Skip to content
The Believer's Library

Biblica® Open Lao Contemporary Version

Isaiah 45 OLCV

Show OLCV only
Verse × ×
1 This is what our Father says to his anointed, to Cyrus, whose right hand I have grasped to subdue nations before him and to strip kings of their armor, to open doors before him so that gates will not be shut: “ຖ້ອຍຄໍາ​ຂອງ​ພຣະເຈົ້າ​ຢາເວ​ເຖິງ​ຜູ້​ທີ່​ພຣະອົງ​ໄດ້​ເຈີມ​ໄວ້, ຄື​ໄຊຣັດ, ຜູ້​ທີ່​ເຮົາ​ໄດ້​ຈັບ​ໄວ້​ດ້ວຍມື​ຂວາ ໃຫ້​ປາບ​ຊົນຊາດ​ຕ່າງໆ​ທີ່​ຢູ່​ຕໍ່ໜ້າ​ລາວ ແລະ ປົດ​ອາວຸດ​ຂອງ​ບັນດາ​ກະສັດ, ເພື່ອ​ເປີດ​ປະຕູ​ທີ່​ຢູ່​ຕໍ່ໜ້າ​ລາວ ເພື່ອ​ບໍ່​ໃຫ້​ມີ​ປະຕູ​ໃດ​ຖືກ​ປິດ​ໄວ້:
2 I will go before you and level the mountains; I will shatter the doors of bronze and cut through the bars of iron. ເຮົາ​ຈະ​ນຳ​ໜ້າ​ເຈົ້າ​ໄປ ແລະ ເຮັດ​ໃຫ້​ພູເຂົາ​ທັງຫລາຍ​ຮາບພຽງ; ເຮົາ​ຈະ​ພັງ​ປະຕູ​ທອງສຳລິດ ແລະ ຕັດ​ເຫລັກ​ໄລ​ປະຕູ​ໃຫ້​ຫັກ.
3 I will give you the treasures of darkness and hoards stored in secret places, so that you may know that I am the Father of Israel, who calls you by your name. ເຮົາ​ຈະ​ຍົກ​ສົມບັດ​ທີ່​ເຊື່ອງ​ໄວ້​ໃນ​ຄວາມ​ມືດ, ຂຸມ​ຊັບ​ຕ່າງໆ​ທີ່​ເກັບ​ໄວ້​ໃນ​ບ່ອນ​ລັບ​ໃຫ້​ແກ່​ເຈົ້າ, ເພື່ອ​ເຈົ້າ​ຈະ​ຮູ້​ວ່າ​ເຮົາ​ຄື​ພຣະເຈົ້າ​ຢາເວ, ພຣະເຈົ້າ​ແຫ່ງ​ອິດສະຣາເອນ, ຜູ້​ເອີ້ນ​ເຈົ້າ​ມາ​ຕາມ​ຊື່​ຂອງ​ເຈົ້າ.
4 For the sake of my servant Jacob, and Israel my chosen, I have called you by your name; I give you a title of honor, though you do not know me. ເພື່ອ​ເຫັນ​ແກ່​ຢາໂຄບ​ຜູ້ຮັບໃຊ້​ຂອງ​ເຮົາ, ອິດສະຣາເອນ​ຜູ້​ທີ່​ເຮົາ​ໄດ້​ເລືອກ​ໄວ້, ເຮົາ​ຈຶ່ງ​ເອີ້ນ​ເຈົ້າ​ມາ​ຕາມ​ຊື່​ຂອງ​ເຈົ້າ ແລະ ມອບ​ຕຳແໜ່ງ​ອັນ​ມີ​ກຽດ​ແກ່​ເຈົ້າ, ເຖິງວ່າ​ເຈົ້າ​ຈະ​ບໍ່​ຮູ້​ຈັກ​ເຮົາ.
5 I am the Father, and there is no other; besides me there is none. I equip you for battle, though you do not know me, ເຮົາ​ຄື​ພຣະເຈົ້າ​ຢາເວ, ແລະ ບໍ່​ມີ​ໃຜ​ອື່ນ; ນອກ​ຈາກ​ເຮົາ​ແລ້ວ ບໍ່​ມີ​ພຣະເຈົ້າ​ອື່ນ​ໃດ. ເຮົາ​ຈະ​ເຮັດ​ໃຫ້​ເຈົ້າ​ເຂັ້ມແຂງ​ຂຶ້ນ, ເຖິງວ່າ​ເຈົ້າ​ຈະ​ບໍ່​ຮູ້​ຈັກ​ເຮົາ,
6 so that people may know, from the rising of the sun to the place of its setting, that there is none besides me. I am the Father, and there is no other. ດັ່ງນັ້ນ ຈາກ​ຕາເວັນ​ຂຶ້ນ ຈົນ​ຮອດ​ຕາເວັນ​ຕົກ ມະນຸດ​ຈະ​ຮູ້​ວ່າ​ບໍ່​ມີ​ຜູ້ໃດ​ນອກ​ຈາກ​ເຮົາ. ເຮົາ​ຄື​ພຣະເຈົ້າ​ຢາເວ, ບໍ່​ມີ​ພະ​ອື່ນ​ໃດ​ອີກ.
7 I form light and create darkness, I make well-being and create calamity; I am the Father, who does all these things. ເຮົາ​ກໍານົດ​ຄວາມ​ສະຫວ່າງ ແລະ ສ້າງ​ຄວາມ​ມືດ, ເຮົາ​ນຳ​ຄວາມ​ຈະເລີນ ແລະ ໄພພິບັດ​ມາ; ເຮົາ, ພຣະເຈົ້າ​ຢາເວ, ເຮັດ​ທຸກ​ສິ່ງ​ນີ້.
8 Rain down, O heavens, from above, and let the skies pour down righteousness; let the earth open wide, that salvation may bear fruit and righteousness spring up together. I, the Father, have created it. “ຟ້າ​ສະຫວັນ​ເບື້ອງ​ເທິງ, ຈົ່ງ​ເທ​ຄວາມ​ຊອບທຳ​ລົງ​ມາ; ເມກ​ທັງຫລາຍ​ຈົ່ງ​ປົດປ່ອຍ​ຄວາມ​ຊອບທຳ​ລົງ​ມາ. ໂລກ​ຈົ່ງ​ເປີດ​ກວ້າງ, ໃຫ້​ຄວາມພົ້ນ​ເກີດ​ຂຶ້ນ​ມາ, ແລະ ໃຫ້​ຄວາມ​ຊອບທຳ​ງອກງາມ​ໄປ​ນໍາ​ກັນ; ເຮົາ, ພຣະເຈົ້າ​ຢາເວ, ໄດ້​ສ້າງ​ສິ່ງ​ເຫລົ່ານີ້.
9 Woe to the one who quarrels with his Maker—a pottery shard among the shards of the earth! Does the clay say to the one who forms it, "What are you making?" or, "Your work has no handles"? “ວິບັດ​ແກ່​ຜູ້​ທີ່​ຂັດແຍ້ງ​ກັບ​ພຣະຜູ້ສ້າງ​ຂອງ​ພວກເຂົາ, ພວກເຂົາ​ເປັນ​ພຽງ​ເສດ​ໝໍ້​ດິນ ທ່າມກາງ​ກອງ​ໝໍ້ດິນ​ຢູ່​ພື້ນດິນ. ດິນ​ໜຽວ​ຈະ​ເວົ້າ​ກັບ​ຊ່າງ​ປັ້ນ​ໄດ້​ບໍ​ວ່າ, ‘ເຈົ້າ​ກຳລັງ​ເຮັດ​ຫຍັງ?’ ໝໍ້​ດິນ​ຈະ​ເວົ້າ​ໄດ້​ບໍ​ວ່າ, ‘ຊ່າງປັ້ນໝໍ້​ບໍ່​ມີ​ມື​ບໍ?’
10 Woe to the one who says to a father, "What are you fathering?" or to a woman, "What are you bringing to birth?" ວິບັດ​ແກ່​ຜູ້​ທີ່​ກ່າວ​ກັບ​ພໍ່​ຂອງ​ຕົນ​ວ່າ, ‘ເຈົ້າ​ເກີດ​ຫຍັງ​ມາ?’ ຫລື ເວົ້າ​ກັບ​ແມ່​ວ່າ, ‘ເຈົ້າ​ໄດ້​ເກີດ​ຫຍັງ​ມາ?’
11 This is what the Holy One of Israel—our Father—and the one who formed him—says: Will you question me about my children, and give me orders about the work of my hands? “ພຣະເຈົ້າ​ຢາເວ​ອົງ​ບໍລິສຸດ, ແລະ ພຣະຜູ້ສ້າງ​ຂອງ​ອິດສະຣາເອນ​ກ່າວ​ດັ່ງ​ນີ້​ວ່າ: ກ່ຽວກັບ​ສິ່ງ​ທີ່​ຈະ​ເກີດ​ຂຶ້ນ ເຈົ້າ​ຖາມ​ເຮົາ​ເລື່ອງ​ລູກ​ຫລານ​ຂອງ​ເຮົາ, ຫລື ອອກ​ຄໍາສັ່ງ​ເຮົາ​ກ່ຽວກັບ​ວຽກງານ​ທີ່​ມື​ຂອງ​ເຮົາ​ເຮັດ​ບໍ?
12 I made the earth and created humanity upon it. It was my hands that stretched out the heavens, and I commanded all their host. ເຮົາ​ນີ້​ແຫລະ​ສ້າງ​ໂລກ ແລະ ສ້າງ​ມະນຸດ​ເທິງ​ແຜ່ນດິນ​ໂລກ. ມື​ຂອງ​ເຮົາ​ນີ້​ແຫລະ​ກາງ​ຟ້າ​ສະຫວັນ​ອອກ; ແລະ ສັ່ງ​ດວງດາວ​ທັງຫລາຍ.
13 I have stirred him up in righteousness, and I will make all his ways straight. He will rebuild my city and set my exiles free, not for price or reward, says the Father of heaven's armies. ເຮົາ​ຈະ​ຍົກ​ໄຊຣັດ​ຂຶ້ນ​ໃນ​ຄວາມ​ຊອບທຳ​ຂອງ​ເຮົາ: ເຮົາ​ຈະ​ເຮັດ​ໃຫ້​ທາງ​ທັງໝົດ​ຂອງ​ລາວ​ຊື່​ໄປ. ລາວ​ຈະ​ສ້າງ​ນະຄອນ​ຂອງ​ເຮົາ​ຂຶ້ນ​ໃໝ່ ແລະ ປົດປ່ອຍ​ປະຊາຊົນ​ຂອງ​ເຮົາ​ຜູ້​ທີ່​ຕົກ​ເປັນ​ຊະເລີຍ, ແຕ່​ນີ້​ບໍ່ແມ່ນ​ເພື່ອ​ສິນ​ຈ້າງ​ລາງວັນ, ພຣະເຈົ້າ​ຢາເວ​ອົງ​ຜູ້​ມີ​ລິດ​ອໍານາດ​ຍິ່ງໃຫຍ່​ກ່າວ​ດັ່ງ​ນັ້ນ”.
14 Our Father says: The wealth of Egypt and the merchandise of Cush, and the Sabeans, men of stature, will come over to you and be yours; they will follow behind you, coming over in chains. They will bow down to you and plead with you, saying, "Surely God is with you, and there is no other; there is none besides him." ພຣະເຈົ້າ​ຢາເວ​ກ່າວ​ວ່າ: “ຜົນ​ຜະລິດ​ຂອງ​ເອຢິບ ແລະ ສິນຄ້າ​ຂອງ​ກູເຊ, ແລະ ຂອງ​ຄົນ​ເຊບາ​ຮ່າງ​ສູງ ສິ່ງ​ເຫລົ່ານັ້ນ​ຈະ​ເປັນ​ຂອງ​ເຈົ້າ; ແລະ ຈະ​ເປັນ​ກໍາມະສິດ​ຂອງ​ເຈົ້າ; ຄົນ​ເຫລົ່ານີ້​ຈະ​ມາ​ຕິດຕາມ​ເຈົ້າ, ມາ​ທັງ​ທີ່​ຍັງ​ຕິດ​ໂສ້​ຢູ່. ພວກເຂົາ​ຈະ​ມາ​ກົ້ມກາບ​ຕໍ່ໜ້າ​ເຈົ້າ ແລະ ອ້ອນ​ວອນ​ເຈົ້າ, ວ່າ, ‘ແນ່ນອນ ພຣະເຈົ້າ​ຢູ່​ກັບ​ເຈົ້າ, ແລະ ບໍ່​ມີ​ຜູ້​ອື່ນ; ບໍ່​ມີ​ພຣະເຈົ້າ​ອື່ນ​ໃດ​ອີກ’ ”.
15 Truly you are a Father who has hidden yourself, the Father of Israel, the Savior. ຂ້າແດ່​ພຣະເຈົ້າ ພຣະຜູ້ຊ່ວຍ​ໃຫ້​ພົ້ນ​ຂອງ​ອິດສະຣາເອນ, ແນ່ນອນ ພຣະອົງ​ເປັນ​ພຣະເຈົ້າ​ຜູ້​ເຊື່ອງ​ພຣະອົງ​ເອງ​ໄວ້.
16 All of them are ashamed and disgraced; the makers of idols go off together in confusion. ທຸກຄົນ​ທີ່​ເຮັດ​ຮູບເຄົາລົບ​ຈະ​ອັບອາຍ; ພວກເຂົາ​ຈະ​ອັບອາຍ​ຂາຍໜ້າ​ໄປ​ນໍາ​ກັນ.
17 But Israel is saved by our Father with an everlasting salvation; you will not be ashamed or disgraced for all eternity. ສ່ວນ​ອິດສະຣາເອນ​ນັ້ນ ພຣະເຈົ້າ​ຢາເວ​ຈະ​ຊ່ວຍ​ກູ້ ດ້ວຍ​ຄວາມພົ້ນ​ນິລັນດອນ; ເຈົ້າ​ຈະ​ບໍ່​ຕ້ອງ​ອັບອາຍ​ຂາຍໜ້າ, ຕະຫລອດໄປ​ທຸກ​ຊົ່ວ​ອາຍຸ.
18 For this is what the Father says, who created the heavens—he is the Father!—who formed the earth and made it; he established it. He did not create it empty; he formed it to be inhabited: I am the Father, and there is no other. ພຣະເຈົ້າ​ຢາເວ​ກ່າວ​ວ່າ ພຣະອົງ​ຜູ້​ໄດ້​ສ້າງ​ຟ້າ​ສະຫວັນ, ພຣະອົງ​ເປັນ​ພຣະເຈົ້າ; ພຣະອົງ​ຜູ້​ອອກແບບ ແລະ ສ້າງ​ໂລກ, ພຣະອົງ​ຕັ້ງ​ມັນ​ໄວ້; ພຣະອົງ​ບໍ່​ໄດ້​ສ້າງ​ໃຫ້ເປັນ​ບ່ອນ​ວ່າງ​ເປົ່າ, ແຕ່​ໄດ້​ສ້າງ​ໂລກ​ໃຫ້​ເປັນ​ທີ່ຢູ່ອາໄສ ພຣະອົງ​ກ່າວ​ວ່າ: “ເຮົາ​ຄື​ພຣະເຈົ້າ​ຢາເວ, ແລະ ບໍ່​ມີ​ພຣະເຈົ້າ​ອື່ນ​ໃດ​ອີກ.
19 I did not speak in secret, in a land of darkness; I did not say to the descendants of Jacob, "Seek me in vain." I, your Father, speak what is right; I declare what is true. ເຮົາ​ບໍ່​ໄດ້​ເວົ້າ​ໃນ​ບ່ອນ​ລັບ, ຈາກ​ບ່ອນ​ໜຶ່ງ​ບ່ອນ​ໃດ​ໃນ​ດິນແດນ​ແຫ່ງ​ຄວາມ​ມືດ; ເຮົາ​ບໍ່​ໄດ້​ເວົ້າ​ກັບ​ລູກ​ຫລານ​ຂອງ​ຢາໂຄບ​ວ່າ, ‘ຈົ່ງ​ສະແຫວງຫາ​ເຮົາ​ຢ່າງ​ບໍ່​ມີ​ປະໂຫຍດ’. ເຮົາ, ພຣະເຈົ້າ​ຢາເວ, ເວົ້າ​ຄວາມຈິງ; ເຮົາ​ປະກາດ​ສິ່ງ​ທີ່​ຖືກຕ້ອງ.
20 Gather together and come; draw near, you survivors of the nations! They have no knowledge—those who carry around their wooden idols and keep praying to a god that cannot save. “ຈົ່ງ​ມາ ແລະ ຊຸມນຸມ​ກັນ; ຈົ່ງ​ຮວບຮວມ​ກັນ​ມາ, ບັນດາ​ຜູ້​ໜີ​ໄພ​ຈາກ​ຊາດ​ຕ່າງໆ. ຜູ້​ແຫ່​ຮູບເຄົາລົບ​ໄມ້​ກໍ​ໂງ່ຈ້າ, ຜູ້​ພາວັນນາ​ອະທິຖານ​ອ້ອນ​ວອນ​ຕໍ່​ພະ​ທີ່​ຊ່ວຍ​ຫຍັງ​ພວກເຂົາ​ບໍ່​ໄດ້.
21 Declare and present your case; let them consult together! Who foretold this long ago and declared it from ancient times? Was it not I, the Father? There is no other besides me—a righteous Father and a Savior; there is none besides me. ຈົ່ງ​ປະກາດ​ສິ່ງ​ທີ່​ເກີດຂຶ້ນ, ສະເໜີ​ມາ​ແມ ໃຫ້​ພວກເຂົາ​ປຶກສາ​ຫາ​ລື​ກັນ. ຜູ້ໃດ​ໄດ້​ບອກ​ເລື່ອງ​ນີ້​ໄວ້​ລ່ວງ​ໜ້າ​ດົນນານ​ມາ​ແລ້ວ? ຜູ້ໃດ​ກ່າວ​ວາຈາ​ໄວ້​ຕັ້ງ​ແຕ່​ອະດີດ? ບໍ່ແມ່ນ​ເຮົາ​ຜູ້​ເປັນ​ພຣະເຈົ້າ​ຢາເວ​ບໍ? ນອກ​ຈາກ​ເຮົາ​ແລ້ວ​ບໍ່​ມີ​ພຣະເຈົ້າ​ອື່ນ​ໃດ ພຣະເຈົ້າ​ຜູ້​ຊອບທຳ ແລະ ພຣະ​ຜູ້​ຊ່ວຍ; ບໍ່​ມີ​ຜູ້ໃດ​ອື່ນ​ນອກ​ຈາກ​ເຮົາ.
22 Turn to me and be saved, all the ends of the earth! For I am the Father, and there is no other. “ມວນ​ມະນຸດ​ທົ່ວ​ໂລກ ຈົ່ງ​ຫັນ​ມາ​ຫາ​ເຮົາ, ແລະ ຮັບ​ການ​ຊ່ວຍ​ໃຫ້ລອດພົ້ນ, ເພາະ​ເຮົາ​ເປັນ​ພຣະເຈົ້າ, ແລະ ບໍ່​ມີ​ພຣະເຈົ້າ​ອື່ນ​ໃດ​ອີກ.
23 By myself I have sworn; a word has gone out from my mouth in righteousness that will not return: To me every knee will bow, every tongue will swear allegiance. ເຮົາ​ໄດ້​ສາບານ​ໄວ້​ແລ້ວ​ດ້ວຍ​ຕົວ​ຂອງ​ເຮົາ​ເອງ, ປາກ​ຂອງ​ເຮົາ​ໄດ້​ກ່າວ​ໄວ້​ດ້ວຍ​ຄວາມ​ຊື່ສັດ ຖ້ອຍຄໍາ​ທີ່​ຈະ​ບໍ່​ມີ​ວັນ​ປ່ຽນແປງ: ຄື​ທຸກຄົນ​ຈະ​ຄຸ​ເຂົ່າ​ກາບ​ລົງ​ຕໍ່ໜ້າ​ເຮົາ; ທຸກ​ລິ້ນ​ຈະ​ສາບານ​ໂດຍ​ອ້າງ​ເຖິງ​ເຮົາ.
24 They will say of me, "Only in God are righteousness and strength." To him all who raged against him will come, and they will be ashamed. ພວກເຂົາ​ຈະ​ກ່າວເຖິງ​ເຮົາ​ວ່າ, ‘ໃນ​ພຣະເຈົ້າ​ຢາເວ​ເທົ່ານັ້ນ​ທີ່​ມີ​ຄວາມ​ຊອບທຳ ແລະ ກໍາລັງ’ ”. ທຸກຄົນ​ທີ່​ຄຽດແຄ້ນ​ຕໍ່ສູ້​ພຣະອົງ ຈະ​ມາ​ຫາ​ພຣະອົງ ແລະ ອັບອາຍ​ຂາຍໜ້າ.
25 In our Father all the children of Israel will be justified, and in him they will glory. ແຕ່​ໃນ​ພຣະເຈົ້າ​ຢາເວ​ລູກ​ຫລານ​ທັງໝົດ​ຂອງ​ອິດສະຣາເອນ ຈະ​ໄດ້​ເປັນ​ຜູ້​ຊອບທໍາ ແລະ ຈະ​ຍົກຍ້ອງ​ສັນລະເສີນ​ພຣະອົງ.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]