Skip to content
The Believer's Library

Biblica® Open Lao Contemporary Version

Isaiah 30 OLCV

Side by side with the Father's Heart Bible™

ວິບັດ​ແກ່​ຊົນຊາດ​ທີ່​ດື້ດ້ານ

1ພຣະເຈົ້າ​ຢາເວ​ປະກາດ​ວ່າ,“ວິບັດ​ແກ່​ລູກ​ຫລານ​ທີ່​ດື້ດ້ານ,ແກ່​ຜູ້​ທີ່​ເຮັດ​ຕາມ​ແຜນການ​ທີ່​ບໍ່​ໄດ້​ມາ​ຈາກ​ເຮົາ,ເຮັດ​ສັນຍາ​ພັນທະມິດ​ໂດຍ​ບໍ່​ໄດ້​ອາໄສ​ວິນຍານ​ຂອງ​ເຮົາ,ເຮັດ​ບາບ​ຊ້ອນ​ບາບ;

2ຜູ້ໃດ​ລົງ​ໄປ​ຍັງ​ເອຢິບໂດຍ​ບໍ່​ປຶກສາ​ເຮົາ;ຜູ້ໃດ​ຊອກ​ຫາ​ການ​ປົກປ້ອງ​ຄຸ້ມຄອງ​ຈາກ​ກະສັດ​ຟາໂຣ,ຂໍ​ລີ້ໄພ​ພາຍໃຕ້​ຮົ່ມ​ເງົາ​ຂອງ​ເອຢິບ.

3ແຕ່​ການ​ປົກປ້ອງ​ຄຸ້ມຄອງ​ຂອງ​ກະສັດ​ຟາໂຣ​ຈະ​ກັບ​ກາຍ​ເປັນ​ຄວາມ​ອັບອາຍ​ແກ່​ເຈົ້າ,ຮົ່ມ​ເງົາ​ຂອງ​ເອຢິບ​ຈະ​ເຮັດ​ໃຫ້​ເຈົ້າ​ອັບ​ອາຍ​ຂາຍ​ໜ້າ.

4ເຖິງແມ່ນ​ພວກເຂົາ​ຈະ​ມີ​ກອງ​ທະຫານ​ຢູ່​ໃນ​ໂຊອານແລະ ບັນດາ​ທູດ​ຂອງ​ພວກເຂົາ​ໄດ້​ໄປ​ເຖິງ​ຮາເນັດ,

5ທຸກຄົນ​ກໍ​ຈະ​ຕ້ອງ​ອັບ​ອາຍ​ຂາຍ​ໜ້າເພາະ​ຊົນຊາດ​ທີ່​ບໍ່​ມີ​ປະໂຫຍດ​ແກ່​ພວກເຂົາ,ຜູ້​ບໍ່​ໃຫ້​ຄວາມ​ຊ່ວຍເຫລືອ ຫລື ປະໂຫຍດ​ອັນ​ໃດ,ໃຫ້​ແຕ່​ຄວາມ​ອັບອາຍ ແລະ ຄວາມ​ຜິດຫວັງ”.

6ຄໍາ​ທໍານວາຍ​ກ່ຽວກັບ​ສັດ​ຕ່າງໆ​ແຫ່ງ​ເນເກັບ​ມີ​ດັ່ງ​ນີ້:ເດີນ​ທາງ​ຜ່ານ​ດິນແດນ​ອັນ​ຍາກ​ລຳບາກ ແລະ ອັນຕະລາຍ,ດິນແດນ​ແຫ່ງ​ສິງ​ຜູ້ ແລະ ສິງ​ແມ່,ດິນແດນ​ແຫ່ງ​ງູພິດ ແລະ ມັງກອນ​ທີ່​ເຫາະ​ໄດ້,ຄະນະ​ທູດ​ຂົນ​ຊັບສົມບັດ​ມາ​ເທິງ​ຫລັງ​ລໍ​ຜູ້,ພວກເຂົາ​ບັນທຸກ​ຂອງຂັວນ​ລາຄາ​ແພງ​ເທິງ​ຫລັງ​ອູດ,ເພື່ອ​ໄປ​ສູ່​ຊົນຊາດ​ທີ່​ໄຮ້​ປະໂຫຍດ,

7ໄປ​ຍັງ​ເອຢິບ, ທີ່​ຄວາມ​ຊ່ວຍເຫລືອ​ຂອງ​ພວກເຂົາ​ບໍ່ມີ​ປະໂຫຍດ​ຢ່າງ​ແທ້​ຈິງ.ເຫດສະນັ້ນ ເຮົາ​ຈຶ່ງ​ເອີ້ນ​ເອຢິບ​ວ່າລາຫັບ​ຜູ້​ບໍ່​ໄດ້​ເຮັດ​ຫຍັງ.

8ບັດນີ້, ຈົ່ງ​ໄປ​ຂຽນ​ໄວ້​ເທິງ​ແຜ່ນຫີນ​ສຳລັບ​ພວກເຂົາ,ຂຽນ​ມັນ​ລົງ​ໃນ​ໜັງສື​ມ້ວນ,ເພື່ອ​ວັນ​ທີ່​ຈະ​ມາ​ເຖິງມັນ​ຈະ​ໄດ້​ເປັນ​ພະຍານ​ຫລັກຖານ​ຕະຫລອດ​ໄປ.

9ເພາະ​ຄົນ​ເຫລົ່ານີ້​ເປັນ​ປະຊາຊົນ​ທີ່​ກະບົດ, ເປັນ​ລູກ​ຫລານ​ທີ່​ຫລອກລວງ,ລູກ​ຫລານ​ທີ່​ບໍ່​ຢາກ​ຮັບ​ຟັງ​ຄຳສອນ​ຂອງ​ພຣະເຈົ້າ​ຢາເວ.

10ພວກເຂົາ​ບອກ​ຜູ້​ທຳນວາຍ​ວ່າ,“ຢ່າ​ເຫັນ​ນິມິດ​ຕ່າງໆ​ອີກ​ຕໍ່ໄປ!”ແລະ ບອກ​ຜູ້ທຳນວາຍ​ວ່າ,“ຢ່າ​ບອກ​ນິມິດ​ເຖິງ​ສິ່ງ​ທີ່​ຖືກຕ້ອງ​ແກ່​ພວກເຮົາ​ອີກ​ເລີຍ!ບອກ​ພວກເຮົາ​ແຕ່​ສິ່ງ​ທີ່​ໜ້າ​ຟັງ,ທໍານວາຍ​ພາບ​ທີ່​ລວງ​ຕາ​ກໍ​ພໍ.

11ຈົ່ງ​ໜີ​ໄປ​ຈາກ​ທາງ​ນີ້,ຈົ່ງ​ອອກ​ໄປ​ຈາກ​ທາງ​ນີ້,ແລະ ຢຸດ​ປະເຊີນ​ໜ້າ​ກັບ​ພວກເຮົາດ້ວຍ​ອົງ​ບໍລິສຸດ​ແຫ່ງ​ອິດສະຣາເອນ!”

12ເຫດສະນັ້ນ ນີ້​ແມ່ນ​ສິ່ງ​ທີ່​ອົງ​ບໍລິສຸດ​ແຫ່ງ​ອິດສະຣາເອນ​ກ່າວ​ວ່າ:“ເພາະ​ເຈົ້າ​ປະຖິ້ມ​ຖ້ອຍຄຳ​ນີ້,ໄປ​ວາງໃຈ​ການ​ກົດຂີ່​ຂົ່ມເຫັງແລະ ອາໄສ​ການ​ຫລອກລວງ,

13ບາບ​ນີ້​ຈະ​ເປັນ​ດັ່ງດັ່ງ​ກໍາແພງ​ສູງ, ທີ່​ແຕກ​ອອກ ແລະ ໂນນ​ອອກ​ມາ,ແລ້ວ​ກໍ​ລົ້ມລົງ​ທັນທີ​ໃນ​ຊົ່ວ​ພັບ​ຕາ​ດຽວ.

14ມັນ​ຈະ​ແຕກ​ເປັນ​ປ່ຽງ​ນ້ອຍໆ​ດັ່ງ​ໝໍ້ດິນ,ທີ່​ຖືກ​ທຸບ​ລະອຽດ​ຢ່າງ​ບໍ່​ປາ​ນີຈົນ​ຫາ​ເສດ​ຈັກ​ປ່ຽງ​ບໍ່​ໄດ້ທີ່​ຈະ​ເອົາ​ຖ່ານ​ອອກ​ຈາກ​ເຕົາຫລື ຕັກ​ນ້ຳ​ໜ້ອຍ​ໜຶ່ງ​ຈາກ​ນ້ຳສ້າງ​ກໍ​ບໍ່​ໄດ້​ເລີຍ”.

15ນີ້​ຄື​ສິ່ງ​ທີ່​ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ, ອົງ​ບໍລິສຸດ​ແຫ່ງ​ອິດສະຣາເອນ, ກ່າວ​ວ່າ:“ໂດຍ​ການ​ກັບ​ໃຈ ແລະ ການ​ຢຸດ​ພັກ ເຈົ້າ​ຈະ​ພົ້ນ,ໃນ​ຄວາມ​ມິດງຽບ ແລະ ການ​ໄວ້ວາງໃຈ​ຄື​ກໍາລັງ​ຂອງ​ເຈົ້າ,ແຕ່​ເຈົ້າ​ບໍ່​ມີ​ສິ່ງ​ເຫລົ່ານີ້​ເລີຍ.

16ເຈົ້າ​ເວົ້າ​ວ່າ, ‘ບໍ່, ພວກເຮົາ​ຈະ​ຂຶ້ນ​ຫລັງ​ມ້າ​ໜີ​ໄປ’.ເຫດສະນັ້ນ ເຈົ້າ​ຈຶ່ງ​ຈະ​ໜີ​ໄປ!ເຈົ້າ​ໄດ້​ເວົ້າ​ວ່າ, ‘ພວກເຮົາ​ຈະ​ຂີ່​ມ້າ​ໄວ​ໜີ​ໄປ’.ເຫດສະນັ້ນ ບັນດາ​ຜູ້​ໄລ່​ຕາມ​ເຈົ້າ​ຈະ​ມາ​ໄວ​ຫລາຍ!

17ຄົນ​ພັນ​ຄົນ​ຈະ​ປົບໜີເພາະ​ຄຳ​ຂູ່​ຂອງ​ຄົນ​ຄົນ​ດຽວ;ເພາະ​ຄຳ​ຂູ່​ເຂັນ​ຂອງ​ຄົນ​ຫ້າ​ຄົນພວກເຈົ້າ​ທັງໝົດ​ຈະ​ໜີໄປ,ຈົນ​ພວກເຈົ້າ​ເຫລືອ​ຢູ່​ນ້ອຍ​ດຽວດັ່ງ​ເສົາ​ທຸງ​ເທິງ​ຈອມພູ,ຄື​ທຸງ​ສັນຍານ​ທີ່​ປັກ​ໄວ້​ເທິງ​ເນີນພູ”.

18ເຖິງ​ປານ​ນັ້ນ​ພຣະເຈົ້າ​ຢາເວ​ຍັງ​ປາຖະໜາ​ຈະ​ເມດຕາ​ເຈົ້າ;ເຫດສະນັ້ນ ພຣະອົງ​ຈະ​ລຸກ​ຂຶ້ນ​ເພື່ອ​ສະແດງ​ຄວາມ​ເມດຕາ​ສົງສານ​ຕໍ່​ເຈົ້າ.ເພາະ​ພຣະເຈົ້າ​ຢາເວ​ເປັນ​ພຣະເຈົ້າ​ແຫ່ງ​ຄວາມ​ຍຸຕິທຳ.ພຣະພອນ​ມີ​ແກ່​ທຸກຄົນ​ທີ່​ລໍຄອຍ​ຖ້າ​ພຣະອົງ!

19ປະຊາຊົນ​ຊີໂອນ, ຜູ້​ອາໄສ​ໃນ​ເຢຣູຊາເລັມ, ພວກເຈົ້າ​ຈະ​ບໍ່​ຮ້ອງໄຫ້​ອີກ. ເມື່ອ​ພວກເຈົ້າ​ຮ້ອງ​ຂໍ​ຄວາມ​ຊ່ວຍເຫລືອ ພຣະອົງ​ຈະ​ເຕັມ​ໄປ​ດ້ວຍ​ຄວາມ​ເມດຕາ​ຫລາຍ! ທັນທີ​ທີ່​ພຣະອົງ​ໄດ້​ຍິນ, ພຣະອົງ​ຈະ​ຕອບ​ພວກເຈົ້າ. 20ເຖິງແມ່ນວ່າ​ອົງພຣະຜູ້ເປັນເຈົ້າ​ປະທານ​ອາຫານ​ແຫ່ງ​ຄວາມ​ລຳບາກ ແລະ ນ້ຳ​ແຫ່ງ​ຄວາມ​ທຸກ​ແກ່​ພວກເຈົ້າ, ແຕ່​ຄູ​ຂອງ​ພວກເຈົ້າ​ຈະ​ບໍ່​ເຊື່ອງ​ໂຕ​ອີກ; ພວກເຈົ້າ​ຈະ​ເຫັນ​ຄູ​ດ້ວຍ​ຕາ​ຂອງ​ພວກເຈົ້າ​ເອງ. 21ບໍ່​ວ່າ​ພວກເຈົ້າ​ຈະ​ຫັນ​ໄປ​ທາງ​ຊ້າຍ ຫລື ທາງ​ຂວາ, ຫູ​ຂອງ​ພວກເຈົ້າ​ຈະ​ໄດ້​ຍິນ​ສຽງ​ຂ້າງ​ຫລັງ, ກ່າວ​ວ່າ, “ນີ້​ຄື​ຫົນ​ທາງ; ຈົ່ງ​ເດີ່ນ​ໃນ​ທາງ​ນີ້”. 22ແລ້ວ​ພວກເຈົ້າ​ຈະ​ທຳລາຍ​ຮູບເຄົາລົບ​ຕ່າງໆ ທີ່​ຫຸ້ມ​ດ້ວຍ​ເງິນ ແລະ ຮູບເຄົາລົບ​ທີ່​ໂອບ​ດ້ວຍ​ຄໍາ; ພວກເຈົ້າ​ຈະ​ໂຍນ​ຖິ້ມ​ດັ່ງ​ຜ້າ​ທີ່​ເປື້ອນ​ປະຈຳ​ເດືອນ ແລະ ເວົ້າ​ກັບ​ສິ່ງເຫລົ່ານັ້ນ​ວ່າ, “ຈົ່ງ​ໜີ​ໄປ!”

23ພຣະອົງ​ຈະ​ປະທານ​ຝົນ​ແກ່​ເມັດ​ພືດ​ທີ່​ພວກເຈົ້າ​ໄດ້​ຫວ່ານ​ລົງ​ໃນ​ດິນ, ແລະ ອາຫານ​ທີ່​ໄດ້​ຈາກ​ແຜ່ນດິນ​ຈະ​ອຸດົມ​ສົມບູນ ແລະ ມີ​ຫລາຍ​ເຫລືອ​ລົ້ນ. ໃນ​ວັນ​ນັ້ນ​ຝູງສັດ​ຂອງ​ພວກເຈົ້າ​ຈະ​ເລັມ​ຫຍ້າ​ຢູ່​ໃນ​ທົ່ງ​ກວ້າງ. 24ງົວ ແລະ ລໍຜູ້​ທີ່​ໃຊ້​ໄຖ​ນາ​ຈະ​ກິນ​ຫຍ້າ​ແຫ້ງ ແລະ ອາຫານ​ທີ່​ໃຊ້​ຄາດ ແລະ ຊ້ວນ​ຢ່າງ​ດີ. 25ໃນ​ວັນ​ສັງ​ຫານ​ຄັ້ງ​ໃຫຍ່​ນັ້ນ, ເມື່ອ​ປ້ອມ​ປ້ອງກັນ​ຕ່າງໆ​ລົ້ມ​ລົງ, ແມ່ນ້ຳ​ຫລາຍ​ສາຍ​ຈະ​ໄຫລ​ອອກ​ຈາກ​ພູເຂົາ​ສູງ​ທຸກ​ໜ່ວຍ ແລະ ເນິນພູ​ສູງ​ທຸກ​ແຫ່ງ. 26ດວງຈັນ​ຈະ​ສ່ອງແສງ​ດັ່ງ​ດວງ​ຕາເວັນ, ແລະ ແສງ​ຕາເວັນ​ຈະ​ຮ້ອນ​ກ້າ​ກວ່າ​ເກົ່າ​ເຈັດ​ເທົ່າ​ດັ່ງ​ຄວາມ​ສະຫວ່າງ​ຂອງ​ເຈັດ​ມື້​ລວມ​ກັນ, ເມື່ອ​ພຣະເຈົ້າ​ຢາເວ​ໃຊ້​ຜ້າ​ພັນ​ບາດ​ຂອງ​ປະຊາຊົນ​ຂອງ​ພຣະອົງ ແລະ ຮັກສາ​ບາດແຜ​ທີ່​ໄດ້​ລົງໂທດ.

27ເບິ່ງ​ແມ, ນາມ​ຂອງ​ພຣະເຈົ້າ​ຢາເວ​ມາ​ຈາກ​ໄກ,ດ້ວຍ​ຄວາມ​ໃຈຮ້າຍ​ທີ່​ເຜົາ​ຢູ່ ແລະ ເມກ​ຄວັນ​ໜາ;ປາກ​ຂອງ​ພຣະອົງ​ເຕັມ​ໄປ​ດ້ວຍ​ໂກດຮ້າຍ,ລິ້ນ​ຂອງ​ພຣະອົງ​ຄື​ໄຟ​ທີ່​ເຜົາ​ຜານ.

28ລົມຫາຍໃຈ​ຂອງ​ພຣະອົງ​ເໝືອນ​ນໍ້າ​ທີ່​ໄຫລ​ແຮງ,ໄຫລ​ຂຶ້ນ​ໄປ​ຮອດ​ຄໍ,ພຣະອົງ​ສັ່ນ​ຊົນຊາດ​ທັງຫລາຍ​ໃນ​ກະດົ້ງ​ແຫ່ງ​ການ​ທໍາລາຍ;ພຣະອົງ​ໃສ່​ບັງຫຽນ​ໃຫ້​ປະຊາຊົນທີ່​ນໍາ​ພາ​ພວກເຂົາ​ໃຫ້​ຫລົງ​ທາງ.

29ແລະ ພວກເຈົ້າ​ຈະ​ຮ້ອງເພງດັ່ງ​ໃນ​ຄືນ​ສະຫລອງ​ເທດສະການ​ສັກສິດ;ຈິດໃຈ​ຂອງ​ພວກເຈົ້າ​ຈະ​ຊື່ນຊົມ​ຍິນດີດັ່ງ​ຕອນ​ທີ່​ປະຊາຊົນ​ເປົ່າ​ຂຸ່ຍຂະນະ​ທີ່​ຂຶ້ນ​ໄປ​ເທິງ​ພູເຂົາ​ຂອງ​ພຣະເຈົ້າ​ຢາເວ,ເພື່ອ​ເຂົ້າ​ເຝົ້າ​ສີລາ​ແຫ່ງ​ອິດສະຣາເອນ.

30ພຣະເຈົ້າ​ຢາເວ​ຈະ​ເຮັດໃຫ້​ມະນຸດ​ໄດ້​ຍິນ​ສຽງ​ອັນ​ຍິ່ງໃຫຍ່​ຂອງ​ພຣະອົງແລະ ໃຫ້​ພວກເຂົາ​ເຫັນ​ແຂນ​ທີ່​ເດ​ລົງ​ມາດ້ວຍ​ຄວາມ​ໃຈຮ້າຍ​ຫລາຍ ແລະ ດ້ວຍ​ໄຟ​ທີ່​ເຜົາ​ຜານ,ດ້ວຍ​ພະຍຸ​ຝົນ, ຟ້າ​ຮ້ອງ ແລະ ໝາກເຫັບ.

31ສຽງ​ຂອງ​ພຣະເຈົ້າ​ຢາເວ​ຈະ​ທໍາລາຍ​ອັດຊີເຣຍ;ພຣະອົງ​ຈະ​ຕີ​ພວກເຂົາ​ລົງ​ດ້ວຍ​ໄມ້ຄ້ອນເທົ້າ​ຂອງ​ພຣະອົງ.

32ທຸກ​ຈັງຫວະ​ທີ່​ພຣະເຈົ້າ​ຢາເວ​ຕີ​ພວກເຂົາດ້ວຍ​ໄມ້ຄ້ອນ​ແຫ່ງ​ການ​ລົງໂທດ​ຂອງ​ພຣະອົງຈະ​ເຂົ້າ​ກັບ​ດົນຕີ​ຂອງ​ສຽງ​ກອງແຊັກ ແລະ ພິນ,ຂະນະ​ທີ່​ພຣະອົງ​ສູ້ຮົບ​ກັບ​ພວກເຂົາ​ໃນ​ສະໜາມຮົບ​ດ້ວຍ​ການ​ຕີ​ແຂນ​ຂອງ​ພວກເຂົາ.

33ໂທເຟດ​ຖືກ​ຕຽມ​ໄວ້​ດົນ​ແລ້ວ;ມັນ​ຖືກ​ຕຽມ​ໄວ້​ສຳລັບ​ກະສັດ.ຂຸມ​ທີ່​ໃຊ້​ເຜົາ​ກໍ​ກວ້າງ ແລະ ເລິກ,ມີ​ໄຟ ແລະ ຟືນ​ຫລາຍ,ລົມຫາຍໃຈ​ຂອງ​ພຣະເຈົ້າ​ຢາເວ,ເໝືອນດັ່ງ​ແມ່ນໍ້າ​ກຳມະຖັນ​ລຸກ​ໄໝ້,ເຮັດ​ໃຫ້​ມັນ​ລຸກ​ເປັນ​ໄຟ.

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]