Skip to content
The Believer's Library

Biblica® Open Lao Contemporary Version

Leviticus 21 OLCV

Show OLCV only
Verse × ×
1 Our Father said to Moses: "Tell the priests, Aaron's sons: No one may make himself unclean for the dead among his people, ພຣະເຈົ້າ​ຢາເວ​ກ່າວ​ແກ່​ໂມເຊ​ວ່າ, “ຈົ່ງ​ແຈ້ງ​ແກ່​ພວກປະໂລຫິດ, ພວກລູກຊາຍ​ຂອງ​ອາໂຣນ ແລະ ບອກ​ວ່າ: ປະໂລຫິດ​ຈະ​ຕ້ອງ​ບໍ່​ເຮັດ​ໃຫ້​ຕົນ​ເອງ​ເປັນມົນທິນ​ຕາມ​ລະບຽບ​ພິທີກຳ​ເພາະ​ການຕາຍ​ຂອງ​ຍາດພີ່ນ້ອງ​ຂອງ​ຕົນ,
2 except for his closest relatives—his mother, his father, his son, his daughter, his brother, ຍົກເວັ້ນ​ພີ່ນ້ອງ​ໃກ້ຊິດ​ເຊັ່ນ​ວ່າ: ພໍ່ ຫລື ແມ່​ຂອງ​ຕົນ, ລູກຊາຍ ຫລື ລູກສາວ​ຂອງ​ຕົນ, ອ້າຍ​ນ້ອງຊາຍ
3 or his virgin sister, close to him, still unmarried—for her he may become unclean. ຫລື ເອື້ອຍ ຫລື ນ້ອງສາວ​ຂອງ​ຕົນ​ທີ່​ຍັງບໍ່​ໄດ້​ແຕ່ງງານ​ທີ່​ຍັງເພິ່ງພາ​ຕົນ​ເນື່ອງ​ຈາກ​ນາງ​ບໍ່​ມີ​ຜົວ ເພາະ​ນາງ​ອາດ​ຈະ​ເຮັດ​ໃຫ້​ຕົນ​ເອງ​ເປັນມົນທິນ​ໄດ້.
4 He must not make himself unclean as a leader among his people and desecrate himself. ລາວ​ຈະ​ຕ້ອງ​ບໍ່​ເຮັດ​ໃຫ້​ຕົນ​ເອງ​ເປັນມົນທິນ​ຍ້ອນ​ຄົນ​ທີ່​ມາ​ເປັນ​ພີ່ນ້ອງ​ຂອງ​ຕົນ​ໂດຍຜ່ານ​ທາງ​ການແຕ່ງງານ ແລະ ເຮັດ​ໃຫ້​ໂຕ​ເອງ​ເປັນມົນທິນ.
5 They must not shave their heads bald, shave off their beard edges, or gash their bodies. “ ‘ພວກປະໂລຫິດ​ຈະ​ຕ້ອງ​ບໍ່​ແຖຫົວ ຫລື ກຽນ​ໜວດ ຫລື ປາດ​ໜັງ​ຕົນ​ເອງ.
6 They must be holy to their Father and not desecrate his name; they present our Father's food offerings, his bread, so they must be holy. ພວກເຂົາ​ຈະ​ຕ້ອງ​ບໍລິສຸດ​ແດ່​ພຣະເຈົ້າ​ຂອງ​ພວກເຂົາ ແລະ ພວກເຂົາ​ຕ້ອງ​ບໍ່​ໝິ່ນປະໝາດ​ນາມ​ພຣະເຈົ້າ​ຂອງ​ພວກເຂົາ. ເພາະ​ພວກເຂົາ​ເປັນ​ຜູ້​ຖວາຍ​ອາຫານ​ບູຊາ​ແກ່​ພຣະເຈົ້າ​ຢາເວ, ເປັນ​ເຄື່ອງ​ບູຊາ​ຂອງ​ພຣະເຈົ້າ​ຂອງ​ພວກເຂົາ, ພວກເຂົາ​ຕ້ອງ​ບໍລິສຸດ.
7 They must not marry a prostitute, one made unclean, or one divorced from her husband; the priest is holy to his Father. “ ‘ບັນດາ​ປະໂລຫິດ​ຈະ​ຕ້ອງ​ບໍ່​ແຕ່ງງານ​ກັບ​ຍິງ​ທີ່​ເປັນ​ມົນທິນ​ຄື​ຍິງ​ທີ່​ເປັນ​ໂສເພນີ ຫລື ຢ່າຮ້າງ​ຈາກ​ຜົວ​ຂອງ​ຕົນ, ເພາະ​ບັນດາ​ປະໂລຫິດ​ເປັນ​ຜູ້​ທີ່​ຖືກ​ແຍກ​ໄວ້​ເພື່ອ​ພຣະເຈົ້າ​ຂອງ​ພວກເຂົາ.
8 Treat him as holy—he offers your Father's bread. He is to be holy to you, for I, your Father who makes you holy, your Father who sets you apart, am holy. ຈົ່ງ​ຖື​ວ່າ​ພວກເຂົາ​ເປັນ​ຄົນ​ທີ່​ເຮົາ​ໄດ້​ແຍກ​ໄວ້​ເພື່ອ​ເຮົາ​ເອງ, ເພາະ​ພວກເຂົາ​ເປັນ​ຜູ້​ຖວາຍ​ອາຫານ​ບູຊາ​ແກ່​ພຣະເຈົ້າ​ຂອງ​ພວກເຈົ້າ. ຈົ່ງ​ຖື​ວ່າ​ພວກເຂົາ​ບໍລິສຸດ ເພາະ​ເຮົາ​ເປັນ​ພຣະເຈົ້າ​ຢາເວ​ເປັນ​ອົງ​ບໍລິສຸດ, ເຮົາ​ເປັນ​ຜູ້​ເຮັດ​ໃຫ້​ພວກເຈົ້າ​ບໍລິສຸດ.
9 A priest's daughter who desecrates herself by prostitution desecrates her father; she is to be burned with fire. “ ‘ລູກສາວ​ຂອງ​ປະໂລຫິດ​ຄົນ​ໃດ​ປ່ອຍ​ໂຕ​ໃຫ້​ເປັນມົນທິນ​ໂດຍ​ເປັນ​ຍິງ​ໂສເພນີ, ນາງ​ກໍ​ເຮັດ​ໃຫ້​ພໍ່​ຂອງ​ຕົນ​ອັບອາຍ​ຂາຍ​ໜ້າ; ນາງ​ຈະ​ຕ້ອງ​ຖືກ​ເຜົາໄຟ​ໃຫ້​ຕາຍ.
10 The high priest, greatest among his brothers, with anointing oil poured on his head and ordained to wear the garments, must not let his hair hang loose or tear his clothes. “ ‘ມະຫາ​ປະໂລຫິດ​ເປັນ​ຜູ້​ໜຶ່ງ​ໃນ​ບັນດາ​ພີ່ນ້ອງ​ຂອງ​ພວກເຂົາ​ຜູ້ທີ່​ໄດ້​ຮັບ​ການ​ເຈີມ​ດ້ວຍ​ນ້ຳມັນ​ເທິງ​ຫົວ ແລະ ໄດ້​ຮັບ​ການ​ສະຖາປະນາ​ໂດຍ​ການ​ນຸ່ງ​ເຄື່ອງ​ແຕ່ງກາຍ​ຂອງ​ປະໂລຫິດ​ນັ້ນ, ເພິ່ນ​ຈະ​ຕ້ອງ​ບໍ່​ປ່ອຍ​ຜົມ​ຫຍຸ້ງ​ເປັນ​ການ​ໄວ້ທຸກ ຫລື ຈີກ​ເສື້ອຜ້າ​ຂອງ​ຕົນ.
11 He must not go near a corpse or make himself unclean, even for his father or mother. ເພິ່ນ​ຈະ​ຕ້ອງ​ບໍ່​ເຂົ້າ​ໄປ​ໃນ​ບ່ອນ​ທີ່​ມີ​ສົບ​ຂອງ​ຄົນຕາຍ. ເພິ່ນ​ຕ້ອງ​ບໍ່​ເຮັດ​ໃຫ້​ຕົນ​ເອງ​ເປັນ​ມົນທິນ, ແມ່ນແຕ່​ເພື່ອ​ພໍ່​ແມ່​ຂອງ​ຕົນ,
12 He must not leave the sanctuary or desecrate his Father's sanctuary; his anointing oil has dedicated him. I am your Father. ຈະ​ບໍ່​ອອກຈາກ​ສະຖານ​ນະມັດສະການ​ຂອງ​ພຣະເຈົ້າ​ຂອງ​ຕົນ ຫລື ເຮັດ​ໃຫ້​ສະຖານ​ນະມັດສະການ​ນັ້ນ​ເສື່ອມເສຍ, ເພາະ​ລາວ​ໄດ້​ອຸທິດ​ຖວາຍ​ໂດຍ​ນ້ຳມັນ​ເຈີມ​ຂອງ​ພຣະເຈົ້າ​ຂອງ​ຕົນ. ເຮົາ​ຄື​ພຣະເຈົ້າ​ຢາເວ.
13 He is to marry only a virgin. “ ‘ຍິງ​ທີ່​ເພິ່ນ​ຈະ​ຕ້ອງ​ແຕ່ງງານ​ນຳ​ຕ້ອງ​ເປັນ​ສາວ​ບໍລິສຸດ.
14 He may not marry a widow, divorced woman, or woman made unclean by prostitution—only a virgin from his own people. ລາວ​ຈະ​ຕ້ອງ​ບໍ່​ແຕ່ງງານ​ກັບ​ຍິງໝ້າຍ, ຍິງ​ທີ່​ຢ່າຮ້າງ ຫລື ຍິງ​ທີ່​ເປັນມົນທິນ​ໂດຍ​ການ​ເປັນ​ໂສເພນີ, ແຕ່​ລາວ​ຈະ​ຕ້ອງ​ແຕ່ງງານ​ກັບ​ຍິງ​ສາວ​ບໍລິສຸດ​ທີ່​ມາ​ຈາກ​ຕະກຸນ​ຂອງ​ຕົນ​ເອງ​ເທົ່ານັ້ນ.
15 So he won't desecrate his offspring among his people, for I, your Father, make him holy—his Father who sets him apart." ເພື່ອວ່າ​ລາວ​ຈະ​ບໍ່​ເຮັດ​ໃຫ້​ເຊື້ອສາຍ​ຂອງ​ລາວ​ເປັນມົນທິນ​ໃນ​ທ່າມກາງ​ປະຊາຊົນ​ຂອງ​ລາວ. ເຮົາ​ຄື​ພຣະເຈົ້າ​ຢາເວ, ຜູ້​ເຮັດ​ໃຫ້​ລາວ​ບໍລິສຸດ’ ”.
16 And our Father said to Moses: ແລ້ວ​ພຣະເຈົ້າ​ຢາເວ​ກ່າວ​ແກ່​ໂມເຊ​ວ່າ,
17 "Speak to Aaron: no descendant of yours, in any generation, who has a defect may approach to offer his Father's food. “ຈົ່ງ​ບອກ​ອາໂຣນ​ວ່າ: ‘ຕະຫລອດ​ທຸກຊົ່ວອາຍຸ​ຂອງ​ເຊື້ອສາຍ​ຂອງ​ເຈົ້າ​ທີ່​ຈະ​ມາເຖິງ​ນັ້ນ ຢ່າ​ໃຫ້​ຄົນໃດ​ທີ່​ມີ​ຮ່າງກາຍ​ທີ່​ມີ​ຕຳໜິ​ເຂົ້າໄປ​ຖວາຍ​ອາຫານ​ແກ່​ພຣະເຈົ້າ​ຂອງ​ຕົນ.
18 No man with a defect may approach: blind, lame, disfigured-faced, or deformed-limbed, ຄົນໃດ​ທີ່​ມີ​ຕຳໜິ​ຢ່າ​ເຂົ້າໄປ: ບໍ່​ວ່າ​ຈະ​ເປັນ​ຄົນ​ຕາບອດ, ຄົນ​ພິການ, ຄົນ​ເສຍໂສມ ຫລື ຜິດ​ປົກກະຕິ;
19 or a man who has a broken foot or a broken hand, ຄົນ​ທີ່​ມີ​ມື ຫລື ຕີນ​ເປັນ​ເປ້ຍລ່ອຍ,
20 or a hunchback, a dwarf, an eye defect, festering sores, scabs, or crushed testicles. ຫລື ຄົນ​ຫລັງ​ກ່ອມ ຫລື ຄົນ​ເຕ້ຍ​ຜິດ​ປົກກະຕິ ຫລື ຄົນ​ພິການ​ຕາ ຫລື ຄົນ​ທີ່​ເປັນ​ຫິດ, ເປັນ​ພະຍາດ​ຜິວໜັງ ຫລື ມີ​ອະໄວຍະວະ​ເພດ​ພິການ.
21 No descendant of Aaron the priest with a defect may approach to offer our Father's food offerings; with a defect, he may not approach to offer his Father's bread. ຫ້າມ​ບໍ່​ໃຫ້​ເຊື້ອສາຍ​ຂອງ​ອາໂຣນ​ຜູ້​ເປັນ​ປະໂລຫິດ​ທີ່​ມີ​ຕຳໜິ​ເຂົ້າ​ມາ​ໃກ້​ເພື່ອ​ຖວາຍ​ອາຫານ​ບູຊາ​ແກ່​ພຣະເຈົ້າ​ຢາເວ. ຖ້າ​ລາວ​ມີ​ສິ່ງ​ທີ່​ມີ​ຕຳໜິ, ລາວ​ຈະ​ຕ້ອງ​ບໍ່​ເຂົ້າ​ມາ​ໃກ້​ເພື່ອ​ຖວາຍ​ເຄື່ອງບູຊາ​ທີ່​ເປັນ​ອາຫານ​ແກ່​ພຣະເຈົ້າ​ຂອງ​ຕົນ.
22 He may eat the bread of his Father, both the most holy and the holy things. ລາວ​ສາມາດ​ກິນ​ອາຫານ​ບູຊາ​ທີ່​ບໍລິສຸດ​ທີ່ສຸດ​ຂອງ​ພຣະເຈົ້າ​ໄດ້, ລວມ​ທັງ​ອາຫານ​ທີ່​ບໍລິສຸດ​ດ້ວຍ;
23 He must not go near the veil or approach the altar, having a defect, so he won't desecrate my holy places—for I, your Father, make them holy, their Father who sets them apart." ແຕ່​ຍ້ອນ​ລາວ​ມີ​ຕຳໜິ, ລາວ​ຈະ​ເຂົ້າ​ໃກ້​ຜ້າກັ້ງ ຫລື ເຂົ້າ​ໃກ້​ແທ່ນບູຊາ​ບໍ່​ໄດ້​ເດັດຂາດ, ເຊິ່ງ​ຈະ​ເປັນ​ການ​ຫລົບຫລູ່​ສະຖານ​ນະມັດສະການ​ຂອງ​ເຮົາ. ເຮົາ​ຄື​ພຣະເຈົ້າ​ຢາເວ​ຜູ້​ເຮັດ​ໃຫ້​ພວກເຂົາ​ບໍລິສຸດ’ ”.
24 So Moses spoke this to Aaron and his sons and to all the people of Israel. ດັ່ງນັ້ນ ໂມເຊ​ຈຶ່ງ​ບອກ​ສິ່ງ​ເຫລົ່ານີ້​ແກ່​ອາໂຣນ​ກັບ​ບັນດາ​ລູກຊາຍ​ຂອງ​ລາວ ແລະ ປະຊາຊົນ​ອິດສະຣາເອນ​ທັງໝົດ.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]