Skip to content
The Believer's Library

Biblica® Open Lao Contemporary Version

Genesis 29 OLCV

Show OLCV only
Verse × ×
1 Then Jacob continued on his journey and came to the land of the eastern peoples. ແລ້ວ​ຢາໂຄບ​ກໍ​ໄດ້​ເດີນທາງ​ຕໍ່ໄປ ແລະ ມາ​ເຖິງ​ດິນແດນ​ຂອງ​ປະຊາຊົນ​ຊາວ​ຕາເວັນອອກ.
2 He saw a well in the field, with three flocks lying beside it, since that well watered the flocks, and a large stone lay over its mouth. ຢູ່​ທີ່ນັ້ນ ເພິ່ນ​ໄດ້​ເຫັນ​ນ້ຳສ້າງ​ໜ່ວຍ​ໜຶ່ງ​ໃນ​ກາງ​ທົ່ງ, ມີ​ແກະ​ສາມ​ຝູງ​ນອນ​ຢູ່​ໃກ້​ກັບ​ນ້ຳສ້າງ ເພາະ​ຝູງແກະ​ເຄີຍ​ໄດ້​ກິນ​ນ້ຳ​ຈາກ​ນ້ຳສ້າງ​ນັ້ນ. ກ້ອນຫີນ​ທີ່​ຢູ່​ເທິງ​ປາກ​ນ້ຳສ້າງ​ນັ້ນ​ໃຫຍ່​ຫລາຍ.
3 There all the flocks would gather; shepherds rolled the stone off the well's mouth, watered the sheep, then returned the stone to its place over the well's mouth. ເມື່ອ​ຝູງແກະ​ທັງໝົດ​ມາ​ເຕົ້າໂຮມກັນ​ຢູ່​ທີ່​ນັ້ນ​ແລ້ວ, ບັນດາ​ຄົນລ້ຽງແກະ​ກໍ​ຈະ​ຊ່ວຍ​ກັນ​ກື່ງ​ກ້ອນຫີນ​ອອກຈາກ​ປາກ​ນ້ຳສ້າງ ແລະ ຕັກ​ນ້ຳ​ໃຫ້​ຝູງແກະ​ກິນ. ແລ້ວ​ພວກເຂົາ​ກໍ​ຈະ​ເອົາ​ກ້ອນຫີນ​ປິດ​ປາກ​ນ້ຳສ້າງ​ໄວ້​ຄືນ​ຄືເກົ່າ.
4 Jacob said to them, "My brothers, where are you from?" "We are from Haran," they replied. ຢາໂຄບ​ໄດ້​ຖາມ​ບັນດາ​ຄົນລ້ຽງແກະ​ວ່າ, “ພີ່ນ້ອງ​ທັງຫລາຍ​ຂອງ​ເຮົາ, ພວກເຈົ້າ​ມາ​ຈາກ​ໃສ?” ພວກເຂົາ​ຕອບ​ວ່າ, “ພວກເຮົາ​ມາ​ຈາກ​ຮາຣານ”.
5 He asked them, "Do you know Laban, the son of Nahor?" "We know him," they answered. ແລ້ວ​ຢາໂຄບ​ຈຶ່ງ​ເວົ້າ​ກັບ​ພວກເຂົາ​ວ່າ, “ພວກເຈົ້າ​ຮູ້ຈັກ​ລາບານ ຫລານຊາຍ​ຂອງ​ນາໂຮ​ບໍ?” ພວກເຂົາ​ຕອບ​ວ່າ, “ຮູ້, ພວກເຮົາ​ຮູ້ຈັກ​ເພິ່ນ”.
6 Then he asked, "Is he well?" "He is well," they said. "Look—his daughter Rachel comes with the sheep." ແລ້ວ​ຢາໂຄບ​ກໍ​ໄດ້​ຖາມ​ພວກເຂົາ​ອີກ​ວ່າ, “ເພິ່ນ​ສະບາຍດີ​ບໍ?” ພວກເຂົາ​ຕອບ​ວ່າ, “ເພິ່ນ​ສະບາຍດີ, ແລະ ນີ້​ເດ​ນາງ​ຣາເຊັນ ລູກສາວ​ຂອງ​ເພິ່ນ​ກຳລັງ​ມາ​ພ້ອມ​ກັບ​ຝູງ​ແກະ”.
7 "Look," Jacob said, "the day is still high, too soon to gather the herds. Water the sheep, then go graze them." ຢາໂຄບ​ໄດ້​ເວົ້າ​ວ່າ “ເບິ່ງ​ແມ ຍັງ​ເວັນ​ຢູ່; ຍັງ​ບໍ່​ເຖິງ​ເວລາ​ທີ່​ຝູງແກະ​ຈະ​ມາ​ເຕົ້າໂຮມ​ກັນ. ຈົ່ງ​ໃຫ້​ນ້ຳ​ຝູງແກະ​ດື່ມ​ແລ້ວ​ນຳ​ຝູງແກະ​ເຫລົ່ານັ້ນ​ກັບ​ໄປ​ກິນຫຍ້າ​ຕໍ່”.
8 "We can't," they said, "until all the flocks gather and the stone is rolled off the well's mouth. Then we'll water the sheep." ພວກເຂົາ​ໄດ້​ຕອບ​ວ່າ, “ພວກເຮົາ​ເຮັດ​ບໍ່​ໄດ້, ຕ້ອງ​ລໍຖ້າ​ຈົນ​ກວ່າ​ຝູງແກະ​ທັງໝົດ​ມາ​ເຕົ້າໂຮມ​ກັນ​ກ່ອນ ແລ້ວ​ພວກເຮົາ​ຈຶ່ງ​ຈະ​ກື່ງ​ກ້ອນຫີນ​ອອກ​ຈາກ​ປາກ​ນ້ຳສ້າງ. ຫລັງຈາກ​ນັ້ນ ພວກເຮົາ​ຈຶ່ງ​ໃຫ້​ນ້ຳ​ຝູງແກະ”.
9 While Jacob was still speaking with them, Rachel came with her father's flock, for she tended it. ໃນ​ຂະນະ​ທີ່​ຢາໂຄບ​ກຳລັງ​ເວົ້າ​ກັບ​ພວກເຂົາ​ຢູ່​ນັ້ນ, ນາງ​ຣາເຊັນ​ກໍ​ມາ​ເຖິງ​ພ້ອມ​ກັບ​ຝູງແກະ​ຂອງ​ພໍ່​ຂອງ​ນາງ, ເພາະວ່າ​ນາງ​ເປັນ​ຄົນລ້ຽງແກະ.
10 When Jacob saw Rachel, daughter of Laban his mother's brother, and sheep of Laban his mother's brother, he approached, rolled the stone from the well's mouth, and watered the sheep of Laban his mother's brother. ເມື່ອ​ຢາໂຄບ​ເຫັນ​ນາງ​ຣາເຊັນ​ລູກສາວ​ຂອງ​ລາບານ​ຜູ້​ທີ່​ເປັນ​ລຸງ​ຂອງ​ຕົນ ແລະ ຝູງແກະ​ຂອງ​ລາບານ, ລາວ​ຈຶ່ງ​ໄປ​ທີ່​ນ້ຳສ້າງ ແລະ ກື່ງ​ກ້ອນຫີນ​ອອກ​ຈາກ​ປາກ​ນ້ຳສ້າງ ແລະ ໃຫ້​ນ້ຳ​ແກ່​ຝູງແກະ​ຂອງ​ລຸງ​ຂອງ​ຕົນ.
11 Then Jacob kissed Rachel and wept aloud. ແລ້ວ​ຢາໂຄບ​ກໍ​ຈູບ​ນາງ​ຣາເຊັນ ແລະ ເລີ່ມ​ຮ້ອງໄຫ້​ສຽງດັງ.
12 Jacob told Rachel he was her father's relative, Rebekah's son. She ran and told her father. ລາວ​ໄດ້​ບອກ​ນາງ​ຣາເຊັນ​ວ່າ​ລາວ​ເປັນ​ຍາດພີ່ນ້ອງ​ທາງ​ພໍ່​ຂອງ​ນາງ ແລະ ເປັນ​ລູກຊາຍ​ຂອງ​ນາງ​ເຣເບກາ. ດັ່ງນັ້ນ ນາງ​ຈຶ່ງ​ແລ່ນ​ໄປ​ບອກ​ພໍ່​ຂອງ​ນາງ.
13 As soon as Laban heard the news about Jacob his sister's son, he ran to meet him, hugged and kissed him, and brought him home. Jacob told Laban everything that had happened. ທັນທີ​ທີ່​ລາບານ​ໄດ້​ຍິນ​ເລື່ອງ​ຂອງ​ຢາໂຄບ ລູກຊາຍ​ຂອງ​ນ້ອງສາວ​ຂອງ​ເພິ່ນ, ເພິ່ນ​ກໍ​ຟ້າວ​ອອກ​ມາ​ພົບ​ຢາໂຄບ. ລາບານ​ໄດ້​ກອດ ແລະ ຈູບ​ຢາໂຄບ ແລະ ໄດ້​ພາ​ລາວ​ເມືອ​ເຮືອນ​ຂອງ​ຕົນ, ແລ້ວ​ຢາໂຄບ​ກໍ​ໄດ້​ເລົ່າ​ເລື່ອງ​ທັງໝົດ​ໃຫ້​ເພິ່ນ​ຟັງ.
14 Laban said to him, "You are indeed my bone and flesh." So Jacob stayed with him a full month. ແລ້ວ​ລາບານ​ໄດ້​ກ່າວ​ກັບ​ຢາໂຄບ​ວ່າ, “ເຈົ້າ​ເປັນ​ເລືອດເນື້ອເຊື້ອໄຂ​ຂອງ​ຂ້ອຍ​ເອງ”. ຫລັງ​ຈາກ​ທີ່​ຢາໂຄບ​ພັກ​ຢູ່​ກັບ​ລາບານ​ໄດ້​ໜຶ່ງ​ເດືອນ​ເຕັມ​ແລ້ວ,
15 Laban said to Jacob, "Should you serve me for free just because you're my relative? Tell me—what should your wages be?" ລາບານ​ໄດ້​ເວົ້າ​ກັບ​ຢາໂຄບ​ວ່າ, “ຍ້ອນ​ເຈົ້າ​ເປັນ​ຍາດພີ່ນ້ອງ​ຂອງ​ຂ້ອຍ, ເຈົ້າ​ຈະ​ເຮັດວຽກ​ໃຫ້​ຂ້ອຍ​ໂດຍ​ບໍ່​ເອົາ​ຄ່າ​ຕອບ​ແທນ​ຫຍັງ​ບໍ? ຈົ່ງ​ບອກ​ຂ້ອຍ​ວ່າ​ຄ່າຈ້າງ​ຂອງ​ເຈົ້າ​ຄວນ​ຈະ​ເປັນ​ເທົ່າໃດ?”
16 Now Laban had two daughters. The older was named Leah, and the younger was named Rachel. ບັດນີ້ ລາບານ​ມີ​ລູກສາວ​ສອງ​ຄົນ; ຜູ້ເອື້ອຍ​ຊື່​ເລອາ ຜູ້ນ້ອງ​ຊື່​ນາງ​ຣາເຊັນ.
17 Leah's eyes were dull, but Rachel was lovely in form and beautiful to look at. ເລອາ​ສາຍຕາ​ບໍ່ດີ, ແຕ່​ນາງ​ຣາເຊັນ​ມີ​ຮູບຮ່າງ​ທີ່​ໜ້າຮັກ ແລະ ເປັນ​ຄົນ​ງາມ.
18 Jacob loved Rachel and said, "I'll serve you seven years for your younger daughter Rachel." ຢາໂຄບ​ຮັກ​ນາງ​ຣາເຊັນ ແລະ ກ່າວ​ວ່າ, “ຫລານ​ຈະ​ເຮັດວຽກ​ໃຫ້​ລຸງ​ເຈັດ​ປີ​ເພື່ອ​ແລກ​ກັບ​ນາງ​ຣາເຊັນ​ລູກສາວ​ຜູ້​ນ້ອຍ​ຂອງ​ລຸງ”.
19 Laban said, "Better that I give her to you than to another man. Stay here with me." ລາບານ​ໄດ້​ກ່າວ​ວ່າ, “ລຸງ​ຈະ​ຍົກ​ນາງ​ໃຫ້​ຫລານ​ກໍ​ດີ​ກວ່າ​ຍົກ​ໃຫ້​ຊາຍ​ອື່ນ. ຈົ່ງ​ຢູ່​ກັບ​ລຸງ​ທີ່​ນີ້”.
20 Jacob served seven years for Rachel; they felt like only a few days because he loved her. ດັ່ງນັ້ນ ຢາໂຄບ​ຈຶ່ງ​ຮັບໃຊ້​ເຈັດ​ປີ​ເພື່ອ​ຈະ​ໄດ້​ນາງ​ຣາເຊັນ, ແຕ່​ເຈັດ​ປີ​ເໝືອນ​ກັບ​ວ່າ​ບໍ່​ພໍ​ເທົ່າໃດ​ວັນ​ສຳລັບ​ຢາໂຄບ ເພາະ​ຄວາມ​ຮັກ​ທີ່​ລາວ​ມີ​ຕໍ່​ນາງ.
21 Jacob said to Laban, "Give me my wife—my time is complete—so I can go in to her." ແລ້ວ​ຢາໂຄບ​ໄດ້​ເວົ້າ​ກັບ​ລາບານ​ວ່າ, “ຫລານ​ໄດ້​ເຮັດ​ວຽກ​ຄົບ​ຕາມ​ສັນຍາ​ແລ້ວ, ຂໍ​ຈົ່ງ​ມອບ​ເມຍ​ຂອງ​ຫລານ​ໃຫ້​ຫລານ​ສາ, ຫລານ​ຕ້ອງການ​ຈະ​ຮ່ວມ​ຫລັບນອນ​ກັບ​ນາງ”.
22 So Laban gathered together all the men of the place and made a feast. ດັ່ງນັ້ນ ລາບານ​ຈຶ່ງ​ໄດ້​ເຊີນ​ປະຊາຊົນ​ທັງໝົດ​ໃນ​ບ່ອນ​ນັ້ນ​ມາ​ຮວມກັນ ແລະ ຈັດ​ງານລ້ຽງ​ຂຶ້ນ.
23 That evening he brought his daughter Leah to Jacob, and he was intimate with her. ແຕ່​ພໍ​ຄ່ຳມາ, ລາບານ​ກໍ​ໄດ້​ເອົາ​ເລອາ​ລູກສາວ​ຂອງ​ຕົນ​ມາ​ໃຫ້​ຢາໂຄບ ແລະ ຢາໂຄບ​ກໍ​ໄດ້​ຮ່ວມ​ຫລັບນອນ​ກັບ​ນາງ.
24 And Laban gave his servant Zilpah to his daughter Leah as her servant. ແລະ ລາບານ​ໄດ້​ຍົກ​ຄົນຮັບໃຊ້​ຊື່​ຊີລະປາ​ໃຫ້​ເປັນ​ຄົນຮັບໃຊ້​ຂອງ​ນາງ​ເລອາ.
25 In the morning—it was Leah! Jacob said to Laban, "What have you done to me? Didn't I serve you for Rachel? Why did you deceive me?" ເມື່ອ​ເຊົ້າ​ມາ, ກໍ​ເຫັນ​ວ່າ​ແມ່ນ​ນາງ​ເລອາ​ຢູ່​ທີ່​ນັ້ນ! ດັ່ງນັ້ນ ຢາໂຄບ​ຈຶ່ງ​ເວົ້າ​ຕໍ່​ລາບານ​ວ່າ, “ເປັນຫຍັງ​ລຸງ​ຈຶ່ງ​ເຮັດ​ແບບ​ນີ້​ກັບ​ຫລານ? ຫລານ​ໄດ້​ຮັບໃຊ້​ລຸງ​ເພື່ອ​ນາງ​ຣາເຊັນ​ບໍ່​ແມ່ນ​ບໍ? ເປັນຫຍັງ​ລຸງ​ຈຶ່ງ​ຫລອກລວງ​ຫລານ?”
26 Laban replied, "It's not the custom here to give the younger before the firstborn. ລາບານ​ຈຶ່ງ​ຕອບ​ວ່າ, “ມັນ​ບໍ່​ແມ່ນ​ທຳນຽມ​ຂອງ​ພວກເຮົາ​ຢູ່​ທີ່​ນີ້​ທີ່​ຈະ​ໃຫ້​ນ້ອງສາວ​ແຕ່ງງານ​ກ່ອນ​ເອື້ອຍ.
27 Finish this one's bridal week, then we'll give you the other too—for another seven years of work." ຂໍ​ໃຫ້​ງານລ້ຽງ​ແຕ່ງງານ​ຂອງ​ນາງ​ເລອາ​ອາທິດ​ນີ້​ຈົບ​ລົງ​ກ່ອນ; ແລ້ວ​ພວກເຮົາ​ຈະ​ຍົກ​ລູກສາວ​ຄົນ​ນ້ອຍ​ໃຫ້​ເໝືອນກັນ, ເພື່ອ​ແລກ​ກັບ​ການ​ເຮັດວຽກ​ອີກ​ເຈັດ​ປີ”.
28 Jacob did this, completed her week, and Laban gave him his daughter Rachel as his wife. ແລະ ຢາໂຄບ​ກໍ​ໄດ້​ເຮັດ​ຕາມ​ນັ້ນ. ເມື່ອ​ລາວ​ຢູ່​ກັບ​ນາງ​ເລອາ​ຄົບ​ອາທິດ​ໜຶ່ງ​ແລ້ວ, ລາບານ​ກໍ​ໄດ້​ຍົກ​ນາງ​ຣາເຊັນ​ລູກສາວ​ຂອງ​ຕົນ​ໃຫ້​ເປັນ​ເມຍ​ຢາໂຄບ.
29 And Laban gave his servant Bilhah to his daughter Rachel as her servant. ລາບານ​ໄດ້​ຍົກ​ຄົນຮັບໃຊ້​ຊື່​ນາງ​ບິນຮາ​ໃຫ້​ເປັນ​ຄົນຮັບໃຊ້​ຂອງ​ນາງ​ຣາເຊັນ.
30 Jacob slept with Rachel too, and loved her more than Leah. He served Laban seven more years. ຢາໂຄບ​ໄດ້​ຮ່ວມ​ຫລັບນອນ​ກັບ​ນາງ​ຣາເຊັນ​ເໝືອນກັນ ແລະ ຄວາມ​ຮັກ​ຂອງ​ລາວ​ຕໍ່​ນາງ​ຣາເຊັນ​ກໍ​ຫລາຍ​ກວ່າ​ຄວາມ​ຮັກ​ຂອງ​ລາວ​ຕໍ່​ນາງ​ເລອາ. ແລະ ລາວ​ໄດ້​ເຮັດວຽກ​ໃຫ້​ລາບານ​ອີກ​ເຈັດ​ປີ.
31 When our Father saw that Leah was unloved, he opened her womb; but Rachel was barren. ເມື່ອ​ພຣະເຈົ້າ​ຢາເວ​ເຫັນ​ວ່າ​ນາງ​ເລອາ​ບໍ່​ໄດ້​ຮັບ​ຄວາມ​ຮັກ, ພຣະອົງ​ຈຶ່ງ​ໃຫ້​ນາງ​ຖືພາ, ແຕ່​ນາງ​ຣາເຊັນ​ຍັງ​ບໍ່​ມີ​ລູກ.
32 Leah conceived and bore a son, and named him Reuben, for she said, "Our Father has seen my suffering; surely now my husband will love me." ນາງ​ເລອາ​ກໍ​ຖືພາ ແລະ ເກີດ​ລູກຊາຍ​ຄົນ​ໜຶ່ງ. ນາງ​ຕັ້ງ​ຊື່​ໃຫ້​ລາວ​ວ່າ​ຣູເບັນ, ເພາະ​ນາງ​ເວົ້າ​ວ່າ, “ເປັນ​ເພາະ​ພຣະເຈົ້າ​ຢາເວ​ໄດ້​ເຫັນ​ຄວາມທຸກໃຈ​ຂອງ​ຂ້ານ້ອຍ. ບັດນີ້ ຜົວ​ຂອງ​ຂ້ານ້ອຍ​ຈະ​ຮັກ​ຂ້ານ້ອຍ​ຢ່າງ​ແນ່ນອນ”.
33 She conceived again, bore a son, and said, "Because our Father heard I was unloved, he gave me this one too." So she named him Simeon. ແລ້ວ​ນາງ​ກໍ​ໄດ້​ຖືພາ​ອີກ ແລະ ເມື່ອ​ນາງ​ເກີດ​ລູກຊາຍ​ຄົນ​ໜຶ່ງ ນາງ​ຈຶ່ງ​ເວົ້າ​ວ່າ, “ເພາະ​ພຣະເຈົ້າ​ຢາເວ​ໄດ້​ຍິນ​ວ່າ​ຂ້ານ້ອຍ​ບໍ່​ໄດ້​ຮັບ​ຄວາມ​ຮັກ, ພຣະອົງ​ຈຶ່ງ​ໄດ້​ໃຫ້​ລູກຊາຍ​ຄົນ​ນີ້​ແກ່​ຂ້ານ້ອຍ​ດ້ວຍ”. ດັ່ງນັ້ນ ນາງ​ຈຶ່ງ​ຕັ້ງ​ຊື່​ໃຫ້​ລາວ​ວ່າ​ຊີເມໂອນ.
34 She conceived again and bore a son, and said, "This time my husband will be joined to me, since I have borne him three sons." So he was named Levi. ນາງ​ໄດ້​ຖືພາ​ອີກ ແລະ ເມື່ອ​ນາງ​ເກີດ​ລູກຊາຍ​ຄົນ​ໜຶ່ງ ນາງ​ຈຶ່ງ​ໄດ້​ເວົ້າ​ວ່າ, “ໃນ​ທີ່ສຸດ​ຜົວ​ຂອງ​ຂ້ານ້ອຍ​ຈະ​ມາ​ຜູກພັນ​ຢູ່​ກັບ​ຂ້ານ້ອຍ ເພາະ​ຂ້ານ້ອຍ​ໄດ້​ເກີດ​ລູກຊາຍ​ສາມ​ຄົນ​ໃຫ້​ເພິ່ນ​ແລ້ວ”. ດັ່ງນັ້ນ ນາງ​ຈຶ່ງ​ໄດ້​ຕັ້ງ​ຊື່​ລາວ​ວ່າ​ເລວີ.
35 She conceived again and bore a son, and said, "This time I will praise our Father." So she named him Judah. Then she stopped bearing children. ນາງ​ໄດ້​ຖືພາ​ອີກ ແລະ ເມື່ອ​ນາງ​ເກີດ​ລູກຊາຍ​ຄົນ​ໜຶ່ງ ນາງ​ກໍ​ໄດ້​ເວົ້າ​ວ່າ, “ເທື່ອ​ນີ້​ຂ້ານ້ອຍ​ຈະ​ສັນລະເສີນ​ພຣະເຈົ້າ​ຢາເວ”. ດັ່ງນັ້ນ ນາງ​ຈຶ່ງ​ຕັ້ງ​ຊື່​ໃຫ້​ລາວ​ວ່າ​ຢູດາ. ແລ້ວ​ນາງ​ກໍ​ຢຸດຕິ​ການ​ມີ​ລູກ.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]