Side by side with the Father's Heart Bible™ ເຢຣູຊາເລັມແຕກ
1ເມື່ອເຊເດກີຢາໄດ້ຂຶ້ນເປັນກະສັດແຫ່ງຢູດາຍ, ເພິ່ນມີອາຍຸຊາວເອັດປີ ແລະ ເພິ່ນໄດ້ປົກຄອງເຢຣູຊາເລັມເປັນເວລາສິບເອັດປີ. ແມ່ຂອງເພິ່ນຊື່ວ່າຮາມູຕານທີ່ເປັນລູກສາວຂອງເຢເຣມີຢາ, ນາງມາຈາກລິບນາ. 2ເຊເດກີຢາໄດ້ເຮັດສິ່ງທີ່ຊົ່ວໃນສາຍຕາຂອງພຣະເຈົ້າຢາເວເໝືອນດັ່ງທີ່ເຢໂຮຍອາກິມໄດ້ເຮັດ. 3ຍ້ອນຄວາມໃຈຮ້າຍຂອງພຣະເຈົ້າຢາເວຈຶ່ງເຮັດໃຫ້ເຫດການທັງໝົດນີ້ໄດ້ເກີດຂຶ້ນກັບເຢຣູຊາເລັມ ແລະ ຢູດາຍ, ໃນທີ່ສຸດພຣະອົງໂຍນພວກເຂົາໄປໃຫ້ພົ້ນຈາກໜ້າຂອງພຣະອົງ. ບັດນີ້ ເຊເດກີຢາໄດ້ກະບົດຕໍ່ກະສັດບາບີໂລນ.
4ສະນັ້ນ ໃນປີທີເກົ້າຂອງການປົກຄອງຂອງເຊເດກີຢາ, ໃນວັນທີສິບເດືອນທີສິບ, ກະສັດເນບູກາດເນັດຊາແຫ່ງບາບີໂລນໄດ້ຍົກກອງທັບທັງໝົດຂອງເພິ່ນເຂົ້າມາຕໍ່ສູ້ເຢຣູຊາເລັມ. ພວກເຂົາໄດ້ຕັ້ງຄ້າຍພັກຢູ່ນອກນະຄອນ ແລະ ສ້າງເຄື່ອງປິດລ້ອມອ້ອມເມືອງທັງໝົດໄວ້. 5ນະຄອນເຢຣູຊາເລັມຍັງຖືກປິດລ້ອມຢູ່ຈົນເຖິງປີທີສິບເອັດຂອງການປົກຄອງຂອງກະສັດເຊເດກີຢາ.
6ເມື່ອເຖິງວັນທີເກົ້າຂອງເດືອນທີສີ່, ນະຄອນກໍໄດ້ເກີດການອຶດຢາກອາຫານຢ່າງໜັກໜ່ວງຈົນບໍ່ມີອາຫານໃຫ້ປະຊາຊົນກິນ. 7ແລ້ວກຳແພງເມືອງກໍຖືກພັງທະລາຍລົງ, ກອງທັບທັງໝົດກໍໜີໄປ, ພວກເຂົາໄດ້ໜີອອກຈາກເມືອງໄປໃນເວລາກາງຄືນຜ່ານປະຕູລະຫວ່າງກຳແພງສອງຊັ້ນໃກ້ສວນຂອງກະສັດ, ເຖິງແມ່ນວ່າຊາວບາບີໂລນກໍາລັງປິດລ້ອມເມືອງໄວ້ຢູ່. ພວກເຂົາໄດ້ໜີອອກໄປມຸ່ງໜ້າໄປທີ່ອາຣາບາ 8ແຕ່ກອງທັບຂອງບາບີໂລນໄລ່ຕາມກະສັດເຊເດກີຢາ ແລະ ນໍາເພິ່ນທັນຢູ່ໃນທົ່ງພຽງເຢຣິໂກ. ທະຫານທັງໝົດຂອງເພິ່ນກໍແຕກໜີຈາກເພິ່ນໄປ ແລະ ກະຈັດກະຈາຍກັນໄປ. 9ແລ້ວເພິ່ນກໍຖືກຈັບ. ເພິ່ນຖືກຈັບໄປຫາກະສັດບາບີໂລນທີ່ຣິບລາໃນດິນແດນຮາມັດ, ຢູ່ບ່ອນນັ້ນເນບູກາດເນັດຊາໄດ້ຕັດສິນລົງໂທດເພິ່ນ.
10ກະສັດແຫ່ງບາບີໂລນໄດ້ຂ້າບັນດາລູກຊາຍຂອງເຊເດກີຢາຢູ່ທີ່ຣິບລາຕໍ່ໜ້າເພິ່ນ; ເພິ່ນຍັງໄດ້ຂ້າບັນດາຂ້າລາຊະການທັງໝົດຂອງຢູດາຍດ້ວຍ. 11ຈາກນັ້ນເນບູກາດເນັດຊາກໍໄດ້ເຈາະແກ່ນຕາຂອງເຊເດກີຢາອອກພ້ອມທັງລ່າມເພິ່ນດ້ວຍໂສ້ທອງສຳລິດ ແລະ ໄດ້ນໍາເພິ່ນໄປທີ່ບາບີໂລນ, ເນບູກາດເນັດຊາໄດ້ຂັງເຊເດກີຢາຢູ່ໃນຄຸກຈົນເພິ່ນໄດ້ຕາຍໄປ.
12ໃນວັນທີສິບຂອງເດືອນທີຫ້າ, ປີທີສິບເກົ້າຂອງການປົກຄອງຂອງເນບູກາດເນັດຊາກະສັດແຫ່ງບາບີໂລນ, ເນບູຊາຣາດານ ຜູ້ບັນຊາການທະຫານເຝົ້າຍາມທີ່ຮັບໃຊ້ກະສັດບາບີໂລນ, ລາວໄດ້ມາທີ່ເຢຣູຊາເລັມ. 13ລາວຈູດໄຟເຜົາວິຫານຂອງພຣະເຈົ້າຢາເວ, ລາຊະວັງ ແລະ ເຮືອນທຸກຫລັງໃນເຢຣູຊາເລັມ. ລວມທັງອາຄານສຳຄັນທຸກແຫ່ງ. 14ກອງທັບບາບີໂລນທັງໝົດຢູ່ພາຍໃຕ້ຜູ້ບັນຊາການທະຫານເຝົ້າຍາມ, ລາວໄດ້ທໍາລາຍກຳແພງທັງໝົດທີ່ອ້ອມເຢຣູຊາເລັມລົງ. 15ເນບູຊາຣາດານ ຜູ້ບັນຊາການທະຫານເຝົ້າຍາມໄດ້ນໍາເອົາປະຊາຊົນທີ່ທຸກຍາກທີ່ສຸດບາງຄົນ ແລະ ບັນດາປະຊາຊົນທີ່ເຫລືອຢູ່ໃນເມືອງ, ພ້ອມທັງຊ່າງຝີມືທີ່ຍັງເຫລືອຢູ່ ແລະ ບັນດາຜູ້ທີ່ຫັນມາຫາກະສັດບາບີໂລນໄປເປັນຊະເລີຍ. 16ແຕ່ເນບູຊາຣາດານໄດ້ປະປະຊາຊົນທີ່ທຸກຍາກທີ່ສຸດຂອງດິນແດນນັ້ນໄວ້ໃຫ້ເຮັດສວນອະງຸ່ນ ແລະ ເຮັດນາ.
17ຊາວບາບີໂລນໄດ້ທຸບເສົາທອງສຳລິດ, ແທ່ນເຄື່ອນທີ່ ແລະ ອ່າງທີ່ເປັນທອງສຳຣິດຢູ່ໃນວິຫານຂອງພຣະເຈົ້າຢາເວ ແລະ ພວກເຂົາໄດ້ນໍາເອົາທອງສຳລິດທັງໝົດໄປທີ່ບາບີໂລນ. 18ພວກເຂົາຍັງໄດ້ນຳເອົາໝໍ້, ຊ້ວນ, ມີດຕັດໄສ້ຕະກຽງ, ຈານ ແລະ ເຄື່ອງໃຊ້ທອງສຳລິດທັງໝົດທີ່ໃຊ້ໃນວິຫານໄປດ້ວຍ. 19ຜູ້ບັນຊາການທະຫານເຝົ້າຍາມໄດ້ເອົາສິ່ງຂອງທັງໝົດທີ່ເຮັດດ້ວຍຄຳ ຫລື ເງິນບໍລິສຸດຄື ອ່າງ, ກະຖັງໄຟ, ໝໍ້, ຫລັກຕັ້ງຕະກຽງ, ຊາມ ແລະ ຖ້ວຍທີ່ໃຊ້ສໍາລັບເຄື່ອງດື່ມຖວາຍບູຊາໄປນໍາ.
20ທອງສຳລິດຈາກເສົາສອງຕົ້ນ, ຂັນທີ່ມີຮູບປັ້ນຂອງງົວສິບສອງໂຕ ແລະ ແທ່ນເຄື່ອນທີ່, ທີ່ກະສັດໂຊໂລໂມນໄດ້ສ້າງຂຶ້ນເພື່ອວິຫານຂອງພຣະເຈົ້າຢາເວ, ສິ່ງເຫລົ່ານັ້ນມີປະລິມານຫລວງຫລາຍເກີນກວ່າຈະຊັ່ງນໍ້າໜັກໄດ້. 21ເສົາແຕ່ລະຕົ້ນສູງສິບແປດສອກ ແລະ ລວງກົມສິບສອງສອກ, ແຕ່ລະຕົ້ນໜາສີ່ຂໍ້ມື ແລະ ດ້ານໃນເປັນຮູ. 22ຫົວເສົາເປັນທອງສໍາລິດຢູ່ເທິງຍອດເສົາຕົ້ນໜຶ່ງມີຄວາມສູງຫ້າສອກ ແລະ ປະດັບປະດາດ້ວຍຮູບຕາໜ່າງ ແລະ ຮູບໝາກພີລາທີ່ເປັນທອງສຳຣິດອ້ອມທັງໝົດ, ອີກຕົ້ນໜຶ່ງປະດັບປະດາດ້ວຍຮູບໝາກພີລາທີ່ຄ້າຍຄືກັນ. 23ດ້ານຂ້າງມີຮູບໝາກພີລາເກົ້າສິບຫົກໜ່ວຍ; ຈຳນວນຮູບໝາກພີລາທີ່ຢູ່ເທິງອ້ອມຮູບຕາໜ່າງນັ້ນມີໜຶ່ງຮ້ອຍໜ່ວຍ.
24ຜູ້ບັນຊາການທະຫານເຝົ້າຍາມໄດ້ຈັບຫົວໜ້າປະໂລຫິດເສຣາອີຢາ, ປະໂລຫິດຮອງເຊຟານີຢາ ແລະ ຄົນເຝົ້າຍາມປະຕູສາມຄົນໄວ້. 25ໃນບັນດາຄົນທີ່ຍັງຢູ່ໃນນະຄອນນັ້ນ, ລາວໄດ້ຈັບນາຍທະຫານເບິ່ງແຍງທະຫານຕໍ່ສູ້ ແລະ ບັນດາທີ່ປຶກສາຂອງກະສັດເຈັດຄົນ. ລາວຍັງໄດ້ຈັບເລຂາທິການຜູ້ເປັນຫົວໜ້ານາຍທະຫານໃນການເກນທະຫານໃນດິນແດນນັ້ນ, ແລະ ຄົນອີກຫົກສິບຄົນທີ່ພົບຢູ່ໃນນະຄອນນັ້ນໄປດ້ວຍ. 26ຜູ້ສັ່ງການເນບູຊາຣາດານໄດ້ນຳໂຕຄົນທັງໝົດນີ້ໄປພົບກະສັດບາບີໂລນຢູ່ທີ່ຣິບລາ. 27ກະສັດກໍໃຫ້ຂ້າຄົນເຫລົ່ານີ້ຢູ່ທີ່ຣິບລາໃນເຂດຮາມັດ. ດັ່ງນັ້ນ ຢູດາຍຈຶ່ງຕົກເປັນຊະເລີຍ, ຕ້ອງຖືກພາກຈາກດິນແດນຂອງຕົນ.
28ນີ້ແມ່ນຈຳນວນປະຊາຊົນທີ່ເນບູກາດເນັດຊາໄດ້ເອົາໄປເປັນຊະເລີຍມີດັ່ງນີ້: ໃນປີທີເຈັດ, ມີຊາວຢິວ 3.023 ຄົນ;
29ໃນປີທີສິບແປດຂອງການປົກຄອງຂອງເນບູກາດເນັດຊາ, ມີປະຊາຊົນຈາກເຢຣູຊາເລັມ 832 ຄົນ;
30ໃນປີທີຊາວສາມຂອງການປົກຄອງຂອງເພິ່ນ, ເນບູຊາຣາດານ ຜູ້ບັນຊາການທະຫານໄດ້ເອົາຊາວຢິວ 745 ຄົນໄປເປັນຊະເລີຍ. ມີປະຊາຊົນທັງໝົດ 4.600 ຄົນ.
ເຢໂຮຍອາກິນໄດ້ຮັບການປົດປ່ອຍ
31ໃນປີທີສາມສິບເຈັດທີ່ກະສັດເຢໂຮຍອາກິນແຫ່ງຢູດາຍຕົກເປັນຊະເລີຍ, ໃນປີທີ່ເອວິນເມໂຣດັກໄດ້ຂຶ້ນເປັນກະສັດແຫ່ງບາບີໂລນ, ໃນວັນທີຊາວຫ້າເດືອນທີສິບສອງ, ເພິ່ນໄດ້ປ່ອຍກະສັດເຢໂຮຍອາກິນແຫ່ງຢູດາຍ ແລະ ໄດ້ປ່ອຍເພິ່ນອອກຈາກຄຸກ. 32ລາວກ່າວກັບເຢໂຮຢາກິນຢ່າງອ່ອນໂຢນ ແລະ ໃຫ້ຢູ່ໃນຕຳແໜ່ງທີ່ມີກຽດກວ່າກະສັດອື່ນໆທີ່ຖືກຈັບມາເປັນຊະເລີຍໃນບາບີໂລນ. 33ດັ່ງນັ້ນ ເຢໂຮຍອາກິນຈຶ່ງໄດ້ຖອດຊຸດນັກໂທດອອກ ແລະ ໄດ້ຮ່ວມກິນອາຫານກັບກະສັດເປັນປະຈຳຕະຫລອດຊີວິດທີ່ມີ. 34ກະສັດແຫ່ງບາບີໂລນໄດ້ໃຫ້ເບ້ຍລ້ຽງປະຈຳວັນແກ່ເຢໂຮຍອາກິນຕະຫລອດທີ່ເພິ່ນມີຊີວິດຢູ່ຈົນເພິ່ນໄດ້ຕາຍໄປ.