Side by side with the Father's Heart Bible™ 1ເມື່ອເຢເຣມີຢາໄດ້ບອກປະຊາຊົນເຖິງຖ້ອຍຄຳທັງໝົດຂອງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຂົາຄື ທຸກຢ່າງທີ່ພຣະເຈົ້າຢາເວໄດ້ໃຊ້ລາວເພື່ອບອກພວກເຂົາຈົບແລ້ວ 2ອາຊາຣີຢາລູກຊາຍຂອງໂຮຊາອີຢາ, ໂຢຮານານລູກຊາຍຂອງກາເຣຢາ ແລະ ພວກຄົນທີ່ຈອງຫອງທັງໝົດກໍໄດ້ເວົ້າກັບເຢເຣມີຢາວ່າ, “ເຈົ້າກຳລັງຕົວະ! ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາບໍ່ໄດ້ໃຊ້ເຈົ້າມາກ່າວວ່າ, ‘ພວກເຈົ້າຕ້ອງບໍ່ໄປທີ່ເອຢິບເພື່ອຕັ້ງຖິ່ນຖານຢູ່ທີ່ນັ້ນ’. 3ແຕ່ບາຣຸກລູກຊາຍຂອງເນຣີຢາກໍາລັງຍຸຍົງເຈົ້າໃຫ້ຕໍ່ສູ້ພວກເຮົາ ເພື່ອມອບພວກເຮົາໄວ້ກັບຊາວບາບີໂລນ, ພວກເຂົາຈະຂ້າພວກເຮົາ ຫລື ຈັບພວກເຮົາໄປເປັນຊະເລີຍທີ່ບາບີໂລນ”.
4ດັ່ງນັ້ນ ໂຢຮານານລູກຊາຍຂອງກາເຣຢາ, ນາຍທະຫານກອງທັບທັງໝົດ ແລະ ປະຊາຊົນທັງໝົດຈຶ່ງບໍ່ເຊື່ອຟັງຄຳສັ່ງຂອງພຣະເຈົ້າຢາເວໃຫ້ອາໄສຢູ່ໃນດິນແດນຢູດາຍ. 5ແຕ່ໂຢຮານານລູກຊາຍຂອງກາເຣຢາ, ນາຍທະຫານກອງທັບທັງໝົດທີ່ໄດ້ພາປະຊາຊົນທີ່ຍັງເຫລືອທັງໝົດຂອງຢູດາຍທີ່ໄດ້ກັບມາອາໄສຢູ່ໃນດິນແດນຢູດາຍມາຈາກຊົນຊາດຕ່າງໆທີ່ພວກເຂົາໄດ້ກະຈັດກະຈາຍໄປນັ້ນ. 6ພວກເຂົາຍັງໄດ້ພາທຸກຄົນທີ່ເນບູຊາຣາດານ ຜູ້ບັນຊາການທະຫານເຝົ້າຍາມໄດ້ປະໄວ້ໃຫ້ຢູ່ກັບເກດາລີຢາລູກຊາຍຂອງອາຮີກໍາ, ຫລານຊາຍຂອງຊາຟານມີດັ່ງນີ້: ຜູ້ຊາຍ, ແມ່ຍິງ, ເດັກນ້ອຍ ແລະ ລູກສາວຂອງກະສັດ. ພວກເຂົາໄດ້ເອົາຜູ້ທຳນວາຍເຢເຣມີຢາ ແລະ ບາຣຸກລູກຊາຍຂອງເນຣີຢາໄປນໍາພວກເຂົາດ້ວຍ. 7ດັ່ງນັ້ນ ພວກເຂົາໄດ້ເຂົ້າໄປໃນເອຢິບໂດຍການບໍ່ເຊື່ອຟັງຄຳສັ່ງຂອງພຣະເຈົ້າຢາເວ ແລ້ວກໍມາຈົນເຖິງຕາປັນເຮັດໃນດິນແດນເອຢິບ.
8ຖ້ອຍຄຳຂອງພຣະເຈົ້າຢາເວໄດ້ມາເຖິງເຢເຣມີຢາໃນຕາປັນເຮັດວ່າ: 9“ຕໍ່ໜ້າຊາວຢິວທັງໝົດ, ຈົ່ງເອົາຫີນໃຫຍ່ໆບາງກ້ອນ ແລະ ມາຝັງພວກມັນໄວ້ໃນກ້ອນດິນຈີ່ທີ່ທາງເຂົ້າວັງຂອງຟາໂຣໃນຕາປັນເຮັດ. 10ແລ້ວຈົ່ງກ່າວກັບພວກເຂົາວ່າ, ‘ພຣະເຈົ້າຢາເວ ຜູ້ມີລິດອຳນາດຍິ່ງໃຫຍ່, ພຣະເຈົ້າແຫ່ງອິດສະຣາເອນກ່າວດັ່ງນີ້ວ່າ: ເຮົາຈະສົ່ງກະສັດເນບູກາດເນັດຊາແຫ່ງບາບີໂລນ ຜູ້ຮັບໃຊ້ຂອງເຮົາມາ ແລະ ເຮົາຈະຕັ້ງບັນລັງຂອງລາວເທິງກ້ອນຫີນເຫລົ່ານີ້ທີ່ເຮົາໄດ້ຝັງໄວ້ບ່ອນນີ້; ລາວຈະຂະຫຍາຍຜ້າເຕັນແຫ່ງກະສັດເທິງກ້ອນຫີນເຫລົ່ານີ້. 11ລາວຈະມາໂຈມຕີເອຢິບ, ຈະນຳຄວາມຕາຍມາສູ່ຜູ້ທີ່ຖືກກຳນົດໃຫ້ຕາຍ, ຜູ້ທີ່ຖືກກຳນົດໃຫ້ເປັນຊະເລີຍກໍຈະເປັນຊະເລີຍ, ຜູ້ທີ່ຖືກກຳນົດໃຫ້ຕາຍດ້ວຍດາບກໍຈະຕາຍດ້ວຍດາບ. 12ລາວຈະຈູດໄຟເຜົາວິຫານຂອງບັນດາພະແຫ່ງເອຢິບ; ລາວຈະເຜົາວິຫານຕ່າງໆຂອງພວກເຂົາ ແລະ ຈະເອົາບັນດາພະຕ່າງໆຂອງພວກເຂົາໄປ. ຄົນລ້ຽງແກະເກັບໂຕຫມັດອອກຈາກເຄື່ອງນຸ່ງຂອງຕົນໃຫ້ສະອາດຢ່າງໃດ, ສະນັ້ນ ລາວຈະເກັບເອຢິບໃຫ້ສະອາດເໝືອນກັນຢ່າງນັ້ນ ແລະ ກໍຈາກໄປ. 13ຢູ່ທີ່ນັ້ນລາວຈະຖອນເສົາສັກສິດຕ່າງໆໃນວິຫານຂອງພະແສງຕາເວັນລົງໃນເອຢິບ ແລະ ຈະຈູດວິຫານຕ່າງໆຂອງບັນດາພະແຫ່ງເອຢິບຖິ້ມເສຍ’ ”.