Side by side with the Father's Heart Bible™ ບົດນຳ
1ໃນດິນແດນອູເຊມີຊາຍຄົນໜຶ່ງຊື່ວ່າໂຢບ. ຊາຍຄົນນີ້ເປັນຄົນບໍ່ມີຕໍາໜິ ແລະ ທ່ຽງທຳ; ລາວຢຳເກງພຣະເຈົ້າ ແລະ ຫລີກລ້ຽງຈາກຄວາມຊົ່ວ. 2ລາວມີລູກຊາຍເຈັດຄົນ ແລະ ລູກສາວສາມຄົນ, 3ແລະ ລາວມີແກະເຈັດພັນໂຕ, ອູດສາມພັນໂຕ, ງົວຜູ້ຫ້າຮ້ອຍຄູ່ ແລະ ລໍຫ້າຮ້ອຍໂຕ ແລະ ມີຄົນຮັບໃຊ້ຢ່າງຫລວງຫລາຍ. ລາວເປັນຄົນທີ່ຍິ່ງໃຫຍ່ທີ່ສຸດໃນທ່າມກາງປະຊາຊົນທັງໝົດທາງພາກຕາເວັນອອກ.
4ລູກຊາຍຂອງໂຢບຈະປ່ຽນກັນຈັດງານລ້ຽງໃນວັນເກີດຂອງຕົນທີ່ເຮືອນຂອງພວກເຂົາ, ແລະ ພວກເຂົາຈະເຊີນນ້ອງສາວສາມຄົນມາເພື່ອກິນ ແລະ ດື່ມຮ່ວມກັນກັບພວກເຂົາ. 5ເມື່ອງານລ້ຽງຈົບລົງທຸກຄັ້ງ, ໂຢບຈະໃຫ້ພວກເຂົາມາຊຳລະຕົນໃຫ້ບໍລິສຸດ. ຕັ້ງແຕ່ເຊົ້າໆໂຢບຈະເຜົາເຄື່ອງບູຊາຖວາຍເພື່ອລູກແຕ່ລະຄົນໂດຍຄິດວ່າ, “ບາງທີລູກຂອງເຮົາອາດໄດ້ເຮັດບາບ ຫລື ສາບແຊ່ງພຣະເຈົ້າຢູ່ໃນໃຈ”. ນີ້ຄືທຳນຽມຂອງໂຢບທີ່ປະຕິບັດຕະຫລອດມາ.
ການທົດສອບໂຢບຄັ້ງທຳອິດ
6ມື້ໜຶ່ງບັນດາເທວະດາໄດ້ມາຊຸມນຸມກັນຕໍ່ໜ້າພຣະເຈົ້າຢາເວ ແລະ ຊາຕານກໍມາກັບພວກເຂົາ. 7ພຣະເຈົ້າຢາເວໄດ້ຖາມຊາຕານວ່າ, “ເຈົ້າໄປໃສມາ?” ຊາຕານໄດ້ຕອບພຣະເຈົ້າຢາເວວ່າ, “ທ່ອງທ່ຽວໄປທົ່ວໂລກ, ໄປໆມາໆ”.
8ຫລັງຈາກນັ້ນ ພຣະເຈົ້າຢາເວໄດ້ກ່າວກັບຊາຕານວ່າ, “ເຈົ້າໄດ້ສັງເກດເບິ່ງໂຢບຜູ້ຮັບໃຊ້ຂອງເຮົາຫລືບໍ່? ທົ່ວໂລກນີ້ບໍ່ມີຜູ້ໃດຄືລາວ; ລາວເປັນຄົນບໍ່ມີຕໍາໜິ ແລະ ທ່ຽງທຳ, ເປັນຄົນທີ່ຢຳເກງພຣະເຈົ້າ ແລະ ຫລີກລ້ຽງຈາກຄວາມຊົ່ວ”.
9ຊາຕານຕອບວ່າ “ໂຢບຢຳເກງພຣະເຈົ້າໂດຍບໍ່ຫວັງສິ່ງໃດບໍ? 10ພຣະອົງໄດ້ລ້ອມຮົ້ວປ້ອງກັນລາວ ແລະ ຄອບຄົວ ແລະ ທຸກສິ່ງທີ່ລາວມີບໍ່ແມ່ນບໍ? ພຣະອົງໄດ້ອວຍພອນວຽກງານທຸກຢ່າງຂອງລາວ, ດັ່ງນັ້ນ ຝູງສັດ ແລະ ຝູງແກະຂອງລາວຈຶ່ງຂະຫຍາຍທົ່ວດິນແດນ. 11ແຕ່ບັດນີ້ຈົ່ງຢຽດມືຂອງພຣະອົງອອກ ແລະ ໂຈມຕີທຸກສິ່ງທີ່ລາວມີ ແລະ ລາວຈະສາບແຊ່ງພຣະອົງຕໍ່ໜ້າພຣະອົງຢ່າງແນ່ນອນ”.
12ພຣະເຈົ້າຢາເວໄດ້ກ່າວກັບຊາຕານວ່າ, “ດີຫລາຍ, ສະນັ້ນ, ທຸກຢ່າງທີ່ລາວມີຢູ່ໃນອໍານາດຂອງເຈົ້າ, ແຕ່ຢ່າແຕະຕ້ອງໂຕລາວ”. ແລ້ວຊາຕານໄດ້ຈາກພຣະເຈົ້າຢາເວໄປ.
13ວັນໜຶ່ງຂະນະທີ່ພວກລູກຊາຍ ແລະ ລູກສາວຂອງໂຢບກຳລັງກິນລ້ຽງກັນຢູ່ ແລະ ກໍາລັງດື່ມເຫລົ້າອະງຸ່ນທີ່ເຮືອນຂອງອ້າຍກົກຢູ່ນັ້ນ, 14ຜູ້ສົ່ງຂ່າວຄົນໜຶ່ງໄດ້ມາ ແລະ ບອກໂຢບວ່າ, “ງົວຂອງທ່ານກຳລັງໄຖນາຢູ່ ແລະ ລໍກໍກໍາລັງກິນຫຍ້າຢູ່ໃກ້ໆນັ້ນ, 15ແລ້ວກໍມີພວກເຊບາມາໂຈມຕີ ແລະ ຕ້ອນເອົາຝູງສັດໄປ. ພວກເຂົາຂ້າຄົນຮັບໃຊ້ຕາຍໝົດ ແລະ ມີພຽງແຕ່ຂ້ານ້ອຍຄົນດຽວໜີລອດມາບອກທ່ານ!”
16ຂະນະທີ່ລາວກໍາລັງເວົ້າຢູ່ນັ້ນ, ຜູ້ສົ່ງຂ່າວອີກຄົນໜຶ່ງໄດ້ມາ ແລະ ບອກວ່າ, “ໄຟຂອງພຣະເຈົ້າຕົກລົງມາຈາກທ້ອງຟ້າ ແລະ ໄດ້ເຜົາຝູງແກະ ແລະ ຄົນລ້ຽງແກະຂອງທ່ານຕາຍໝົດ, ແລະ ມີພຽງແຕ່ຂ້ານ້ອຍຄົນດຽວໜີລອດມາບອກທ່ານ!”
17ຂະນະທີ່ລາວຍັງເວົ້າຢູ່ນັ້ນ, ກໍມີຜູ້ສົ່ງຂ່າວອີກຄົນໜຶ່ງໄດ້ມາ ແລະ ບອກວ່າ, “ຊາວກັນເດອານສາມກອງໄດ້ມາ ແລະ ກວາດຕ້ອນເອົາຝູງອູດຂອງທ່ານໄປ. ພວກເຂົາຂ້າຄົນຮັບໃຊ້ຂອງທ່ານ, ແລະ ມີພຽງແຕ່ຂ້ານ້ອຍຄົນດຽວທີ່ໜີລອດມາບອກທ່ານ!”
18ຂະນະທີ່ລາວຍັງເວົ້າຢູ່ນັ້ນ, ຜູ້ສົ່ງຂ່າວອີກຄົນໜຶ່ງໄດ້ມາ ແລະ ບອກວ່າ, “ພວກລູກຊາຍ ແລະ ພວກລູກສາວຂອງທ່ານກຳລັງກິນລ້ຽງກັນ ແລະ ດື່ມເຫລົ້າອະງຸ່ນທີ່ເຮືອນອ້າຍກົກຢູ່ນັ້ນ, 19ໃນທັນໃດນັ້ນກໍມີພະຍຸໃຫຍ່ມາຈາກທະເລຊາຍ ແລະ ພັດໃສ່ທັງສີ່ດ້ານຂອງເຮືອນ. ລົມໄດ້ພັດເຮືອນພັງລົງມາທັບພວກເຂົາ ແລະ ພວກເຂົາກໍຕາຍໝົດ, ແລະ ມີພຽງແຕ່ຂ້ານ້ອຍຄົນດຽວທີ່ໜີລອດມາບອກທ່ານ!”
20ເມື່ອຍິນດັ່ງນັ້ນ ໂຢບໄດ້ລຸກຂຶ້ນ ແລະ ຈີກເສື້ອຄຸມ ແລະ ແຖຜົມຂອງຕົນ. ແລ້ວເພິ່ນໝູບໜ້າລົງກັບພື້ນດິນນະມັດສະການພຣະເຈົ້າ 21ແລະ ໄດ້ເວົ້າວ່າ:“ຂ້ານ້ອຍອອກມາຈາກທ້ອງແມ່ຕົວເປົ່າ,ແລະ ຂ້ານ້ອຍກໍຈະຈາກໄປຕົວເປົ່າ.ພຣະເຈົ້າຢາເວໄດ້ປະທານໃຫ້ ແລະ ພຣະເຈົ້າຢາເວກໍໄດ້ເອົາໄປ;ຂໍໃຫ້ພຣະນາມຂອງພຣະເຈົ້າຢາເວໄດ້ຮັບຄໍາສັນລະເສີນ”.
22ໃນເຫດການທັງໝົດນີ້, ໂຢບບໍ່ໄດ້ເຮັດບາບໂດຍກ່າວໂທດພຣະເຈົ້າແຕ່ຢ່າງໃດ.