັນ​ທີ່​ມະນຸດ​ເປັນຄືນມາຈາກຕາຍ​ນັ້ນ​ຈະ​ບໍ່​ມີ​ການແຕ່ງງານ ຫລື ຍົກ​ໃຫ້​ເປັນ​ຜົວເມຍ​ກັນ​ອີກ, ພວກເຂົາ​ຈະ​ເປັນ​ເໝືອນ​ເທວະດາ​ໃນ​ສະຫວັນ.
31 Now, about the resurrection of the dead, haven't you read what our Father told you: ສຳລັບ​ເລື່ອງ​ການເປັນຄືນມາຈາກຕາຍ​ນັ້ນ ພວກເຈົ້າ​ບໍ່​ເຄີຍ​ໄດ້​ອ່ານ​ຖ້ອຍຄຳ​ທີ່​ພຣະເຈົ້າ​ບອກ​ພວກເຈົ້າ​ບໍ​ວ່າ,
32 'I'm the God of Abraham, of Isaac, and of Jacob'? He's not God of the dead, but of the living." ‘ເຮົາ​ເປັນ​ພຣະເຈົ້າ​ຂອງ​ອັບຣາຮາມ, ພຣະເຈົ້າ​ຂອງ​ອີຊາກ ແລະ ພຣະເຈົ້າ​ຂອງ​ຢາໂຄບ’? ພຣະອົງ​ເປັນ​ພຣະເຈົ້າ​ຂອງ​ຄົນເປັນ ພຣະອົງ​ບໍ່​ແມ່ນ​ພຣະເຈົ້າ​ຂອງ​ຄົນຕາຍ”.
33 And when the crowds heard it, they were astonished at his teaching. ເມື່ອ​ປະຊາຊົນ​ໄດ້​ຍິນ​ດັ່ງ​ນີ້​ແລ້ວ ພວກເຂົາ​ກໍ​ປະຫລາດໃຈ​ໃນ​ຄຳສັ່ງສອນ​ຂອງ​ພຣະອົງ.
34 But when the Pharisees heard that he had silenced the Sadducees, they gathered together. ເມື່ອ​ໄດ້​ຍິນ​ຂ່າວ​ວ່າ​ພຣະເຢຊູເຈົ້າ​ເຮັດ​ໃຫ້​ພວກ​ຊາດູກາຍ​ມິດງຽບ​ໄປ ພວກ​ຟາຣີຊາຍ​ຈຶ່ງ​ພາກັນ​ມາ​ຮວມໂຕ​ກັນ.
35 And one of them, an expert in the Law, asked him a question to test him: ຄົນ​ໜຶ່ງ​ໃນ​ພວກເຂົາ​ທີ່​ເປັນ​ຜູ້ຊຳນານ​ດ້ານ​ກົດບັນຍັດ​ກໍ​ໄດ້​ທົດລອງ​ພຣະອົງ​ໂດຍ​ຖາມ​ວ່າ:
36 "Teacher, which is the great commandment in the Law?" “ອາຈານ​ເອີຍ, ກົດບັນຍັດ​ຂໍ້​ໃດ​ໃນ​ໜັງສື​ກົດບັນຍັດ​ທີ່​ໃຫຍ່​ທີ່ສຸດ?”
37 He said to him, "Love your Father with all your heart, with all your soul, and with all your mind. ພຣະເຢຊູເຈົ້າ​ຕອບ​ວ່າ, “ ‘ຈົ່ງ​ຮັກ​ອົງພຣະຜູ້ເປັນເຈົ້າ​ພຣະເຈົ້າ​ຂອງ​ເຈົ້າ​ດ້ວຍ​ສຸດ​ໃຈ, ດ້ວຍ​ສຸດ​ຈິດ ແລະ ດ້ວຍ​ສຸດ​ຄວາມຄິດ​ຂອງ​ພວກເຈົ້າ’.
38 This is the great and first commandment. ນີ້​ແມ່ນ​ກົດບັນຍັດ​ຂໍ້​ຕົ້ນ ແລະ ຂໍ້​ໃຫຍ່​ທີ່ສຸດ.
39 And a second is like it: You will love your neighbor as yourself. ຂໍ້​ທີ​ສອງ​ກໍ​ເໝືອນກັນ​ຄື ‘ຈົ່ງ​ຮັກ​ເພື່ອນບ້ານ​ເໝືອນ​ຮັກ​ຕົນ​ເອງ’.
40 On these two commandments depend all the Law and the Prophets." ໜັງສື​ກົດບັນຍັດ ແລະ ໜັງສື​ຜູ້ທຳນວາຍ​ທັງໝົດ​ກໍ​ຂຶ້ນ​ກັບ​ກົດບັນຍັດ​ສອງ​ຂໍ້​ນີ້”.
41 Now while the Pharisees were gathered together, Jesus asked them, ໃນ​ຂະນະ​ທີ່​ພວກ​ຟາຣີຊາຍ​ຍັງ​ເຕົ້າໂຮມ​ກັນ​ຢູ່​ນັ້ນ, ພຣະເຢຊູເຈົ້າ​ຖາມ​ພວກເຂົາ​ວ່າ,
42 "What do you think about the Christ? Whose son is he?" They said to him, "David's." “ພວກເຈົ້າ​ຄິດ​ຢ່າງໃດ​ກ່ຽວກັບ​ພຣະຄຣິດເຈົ້າ? ເພິ່ນ​ເປັນ​ບຸດ​ຂອງ​ຜູ້ໃດ?” ພວກເຂົາ​ຕອບ​ວ່າ, “ເປັນ​ບຸດ​ຂອງ​ດາວິດ”.
43 He asked them, "How then does David, by the Holy Spirit, call him Lord, saying, ພຣະອົງ​ກ່າວ​ແກ່​ພວກເຂົາ​ວ່າ, “ຖ້າ​ຢ່າງນັ້ນ ດ້ວຍເຫດໃດ​ພຣະວິນຍານບໍລິສຸດເຈົ້າ​ຈຶ່ງ​ດົນໃຈ​ໃຫ້​ດາວິດ​ເອີ້ນ​ພຣະອົງ​ວ່າ, ‘ອົງພຣະຜູ້ເປັນເຈົ້າ’? ເພາະ​ດາວິດ​ໄດ້​ກ່າວ​ວ່າ,
44 'Our Father said to my Lord, "Sit at my right hand, until I put your enemies under your feet"'? “ ‘ພຣະເຈົ້າ​ໄດ້​ກ່າວ​ກັບ​ອົງພຣະຜູ້ເປັນເຈົ້າ​ຂອງ​ຂ້ານ້ອຍ​ວ່າ: “ຈົ່ງ​ນັ່ງ​ທີ່​ເບື້ອງຂວາ​ມື​ຂອງ​ເຮົາ ຈົນ​ກວ່າ​ເຮົາ​ຈະ​ປາບ​ສັດຕູ​ຂອງ​ເຈົ້າ ໃຫ້​ຢູ່​ໃຕ້​ຕີນ​ຂອງ​ເຈົ້າ” ’.
45 If then David calls the Christ Lord, how can the Christ be David's son?" ດັ່ງນັ້ນ ຖ້າ​ດາວິດ​ເອີ້ນ​ພຣະອົງ​ວ່າ ‘ອົງພຣະຜູ້ເປັນເຈົ້າ’ ແລ້ວ​ພຣະອົງ​ຈະ​ເປັນ​ບຸດ​ຂອງ​ດາວິດ​ໄດ້​ຢ່າງໃດ?”
46 No one could answer him a word, and from that day no one dared ask him anything else. ບໍ່​ມີ​ຜູ້ໃດ​ໃນ​ພວກເຂົາ​ສາມາດ​ຕອບ​ພຣະອົງ​ໄດ້​ຈັກ​ຄຳ ແລະ ນັບ​ແຕ່​ວັນ​ນັ້ນ​ມາ​ກໍ​ບໍ່​ມີ​ຜູ້ໃດ​ກ້າ​ຖາມ​ພຣະອົງ​ອີກ.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]