Side by side with the Father's Heart Bible™ ຫໍຄອຍບາບີໂລນ
1ໃນເວລານັ້ນ ທົ່ວທັງໂລກໃຊ້ພາສາດຽວກັນ ແລະ ໃຊ້ຄຳເວົ້າທົ່ວໄປ. 2ເມື່ອມະນຸດຍ້າຍຖິ່ນຖານໄປທາງທິດຕາເວັນອອກ, ພວກເຂົາໄດ້ພົບທົ່ງພຽງໃນຊີນາ ແລະ ໄດ້ຕັ້ງຖິ່ນຖານຢູ່ທີ່ນັ້ນ.
3ພວກເຂົາເວົ້າກັນວ່າ, “ຈົ່ງມາ, ໃຫ້ພວກເຮົາພາກັນເຮັດດິນຈີ່ ແລະ ອົບຈົນແຂງ”. ພວກເຂົາໃຊ້ດິນຈີ່ແທນຫີນ ແລະ ໃຊ້ຢາງໝາກຕອຍແທນປູນ. 4ແລ້ວພວກເຂົາກໍເວົ້າວ່າ “ມາເທາະ, ໃຫ້ພວກເຮົາພາກັນສ້າງເມືອງໜຶ່ງຂຶ້ນສຳລັບພວກເຮົາ ພ້ອມກັບຫໍຄອຍທີ່ສູງຂຶ້ນຈົນເຖິງຟ້າສະຫວັນ, ເພື່ອວ່າພວກເຮົາຈະໄດ້ສ້າງຊື່ສຽງສຳລັບພວກເຮົາເອງ; ບໍ່ດັ່ງນັ້ນ ພວກເຮົາຈະຕ້ອງກະແຈກກະຈາຍໄປທົ່ວໂລກ”.
5ແຕ່ພຣະເຈົ້າຢາເວໄດ້ລົງມາເພື່ອເບິ່ງເມືອງ ແລະ ຫໍຄອຍທີ່ພວກເຂົາກຳລັງສ້າງຢູ່ນັ້ນ. 6ພຣະເຈົ້າຢາເວໄດ້ກ່າວວ່າ, “ຄົນເຫລົ່ານີ້ເປັນຊົນຊາດດຽວກັນ ເວົ້າພາສາດຽວກັນແລ້ວຍັງເຮັດໄດ້ປານນີ້, ດັ່ງນັ້ນ ບໍ່ມີຫຍັງທີ່ພວກເຂົາວາງແຜນເຮັດແລ້ວຈະເປັນໄປບໍ່ໄດ້ສຳລັບພວກເຂົາ. 7ຈົ່ງມາ, ໃຫ້ພວກເຮົາລົງໄປ ແລະ ເຮັດໃຫ້ພວກເຂົາສັບສົນໃນພາສາຂອງພວກເຂົາ ເພື່ອວ່າພວກເຂົາຈະບໍ່ເຂົ້າໃຈກັນ”.
8ດັ່ງນັ້ນ ພຣະເຈົ້າຢາເວຈຶ່ງໄດ້ເຮັດໃຫ້ພວກເຂົາກະແຈກກະຈາຍຈາກທີ່ນັ້ນອອກໄປທົ່ວແຜ່ນດິນໂລກ, ແລ້ວພວກເຂົາກໍຢຸດສ້າງເມືອງນັ້ນ. 9ດ້ວຍເຫດນີ້ ເມືອງນັ້ນຈຶ່ງໄດ້ຊື່ວ່າບາເບນ ເພາະເປັນບ່ອນທີ່ພຣະເຈົ້າຢາເວໄດ້ເຮັດໃຫ້ພາສາຂອງທົ່ວໂລກສັບສົນກັນ. ຈາກທີ່ນັ້ນພຣະເຈົ້າຢາເວໄດ້ເຮັດໃຫ້ພວກເຂົາກະແຈກກະຈາຍໄປອາໄສຢູ່ທົ່ວຜືນແຜ່ນດິນໂລກ.
ຈາກເຊມເຖິງອັບຣາມ
10ນີ້ແມ່ນເລື່ອງລາວເຊື້ອສາຍຂອງເຊມ. ຫລັງຈາກນ້ຳຖ້ວມສອງປີ, ເຊມກໍມີອາຍຸໄດ້ 100 ປີ, ເພິ່ນກໍເປັນພໍ່ຂອງອາກປັກຊາດ.
11ແລະ ຫລັງຈາກທີ່ເຊມໄດ້ເປັນພໍ່ຂອງອາກປັກຊາດ, ເຊມກໍມີຊີວິດຕໍ່ໄປອີກ 500 ປີ ແລະ ມີລູກຊາຍ ແລະ ລູກສາວອີກຫລາຍຄົນ.
12ເມື່ອອາກປັກຊາດມີອາຍຸໄດ້ 35 ປີ, ເພິ່ນກໍເປັນພໍ່ຂອງເຊລາ. 13ຫລັງຈາກທີ່ເພິ່ນໄດ້ເປັນພໍ່ຂອງເຊລາແລ້ວ, ອາປັກຊາດກໍມີຊີວິດຕໍ່ໄປອີກ 403 ປີ ແລະ ມີລູກຊາຍ ແລະ ລູກສາວອີກຫລາຍຄົນ.
14ເມື່ອເຊລາມີອາຍຸໄດ້ 30 ປີ, ເພິ່ນກໍໄດ້ເປັນພໍ່ຂອງເອເບ. 15ຫລັງຈາກທີ່ເພິ່ນໄດ້ເປັນພໍ່ຂອງເອເບແລ້ວ ເຊລາກໍມີຊີວິດຕໍ່ໄປອີກ 403 ປີ ແລະ ມີລູກຊາຍ ແລະ ລູກສາວອີກຫລາຍຄົນ.
16ເມື່ອເອເບມີອາຍຸໄດ້ 34 ປີ, ເພິ່ນກໍໄດ້ເປັນພໍ່ຂອງເປເລັກ. 17ແລະ ຫລັງຈາກທີ່ເພິ່ນໄດ້ເປັນພໍ່ຂອງເປເລັກ, ເອເບກໍມີຊີວິດຕໍ່ໄປອີກ 430 ປີ ແລະ ມີລູກຊາຍ ແລະ ລູກຍິງອີກຫລາຍຄົນ.
18ເມື່ອເປເລັກມີອາຍຸໄດ້ 30 ປີ, ເພິ່ນກໍໄດ້ເປັນພໍ່ຂອງເຣອູ. 19ຫລັງຈາກທີ່ເພິ່ນໄດ້ເປັນພໍ່ຂອງເຣອູແລ້ວ ເປເລັກກໍມີຊີວິດຕໍ່ໄປອີກ 209 ປີ, ແລະ ມີລູກຊາຍ ແລະ ລູກສາວອີກຫລາຍຄົນ.
20ເມື່ອເຣອູມີອາຍຸໄດ້ 32 ປີ ເພິ່ນກໍໄດ້ເປັນພໍ່ຂອງເສຣຸກ. 21ຫລັງຈາກທີ່ເພິ່ນໄດ້ເປັນພໍ່ຂອງເສຣຸກແລ້ວ, ເຣອູກໍມີຊີວິດຕໍ່ໄປອີກ 207 ປີ ແລະ ມີລູກຊາຍ ແລະ ລູກຍິງອີກຫລາຍຄົນ.
22ເມື່ອເສຣຸກມີອາຍຸໄດ້ 30 ປີ ເພິ່ນກໍໄດ້ເປັນພໍ່ຂອງນາໂຮ. 23ຫລັງຈາກທີ່ເພິ່ນໄດ້ເປັນພໍ່ຂອງນາໂຮແລ້ວ ເສຣຸກກໍມີຊີວິດຕໍ່ໄປອີກ 200 ປີ ແລະ ມີລູກຊາຍ ແລະ ລູກຍິງອີກຫລາຍຄົນ.
24ເມື່ອນາໂຮມີອາຍຸໄດ້ 29 ປີ, ເພິ່ນກໍໄດ້ເປັນພໍ່ຂອງເຕຣາ. 25ແລະ ຫລັງຈາກທີ່ເພິ່ນໄດ້ເປັນພໍ່ຂອງເຕຣາແລ້ວ ນາໂຮກໍມີຊີວິດຕໍ່ໄປອີກ 119 ປີ ແລະ ມີລູກຊາຍ ແລະ ລູກຍິງອີກຫລາຍຄົນ.
26ຫລັງຈາກທີ່ເຕຣາມີອາຍຸໄດ້ 70 ປີ ເພິ່ນກໍມີລູກຊາຍຊື່ວ່າອັບຣາມ, ນາໂຮ ແລະ ຮາຣານ.
ອັບຣາມ
27ນີ້ແມ່ນເລື່ອງລາວເຊື້ອສາຍຂອງເຕຣາ. ເຕຣາໄດ້ເປັນພໍ່ຂອງອັບຣາມ, ນາໂຮ ແລະ ຮາຣານ. ແລ້ວຮາຣານໄດ້ເປັນພໍ່ຂອງໂລດ.
28ຂະນະທີ່ເຕຣາພໍ່ຂອງເພິ່ນຍັງມີຊີວິດຢູ່, ຮາຣານໄດ້ຕາຍໄປທີ່ເມືອງອູເຣຂອງຊາວຄານເດອາ ໃນດິນແດນທີ່ເປັນບ້ານເກີດຂອງເພິ່ນ. 29ອັບຣາມ ແລະ ນາໂຮທັງສອງໄດ້ແຕ່ງງານ. ເມຍຂອງອັບຣາມຊື່ວ່ານາງຊາຣາຍ, ເມຍຂອງນາໂຮຊື່ວ່ານາງມີລະກາ; ນາງເປັນລູກສາວຂອງຮາຣານຜູ້ເປັນພໍ່ຂອງມີລະກາ ແລະ ອິດສະຄາ. 30ນາງຊາຣາຍນັ້ນບໍ່ມີລູກເພາະນາງເປັນໝັນ.
31ເຕຣາໄດ້ພາອັບຣາມລູກຊາຍຂອງເພິ່ນ, ໂລດຫລານຊາຍຂອງເພິ່ນ ເຊິ່ງເປັນລູກຊາຍຂອງຮາຣານ ແລະ ນາງຊາຣາຍລູກໃພ້ຂອງເພິ່ນ ເຊິ່ງເປັນເມຍຂອງອັບຣາມລູກຊາຍຂອງເພິ່ນ ອອກຈາກເມືອງອູເຣຂອງຊາວຄານເດອາເພື່ອໄປທີ່ການາອານ. ແຕ່ເມື່ອມາເຖິງເມືອງຮາຣານ, ພວກເຂົາກໍໄດ້ຕັ້ງຖິ່ນຖານຢູ່ທີ່ນັ້ນ.
32ເຕຣາມີຊີວິດຢູ່ 205 ປີ, ແລ້ວເພິ່ນກໍໄດ້ຕາຍໄປທີ່ເມືອງຮາຣານ.