Skip to content
The Believer's Library

Biblica® Open Lao Contemporary Version

Jeremiah 39 OLCV

Side by side with the Father's Heart Bible™

ການ​ລົ້ມ​ຈົມ​ຂອງ​ເຢຣູຊາເລັມ

1ໃນ​ເດືອນ​ທີ​ສິບ​ຂອງ​ປີ​ທີ​ເກົ້າ​ຂອງ​ການ​ປົກຄອງ​ຂອງ​ກະສັດ​ເຊເດກີຢາ​ແຫ່ງ​ຢູດາຍ, ກະສັດ​ເນບູກາດເນັດຊາ​ແຫ່ງ​ບາບີໂລນ​ເຄື່ອນ​ທັບ​ທັງໝົດ​ຂອງ​ຕົນ​ມາ​ຕໍ່ສູ້​ເຢຣູຊາເລັມ ແລະ ໄດ້​ປິດລ້ອມ​ເມືອງ​ໄວ້. 2ໃນ​ວັນ​ທີ​ເກົ້າ​ຂອງ​ເດືອນ​ທີ​ສີ່​ຂອງ​ປີ​ທີ​ສິບເອັດ​ຂອງ​ການ​ປົກຄອງ​ເຊເດກີຢາ, ກໍາແພງ​ເມືອງ​ໄດ້​ຖືກ​ທໍາລາຍ​ລົງ. 3ບັນດາ​ຜູ້ບັນຊາການ​ກອງທັບ​ທັງໝົດ​ຂອງ​ກະສັດ​ແຫ່ງ​ບາບີໂລນ​ກໍ​ເຂົ້າ​ມາ ແລະ ໄດ້​ນັ່ງ​ຢູ່​ທີ່​ປະຕູ​ກາງ​ຄື: ເນການ​ຊາເຣເຊ​ແຫ່ງ​ສາມກາ, ເນໂບ​ຊາເສກິມ​ເປັນ​ຫົວໜ້າ​ນາຍ​ທະຫານ, ເນໂບຊາເຣເຊີ ຜູ້ບັນຊາການ​ຊັ້ນສູງ ແລະ ບັນດາ​ຜູ້ບັນຊາການ​ຄົນ​ອື່ນໆ​ທັງໝົດ​ຂອງ​ກະສັດ​ແຫ່ງ​ບາບີໂລນ. 4ເມື່ອ​ກະສັດ​ເຊເດກີຢາ​ແຫ່ງ​ຢູດາຍ ແລະ ທະຫານ​ທັງໝົດ​ໄດ້​ເຫັນ​ພວກເຂົາ, ພວກເຂົາ​ກໍ​ໄດ້​ໜີ​ໄປ; ພວກເຂົາ​ອອກ​ຈາກ​ເມືອງ​ໄປ​ໃນ​ເວລາ​ກາງ​ຄືນ​ໂດຍ​ທາງ​ສວນ​ຂອງ​ກະສັດ, ຜ່ານ​ທາງ​ປະຕູ​ລະຫວ່າງ​ກຳແພງ​ເມືອງ​ທັງສອງ ແລະ ໄດ້​ມຸ່ງ​ໜ້າ​ໄປ​ທີ່​ອາຣາບາ.

5ແຕ່​ກອງທັບ​ຂອງ​ຊາວ​ບາບີໂລນ​ໄດ້​ໄລ່​ຕາມ​ພວກເຂົາ​ໄປ ແລະ ຈັບ​ເຊເດກີຢາ​ໄດ້​ໃນ​ທົ່ງພຽງ​ເຢຣິໂກ. ພວກເຂົາ​ໄດ້​ຈັບ​ເພິ່ນ​ໄປ ແລະ ນໍາ​ເພິ່ນ​ໄປ​ຫາ​ກະສັດ​ເນບູກາດເນັດຊາ​ແຫ່ງ​ບາບີໂລນ​ທີ່​ເມືອງ​ຣິບລາ​ໃນ​ເຂດ​ແດນ​ຮາມັດ, ເນບູກາດເນັດຊາ​ໄດ້​ຕັດ​ສິນ​ລົງໂທດ​ເພິ່ນ​ຢູ່​ທີ່ນັ້ນ. 6ກະສັດ​ເນບູກາດເນັດຊາ​ໄດ້​ປະຫານ​ຊີວິດ​ພວກ​ລູກຊາຍ​ຂອງ​ເຊເດກີຢາ​ຢູ່​ທີ່​ຣິບລາ​ຕໍ່​ໜ້າ​ເພິ່ນ ແລະ ກໍ​ຍັງ​ຂ້າ​ບັນດາ​ເຈົ້ານາຍ​ແຫ່ງ​ຢູດາຍ​ທັງໝົດ​ດ້ວຍ. 7ແລ້ວ​ເພິ່ນ​ກໍ​ໄດ້​ຄວັດ​ແກ່ນ​ຕາ​ຂອງ​ເຊເດກີຢາ​ອອກ ແລະ ເອົາ​ໂສ້​ທອງສໍາລິດ​ລ່າມ​ເພິ່ນ​ໄວ້​ເພື່ອ​ຈະ​ນຳ​ໄປ​ທີ່​ບາບີໂລນ.

8ຊາວ​ບາບີໂລນ​ຈູດ​ໄຟ​ເຜົາ​ວັງ ແລະ ບ້ານເຮືອນ​ຂອງ​ປະຊາຊົນ ແລະ ທໍາລາຍ​ກຳແພງ​ເຢຣູຊາເລັມ​ລົງ. 9ເນບູຊາຣາດານ ຜູ້​ບັນຊາການ​ທະຫານ​ເຝົ້າຍາມ​ໄດ້​ນໍາ​ເອົາ​ປະຊາຊົນ​ທີ່​ຍັງ​ເຫລືອ​ຢູ່​ໃນ​ເມືອງ​ພ້ອມ​ທັງ​ບັນດາ​ຜູ້​ທີ່​ຍອມ​ມອບ​ຕົວ​ຕໍ່​ລາວ ແລະ ປະຊາຊົນ​ສ່ວນ​ທີ່ເຫລືອ​ໄປ​ເປັນ​ຊະເລີຍ​ທີ່​ບາບີໂລນ. 10ແຕ່​ເນບູຊາຣາດານ​ຜູ້​ບັນຊາການ​ທະຫານ​ເຝົ້າຍາມ​ໄດ້​ປະ​ປະຊາຊົນ​ທີ່​ທຸກຍາກ​ຈໍານວນ​ໜຶ່ງ​ໄວ້, ເຊິ່ງ​ບໍ່​ມີ​ຫຍັງ​ເປັນ​ຂອງ​ຕົນ​ຢູ່​ໃນ​ຢູດາຍ; ແລະ ໃນເວລາ​ນັ້ນ ລາວ​ໄດ້​ມອບ​ສວນ​ອະງຸ່ນ ແລະ ທົ່ງນາ​ໃຫ້​ພວກເຂົາ.

11ບັດນີ້ ກະສັດ​ເນບູກາດເນັດຊາ​ແຫ່ງ​ບາບີໂລນ​ໄດ້​ສັ່ງ​ເນບູຊາຣາດານ​ແກ່ ຜູ້​ບັນຊາການ​ທະຫານ​ເຝົ້າຍາມ​ກ່ຽວກັບ​ເຢເຣມີຢາ​ວ່າ: 12“ຈົ່ງ​ໄປ​ຊອກ​ຫາ​ລາວ ແລະ ເບິ່ງແຍງ​ລາວ​ໃຫ້​ດີ; ຢ່າ​ທໍາຮ້າຍ​ລາວ ແຕ່​ຈົ່ງ​ເຮັດ​ທຸກ​ສິ່ງ​ຕາມ​ທີ່​ລາວ​ຂໍ”. 13ດັ່ງນັ້ນ ເນບູຊາຣາດານ ຜູ້​ບັນຊາການ​ທະຫານ​ເຝົ້າຍາມ, ເນບູຊາຣາດານ ຫົວໜ້າ​ນາຍທະຫານ, ເນການ​ຊາເຣເຊ ຜູ້ບັນຊາການ​ຊັ້ນ​ສູງ ແລະ ບັນດາ​ຜູ້ບັນຊາການ​ຄົນ​ອື່ນໆ​ທັງໝົດ​ຂອງ​ກະສັດ​ແຫ່ງ​ບາບີໂລນ. 14ຈຶ່ງ​ສົ່ງ​ຄົນ​ໄປ​ນຳ​ເຢເຣມີຢາ​ອອກ​ມາ​ຈາກ​ເດີ່ນ​ຂອງ​ທະຫານ​ເຝົ້າຍາມ. ພວກເຂົາ​ໄດ້​ມອບ​ລາວ​ໃຫ້​ເກດາລີຢາ​ລູກຊາຍ​ຂອງ​ອາຮິກຳ, ຫລານຊາຍ​ຂອງ​ຊາຟານ​ເພື່ອ​ພາ​ເຢເຣມີຢາ​ກັບ​ໄປ​ທີ່​ເຮືອນ​ຂອງ​ລາວ. ເຢເຣມີຢາ​ຍັງ​ໄດ້​ອາໄສ​ຢູ່​ທ່າມກາງ​ປະຊາຊົນ​ຂອງ​ຕົນ.

15ໃນຂະນະທີ່ ເຢເຣມີຢາ​ໄດ້​ຖືກ​ຄວບຄຸມ​ຕົວ​ຢູ່​ທີ່​ເດີ່ນ​ຂອງ​ທະຫານ​ເຝົ້າຍາມ, ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ມາ​ເຖິງ​ລາວ​ວ່າ: 16“ຈົ່ງ​ໄປ​ບອກ​ບອກ​ເອເບັດ​ເມເຫລັກ ຊາວ​ກູເຊ​ວ່າ: ‘ພຣະເຈົ້າຢາເວ ຜູ້​ມີ​ລິດ​ອຳນາດ​ຍິ່ງໃຫຍ່, ພຣະເຈົ້າ​ແຫ່ງ​ອິດສະຣາເອນ​ກ່າວ​ດັ່ງນີ້​ວ່າ: ເຮົາ​ກຳລັງ​ຈະ​ເຮັດ​ຖ້ອຍຄໍາ​ທີ່​ໄດ້​ກ່າວ​ຕໍ່ສູ້​ເມືອງ​ນີ້​ສໍາເລັດ​ເປັນ​ຈິງ​ຄື: ຖ້ອຍຄໍາ​ກ່ຽວກັບ​ຄວາມ​ຈິບຫາຍ, ບໍ່ແມ່ນ​ຄວາມ​ຈະເລີນ​ຮຸ່ງເຮືອງ. ໃນ​ເວລາ​ນັ້ນ ຖ້ອຍຄໍາ​ເຫລົ່ານັ້ນ​ກໍ​ຈະ​ສໍາເລັດ​ເປັນ​ຈິງ​ຕໍ່ໜ້າ​ເຈົ້າ. 17ແຕ່​ເຮົາ​ຈະ​ກອບກູ້​ເຈົ້າ​ໃນ​ວັນ​ນັ້ນ, ພຣະເຈົ້າຢາເວ​ປະກາດ​ດັ່ງນີ້​ວ່າ, ເຈົ້າ​ຈະ​ບໍ່​ຖືກ​ມອບ​ໄວ້​ໃນ​ມື​ຂອງ​ພວກ​ທີ່​ເຈົ້າ​ຢ້ານ. 18ເຮົາ​ຈະ​ຊ່ວຍ​ເຈົ້າ​ໃຫ້​ພົ້ນ; ເຈົ້າ​ຈະ​ບໍ່​ຕາຍ​ດ້ວຍ​ດາບ ແຕ່​ເຈົ້າ​ຈະ​ລອດ​ຊີວິດ, ເພາະ​ເຈົ້າ​ໄວ້ວາງໃຈ​ໃນ​ເຮົາ, ພຣະເຈົ້າຢາເວ​ປະກາດ​ດັ່ງນີ້’ ”.

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]