Skip to content
The Believer's Library

Biblica® Open Lao Contemporary Version

Acts 28 OLCV

Show OLCV only
Verse × ×
1 Once we were brought safely through, we learned that the island was called Malta. ເມື່ອ​ຂຶ້ນ​ຝັ່ງ​ໂດຍ​ປອດໄພ​ແລ້ວ, ພວກເຮົາ​ຈຶ່ງ​ຮູ້​ວ່າ​ເກາະ​ນັ້ນ​ຊື່​ວ່າ​ເກາະ​ມັນຕາ.
2 Local people showed us unusual kindness: they lit a fire and welcomed us all, since rain had started and it was cold. ຊາວເກາະ​ໄດ້​ສະແດງ​ຄວາມເມດຕາ​ຕໍ່​ພວກເຮົາ​ຢ່າງ​ດີ​ທີ່ສຸດ. ພວກເຂົາ​ດັງໄຟ​ຕ້ອນຮັບ​ພວກເຮົາ​ທຸກຄົນ​ເພາະ​ຝົນຕົກ ແລະ ກໍ​ໜາວ.
3 When Paul gathered a bundle of sticks and put them on the fire, a viper came out from the heat and fastened onto his hand. ໂປໂລ​ເກັບເອົາ​ກິ່ງໄມ້​ມາ​ມັດ​ໜຶ່ງ, ຂະນະ​ທີ່​ເພິ່ນ​ກຳລັງ​ເອົາ​ໄມ້​ມັດ​ໃສ່​ໄຟ​ຢູ່​ທີ່​ນັ້ນ ກໍ​ມີ​ງູພິດ​ໂຕ​ໜຶ່ງ​ເມື່ອ​ຖືກ​ຄວາມຮ້ອນ​ຈຶ່ງ​ອອກມາ​ຂົບ​ຕິດ​ຢູ່​ທີ່​ມື​ຂອງ​ເພິ່ນ.
4 Seeing the creature hanging from his hand, the natives said to each other, "This man must be a murderer—though he escaped the sea, Justice won't let him live." ເມື່ອ​ຊາວເກາະ​ເຫັນ​ງູ​ຫ້ອຍ​ຢູ່​ທີ່​ມື​ຂອງ​ໂປໂລ, ພວກເຂົາ​ກໍ​ເວົ້າ​ກັນ​ວ່າ, “ຊາຍ​ຜູ້​ນີ້​ຕ້ອງ​ເປັນ​ຜູ້ຂ້າຄົນ​ແນ່ນອນ; ເພາະ​ເຖິງ​ແມ່ນວ່າ​ລາວ​ລອດຕາຍ​ຈາກ​ທະເລ, ແຕ່​ເຈົ້າ​ແຫ່ງ​ຄວາມຍຸຕິທຳ​ກໍ​ຍັງ​ບໍ່​ປ່ອຍ​ໃຫ້​ລາວ​ມີຊີວິດ​ຢູ່”.
5 But he shook the creature off into the fire and suffered no harm. ແຕ່​ໂປໂລ​ສັ່ນ​ງູ​ໂຕ​ນັ້ນ​ຖິ້ມລົງ​ໃສ່​ໄຟ ແລະ ບໍ່ໄດ້​ຮັບ​ອັນຕະລາຍ​ແຕ່​ຢ່າງ​ໃດ.
6 They expected him to swell up or suddenly fall dead. But after watching a long time and seeing nothing wrong happen to him, they changed their minds, calling him a god. ພວກເຂົາ​ກໍ​ລໍຖ້າ​ເບິ່ງ​ວ່າ​ໂປໂລ​ຈະ​ໂຕ​ບວມ​ຂຶ້ນ ຫລື ລົ້ມຕາຍ​ທັນທີ; ແຕ່​ຫລັງຈາກ​ລໍຖ້າ​ເບິ່ງ​ຢູ່​ດົນນານ ແລະ ບໍ່​ເຫັນ​ສິ່ງໃດ​ຜິດປົກກະຕິ​ເກີດຂຶ້ນ​ກັບ​ເພິ່ນ, ພວກເຂົາ​ຈຶ່ງ​ປ່ຽນ​ຄວາມຄິດ ແລະ ເວົ້າ​ວ່າ​ໂປໂລ​ເປັນ​ເທບພະເຈົ້າ.
7 Near that place were estates belonging to the island's chief official, named Publius, who welcomed us and hosted us kindly for three days. ຫົວໜ້າ​ເກາະ​ຊື່​ປົບລີໂອ​ມີ​ທີ່ດິນ​ຢູ່​ໃກ້​ທີ່​ນັ້ນ. ລາວ​ໄດ້​ຕ້ອນຮັບ​ພວກເຮົາ​ເຂົ້າ​ສູ່​ເຮືອນ​ຂອງ​ລາວ ແລະ ເບິ່ງແຍງ​ຕ້ອນຮັບ​ພວກເຮົາ​ເປັນ​ຢ່າງ​ດີ​ຕະຫລອດ​ສາມ​ວັນ.
8 Publius's father lay sick with fever and dysentery. Paul went in, prayed, laid hands on him, and healed him. ພໍ່​ຂອງ​ປົບລີໂອ​ນັ້ນ​ນອນ​ຢູ່​ເທິງ​ຕຽງ, ທໍລະມານ​ເພາະ​ເປັນ​ໄຂ້ ແລະ ເປັນ​ທ້ອງບິດ. ໂປໂລ​ຈຶ່ງ​ເຂົ້າໄປ​ເບິ່ງ​ລາວ, ແລະ ຫລັງຈາກ​ອະທິຖານ​ແລ້ວ ເພິ່ນ​ກໍ​ວາງມື​ໃສ່​ລາວ ແລະ ຮັກສາ​ລາວ​ໃຫ້​ຫາຍດີ.
9 After this, the rest of the sick on the island came and were healed. ເມື່ອ​ເຫດການ​ນີ້​ເກີດຂຶ້ນ, ຄົນ​ທີ່​ເຈັບໄຂ້ໄດ້ປ່ວຍ​ຄົນ​ອື່ນໆ​ທີ່​ເກາະ​ນັ້ນ​ກໍ​ມາ ແລະ ຮັບການ​ຮັກສາ​ໃຫ້​ຫາຍດີ.
10 They paid us many honors, and when we sailed, loaded us with everything we needed. ພວກເຂົາ​ໃຫ້​ກຽດ​ພວກເຮົາ​ຫລາຍຢ່າງ; ແລະ ເມື່ອ​ພວກເຮົາ​ພ້ອມແລ້ວ​ທີ່​ຈະ​ອອກ​ເຮືອ​ໄປ ພວກເຂົາ​ກໍ​ນຳ​ສິ່ງຂອງ​ທີ່​ຈຳເປັນ​ມາ​ໃຫ້​ພວກເຮົາ.
11 After three months we sailed in an Alexandrian ship that had wintered at the island, marked with the Twin Brothers. ຫລັງຈາກ​ສາມ​ເດືອນ​ຕໍ່ມາ ພວກເຮົາ​ກໍ​ລົງ​ເຮືອ​ລຳ​ໜຶ່ງ​ທີ່​ມາ​ຈາກ​ເມືອງ​ອາເລັກຊັນເດຍ​ທີ່​ມີ​ຊື່​ສະຫລັກ​ໄວ້​ທີ່​ຫົວເຮືອ​ວ່າ: “ເທບພະເຈົ້າ​ຝາແຝດ” ຄື​ກາຊະຕໍ ແລະ ປຸນຫລຸກ ເຊິ່ງ​ໄດ້​ມາ​ຄ້າງ​ຢູ່​ໃນ​ເກາະ​ນັ້ນ​ຕະຫລອດ​ລະດູໜາວ.
12 We put in at Syracuse and stayed there three days. ພວກເຮົາ​ຈອດ​ແວ່​ພັກ​ທີ່​ເມືອງ​ຊີຣະກູ​ເປັນ​ເວລາ​ສາມ​ວັນ.
13 From there we sailed around and arrived at Rhegium. A day later a south wind rose, and on the second day we reached Puteoli. ຈາກ​ເມືອງ​ນີ້​ພວກເຮົາ​ໄດ້​ຂີ່ເຮືອ​ມາ​ຮອດ​ເມືອງ​ເຣຄີໂອມ, ມື້ຕໍ່ມາ ລົມ​ທິດໃຕ້​ກໍ​ເລີ່ມ​ພັດ​ມາ ແລະ ໃນ​ມື້ຕໍ່ມາ​ກໍ​ຮອດ​ເມືອງ​ໂປຕີໂອລີ.
14 There we found brothers and sisters and were urged to stay with them seven days; so we came to Rome. ພວກເຮົາ​ໄດ້​ພົບ​ພີ່ນ້ອງ​ທີ່​ເຊື່ອ​ບາງຄົນ​ຢູ່​ທີ່​ນັ້ນ, ພວກເຂົາ​ໄດ້​ເຊີນ​ໃຫ້​ພວກເຮົາ​ພັກ​ຢູ່​ນຳ​ໜຶ່ງ​ອາທິດ​ແລ້ວ​ພວກເຮົາ​ກໍ​ອອກ​ເດີນທາງ​ໄປ​ຮອດ​ນະຄອນ​ໂຣມ.
15 The brothers and sisters there heard about us and came to meet us as far as the Forum of Appius and Three Taverns. Seeing them, Paul thanked our Father and took courage. ພວກ​ພີ່ນ້ອງ​ທີ່​ເຊື່ອ​ໃນ​ນະຄອນ​ໂຣມ​ໄດ້​ຍິນ​ຂ່າວ​ວ່າ​ພວກເຮົາ​ຈະ​ມາ, ພວກເຂົາ​ຈຶ່ງ​ເດີນທາງ​ມາ​ແຕ່​ໄກ​ເພື່ອ​ອອກມາ​ພົບ​ພວກເຮົາ​ທີ່​ຕະຫລາດ​ອາປີໂອ ແລະ ທີ່​ສາລາ​ສາມ​ຫລັງ. ເມື່ອ​ໄດ້​ເຫັນ​ຄົນ​ເຫລົ່ານີ້​ໂປໂລ​ກໍ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ ແລະ ໄດ້​ຮັບ​ການໜູນໃຈ​ຂຶ້ນ.
16 When we entered Rome, Paul was allowed to stay by himself, with the soldier who guarded him. ເມື່ອ​ພວກເຮົາ​ມາ​ຮອດ​ນະຄອນ​ໂຣມ, ໂປໂລ​ໄດ້​ຮັບ​ອະນຸຍາດ​ໃຫ້​ຢູ່​ຕ່າງຫາກ, ໂດຍ​ມີ​ທະຫານ​ຄົນ​ໜຶ່ງ​ເປັນ​ຜູ້ຍາມ​ຮັກສາ​ເພິ່ນ​ໄວ້.
17 Three days later he gathered the Jewish leaders. When they assembled, he said to them, "Brothers, though I'd done nothing against our people or our ancestors' customs, I was handed over as a prisoner from Jerusalem into Roman hands. ສາມ​ວັນ​ຕໍ່ມາ ໂປໂລ​ໄດ້​ເຊີນ​ບັນດາ​ຜູ້ນຳ​ຊາວຢິວ​ມາ​ປະຊຸມ. ເມື່ອ​ພວກເຂົາ​ມາ​ພ້ອມໜ້າກັນ​ແລ້ວ, ໂປໂລ​ກໍ​ກ່າວ​ຕໍ່​ພວກເຂົາ​ວ່າ: “ພີ່ນ້ອງ​ທັງຫລາຍ​ເອີຍ ເຖິງແມ່ນວ່າ​ຂ້າພະເຈົ້າ​ບໍ່​ໄດ້​ເຮັດ​ຜິດ​ອັນໃດ​ຕໍ່​ພີ່ນ້ອງ​ຮ່ວມ​ຊາດ​ຂອງ​ພວກເຮົາ ຫລື ຜິດ​ທຳນຽມ​ຂອງ​ບັນດາ​ບັນພະບຸລຸດ​ຂອງ​ພວກເຮົາ, ຂ້າພະເຈົ້າ​ກໍ​ໄດ້​ຖືກ​ຈັບກຸມ​ໃນ​ນະຄອນ​ເຢຣູຊາເລັມ ແລະ ຖືກ​ມອບ​ໃຫ້​ພວກ​ໂຣມ.
18 After examining me, they wanted to release me, since I had no charge deserving death. ພວກເຂົາ​ສອບຖາມ​ຂ້າພະເຈົ້າ ແລະ ຕ້ອງການ​ຢາກ​ປ່ອຍ​ຂ້າພະເຈົ້າ, ເພາະ​ຂ້າພະເຈົ້າ​ບໍ່ໄດ້​ເຮັດ​ສິ່ງໃດ​ຜິດ​ທີ່​ສົມຄວນ​ຈະ​ຕ້ອງ​ຕາຍ.
19 When the Jews objected, I was forced to appeal to Caesar—though I had no charge to bring against my nation. ແຕ່​ພວກ​ຢິວ​ຄັດຄ້ານ, ດັ່ງນັ້ນ ຂ້າພະເຈົ້າ​ຈຶ່ງ​ຈຳເປັນ​ຕ້ອງ​ອຸທອນ​ເຖິງ​ກາຍຊາ. ແນ່ນອນ​ຂ້າພະເຈົ້າ​ບໍ່​ມີ​ຄວາມຕັ້ງໃຈ​ຈະ​ນຳເອົາ​ຂໍ້ກ່າວຫາ​ໃດໆ​ມາ​ຕໍ່ສູ້​ພີ່ນ້ອງ​ຮ່ວມ​ຊາດ​ຂອງ​ຂ້າພະເຈົ້າ.
20 That's why I asked to see and speak with you—I wear this chain because of Israel's hope." ດ້ວຍເຫດນີ້ ຂ້າພະເຈົ້າ​ຈຶ່ງ​ຂໍ​ພົບ​ພວກທ່ານ ແລະ ໂອ້ລົມ​ກັບ​ພວກທ່ານ. ເປັນ​ເພາະ​ຄວາມຫວັງ​ຂອງ​ຊົນຊາດ​ອິດສະຣາເອນ ຂ້າພະເຈົ້າ​ຈຶ່ງ​ຖືກ​ລ່າມ​ດ້ວຍ​ໂສ້​ຢ່າງ​ນີ້”.
21 They said to him: "We received no letters from Judea about you, nor has any brother who came reported or said anything bad about you. ພວກເຂົາ​ຕອບ​ວ່າ, “ພວກເຮົາ​ບໍ່ໄດ້​ຮັບ​ຈົດໝາຍ​ໃດໆ​ຈາກ​ແຂວງ​ຢູດາຍ​ກ່ຽວກັບ​ທ່ານ, ແລະ ກໍ​ບໍ່ມີ​ພີ່ນ້ອງ​ຄົນ​ໃດ​ທີ່​ມາຈາກ​ທີ່ນັ້ນ​ໄດ້​ລາຍງານ ຫລື ເວົ້າ​ອັນໃດ​ບໍ່ດີ​ກ່ຽວກັບ​ທ່ານ.
22 We'd like to hear what you think, since we know this sect is spoken against everywhere." ແຕ່​ພວກເຮົາ​ຢາກ​ຟັງ​ຄວາມຄິດ​ຂອງ​ທ່ານ, ເພາະ​ພວກເຮົາ​ຮູ້​ຢູ່​ວ່າ​ຄົນ​ທັງຫລາຍ​ທີ່​ຢູ່​ທົ່ວ​ທຸກບ່ອນ​ຕ່າງ​ກໍ​ເວົ້າ​ຕິຕຽນ​ນິກາຍ​ນີ້”.
23 They set a day and came to his lodging in greater numbers. From morning to evening he explained, testifying about the kingdom of our Father and trying to persuade them about Jesus from the Law of Moses and the Prophets. ພວກເຂົາ​ໄດ້​ນັດໝາຍ​ວັນ​ທີ່​ຈະ​ພົບ​ກັບ​ໂປໂລ, ແລະ ຄົນ​ເປັນ​ຈຳນວນ​ຫລາຍ​ພາກັນ​ມາ​ຍັງ​ທີ່ພັກ​ຂອງ​ເພິ່ນ. ເພິ່ນ​ເປັນພະຍານ​ແກ່​ພວກເຂົາ​ຕັ້ງແຕ່​ເຊົ້າ​ຈົນ​ຄ່ຳ, ເພິ່ນ​ອະທິບາຍ​ເລື່ອງ​ອານາຈັກ​ຂອງ​ພຣະເຈົ້າ ແລະ ອະທິບາຍ​ຈາກ​ເລື່ອງ​ກົດບັນຍັດ​ຂອງ​ໂມເຊ ແລະ ຈາກ​ບັນດາ​ຜູ້ທຳນວາຍ ເພິ່ນ​ພະຍາຍາມ​ຊັກຊວນ​ໃຫ້​ພວກເຂົາ​ເຊື່ອ​ພຣະເຢຊູເຈົ້າ.
24 Some were convinced by what he said, but others would not believe. ບາງຄົນ​ກໍ​ເຊື່ອ​ໃນ​ສິ່ງ​ທີ່​ເພິ່ນ​ໄດ້​ກ່າວ, ແຕ່​ບາງຄົນ​ກໍ​ບໍ່ເຊື່ອ.
25 Disagreeing among themselves, they left after Paul added one final word: "The Holy Spirit spoke rightly to your ancestors through Isaiah the prophet, saying, ພວກເຂົາ​ມີ​ຄວາມເຫັນ​ບໍ່​ລົງລອຍກັນ​ທ່າມກາງ​ພວກເຂົາ​ເອງ ແລະ ເລີ່ມ​ລາ​ຈາກ​ກັນ​ໄປ​ຫລັງຈາກ​ທີ່​ໂປໂລ​ກ່າວ​ລົງທ້າຍ​ວ່າ: “ເປັນຈິງ​ຕາມ​ທີ່​ພຣະວິນຍານບໍລິສຸດເຈົ້າ​ໄດ້​ກ່າວ​ກັບ​ບັນພະບຸລຸດ​ຂອງ​ພວກທ່ານ​ຜ່ານ​ທາງ​ຜູ້ທຳນວາຍ​ເອຊາຢາ​ວ່າ:
26 "'Go to this people and say: You will indeed hear but never understand, and you will indeed see but never perceive. “ ‘ຈົ່ງ​ໄປ​ຫາ​ຊົນຊາດ​ນີ້ ແລະ ບອກ​ພວກເຂົາ​ວ່າ, “ເຈົ້າ​ຈະ​ຟັງ​ແລ້ວ​ຟັງ​ອີກ​ແຕ່​ຈະ​ບໍ່​ເຂົ້າໃຈ; ເຈົ້າ​ຈະ​ເບິ່ງ​ແລ້ວ​ເບິ່ງ​ອີກ​ແຕ່​ຈະ​ບໍ່​ສັງເກດເຫັນ”.
27 For this people's heart has grown dull, and their ears are hard of hearing, and they have closed their eyes—otherwise they might see with their eyes, and hear with their ears, and understand with their heart, and turn, and I would heal them.' ເພາະ​ຈິດໃຈ​ຂອງ​ຊົນຊາດ​ນີ້​ດື້ດ້ານ; ພວກເຂົາ​ເກືອບ​ຈະ​ບໍ່​ຍອມ​ຟັງ​ດ້ວຍ​ຫູ​ຂອງ​ພວກເຂົາ, ແລະ ພວກເຂົາ​ໄດ້​ປິດຕາ​ຂອງ​ພວກເຂົາ​ເສຍ. ຖ້າ​ບໍ່​ດັ່ງນັ້ນ​ພວກເຂົາ​ຈະ​ເຫັນ​ດ້ວຍ​ຕາ​ຂອງ​ພວກເຂົາ, ໄດ້​ຍິນ​ດ້ວຍ​ຫູ, ເຂົ້າໃຈ​ດ້ວຍ​ຈິດໃຈ​ຂອງ​ພວກເຂົາ ແລະ ຫັນກັບ​ຄືນມາ, ແລ້ວ​ເຮົາ​ຈະ​ເຮັດ​ໃຫ້​ພວກເຂົາ​ຫາຍດີ’.
28 So know: our Father's salvation was sent to the nations—they will listen." “ເຫດສະນັ້ນ ຂ້າພະເຈົ້າ​ຢາກ​ໃຫ້​ທ່ານ​ຮູ້​ວ່າ​ຄວາມພົ້ນ​ຂອງ​ພຣະເຈົ້າ​ໄດ້​ຖືກ​ນຳ​ໄປ​ເຖິງ​ຄົນຕ່າງຊາດ​ແລ້ວ ແລະ ພວກເຂົາ​ຈະ​ຮັບ​ຟັງ!”
29 Not in this edition ຫລັງ​ຈາກ​ໂປໂລ​ກ່າວ​ເຊັ່ນ​ນີ້​ແລ້ວ ພວກ​ຢິວ​ກໍ​ຈາກ​ໄປ ແລະ ໂຕ້ຖຽງ​ກັນ​ເອງ​ຢ່າງ​ໃຫຍ່.
30 He stayed two whole years in his own rented place and welcomed all who came to him, ຕະຫລອດ​ເວລາ​ສອງ​ປີ​ເຕັມ​ທີ່​ໂປໂລ​ໄດ້​ພັກ​ອາໄສ​ຢູ່​ໃນ​ເຮືອນ​ທີ່​ເພິ່ນ​ເຊົ່າ​ໄວ້ ແລະ ເພິ່ນ​ໄດ້​ຕ້ອນຮັບ​ຄົນ​ທັງຫລາຍ​ທີ່​ມາ​ຫາ​ເພິ່ນ.
31 proclaiming our Father's kingdom and teaching about the Lord Jesus Christ, boldly and unhindered. ເພິ່ນ​ໄດ້​ປະກາດ​ອານາຈັກ​ຂອງ​ພຣະເຈົ້າ ແລະ ສອນ​ເລື່ອງ​ພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າ​ດ້ວຍ​ຄວາມກ້າຫານ ແລະ ໂດຍ​ບໍ່​ຖືກ​ຂັດຂວາງ.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]