Skip to content
The Believer's Library

Biblica® Open Lao Contemporary Version

Leviticus 22 OLCV

Show OLCV only
Verse × ×
1 Then our Father said to Moses, ພຣະເຈົ້າ​ຢາເວ​ກ່າວ​ແກ່​ໂມເຊ​ວ່າ,
2 "Tell Aaron and his sons to be careful with the holy offerings Israel's people dedicate to me, so they don't desecrate my holy name. I am your Father. “ຈົ່ງ​ບອກ​ອາໂຣນ​ກັບ​ລູກຊາຍ​ຂອງ​ລາວ​ໃຫ້​ປະຕິບັດ​ຕໍ່​ເຄື່ອງຖວາຍບູຊາ​ອັນ​ສັກສິດ​ທີ່​ຊາວ​ອິດສະຣາເອນ​ນຳ​ມາ​ຖວາຍ​ແກ່​ເຮົາ​ນັ້ນ​ດ້ວຍ​ຄວາມ​ເຄົາລົບຢຳເກງ, ເພື່ອວ່າ​ຈະ​ບໍ່​ເປັນ​ການ​ໝິ່ນປະໝາດ​ນາມ​ອັນ​ບໍລິສຸດ​ຂອງ​ເຮົາ. ເຮົາ​ຄື​ພຣະເຈົ້າ​ຢາເວ.
3 "Tell them: In every generation, any descendant of yours who is unclean and approaches the holy offerings Israel's people dedicate to me will be cut off from my presence. I am your Father. “ຈົ່ງ​ບອກ​ກັບ​ພວກເຂົາ​ວ່າ: ‘ນັບ​ແຕ່​ນີ້​ຕໍ່ໄປ​ທຸກ​ຊົ່ວອາຍຸ​ທີ່​ຈະ​ມາເຖິງ, ຖ້າ​ເຊື້ອສາຍ​ຂອງ​ເຈົ້າ​ຄົນໃດ​ທີ່​ເປັນມົນທິນ​ຕາມ​ລະບຽບ​ພິທີກຳ​ແຕ່​ຍັງ​ເຂົ້າມາ​ໃກ້​ເຄື່ອງຖວາຍບູຊາ​ອັນ​ສັກສິດ​ທີ່​ຊາວ​ອິດສະຣາເອນ​ນຳ​ມາ​ຖວາຍ​ແກ່​ພຣະເຈົ້າ​ຢາເວ, ຜູ້​ນັ້ນ​ຈະ​ຕ້ອງ​ຖືກ​ຕັດຂາດ​ຈາກ​ການ​ສະຖິດ​ຂອງ​ເຮົາ. ເຮົາ​ຄື​ພຣະເຈົ້າ​ຢາເວ.
4 "No descendant of Aaron with a skin disease or discharge may eat the holy offerings until clean. Whoever touches something unclean from a corpse, or a man who has a semen emission, “ ‘ຖ້າ​ເຊື້ອສາຍ​ຂອງ​ອາໂຣນ​ຄົນໃດ​ທີ່​ເປັນ​ພະຍາດ​ຜິວໜັງ​ທີ່​ເປັນມົນທິນ ຫລື ມີ​ສິ່ງ​ທີ່​ໄຫລອອກ​ຈາກ​ຮ່າງກາຍ, ຜູ້ນັ້ນ​ບໍ່​ຄວນ​ກິນ​ເຄື່ອງຖວາຍບູຊາ​ອັນ​ສັກສິດ​ຈົນ​ກວ່າ​ລາວ​ຈະ​ໄດ້​ຮັບ​ການ​ຊຳລະ​ໃຫ້​ບໍລິສຸດ​ເສຍກ່ອນ. ລາວ​ກໍ​ຈະ​ເປັນມົນທິນ​ເໝືອນກັນ​ຖ້າ​ລາວ​ສຳພັດ​ສິ່ງ​ທີ່​ເປັນມົນທິນ​ຈາກ​ຊາກສົບ ຫລື ຈາກ​ຄົນ​ທີ່​ມີ​ນ້ຳອະສຸຈິ​ໄຫລອອກມາ,
5 or touches any swarming creature that makes him unclean, or a person who makes him unclean, whatever his uncleanness. ຫລື ຖ້າ​ລາວ​ສຳພັດ​ສັດ​ເລືອຄານ​ທີ່​ເຮັດ​ໃຫ້​ລາວ​ເປັນມົນທິນ ຫລື ສຳພັດ​ບຸກຄົນ​ທີ່​ເຮັດ​ໃຫ້​ລາວ​ເປັນມົນທິນ, ບໍ່​ວ່າ​ຈະ​ເປັນມົນທິນ​ໃນ​ລັກສະນະ​ໃດ​ກໍ​ຕາມ.
6 Whoever touches it is unclean until evening and must not eat the holy offerings unless he has washed his body in water. ຜູ້​ທີ່​ສຳພັດ​ສິ່ງ​ເຫລົ່ານັ້ນ​ຈະ​ເປັນມົນທິນ​ຈົນ​ເຖິງ​ຄ່ຳ. ຜູ້​ນັ້ນ​ຈະ​ຕ້ອງ​ບໍ່​ກິນ​ເຄື່ອງຖວາຍບູຊາ​ອັນ​ສັກສິດ​ຈົນ​ກວ່າ​ຈະ​ໄດ້​ອາບນ້ຳ​ຊຳລະ​ຕົນ​ເອງ​ສາກ່ອນ.
7 At sunset he is clean; then he may eat the holy offerings, for it is his food. ເມື່ອ​ຕາເວັນ​ຕົກດິນ​ແລ້ວ, ລາວ​ຈຶ່ງ​ຈະ​ບໍ່ເປັນມົນທິນ ແລະ ຫລັງຈາກ​ນັ້ນ​ລາວ​ຈຶ່ງ​ກິນ​ເຄື່ອງບູຊາ​ອັນ​ສັກສິດ​ນັ້ນ​ໄດ້, ເພາະ​ແມ່ນ​ອາຫານ​ຂອງ​ລາວ.
8 He must not eat anything dead or torn by wild animals, for that makes him unclean. I am your Father. ລາວ​ຕ້ອງ​ບໍ່​ກິນ​ສັດ​ໂຕ​ໃດ​ທີ່​ຕາຍ​ເອງ ຫລື ຖືກ​ສັດປ່າ​ກັດ​ຕາຍ, ເພາະ​ຈະ​ເຮັດ​ໃຫ້​ລາວ​ເປັນມົນທິນ​ຜ່ານ​ສັດ​ນັ້ນ. ເຮົາ​ຄື​ພຣະເຈົ້າ​ຢາເວ.
9 Priests must keep my instructions, or bear guilt and die for treating them with contempt. I am your Father, who makes them holy. “ ‘ບັນດາ​ປະໂລຫິດ​ຕ້ອງ​ດຳເນີນ​ການຮັບໃຊ້​ຕາມ​ວິທີທາງ​ທີ່​ພວກເຂົາ​ຈະ​ບໍ່​ກາຍ​ເປັນ​ຜູ້​ມີ​ຄວາມຜິດ ແລະ ຕາຍ​ເພາະ​ການ​ປະຕິບັດ​ສິ່ງ​ເຫລົ່ານັ້ນ​ດ້ວຍ​ການ​ຫລົບຫລູ່. ເຮົາ​ຄື​ພຣະເຈົ້າ​ຢາເວ​ຜູ້​ເຮັດ​ໃຫ້​ພວກເຂົາ​ບໍລິສຸດ.
10 "No outsider may eat the holy offering; no guest or hired worker of a priest may eat it. “ ‘ຜູ້​ທີ່​ບໍ່ແມ່ນ​ຄົນ​ໃນ​ຄອບຄົວ​ຂອງ​ປະໂລຫິດ​ບໍ່​ສາມາດ​ກິນ​ເຄື່ອງຖວາຍບູຊາ​ສັກສິດ​ນັ້ນ​ໄດ້, ຜູ້ມາຢ້ຽມຢາມ​ປະໂລຫິດ ຫລື ລູກ​ຈ້າງ​ກໍ​ບໍ່​ສາມາດ​ກິນ​ສິ່ງ​ນັ້ນ​ບໍ່​ໄດ້.
11 But if a priest buys a slave with his own money, that slave may eat it; those born in the priest's house may eat his food. ແຕ່​ຖ້າ​ປະໂລຫິດ​ຊື້​ຂ້າທາດ​ມາ​ດ້ວຍ​ເງິນ ຫລື ຂ້າທາດ​ທີ່​ເກີດ​ໃນ​ເຮືອນ​ຂອງ​ປະໂລຫິດ, ພວກເຂົາ​ສາມາດ​ກິນ​ອາຫານ​ດັ່ງກ່າວ​ນັ້ນ​ໄດ້.
12 If a priest's daughter marries a non-priest, she may not eat the holy contributions. ຖ້າ​ລູກສາວ​ຂອງ​ປະໂລຫິດ​ແຕ່ງງານ​ກັບ​ຄົນອື່ນ​ທີ່​ບໍ່​ໄດ້​ເປັນ​ປະໂລຫິດ, ຫ້າມ​ບໍ່​ໃຫ້​ນາງ​ກິນ​ເຄື່ອງຖວາຍບູຊາ​ອັນ​ສັກສິດ​ທີ່​ໄດ້​ຮັບ​ສ່ວນ​ແບ່ງ​ມາ​ນັ້ນ.
13 But if a priest's daughter is widowed or divorced, has no child, and returns to her father's house as in her youth, she may eat her father's food. No outsider may eat it. ແຕ່​ຖ້າ​ລູກສາວ​ຂອງ​ປະໂລຫິດ​ເປັນ​ແມ່ໝ້າຍ ຫລື ເປັນ​ແມ່ຮ້າງ ແລະ ບໍ່ມີລູກ, ແລ້ວ​ນາງ​ກັບ​ມາ​ອາໄສ​ຢູ່​ເຮືອນ​ກັບ​ພໍ່​ຂອງ​ຕົນ​ເໝືອນ​ດັ່ງ​ທີ່​ຍັງ​ເປັນສາວ​ຢູ່​ນັ້ນ, ນາງ​ຈະ​ກິນ​ອາຫານ​ຂອງ​ພໍ່​ໄດ້. ຜູ້ໃດ​ກໍ​ຕາມ​ທີ່​ບໍ່​ໄດ້​ຮັບອະນຸຍາດ, ຫ້າມ​ກິນ​ອາຫານ​ນີ້.
14 "Anyone who eats a holy offering by mistake must add a fifth of its value and give it to the priest. “ ‘ຖ້າ​ຜູ້ໃດ​ກິນ​ເຄື່ອງຖວາຍບູຊາ​ສັກສິດ​ໂດຍ​ຮູ້ເທົ່າບໍ່ເຖິງການ ລາວ​ຕ້ອງ​ຊົດໃຊ້​ເຄື່ອງຖວາຍບູຊາ​ສັກສິດ​ນັ້ນ​ໃຫ້​ແກ່​ປະໂລຫິດ​ຕາມ​ຈຳນວນ​ທີ່​ລາວ​ໄດ້​ກິນ​ໄປ ແລະ ເພີ່ມເຕີມ​ອີກ​ໜຶ່ງສ່ວນຫ້າ​ຂອງ​ມູນຄ່າ​ຂອງ​ສິ່ງ​ນັ້ນ.
15 Priests must not desecrate the holy offerings Israel's people present to me, ປະໂລຫິດ​ຈະ​ຕ້ອງ​ບໍ່​ຫລົບຫລູ່​ເຄື່ອງຖວາຍບູຊາ​ສັກສິດ​ທີ່​ຊາວ​ອິດສະຣາເອນ​ນຳ​ມາ​ຖວາຍ​ແກ່​ພຣະເຈົ້າ​ຢາເວ
16 and bring guilt requiring payment on them by their eating their holy offerings. For I am your Father, who makes them holy." ໂດຍ​ອະນຸຍາດ​ໃຫ້​ພວກເຂົາ​ກິນ​ເຄື່ອງຖວາຍບູຊາ​ສັກສິດ ຈຶ່ງ​ເປັນ​ເຫດ​ໃຫ້​ພວກເຂົາ​ຕ້ອງ​ຊົດໃຊ້​ຄວາມ​ຜິດ​ນັ້ນ. ເຮົາ​ຄື​ພຣະເຈົ້າ​ຢາເວ, ຜູ້​ເຮັດ​ໃຫ້​ພວກເຂົາ​ບໍລິສຸດ’ ”.
17 Then our Father said to Moses, ພຣະເຈົ້າ​ຢາເວ​ກ່າວ​ແກ່​ໂມເຊ​ວ່າ,
18 "Tell Aaron, his sons, and all Israelites: When any of you—native-born or a foreigner living in Israel—brings a burnt offering to me, to fulfill a vow or as a voluntary gift. “ຈົ່ງ​ແຈ້ງ​ອາໂຣນ​ກັບ​ລູກຊາຍ​ຂອງ​ລາວ ແລະ ຊາວ​ອິດສະຣາເອນ​ທັງໝົດ ແລະ ບອກ​ພວກເຂົາ​ວ່າ: ‘ຖ້າ​ຊາວ​ອິດສະຣາເອນ ຫລື ຊາວ​ຕ່າງດ້າວ​ຄົນໃດ​ທີ່​ອາໄສ​ໃນ​ປະເທດ​ອິດສະຣາເອນ​ຈະ​ຖວາຍ​ເຄື່ອງເຜົາ​ບູຊາ​ແກ່​ພຣະເຈົ້າ​ຢາເວ, ບໍ່​ວ່າ​ຈະ​ຖວາຍ​ຕາມ​ການ​ບະບົນ ຫລື ເປັນ​ເຄື່ອງຖວາຍບູຊາ​ຕາມ​ຄວາມສະໝັກໃຈ,
19 Present a male without defect from cattle, sheep, or goats, so it's accepted for you. ພວກເຈົ້າ​ຈະ​ຕ້ອງ​ຖວາຍ​ສັດ​ໂຕຜູ້​ທີ່​ບໍ່​ມີ​ຕຳໜິ, ບໍ່​ວ່າ​ຈະ​ເປັນ​ງົວ, ແກະ ຫລື ແບ້​ເພື່ອ​ໃຫ້​ຂອງ​ຖວາຍ​ນັ້ນ​ເປັນ​ທີ່ຍອມຮັບ​ໃນ​ນາມ​ຂອງ​ພວກເຈົ້າ.
20 Do not present anything with a defect, because it will not be accepted on your behalf. ຢ່າ​ນຳ​ສິ່ງໃດ​ທີ່​ມີ​ຕຳໜິ​ມາ​ຖວາຍ, ເພາະວ່າ​ສິ່ງນັ້ນ​ຈະ​ບໍ່​ເປັນ​ທີ່ຍອມຮັບ​ໃນ​ນາມ​ຂອງ​ພວກເຈົ້າ.
21 When anyone brings a peace offering to me from herd or flock to fulfill an extraordinary vow or as a freewill offering, it must be flawless to be accepted—no defect in it. ເມື່ອ​ຜູ້ໃດ​ນຳ​ສັດ​ຈາກ​ຝູງສັດ​ເພື່ອ​ເອົາມາ​ເປັນ​ເຄື່ອງຖວາຍ​ເພື່ອ​ຄວາມ​ສາມັກຄີທຳ​ແກ່​ພຣະເຈົ້າ​ຢາເວ​ບໍ່​ວ່າ​ຈະຖວາຍ​ຕາມ​ການ​ບະບົນ ຫລື ຖວາຍ​ຕາມ​ຄວາມສະໝັກໃຈ, ຜູ້​ນັ້ນ​ຈະ​ຕ້ອງ​ຖວາຍ​ສັດ​ທີ່​ບໍ່​ມີ​ຕຳໜິ ຫລື ບໍ່ມີ​ຮອຍດ່າງພອຍ​ຈຶ່ງ​ຈະ​ເປັນ​ທີ່ຍອມຮັບ​ແກ່​ພຣະອົງ.
22 Do not offer me anything blind, broken, maimed, wart-covered, scabbed, or oozing. Do not put any of these on the altar as a food offering to me. ຢ່າ​ຖວາຍ​ສັດ​ຕາບອດ, ຮັບ​ບາດເຈັບ ຫລື ເຈັບປ່ວຍ, ຫລື ສິ່ງໃດກໍຕາມ​ທີ່​ເປັນຕຸ່ມ ຫລື ເປັນໜອງ ຫລື ມີບາດແຜ​ແກ່​ພຣະເຈົ້າ​ຢາເວ. ຢ່າ​ນຳ​ເອົາ​ສິ່ງ​ເຫລົ່ານີ້​ມາ​ວາງ​ເທິງ​ແທ່ນບູຊາ​ເພື່ອ​ເປັນ​ເຄື່ອງຖວາຍ​ອາຫານ​ແກ່​ພຣະເຈົ້າ​ຢາເວ.
23 You may present an ox or sheep that's deformed or stunted as a voluntary offering, but it won't be accepted for a vow. ເຖິງຢ່າງໃດກໍຕາມ, ພວກເຈົ້າ​ອາດ​ຈະ​ຖວາຍ​ລູກ​ງົວ ຫລື ລູກແກະ​ທີ່​ຜິດປົກກະຕິ ຫລື ບໍ່ສົມບູນ​ເປັນ​ເຄື່ອງຖວາຍ​ຕາມ​ຄວາມສະໝັກໃຈ​ໄດ້, ແຕ່​ຈະ​ບໍ່​ໄດ້​ຮັບ​ການ​ຍອມຮັບ​ວ່າ​ເປັນ​ຂອງ​ຖວາຍ​ຕາມ​ການ​ບະບົນ.
24 Don't offer me an animal with testicles bruised, crushed, torn, or cut. Don't do this in your own land. ພວກເຈົ້າ​ຢ່າ​ນຳ​ເອົາ​ສັດ​ທີ່​ມີ​ອະໄວຍະວະເພດ​ຜິດປົກກະຕິ, ລີບ, ຈີກຂາດ ຫລື ຖືກ​ຕອນ​ມາ​ຖວາຍ​ແກ່​ພຣະເຈົ້າ​ຢາເວ. ພວກເຈົ້າ​ຢ່າ​ເຮັດ​ສິ່ງ​ດັ່ງກ່າວ​ນີ້​ໃນ​ດິນແດນ​ຂອງ​ພວກເຈົ້າເອງ,
25 You must not accept such animals from a foreigner to offer as your Father's food, since they are deformed and defective—they will not be accepted for you." ແລະ ພວກເຈົ້າ​ຢ່າ​ຮັບເອົາ​ສັດ​ດັ່ງກ່າວ​ນີ້​ຈາກ​ມື​ຂອງ​ຄົນຕ່າງດ້າວ ແລະ ຢ່າ​ຖວາຍ​ສັດ​ເຫລົ່ານີ້​ເປັນ​ເຄື່ອງຖວາຍ​ອາຫານ​ແກ່​ພຣະເຈົ້າ​ຂອງ​ພວກເຈົ້າ. ສັດ​ເຫລົ່ານີ້​ຈະ​ບໍ່​ເປັນ​ທີ່​ຍອມຮັບ​ໃນ​ນາມ​ຂອງ​ພວກເຈົ້າ, ເພາະ​ເປັນ​ສັດ​ທີ່​ຜິດປົກກະຕິ ແລະ ມີ​ຕຳໜິ’ ”.
26 Then our Father said to Moses, ພຣະເຈົ້າ​ຢາເວ​ກ່າວ​ກັບ​ໂມເຊ​ວ່າ,
27 "When a calf, lamb, or goat is born, it stays with its mother seven days; from the eighth day on, it is acceptable as a food offering to me. “ເມື່ອ​ລູກງົວ ລູກແກະ ຫລື ລູກແບ້​ເກີດ​ມາ​ນັ້ນ, ຈົ່ງ​ປ່ອຍ​ມັນ​ໄວ້​ກັບ​ແມ່​ຂອງ​ມັນ​ເປັນ​ເວລາ​ເຈັດ​ວັນ. ເລີ່ມ​ຈາກ​ວັນ​ທີແປດ​ເປັນຕົ້ນໄປ, ຈຶ່ງ​ຈະ​ເປັນ​ທີ່​ຍອມຮັບ​ໃຫ້​ເປັນ​ເຄື່ອງຖວາຍບູຊາ​ອາຫານ​ທີ່​ຖວາຍ​ແກ່​ພຣະເຈົ້າ​ຢາເວ​ໄດ້.
28 Do not slaughter a cow or a sheep and its young on the same day. ຢ່າ​ຂ້າ​ງົວ​ແມ່ ຫລື ແກະ​ແມ່ ແລະ ລູກ​ຂອງ​ມັນ​ໃນ​ມື້​ດຽວກັນ.
29 "When you sacrifice a thank offering to me, sacrifice it so you'll be accepted. “ເມື່ອ​ພວກເຈົ້າ​ຖວາຍ​ເຄື່ອງຖວາຍ​ສຳລັບ​ການ​ຂອບພຣະຄຸນ​ແກ່​ພຣະເຈົ້າ​ຢາເວ, ຈົ່ງ​ຖວາຍ​ຕາມ​ວິທີ​ທີ່​ເປັນ​ທີ່ຍອມຮັບ​ໃນ​ນາມ​ຂອງ​ພວກເຈົ້າ.
30 It must be eaten that same day; leave none of it until morning. I am your Father. ຈົ່ງ​ກິນ​ໃຫ້​ໝົດ​ໃນ​ວັນ​ດຽວກັນ​ນັ້ນ, ຢ່າ​ປະ​ໃຫ້​ເຫລືອ​ຄ້າງໄວ້​ຈົນເຖິງ​ຕອນເຊົ້າ. ເຮົາ​ຄື​ອົງພຣະເຈົ້າ​ຢາເວ.
31 "Keep my commands and follow them. I am your Father. “ຈົ່ງ​ຖື​ຮັກສາ ແລະ ປະຕິບັດ​ຕາມ​ຄຳສັ່ງ​ຂອງ​ເຮົາ. ເຮົາ​ຄື​ພຣະເຈົ້າ​ຢາເວ.
32 Do not desecrate my holy name; I must be honored as holy among the Israelites. I am your Father, who makes you holy, ຢ່າ​ໝິ່ນປະໝາດ​ນາມ​ອັນ​ບໍລິສຸດ​ຂອງ​ເຮົາ, ຊາວ​ອິດສະຣາເອນ​ຈົ່ງ​ຮັບຮູ້​ວ່າ​ເຮົາ​ບໍລິສຸດ. ເຮົາ​ຄື​ພຣະເຈົ້າ​ຢາເວ​ຜູ້​ເຮັດ​ໃຫ້​ພວກເຈົ້າ​ບໍລິສຸດ
33 and who brought you out of Egypt to be your Father. I am your Father." ແລະ ເປັນ​ຜູ້ນຳ​ພວກເຈົ້າ​ອອກຈາກ​ປະເທດ​ເອຢິບ​ເປັນ​ພຣະເຈົ້າ​ຂອງ​ພວກເຈົ້າ. ເຮົາ​ຄື​ພຣະເຈົ້າ​ຢາເວ”.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]