ການລົງໂທດສຳລັບການເຮັດບາບ
1ພຣະເຈົ້າຢາເວກ່າວແກ່ໂມເຊ, 2“ຈົ່ງບອກຊາວອິດສະຣາເອນວ່າ: ‘ບໍ່ວ່າຄົນອິດສະຣາເອນ ຫລື ຄົນຕ່າງດ້າວທີ່ມາອາໄສຢູ່ປະເທດອິດສະຣາເອນທີ່ຍົກຖວາຍລູກຂອງຕົນໃຫ້ພະໂມເລັກຈະຖືກປະຫານຊີວິດ. ສະມາຊິກໃນຊຸມຊົນຈະເອົາກ້ອນຫີນແກ່ວງໃສ່ພວກເຂົາ. 3ເຮົາເອງຈະເປັນຜູ້ຕໍ່ຕ້ານຄົນນັ້ນ ແລະ ຕັດພວກເຂົາອອກຈາກການເປັນປະຊາຊົນຂອງພວກເຂົາ; ເພາະດ້ວຍການທີ່ເຂົາຍົກລູກຂອງຕົນໃຫ້ພະໂມເລັກກໍເຮັດໃຫ້ສະຖານນະມັດສະການຂອງເຮົາເປັນມົນທິນ ແລະ ເປັນການໝິ່ນປະໝາດນາມອັນບໍລິສຸດຂອງເຮົາ. 4ຖ້າສະມາຊິກຂອງຊຸມຊົນຫາກເມີນເສີຍໃນຂະນະມີຄົນຍົກຖວາຍລູກຂອງຕົນໃຫ້ພະໂມເລັກ, 5ເຮົາຈະເປັນຜູ້ຕໍ່ຕ້ານກັບຄົນນັ້ນ ແລະ ຄອບຄົວຂອງເຂົາ ແລະ ຈະຕັດເຂົາອອກຈາກປະຊາຊົນຂອງຕົນພ້ອມກັບທຸກຄົນທີ່ເຮັດຕາມເຂົາທີ່ເປັນຂາຍຕົວໃຫ້ແກ່ພະໂມເລັກ.
6“ ‘ເຮົາຈະເປັນຜູ້ຕໍ່ຕ້ານກັບຜູ້ທີ່ຫັນໄປຫາໝໍຜີ ແລະ ຜູ້ທີ່ປຸກເສກວິນຍານຕ່າງໆຂຶ້ນມາເພື່ອເປັນຜູ້ຂາຍຕົວໂດຍການຕິດຕາມຄົນເຫລົ່ານີ້ ແລະ ເຮົາຈະຕັດພວກເຂົາອອກຈາກປະຊາຊົນຂອງພວກເຂົາ.
7“ ‘ຈົ່ງອຸທິດຕົນເອງ ແລະ ຈົ່ງເປັນຜູ້ບໍລິສຸດ, ເພາະເຮົາຄືພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ. 8ຈົ່ງຮັກສາຂໍ້ຄຳສັ່ງຂອງເຮົາ ແລະ ປະຕິບັດຕາມ. ເຮົາຄືພຣະເຈົ້າຢາເວ, ຜູ້ເຮັດໃຫ້ພວກເຈົ້າບໍລິສຸດ.
9“ ‘ຜູ້ໃດປ້ອຍດ່າພໍ່ ຫລື ແມ່ຂອງຕົນຈະຕ້ອງມີໂທດເຖິງຕາຍ. ຍ້ອນພວກເຂົາໄດ້ປ້ອຍດ່າພໍ່ ຫລື ແມ່ຂອງຕົນ, ເລືອດຂອງພວກເຂົາເອງຈະໄປຢູ່ທີ່ຫົວຂອງພວກເຂົາ.
10“ ‘ຜູ້ໃດທຳການຫລີ້ນຊູ້ກັບເມຍຂອງຄົນອື່ນ, ກັບເມຍຂອງເພື່ອນບ້ານຂອງຕົນ, ທັງຊາຍ ແລະ ຍິງທີ່ເປັນຊູ້ກັນຈະຕ້ອງຖືກໂທດເຖິງຕາຍ.
11“ ‘ຖ້າຜູ້ໃດມີການພົວພັນທາງເພດກັບແມ່ນ້າຂອງຕົນເອງ, ຜູ້ນັ້ນກໍໄດ້ເຮັດໃຫ້ພໍ່ຂອງຕົນອັບອາຍຂາຍໜ້າ. ທັງຊາຍ ແລະ ຍິງຄູ່ນັ້ນຈະຕ້ອງຖືກໂທດເຖິງຕາຍ; ເລືອດຂອງພວກເຂົາເອງຈະໄປຢູ່ທີ່ຫົວຂອງພວກເຂົາ.
12“ ‘ຖ້າຜູ້ໃດມີການພົວພັນທາງເພດກັບລູກໃພ້ຂອງຕົນ, ພວກເຂົາທັງສອງຕ້ອງຖືກໂທດເຖິງຕາຍ. ສິ່ງທີ່ພວກເຂົາໄດ້ເຮັດເປັນຄວາມເສື່ອມຊາມ; ເລືອດຂອງພວກເຂົາເອງຈະໄປຢູ່ທີ່ຫົວຂອງພວກເຂົາ.
13“ ‘ຖ້າຜູ້ຊາຍມີເພດສຳພັນກັບຜູ້ຊາຍດັ່ງທີ່ພວກເຂົາໄດ້ເຮັດກັບແມ່ຍິງນັ້ນ, ພວກເຂົາທັງສອງກໍໄດ້ເຮັດສິ່ງທີ່ໜ້າລັງກຽດ. ພວກເຂົາຈະຕ້ອງຖືກລົງໂທດເຖິງຕາຍ; ເລືອດຂອງພວກເຂົາເອງຈະໄປຢູ່ທີ່ຫົວຂອງພວກເຂົາ.
14“ ‘ຖ້າຜູ້ຊາຍແຕ່ງງານກັບທັງຍິງສາວ ແລະ ແມ່ຂອງນາງ. ນັ້ນແມ່ນຄວາມຊົ່ວຮ້າຍ. ທັງສາມຄົນຈະຕ້ອງຖືກເຜົາດ້ວຍໄຟ, ເພື່ອບໍ່ໃຫ້ມີຄວາມຊົ່ວຮ້າຍເກີດຂຶ້ນທ່າມກາງພວກເຈົ້າ.
15“ ‘ຖ້າຊາຍໃດມີການພົວພັນທາງເພດກັບສັດ, ຊາຍນັ້ນຈະມີໂທດເຖີງຕາຍ ແລະ ພວກເຈົ້າຕ້ອງຂ້າສັດນັ້ນ.
16“ ‘ຍິງໃດເຂົ້າສ່ວນໃນການພົວພັນທາງເພດກັບສັດ, ຈົ່ງຂ້າທັງຄົນ ແລະ ສັດ. ພວກເຂົາມີໂທດເຖິງຕາຍ. ເລືອດຂອງພວກເຂົາເອງຈະໄປຢູ່ທີ່ຫົວຂອງພວກເຂົາ.
17“ ‘ຖ້າຊາຍໃດແຕ່ງງານກັບເອື້ອຍຫລືນ້ອງສາວຂອງຕົນ, ບໍ່ວ່າຈະເປັນເອື້ອຍ ຫລື ນ້ອງສາວຂອງຕົນຕ່າງພໍ່ ຫລື ຕ່າງແມ່ ແລະ ພວກເຂົາມີການພົວພັນທາງເພດ, ນີ້ກໍເປັນສິ່ງທີ່ອັບອາຍຂາຍໜ້າ. ພວກເຂົາທັງສອງຈະຕ້ອງຖືກໄລ່ອອກຈາກປະຊາຊົນຂອງພວກເຂົາຢ່າງເປີດເຜີຍ. ຊາຍນັ້ນໄດ້ເຮັດໃຫ້ເອື້ອຍ ຫລື ນ້ອງສາວຂອງຕົນອັບອາຍຂາຍໜ້າ ແລະ ເຂົາຈະຕ້ອງຮັບຜິດຊອບ.
18“ ‘ຖ້າຊາຍໃດມີການພົວພັນທາງເພດກັບຍິງທີ່ກຳລັງມີປະຈຳເດືອນ, ຊາຍນັ້ນກໍ່ໄດ້ເປີດເຜີຍແຫລ່ງທີ່ມາຂອງປະຈຳດືອນ ແລະ ນາງກໍບໍ່ໄດ້ປົກປິດສິ່ງນັ້ນດ້ວຍ. ພວກເຂົາທັງສອງຈະຕ້ອງຖືກຕັດອອກຈາກປະຊາຊົນຂອງພວກເຂົາ.
19“ ‘ຫ້າມບໍ່ໃຫ້ມີການພົວພັນທາງເພດກັບປ້ານ້າສາວ ຫລື ອາຂອງຕົນ, ເພາະການກະທຳຢ່າງນັ້ນກໍເຮັດໃຫ້ພີ່ນ້ອງໃກ້ຊິດຕ້ອງອັບອາຍຂາຍໜ້າ; ພວກເຂົາທັງສອງຈະຕ້ອງຮັບຜິດຊອບ.
20“ ‘ຊາຍໃດມີການພົວພັນທາງເພດກັບປ້າ ນ້າໃພ້ ຫລື ອາໃພ້, ກໍເຮັດໃຫ້ລຸງ, ນ້າບ່າວ ຫລື ອາວຂອງຕົນຕ້ອງອັບອາຍຂາຍໜ້າ. ພວກເຂົາຈະຕ້ອງຮັບຜິດຊອບ, ພວກເຂົາຈະຕາຍໂດຍບໍ່ມີລູກສືບທອດ.
21“ ‘ຖ້າຊາຍໃດແຕ່ງງານກັບເອື້ອຍໃພ້ ຫລື ນ້ອງໃພ້ຂອງຕົນ, ນີ້ເປັນການເຮັດໃນສິ່ງທີ່ບໍ່ບໍລິສຸດ ຊາຍນັ້ນໄດ້ເຮັດໃຫ້ອ້າຍ ຫລື ນ້ອງຊາຍຂອງຕົນຕ້ອງອັບອາຍຂາຍໜ້າ. ພວກເຂົາຈະບໍ່ມີລູກສືບທອດ.
22“ ‘ຈົ່ງຖືຮັກສາຂໍ້ຄຳສັ່ງ ແລະ ກົດບັນຍັດຂອງເຮົາ ແລະ ປະຕິບັດຕາມສິ່ງເຫລົ່ານັ້ນ, ເພື່ອວ່າດິນແດນທີ່ເຮົາກຳລັງຈະນຳພວກເຈົ້າເຂົ້າໄປອາໄສຈະບໍ່ຄາຍພວກເຈົ້າອອກມາ. 23ພວກເຈົ້າຢ່າໄດ້ດຳເນີນຕາມປະເພນີຂອງຊົນຊາດທັງຫລາຍທີ່ເຮົາກຳລັງຈະຂັບໄລ່ອອກໄປຕໍ່ໜ້າພວກເຈົ້າ. ເພາະພວກເຂົາໄດ້ເຮັດສິ່ງເຫລົ່ານີ້, ເຮົາຈຶ່ງກຽດຊັງພວກເຂົາ. 24ແຕ່ເຮົາກ່າວກັບພວກເຈົ້າວ່າ, “ເຈົ້າຈະຄອບຄອງດິນແດນຂອງພວກເຂົາ, ເຮົາຈະໃຫ້ດິນແດນນັ້ນໃຫ້ເປັນກຳມະສິດຂອງພວກເຈົ້າ, ເປັນດິນແດນທີ່ອຸດົມດ້ວຍນ້ຳນົມ ແລະ ນ້ຳເຜິ້ງ”. ເຮົາຄືພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ, ຜູ້ທີ່ໄດ້ແຍກເອົາພວກເຈົ້າອອກຈາກຊົນຊາດຕ່າງໆ.
25“ ‘ສະນັ້ນເຈົ້າຕ້ອງໄຈ້ແຍກລະຫວ່າງສັດ ແລະ ນົກທີ່ເປັນມົນທິນ ແລະ ບໍ່ເປັນມົນທິນ. ຢ່າປ່ອຍໃຫ້ພວກເຈົ້າເອງເປັນມົນທິນໂດຍສັດໃດໆ ຫລື ນົກ ຫລື ສັດເລືອຄານຢູ່ຕາມພື້ນດິນສັດເຫລົ່ານີ້ເຮົາໄດ້ແຍກອອກໄວ້ໃຫ້ເປັນມົນທິນສຳລັບພວກເຈົ້າ. 26ພວກເຈົ້າຕ້ອງບໍລິສຸດສຳລັບເຮົາ, ເພາະເຮົາຜູ້ເປັນພຣະເຈົ້າຢາເວເປັນຜູ້ບໍລິສຸດ ແລະ ໄດ້ແຍກພວກເຈົ້າອອກຈາກຊາດອື່ນໆເພື່ອເປັນກຳມະສິດຂອງເຮົາ.
27“ ‘ບໍ່ວ່າຍິງຫລືຊາຍທີ່ເປັນໝໍຜີ ຫລື ຜູ້ທີ່ປຸກເສກວິນຍານຕ່າງໆຂຶ້ນມາໃນທ່າມກາງພວກເຈົ້າ ຜູ້ນັ້ນຈະຕ້ອງຖືກໂທດເຖິງຕາຍ. ພວກເຈົ້າຈະຕ້ອງເອົາຫີນແກວ່ງໃສ່ພວກເຂົາ; ເລືອດຂອງພວກເຂົາເອງຈະໄປຢູ່ທີ່ຫົວຂອງພວກເຂົາ’ ”.