Skip to content
The Believer's Library

Biblica® Open Lao Contemporary Version

Genesis 28 OLCV

Show OLCV only
Verse × ×
1 Then Isaac called Jacob, blessed him, and commanded him: "Take no wife from Canaan's daughters. ດັ່ງນັ້ນ ອີຊາກ​ຈຶ່ງ​ເອີ້ນ​ຢາໂຄບ​ມາ ແລະ ອວຍພອນ​ລາວ. ແລ້ວ​ເພິ່ນ​ຈຶ່ງ​ໄດ້​ສັ່ງ​ລາວ​ວ່າ, “ຢ່າ​ແຕ່ງງານ​ກັບ​ຍິງ​ຊາວ​ການາອານ.
2 Go to Paddan-aram, to Bethuel's house, your mother's father, and take a wife there from Laban's daughters, your mother's brother. ຈົ່ງ​ຟ້າວ​ໄປ​ທີ່​ປັດດານອາຣາມ, ໄປ​ທີ່​ເຮືອນ​ຂອງ​ເບທູເອນ​ຜູ້​ເປັນ​ພໍ່​ຂອງ​ແມ່​ເຈົ້າ. ຈົ່ງ​ຫາ​ເມຍ​ໃຫ້​ເຈົ້າ​ເອງ​ຢູ່​ທີ່​ນັ້ນ, ຈາກ​ທ່າມກາງ​ບັນດາ​ລູກສາວ​ຂອງ​ລາບານ ອ້າຍ​ຂອງ​ແມ່​ເຈົ້າ.
3 May El Shaddai—your Father Almighty—bless you, make you fruitful, multiply you, so you become a company of peoples. ຂໍ​ພຣະເຈົ້າ​ຜູ້​ມີ​ລິດອຳນາດຍິ່ງໃຫຍ່​ອວຍພອນ​ເຈົ້າ ແລະ ເຮັດ​ໃຫ້​ເຈົ້າ​ມີ​ລູກ​ຫລານ​ຫລາຍ ແລະ ເພີ່ມ​ຈຳນວນ​ຂຶ້ນ​ຈົນ​ເຈົ້າ​ເປັນ​ຊຸມຊົນ​ຂອງ​ປະຊາຊົນ​ທັງຫລາຍ.
4 May he give you and your offspring with you the blessing of Abraham, that you may inherit the land where you live as a foreigner, which our Father gave to Abraham." ຂໍ​ພຣະອົງ​ມອບ​ພອນ​ທີ່​ໄດ້​ມອບ​ໃຫ້​ແກ່​ອັບຣາຮາມ​ນັ້ນ​ໃຫ້​ແກ່​ເຈົ້າ ແລະ ເຊື້ອສາຍ​ຂອງ​ເຈົ້າ, ເພື່ອ​ວ່າ​ເຈົ້າ​ຈະ​ໄດ້​ຄອບຄອງ​ດິນແດນ​ບ່ອນ​ທີ່​ເຈົ້າ​ອາໄສ​ຢູ່​ໃນ​ເວລາ​ນີ້​ໃນ​ຖານະ​ຄົນຕ່າງດ້າວ, ຄື​ດິນແດນ​ທີ່​ພຣະເຈົ້າ​ໄດ້​ມອບ​ໃຫ້​ແກ່​ອັບຣາຮາມ​ນັ້ນ”.
5 Isaac sent Jacob away; he went to Paddan-aram, to Laban son of Bethuel the Aramean, brother of Rebekah, mother of Jacob and Esau. ແລ້ວ​ອີຊາກ​ກໍ​ໄດ້​ສົ່ງ​ຢາໂຄບ​ອອກ​ເດີນທາງ​ໄປ ແລະ ລາວ​ກໍ​ໄປ​ທີ່​ປັດດານອາຣາມ ໄປ​ຫາ​ລາບານ​ລູກຊາຍ​ຂອງ​ເບທູເອນ​ຊາວ​ອາຣາມ ອ້າຍ​ຂອງ​ເຣເບກາ, ຜູ້​ເປັນ​ແມ່​ຂອງ​ຢາໂຄບ ແລະ ເອຊາວ.
6 Esau discovered that Isaac had blessed Jacob and sent him to Paddan-aram to take a wife from there, charging him as he blessed him, "Do not take a wife from Canaanite women," ບັດນີ້ ເອຊາວ​ກໍ​ຮູ້​ແລ້ວ​ວ່າ​ອີຊາກ​ໄດ້​ອວຍພອນ​ຢາໂຄບ ແລະ ໄດ້​ສົ່ງ​ລາວ​ໄປ​ທີ່​ປັດດານອາຣາມ ເພື່ອ​ຫາ​ເມຍ​ຢູ່​ທີ່​ນັ້ນ ແລະ ຮູ້​ວ່າ​ເມື່ອ​ເພິ່ນ​ອວຍພອນ​ຢາໂຄບ​ແລ້ວ​ເພິ່ນ​ກໍ​ໄດ້​ສັ່ງ​ຢາໂຄບ​ວ່າ, “ຢ່າ​ແຕ່ງງານ​ກັບ​ຍິງ​ຊາວ​ການາອານ,”
7 and that Jacob had obeyed his father and his mother and had gone to Paddan-aram. ແລະ ຮູ້​ວ່າ​ຢາໂຄບ​ໄດ້​ເຊື່ອຟັງ​ພໍ່ ແລະ ແມ່​ຂອງ​ຕົນ ແລ້ວ​ກໍ​ໄດ້​ອອກ​ເດີນທາງ​ໄປ​ທີ່​ປັດດານອາຣາມ.
8 So Esau saw that the daughters of Canaan were displeasing to his father Isaac. ຫລັງຈາກ​ນັ້ນ ເອຊາວ​ກໍ​ຈື່​ໄດ້​ວ່າ​ອີຊາກ​ພໍ່​ຂອງ​ຕົນ​ບໍ່​ມັກ​ຍິງ​ຊາວ​ການາອານ​ຫລາຍ,
9 So Esau went to Ishmael and took Mahalath, daughter of Ishmael son of Abraham and sister of Nebaioth, as a wife besides his other wives. ດັ່ງນັ້ນ ເອຊາວ​ຈຶ່ງ​ໄປ​ຫາ​ອິດຊະມາເອນ ແລະ ໄດ້​ແຕ່ງງານ​ກັບ​ນາງ​ມາຮາລາດ, ເຊິ່ງ​ເປັນ​ນ້ອງສາວ​ຂອງ​ເນບາໂຢດ ແລະ ເປັນ​ລູກສາວ​ຂອງ​ອິດຊະມາເອນ ຜູ້​ເປັນ​ລູກຊາຍ​ຂອງ​ອັບຣາຮາມ, ນອກຈາກ​ເມຍ​ທີ່​ລາວ​ມີ​ຢູ່​ແລ້ວ.
10 Jacob left Beersheba and set out toward Haran. ຢາໂຄບ​ໄດ້​ອອກ​ຈາກ​ເບເອນເຊບາ ແລະ ເດີນທາງ​ໄປ​ຍັງ​ຮາຣານ.
11 He reached a place and stayed the night, for the sun set. He took one of the stones of the place, put it under his head, and lay down in that place to sleep. ເມື່ອ​ລາວ​ມາ​ເຖິງ​ບ່ອນ​ໜຶ່ງ, ລາວ​ກໍ​ໄດ້​ຢຸດພັກ​ຄ້າງຄືນ​ຢູ່​ບ່ອນ​ໜຶ່ງ​ເພາະ​ຕາເວັນ​ຕົກດິນ​ແລ້ວ. ຢາໂຄບ​ໄດ້​ເອົາ​ຫີນ​ກ້ອນ​ໜຶ່ງ​ມາ​ໝູນ​ຫົວ​ຂອງ​ລາວ ແລະ ນອນ​ລົງ​ຢູ່​ທີ່​ນັ້ນ.
12 He dreamed: there was a stairway set up on the earth, its top reaching heaven, and there were angels of our Father ascending and descending on it. ລາວ​ໄດ້​ຝັນ​ເຫັນ​ຂັ້ນໄດ​ກ່າຍ​ຈາກ​ໂລກ ຂຶ້ນ​ໄປ​ເຖິງ​ສະຫວັນ ແລະ ມີ​ບັນດາ​ເທວະດາ​ຂອງ​ພຣະເຈົ້າ​ກຳລັງ​ຂຶ້ນ​ລົງ​ເທິງ​ຂັ້ນໄດ​ນັ້ນ.
13 And there above it stood our Father, who said, "I am your Father, the God of Abraham your father and of Isaac. I'll give you and your offspring the land you're lying on. ຢູ່​ເໜືອ​ຂັ້ນໄດ​ນັ້ນ​ມີ​ພຣະເຈົ້າ​ຢາເວ​ຢືນ​ຢູ່ ແລະ ພຣະອົງ​ໄດ້​ກ່າວ​ວ່າ: “ເຮົາ​ຄື​ພຣະເຈົ້າ​ຢາເວ, ພຣະເຈົ້າ​ຂອງ​ອັບຣາຮາມ ແລະ ພຣະເຈົ້າ​ອີຊາກ​ພໍ່​ຂອງ​ເຈົ້າ. ເຮົາ​ຈະ​ມອບ​ດິນແດນ​ທີ່​ເຈົ້າ​ນອນ​ຢູ່​ນີ້​ໃຫ້​ເຈົ້າ ແລະ ເຊື້ອສາຍ​ຂອງ​ເຈົ້າ.
14 Your offspring will be like the dust of the earth; you will spread west, east, north, and south. In you and in your offspring, all the families of the earth will be blessed. ເຊື້ອສາຍ​ຂອງ​ເຈົ້າ​ຈະ​ເປັນ​ເໝືອນ​ຂີ້ຝຸ່ນ​ດິນ​ຂອງ​ແຜ່ນດິນໂລກ ແລະ ເຈົ້າ​ຈະ​ແຜ່​ຂະຫຍາຍ​ອອກ​ໄປ​ຈາກ​ທິດຕາເວັນຕົກ​ເຖິງ​ທິດຕາເວັນອອກ, ຈາກ​ທິດເໜືອ​ເຖິງ​ທິດໃຕ້. ຄົນ​ທັງປວງ​ທົ່ວ​ແຜ່ນດິນໂລກ​ຈະ​ໄດ້​ຮັບ​ພອນ​ຜ່ານ​ທາງ​ເຈົ້າ ແລະ ເຊື້ອສາຍ​ຂອງ​ເຈົ້າ.
15 Know this: I'm with you. I'll guard you wherever you go and bring you back to this land. I won't leave you until I've done what I promised you." ເຮົາ​ຢູ່​ກັບ​ເຈົ້າ ແລະ ຈະ​ປົກປ້ອງ​ເຈົ້າ​ບໍ່​ວ່າ​ເຈົ້າ​ໄປ​ທີ່​ໃດ ແລະ ເຮົາ​ຈະ​ນຳ​ເຈົ້າ​ກັບ​ຄືນ​ມາ​ຍັງ​ດິນແດນ​ນີ້. ເຮົາ​ຈະ​ບໍ່​ປະຖິ້ມ​ເຈົ້າ​ຈົນ​ກວ່າ​ເຮົາ​ຈະ​ໄດ້​ເຮັດ​ສິ່ງ​ທີ່​ເຮົາ​ໄດ້​ສັນຍາ​ໄວ້​ກັບ​ເຈົ້າ​ແລ້ວ”.
16 Jacob awoke from his sleep and said, "Surely our Father is in this place, and I didn't know!" ເມື່ອ​ຢາໂຄບ​ຕື່ນ​ຂຶ້ນ​ຈາກ​ນອນ​ແລ້ວ, ລາວ​ກໍ​ຄິດ​ວ່າ, “ພຣະເຈົ້າ​ຢາເວ​ຢູ່​ບ່ອນນີ້​ແນ່ນອນ ແລະ ເຮົາ​ບໍ່​ໄດ້​ຮູ້​ເລື່ອງ​ນີ້​ເລີຍ”.
17 He was afraid and said, "How awesome is this place! This is none other than the house of our Father, and this is heaven's gate." ເພິ່ນ​ຈຶ່ງ​ຢ້ານ ແລະ ເວົ້າ​ວ່າ, “ທີ່​ນີ້​ເປັນ​ໜ້າ​ຢຳເກງ​ແທ້! ນີ້​ຈະ​ເປັນ​ສິ່ງ​ອື່ນ​ບໍ່​ໄດ້​ນອກ​ຈາກ​ເຮືອນ​ຂອງ​ພຣະເຈົ້າ; ນີ້​ເປັນ​ປະຕູ​ສະຫວັນ”.
18 Jacob got up early, took the stone he'd put under his head, set it up as a pillar, and poured oil on top of it. ແຕ່​ເຊົ້າໆ​ຂອງ​ວັນ​ຕໍ່ມາ​ຢາໂຄບ​ໄດ້​ຈັບ​ເອົາ​ຫີນ​ທີ່​ລາວ​ໄດ້​ເອົາ​ໝູນ​ຫົວ​ນັ້ນ​ມາ ແລະ ຕັ້ງ​ຫີນ​ນັ້ນ​ຂຶ້ນ​ເປັນ​ເສົາ​ແລ້ວ​ຖອກ​ນ້ຳມັນ​ລົງ​ເທິງ​ຍອດ​ເສົາ​ນັ້ນ.
19 He named that place Bethel, though Luz had been the city's previous name. ລາວ​ຈຶ່ງ​ໄດ້​ເອີ້ນ​ບ່ອນ​ນັ້ນ​ວ່າ​ເບັດເອນ, ເຖິງ​ແມ່ນ​ວ່າ​ເມືອງ​ນັ້ນ​ເຄີຍ​ເອີ້ນ​ຊື່​ວ່າ​ລູເຊ.
20 Jacob vowed, "If God is with me and guards me on this journey I'm taking, gives me bread to eat and clothing to wear, ແລ້ວ​ຢາໂຄບ​ກໍ​ໄດ້​ເຮັດ​ຄຳປະຕິຍານ ໂດຍ​ກ່າວ​ວ່າ, “ຖ້າ​ພຣະເຈົ້າ​ຢູ່​ກັບ​ຂ້ານ້ອຍ ແລະ ຈະ​ປົກປ້ອງ​ຂ້ານ້ອຍ​ໃນ​ການ​ເດີນທາງ​ຄັ້ງ​ນີ້​ທີ່​ຂ້ານ້ອຍ​ກຳລັງ​ເດີນທາງ​ຢູ່ ແລະ ທັງ​ຈະ​ໃຫ້​ອາຫານ​ແກ່​ຂ້ານ້ອຍ ແລະ ໃຫ້​ເຄື່ອງນຸ່ງ​ແກ່​ຂ້ານ້ອຍ​ເພື່ອ​ນຸ່ງຫົ່ມ
21 and I return safely to my father's house, then our Father will be my Father, ເພື່ອ​ວ່າ​ຂ້ານ້ອຍ​ຈະ​ກັບ​ມາ​ເຮືອນ​ພໍ່​ຂອງ​ຂ້ານ້ອຍ​ຢ່າງ​ປອດໄພ, ແລ້ວ​ພຣະເຈົ້າ​ຢາເວ​ກໍ​ຈະ​ເປັນ​ພຣະເຈົ້າ​ຂອງ​ຂ້ານ້ອຍ
22 and this stone I've set up as a pillar will be the house of our Father, and of all you give me, I will surely bring you a tenth." ແລະ ຫີນ​ທີ່​ຂ້ານ້ອຍ​ຕັ້ງ​ຂຶ້ນ​ເປັນ​ເສົາ​ກໍ​ຈະ​ເປັນ​ເຮືອນ​ຂອງ​ພຣະເຈົ້າ ແລະ ທຸກສິ່ງ​ທີ່​ພຣະອົງ​ມອບ​ໃຫ້​ຂ້ານ້ອຍ​ນັ້ນ, ຂ້ານ້ອຍ​ກໍ​ຈະ​ຄືນ​ໜຶ່ງ​ສ່ວນ​ສິບ​ໃຫ້​ແກ່​ພຣະອົງ”.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]