1ໂອ ຖ້າຫົວຂອງຂ້ານ້ອຍເປັນບໍ່ນ້ຳແລະ ຕາຂອງຂ້ານ້ອຍເປັນນ້ຳພຸແຫ່ງນ້ຳຕາ!ຂ້ານ້ອຍຈະຮ້ອງໄຫ້ທັງເວັນ ແລະ ຄືນເພື່ອປະຊາຊົນຂອງຂ້ານ້ອຍທີ່ໄດ້ຖືກຂ້າ.
2ໂອ ຂ້າພະເຈົ້າຢາກມີບ່ອນໜຶ່ງໃນຖິ່ນແຫ້ງແລ້ງກັນດານເປັນບ່ອນພັກສຳລັບຄົນເດີນທາງ,ເພື່ອວ່າຂ້ານ້ອບຈະໄດ້ໜີໄປຈາກປະຊາຊົນຂອງຂ້ານ້ອຍແລະ ໄປໄກຈາກພວກເຂົາ;ເພາະພວກເຂົາທຸກຄົນເປັນຄົນຫລິ້ນຊູ້,ເປັນປະຊາຊົນທີ່ບໍ່ສັດຊື່.
3“ພວກເຂົາຕຽມລິ້ນຂອງຕົນໄວ້ເໝືອນດັ່ງຄັນທະນູເພື່ອຍິງຄຳຕົວະ;ມັນບໍ່ແມ່ນຄວາມຈິງທີ່ພວກເຂົາມີໄຊຊະນະ ໃນດິນແດນນີ້.ພວກເຂົາໄປຈາກບາບໜຶ່ງ ແລ້ວກໍໄປຫາບາບອີກອັນໜຶ່ງ;ພວກເຂົາບໍ່ຍອມຮັບເຮົາ”,ພຣະເຈົ້າຢາເວປະກາດດັ່ງນີ້.
4“ຈົ່ງລະວັງໝູ່ເພື່ອນຂອງພວກເຈົ້າແລະ ຢ່າໄວ້ວາງໃຈຜູ້ໃດໃນຕະກຸນຂອງພວກເຈົ້າເພາະພວກເຂົາທຸກຄົນເປັນຄົນຫລອກລວງແລະ ໝູ່ເພື່ອນທຸກຄົນເປັນຄົນໃສ່ຮ້າຍປ້າຍສີຄົນອື່ນ.
5ໝູ່ຫລອກລວງໝູ່ແລະ ບໍ່ມີຜູ້ໃດເວົ້າຄວາມຈິງ.ພວກເຂົາໄດ້ສອນລີ້ນຕົນເອງໃຫ້ເວົ້າຕົວະ;ພວກເຂົາເຮັດໃຫ້ຕົນເອງອິດເມື່ອຍດ້ວຍການເຮັດບາບ.
6ພວກເຈົ້າ ອາໄສຢູ່ທ່າມກາງການຫລອກລວງ;ເພາະການຫລອກລວງຂອງພວກເຂົາ ພວກເຂົາຈຶ່ງບໍ່ຍອມຮັບເຮົາ”,ພຣະເຈົ້າຢາເວປະກາດດັ່ງນີ້.
7ເຫດສະນັ້ນ ພຣະເຈົ້າຢາເວ ຜູ້ມີລິດອໍານາດຍິ່ງໃຫຍ່ກ່າວວ່າ:“ເບິ່ງແມ, ເຮົາຈະຫລອມ ແລະ ທົດສອບພວກເຂົາ,ເພາະນອກຈາກນີ້ ເຮົາຈະເຮັດສິ່ງໃດໄດ້ອີກຍ້ອນການບາບຂອງປະຊາຊົນຂອງເຮົາບໍ?
8ລິ້ນຂອງພວກເຂົາເປັນລູກທະນູທີ່ເອົາຊີວິດຄົນ;ຄໍາເວົ້າຂອງພວກເຂົາເຕັມດ້ວຍການຂີ້ຕົວະ.ດ້ວຍປາກຂອງພວກເຂົາ ພວກເຂົາທຸກຄົນເວົ້າຢ່າງເປັນມິດກັບເພື່ອນບ້ານຂອງພວກຕົນ,ແຕ່ໃນຈິດໃຈຂອງພວກເຂົາ ພວກເຂົາກໍວາງແຮ້ວໃສ່ເພື່ອນບ້ານ.
9ເຮົາຄວນຈະລົງໂທດພວກເຂົາເພາະເລື່ອງນີ້ບໍ?”ພຣະເຈົ້າຢາເວປະກາດດັ່ງນີ້.“ເຮົາບໍ່ຄວນຈະແກ້ແຄ້ນໃຫ້ຕົນເອງຕໍ່ຊົນຊາດທີ່ປະພຶດຢ່າງນີ້ບໍ?”
10ຂ້ານ້ອຍຈະຮ້ອງໄຫ້ ແລະ ຄ່ຳຄວນໃຫ້ພູເຂົາທັງຫລາຍແລະ ໄປຄ່ຳຄວນກ່ຽວກັບທົ່ງຫຍ້າຕ່າງໆໃນຖິ່ນແຫ້ງແລ້ງກັນດານ.ພວກມັນໄດ້ຖືກປະຖິ້ມ ແລະ ບໍ່ມີຜູ້ໃດທ່ຽວໄປມາ,ແລະ ບໍ່ໄດ້ຍິນສຽງຝູງສັດຮ້ອງ.ຝູງນົກ ແລະ ຝູງສັດທັງໝົດກໍໜີໄປໝົດ.
11“ເຮົາຈະເຮັດໃຫ້ເຢຣູຊາເລັມກາຍເປັນຊາກຫັກເພພັງ,ເປັນບ່ອນຢູ່ຂອງຝູງໝາໄນແລະ ເຮົາຈະເຮັດໃຫ້ເມືອງຕ່າງໆຂອງຢູດາຍເປັນບ່ອນຮົກຮ້າງເພື່ອຈະບໍ່ມີຜູ້ໃດອາໄສຢູ່ທີ່ນັ້ນ”.
12ແມ່ນຜູ້ໃດແດ່ທີ່ສະຫລາດພໍທີ່ຈະເຂົ້າໃຈເລື່ອງນີ້? ຜູ້ໃດທີ່ພຣະເຈົ້າຢາເວໄດ້ສັ່ງສອນ ແລະ ສາມາດອະທິບາຍເລື່ອງນີ້ໄດ້? ເປັນຫຍັງດິນແດນຈຶ່ງຖືກທໍາລາຍ ແລະ ຖືກປະຖິ້ມໃຫ້ຮົກຮ້າງເໝືອນດັ່ງທະເລຊາຍທີ່ບໍ່ມີຜູ້ໃດຜ່ານໄປມາ?
13ພຣະເຈົ້າຢາເວໄດ້ກ່າວວ່າ, “ເປັນເພາະພວກເຂົາໄດ້ປະຖິ້ມກົດບັນຍັດຂອງເຮົາ, ທີ່ເຮົາໄດ້ຕັ້ງໄວ້ຕໍ່ໜ້າພວກເຂົາ; ພວກເຂົາບໍ່ໄດ້ເຊື່ອຟັງເຮົາ ຫລື ເຮັດຕາມກົດບັນຍັດຂອງເຮົາ. 14ກົງກັນຂ້າມ, ພວກເຂົາໄດ້ເຮັດຕາມຈິດໃຈອັນດື້ດ້ານຂອງຕົນ; ພວກເຂົາໄດ້ຕິດຕາມພະບາອານດັ່ງທີ່ບັນພະບຸລຸດຂອງພວກເຂົາໄດ້ສອນພວກເຂົາ”. 15ເຫດສະນັ້ນ ພຣະເຈົ້າຢາເວ ຜູ້ມີລິດອຳນາດຍິ່ງໃຫຍ່, ພຣະເຈົ້າແຫ່ງອິດສະຣາເອນກ່າວວ່າ: “ເບິ່ງແມ, ເຮົາຈະເຮັດໃຫ້ປະຊາຊົນເຫລົ່ານີ້ກິນອາຫານຂົມ ແລະ ດື່ມນ້ຳທີ່ມີພິດ. 16ເຮົາຈະເຮັດໃຫ້ພວກເຂົາກະຈັດກະຈາຍໄປໃນທ່າມກາງຊົນຊາດຕ່າງໆທີ່ພວກເຂົາ ຫລື ບັນພະບຸລຸດບໍ່ເຄີຍຮູ້ຈັກມາກ່ອນ, ແລະ ເຮົາຈະໄລ່ລ້າພວກເຂົາດ້ວຍດາບຈົນກວ່າເຮົາຈະໄດ້ທຳລາຍພວກເຂົາຈົນໝົດສິ້ນ”.
17ພຣະເຈົ້າຢາເວ ຜູ້ມີລິດອຳນາດຍິ່ງໃຫຍ່ກ່າວວ່າ:“ບັດນີ້ ຈົ່ງພິຈາລະນາເບິ່ງ! ຈົ່ງເອີ້ນເອົາແມ່ຍິງຮ້ອງໄຫ້ຄໍ່າຄວນມາ;ຈົ່ງສົ່ງພວກແມ່ຍິງທີ່ຊຳນານທີ່ສຸດມາ.
18ຈົ່ງໃຫ້ພວກເຂົາຮີບມາໄວໆແລະ ຮ້ອງໄຫ້ຄໍ່າຄວນເພື່ອພວກເຮົາຈົນຕາຂອງພວກເຮົາເຕັມໄປດ້ວຍນໍ້າຕາແລະ ມີນ້ຳໄຫລອອກມາຈາກໜັງຕາຂອງພວກເຮົາ.
19ສຽງຮ້ອງໄຫ້ໄດ້ດັງຂຶ້ນມາຈາກຊີໂອນວ່າ:‘ພວກເຮົາພິນາດຈິບຫາຍແລ້ວ!ຄວາມອັບອາຍຂອງພວກເຮົາໃຫຍ່ຫລາຍ!ພວກເຮົາຕ້ອງປະຖິ້ມດິນແດນຂອງພວກເຮົາໄປເພາະເຮືອນຂອງພວກເຮົາຫັກເພພັງໝົດ’ ”.
20ບັດນີ້ ພວກແມ່ຍິງ, ຈົ່ງຟັງຖ້ອຍຄຳຂອງພຣະເຈົ້າຢາເວ;ຈົ່ງເປີດຫູຂອງເຈົ້າອອກຟັງຖ້ອຍຄໍາຈາກປາກຂອງພຣະອົງ.ຈົ່ງສອນສັ່ງພວກລູກສາວຂອງພວກເຈົ້າໃຫ້ຮູ້ຈັກຮ້ອງໄຫ້ຄໍ່າຄວນຢ່າງໃດ;ແລະ ຈົ່ງສອນສັ່ງການຄ່ຳຄວນໃຫ້ກັນ.
21ຄວາມຕາຍໄດ້ປີນເຂົ້າມາທາງປ່ອງຢ້ຽມຂອງພວກເຮົາແລະ ໄດ້ເຂົ້າໄປໃນປ້ອມປ້ອງກັນຕ່າງໆຂອງພວກເຮົາ;ມັນໄດ້ເອົາເດັກນ້ອຍອອກໄປຈາກຖະໜົນຫົນທາງແລະ ຄົນໜຸ່ມໄປຈາກເດີ່ນສາທາລະນະ.
22ຈົ່ງກ່າວວ່າ, “ພຣະເຈົ້າຢາເວປະກາດດັ່ງນີ້ວ່າ:“ ‘ຊາກສົບຈະຖືກປະໄວ້ເໝືອນດັ່ງຂີ້ສັດຢູ່ກາງທົ່ງນາ,ເໝືອນດັ່ງຟ່ອນເຂົ້າທີ່ຖືກຕັດປະໄວ້ທາງຫລັງຄົນເກັບກ່ຽວ,ໂດຍບໍ່ມີຜູ້ໃດມາເກັບຮວບຮວມພວກມັນໄວ້’ ”.
23ພຣະເຈົ້າຢາເວກ່າວວ່າ:“ຢ່າໃຫ້ຄົນສະຫລາດໂອ້ອວດສະຕິປັນຍາຂອງຕົນຫລື ຢ່າໃຫ້ຄົນແຂງແຮງໂອ້ອວດກຳລັງຂອງຕົນຫລື ຢ່າໃຫ້ຄົນຮັ່ງມີໂອ້ອວດຊັບສົມບັດຂອງຕົນ,
24ແຕ່ໃຫ້ຜູ້ທີ່ໂອ້ອວດຈົ່ງໂອ້ອວດເລື່ອງນີ້:ຄືໃຫ້ພວກເຂົາມີຄວາມເຂົ້າໃຈທີ່ຮູ້ຈັກເຮົາ,ຮູ້ວ່າເຮົາເປັນພຣະເຈົ້າຢາເວ, ຜູ້ທີ່ສຳແດງຄວາມເມດຕາກະລຸນາ,ຄວາມຍຸຕິທຳ ແລະ ຄວາມຊອບທຳເທິງແຜ່ນດິນໂລກ,ເພາະເຮົາປິຕິຍິນດີໃນສິ່ງເຫລົ່ານີ້”,ພຣະເຈົ້າຢາເວປະກາດດັ່ງນີ້.
25ພຣະເຈົ້າຢາເວປະກາດວ່າ, “ວັນນັ້ນຈະມາເຖິງ, ເມື່ອເຮົາຈະລົງໂທດທຸກຄົນທີ່ຮັບພິທີຕັດແຕ່ພຽງຝ່າຍຮ່າງກາຍເທົ່ານັ້ນ 26ຄື ເອຢິບ, ຢູດາຍ, ເອໂດມ, ອຳໂມນ, ໂມອາບ ແລະ ທຸກຄົນທີ່ອາໄສໃນຖິ່ນແຫ້ງແລ້ງກັນດານຢູ່ບ່ອນຫ່າງໄກ. ເພາະຊົນຊາດທັງໝົດເຫລົ່ານີ້ບໍ່ໄດ້ຮັບພິທີຕັດຢ່າງແທ້ຈິງ, ແລະ ແມ່ນແຕ່ຄອບຄົວອິດສະຣາເອນທັງໝົດກໍບໍ່ໄດ້ຮັບພິທີຕັດທາງໃຈ”.