Skip to content
The Believer's Library

Biblica® Open Lao Contemporary Version

Acts 27 OLCV

Show OLCV only
Verse × ×
1 Once it was decided we would sail to Italy, they handed Paul and some other prisoners to a centurion named Julius of the Imperial Cohort. ເມື່ອ​ມີ​ການຕັດສິນໃຈ​ໃຫ້​ພວກເຮົາ​ລົງເຮືອ​ໄປ​ຍັງ​ອີຕາລີ, ໂປໂລ ແລະ ນັກໂທດ​ອື່ນໆ​ບາງຄົນ​ຈຶ່ງ​ຖືກ​ສົ່ງ​ໃຫ້​ນາຍຮ້ອຍ​ຢູລີໂອ, ຜູ້​ທີ່​ຂຶ້ນ​ກັບ​ກອງທັບ​ຂອງ​ຈັກກະພັດ.
2 We boarded a ship from Adramyttium bound for the ports along the coast of Asia and put out to sea. Aristarchus, a Macedonian from Thessalonica, was with us. ພວກເຮົາ​ລົງ​ເຮືອ​ລຳ​ໜຶ່ງ​ຈາກ​ເມືອງ​ອາຣະມິດ ເຊິ່ງ​ກຳລັງ​ຈະ​ໄປ​ຍັງ​ທ່າ​ຕ່າງໆ​ຕາມ​ຊາຍ​ຝັ່ງ​ຂອງ​ແຂວງ​ເອເຊຍ, ແລ້ວ​ພວກເຮົາ​ກໍ​ອອກ​ໄປ​ສູ່​ທະເລ. ອາຣິດຕາໂຂ ຊາວ​ມາເກໂດເນຍ​ທີ່​ມາ​ຈາກ​ເມືອງ​ເທສະໂລນິກ​ກໍ​ຢູ່​ກັບ​ພວກເຮົາ​ດ້ວຍ.
3 The next day we docked at Sidon. Julius treated Paul kindly, letting him go to friends for care. ວັນ​ຕໍ່ມາ ພວກເຮົາ​ຈອດ​ທີ່​ເມືອງ​ຊີໂດນ; ຝ່າຍ​ຢູລີໂອ ມີ​ຄວາມເມດຕາ​ຕໍ່​ໂປໂລ ຈຶ່ງ​ອະນຸຍາດ​ໃຫ້​ເພິ່ນ​ໄປ​ຫາ​ເພື່ອນ​ຂອງ​ເພິ່ນ​ເພື່ອ​ວ່າ​ພວກເຂົາ​ຈະ​ໄດ້​ຈັດຫາ​ສິ່ງ​ທີ່​ຈຳເປັນ​ໃຫ້​ແກ່​ເພິ່ນ.
4 From there we put to sea and sailed along Cyprus's sheltered side, since the winds opposed us. ຈາກ​ທີ່​ນັ້ນ ພວກເຮົາ​ອອກ​ສູ່​ທະເລ​ເດີນທາງ​ອີກ ແລະ ໄດ້​ຜ່ານ​ໄປ​ທາງດ້ານ​ບັງລົມ​ຂອງ​ເກາະ​ໄຊປຣັດ ເນື່ອງຈາກວ່າ​ພວກເຮົາ​ແລ່ນ​ຕ້ານ​ກະແສລົມ.
5 Having sailed across the open sea off Cilicia and Pamphylia, we came to Myra in Lycia. ເມື່ອ​ພວກເຮົາ​ແລ່ນ​ຂ້າມ​ທະເລ​ລຽບຝັ່ງ​ແຂວງ​ກີລີເກຍ​ກັບ​ປຳຟີເລຍ, ພວກເຮົາ​ກໍ​ໄດ້​ມາ​ຈອດ​ທີ່​ເມືອງ​ມີຣາ​ໃນ​ແຂວງ​ລີເກຍ.
6 There the centurion found an Alexandrian ship sailing for Italy and put us aboard it. ໃນ​ທີ່​ນັ້ນ ນາຍຮ້ອຍ​ໄດ້​ພົບ​ເຮືອ​ຈາກ​ເມືອງ​ອາເລັກຊັນເດຍ ເຊິ່ງ​ກຳລັງ​ຈະ​ໄປ​ປະເທດ​ອີຕາລີ ແລະ ພວກເຮົາ​ຈຶ່ງ​ລົງ​ໄປ​ຂຶ້ນ​ເຮືອ​ລຳ​ນັ້ນ.
7 Sailing slowly for many days, we barely reached Cnidus. Since the wind blocked us, we sailed along the sheltered side of Crete, off Salmone. ເຮົາ​ແລ່ນ​ຊ້າໆ​ຢູ່​ຫລາຍ​ວັນ ແລະ ກໍ​ມາ​ເຖິງ​ເມືອງ​ກະນີໂດ​ຢ່າງ​ຍາກລຳບາກ. ເມື່ອ​ລົມພັດ​ຕ້ານ​ພວກເຮົາ​ຈຶ່ງ​ແລ່ນ​ມາ​ທາງດ້ານ​ບັງລົມ​ຂອງ​ເກາະ​ກະເຣເຕ​ທີ່​ກົງກັນຂ້າມ​ເມືອງ​ສານໂມນ.
8 Barely coasting along, we reached Fair Havens, a place near the town of Lasea. ພວກເຮົາ​ແລ່ນເຮືອ​ລຽບ​ຝັ່ງ​ຢ່າງ​ຍາກລຳບາກ ແລະ ມາເຖິງ​ບ່ອນ​ໜຶ່ງ​ທີ່​ເອີ້ນ​ວ່າ​ທ່າງາມ, ໃກ້​ເມືອງ​ລາເຊ.
9 Much time was lost—even the Fast had passed, making sailing dangerous now. So Paul warned them, ເມື່ອ​ເສຍ​ເວລາ​ໄປ​ຫລາຍ ແລະ ການ​ແລ່ນເຮືອ​ກໍ​ອັນຕະລາຍ ເພາະ​ບັດນີ້​ເປັນ​ຊ່ວງ​ຫລັງ​ວັນ​ອົດອາຫານ​ແລ້ວ. ດັ່ງນັ້ນ ໂປໂລ​ຈຶ່ງ​ເຕືອນ​ວ່າ,
10 "Men, I see this voyage will bring disaster and heavy loss—not only to the cargo and ship, but also to our lives." “ທ່ານ​ທັງຫລາຍ​ເອີຍ ເຮົາ​ເຫັນ​ວ່າ​ການເດີນທາງ​ຂອງ​ພວກເຮົາ​ຈະ​ເປັນ​ອັນຕະລາຍ ແລະ ເຮັດ​ໃຫ້​ເກີດ​ຄວາມເສຍຫາຍ​ຢ່າງ​ຫລວງຫລາຍ​ແກ່​ເຮືອ ແລະ ສິນຄ້າ, ແລະ ຕະຫລອດ​ຮອດ​ຊີວິດ​ຂອງ​ພວກເຮົາ​ເອງ​ດ້ວຍ”.
11 But the centurion trusted the pilot and shipowner more than Paul's words. ແຕ່​ນາຍຮ້ອຍ, ແທນທີ່​ຈະ​ຟັງ​ສິ່ງ​ທີ່​ໂປໂລ​ກ່າວ, ລາວ​ພັດ​ຟັງ​ຄຳແນະນຳ​ຂອງ​ນາຍທ້າຍ ແລະ ເຈົ້າຂອງ​ເຮືອ.
12 Since the harbor was unfit for winter, most decided to sail on, hoping somehow to reach Phoenix, a Crete harbor facing southwest and northwest, and winter there. ເນື່ອງຈາກວ່າ​ທ່າງາມ​ນັ້ນ​ບໍ່​ເໝາະສົມ​ທີ່​ຈະ​ຈອດ​ໃນ​ລະດູໜາວ, ຄົນ​ສ່ວນຫລາຍ​ຈຶ່ງ​ຕົກລົງ​ວ່າ​ພວກເຮົາ​ຄວນ​ແລ່ນເຮືອ​ຕໍ່ໄປ, ໂດຍ​ຫວັງວ່າ​ຈະ​ໄປ​ໃຫ້​ເຖິງ​ເມືອງ​ໂຟນິກ ແລະ ຈອດ​ພັກ​ໃນ​ລະດູໜາວ​ທີ່​ນັ້ນ. ໂຟນິກ​ເປັນ​ທ່າເຮືອ​ຂອງ​ເກາະ​ກະເຣເຕ, ຫັນໜ້າ​ໄປ​ທາງ​ຕາເວັນຕົກສຽງໃຕ້​ກັບ​ຕາເວັນຕົກສຽງເໜືອ.
13 When a south wind blew gently, thinking they'd gained their purpose, they weighed anchor and sailed close along Crete. ເມື່ອ​ລົມ​ທິດໃຕ້​ພັດມາ​ຄ່ອຍໆ, ພວກເຂົາ​ກໍ​ຄິດ​ວ່າ​ຄົງ​ເປັນ​ໄປ​ຕາມ​ທີ່​ຫວັງ​ໄວ້; ຈຶ່ງ​ຖອນ​ສະໝໍ​ເຮືອ​ຂຶ້ນ​ແລ້ວ​ແລ່ນເຮືອ​ລຽບ​ຝັ່ງ​ເກາະ​ຂອງ​ກະເຣເຕ.
14 But before long, a hurricane-force wind called the Northeaster swept down from the island. ບໍ່​ດົນ​ເຮືອ​ກໍ​ຖືກ​ລົມພະຍຸ​ໝຸນ​ແຮງ​ທີ່​ເອີ້ນ​ວ່າ, “ລົມ​ຕາເວັນອອກສຽງເໜືອ,” ຊັດ​ອອກຈາກ​ເກາະ.
15 The ship was caught and couldn't face the wind, so we gave way and drifted. ເຮືອ​ຕິດ​ຢູ່​ໃນ​ພະຍຸ ແລະ ຕ້ານ​ລົມ​ບໍ່​ໄຫວ; ດັ່ງນັ້ນ ພວກເຮົາ​ຈຶ່ງ​ປ່ອຍ​ເຮືອ​ໄປ​ຕາມ​ກະແສລົມ.
16 Running under a small island called Cauda, we barely managed to secure the ship's lifeboat. ຂະນະ​ທີ່​ພວກເຮົາ​ກຳລັງ​ຜ່ານ​ດ້ານ​ບັງລົມ​ຂອງ​ເກາະ​ນ້ອຍໆ​ທີ່​ຊື່​ວ່າ​ກາວດາ, ພວກເຮົາ​ເກືອບ​ຈະ​ບໍ່​ສາມາດ​ຮັກສາ​ເຮືອກູ້ໄພ​ໄວ້​ໄດ້.
17 Once hoisted aboard, they used ropes to brace the hull. Fearing they'd run aground on Syrtis's sandbars, they lowered the sea anchor and were driven along. ດັ່ງນັ້ນ ພວກລູກເຮືອ​ຈຶ່ງ​ຍົກ​ເຮືອກູ້ໄພ​ຂຶ້ນ​ມາ​ໄວ້​ເທິງ​ເຮືອ. ແລ້ວ​ພວກເຂົາ​ກໍ​ເອົາ​ເຊືອກ​ລອດ​ກ້ອງ​ເຮືອ​ໃຫຍ່​ເພື່ອ​ຢຶດ​ເຮືອ​ໄວ້​ນຳກັນ. ເພາະ​ພວກເຂົາ​ຢ້ານ​ວ່າ​ຈະ​ຄຸງ​ຫາດຊາຍ​ທີ່​ຊື່​ວ່າ​ຊີຣະຕີ, ພວກເຂົາ​ຈຶ່ງ​ຢ່ອນ​ສະໝໍເຮືອ ແລະ ປ່ອຍ​ເຮືອ​ໄປ​ຕາມ​ກະແສລົມ.
18 The storm battered us so violently that the next day they began throwing cargo overboard. ພວກເຮົາ​ໄດ້​ຮັບ​ຄວາມຮຸນແຮງ​ຈາກ​ລົມພະຍຸ​ຊັດ​ກະໜ່ຳ​ໃສ່​ເຮືອ​ຢ່າງ​ໜັກ​ຈົນ​ໃນ​ມື້​ໃໝ່​ມາ​ພວກເຂົາ​ຕ້ອງ​ເລີ່ມ​ຖິ້ມ​ສິນຄ້າ​ລົງ​ທະເລ.
19 On the third day, with their own hands they threw the ship's gear overboard. ໃນ​ມື້​ທີສາມ ພວກເຂົາ​ຕ້ອງ​ຖິ້ມ​ເຄື່ອງ​ອຸປະກອນ​ປະຈຳ​ເຮືອ​ດ້ວຍ​ມື​ຂອງ​ພວກເຂົາ​ເອງ.
20 For many days sun and stars didn't appear, the fierce storm kept raging, and we finally lost all hope of being saved. ເມື່ອ​ບໍ່​ເຫັນ​ຕາເວັນ​ດວງດາວ​ຕະຫລອດ​ຫລາຍ​ວັນ ແລະ ພະຍຸ​ຍັງ​ພັດ​ກະໜ່ຳ​ບໍ່​ຢຸດ, ໃນທີ່ສຸດ​ພວກເຮົາ​ກໍ​ບໍ່​ເຫລືອ​ຄວາມຫວັງ​ທີ່​ຈະ​ລອດ​ຊີວິດ.
21 After they had gone a long time without food, Paul stood among them and said, "Men, you should have obeyed me and not sailed from Crete; then you would have spared yourselves this disaster and loss. ຫລັງຈາກ​ທີ່​ພວກເຂົາ​ບໍ່​ມີ​ອາຫານ​ກິນ​ເປັນ​ເວລາ​ດົນນານ, ໂປໂລ​ກໍ​ຢືນຂຶ້ນ​ຕໍ່ໜ້າ​ພວກເຂົາ ແລະ ກ່າວ​ວ່າ: “ທ່ານ​ທັງຫລາຍ​ເອີຍ ພວກທ່ານ​ຄວນ​ຈະ​ຟັງ​ຄຳແນະນຳ​ຂອງ​ເຮົາ​ທີ່​ບໍ່ໃຫ້​ແລ່ນເຮືອ​ອອກຈາກ​ເກາະ​ກະເຣເຕ; ເພື່ອ​ພວກເຈົ້າ​ຈະ​ບໍ່​ຕ້ອງ​ປະເຊີນ​ກັບ​ອັນຕະລາຍ ແລະ ການສູນເສຍ​ເຊັ່ນ​ນີ້.
22 Now I urge you to stay encouraged: none of you will lose your life, only the ship will be lost. ແຕ່​ບັດນີ້​ເຮົາ​ຂໍ​ໃຫ້​ພວກທ່ານ​ເຮັດ​ໃຈ​ເຂັ້ມແຂງ​ໄວ້, ເພາະ​ຈະ​ບໍ່​ມີ​ຈັກ​ຄົນ​ໃນ​ພວກທ່ານ​ຕ້ອງ​ເສຍ​ຊີວິດ; ມີ​ແຕ່​ເຮືອ​ເທົ່ານັ້ນ​ທີ່​ຈະ​ຫັກພັງ.
23 Last night an angel of our Father—the one I belong to and serve—stood beside me, ມື້ຄືນ​ນີ້​ເອງ ເທວະດາ​ຕົນ​ໜຶ່ງ​ຂອງ​ພຣະເຈົ້າ​ຜູ້​ເປັນ​ເຈົ້າຂອງ​ໂຕ​ເຮົາ ຜູ້​ທີ່​ເຮົາ​ຮັບໃຊ້​ຢູ່​ນັ້ນ​ໄດ້​ມາ​ຢືນ​ຄຽງຂ້າງ​ເຮົາ
24 and said, 'Don't be afraid, Paul. You must stand before Caesar, and look—our Father has given you the lives of all sailing with you.' ແລະ ບອກ​ວ່າ, ‘ໂປໂລ​ເອີຍ ຢ່າ​ຢ້ານ​ເລີຍ. ເຈົ້າ​ຕ້ອງ​ຢືນ​ໃຫ້​ການ​ຕໍ່ໜ້າ​ກາຍຊາ; ແລະ ພຣະເຈົ້າ​ເມດຕາ​ເຈົ້າ​ໂດຍ​ໃຫ້​ຄົນ​ທັງຫລາຍ​ທີ່​ຢູ່​ໃນ​ເຮືອ​ກັບ​ເຈົ້າ​ລອດຊີວິດ’.
25 So take courage, men—I trust our Father: it will be just as I was told. ດັ່ງນັ້ນ, ຂໍ​ໃຫ້​ພວກທ່ານ​ທັງຫລາຍ​ເຂັ້ມແຂງ​ໄວ້, ເພາະ​ເຮົາ​ເຊື່ອ​ໃນ​ພຣະເຈົ້າ​ວ່າ​ຈະ​ເປັນ​ຕາມ​ທີ່​ພຣະອົງ​ໄດ້​ບອກ​ເຮົາ​ໄວ້.
26 But we must run aground on some island." ເຖິງຢ່າງໃດ​ກໍ​ຕາມ​ພວກເຮົາ​ຈະ​ຕ້ອງ​ຄຸງ​ຢູ່​ເກາະ​ແຫ່ງ​ໜຶ່ງ”.
27 On the fourteenth night, still driven across the Adriatic Sea, the sailors sensed near midnight that land was approaching. ຄືນ​ທີ​ສິບສີ່​ພວກເຮົາ​ຍັງ​ຖືກ​ພະຍຸ​ພັດ​ຂ້າມ​ທະເລ​ອາດຣີອາຕິກ, ເມື່ອ​ປະມານ​ທ່ຽງຄືນ​ພວກ​ລູກເຮືອ​ຮູ້ສຶກ​ວ່າ​ພວກເຂົາ​ມາ​ໃກ້​ບົກ​ແລ້ວ.
28 They sounded and found 120 feet; going a little farther, they sounded again and found ninety feet. ພວກເຂົາ​ຈຶ່ງ​ຢັ່ງ​ເບິ່ງ​ລະດັບ​ນ້ຳ ແລະ ພົບ​ວ່າ​ເລິກ​ປະມານ​ສາມສິບເຈັດ​ແມັດ. ຫລັງຈາກນັ້ນ ບໍ່​ດົນ​ພວກເຂົາ​ກໍ​ຢັ່ງ​ເບິ່ງ​ລະດັບ​ນ້ຳ​ອີກ ແລະ ພົບ​ວ່າ​ເລິກ​ປະມານ​ຊາວເຈັດ​ແມັດ.
29 Afraid of hitting rocks, they dropped four anchors from the stern and prayed for daylight. ພວກເຮົາ​ຢ້ານ​ວ່າ​ເຮືອ​ຈະ​ຕຳ​ກັບ​ໂງ່ນຫີນ​ຈຶ່ງ​ຖິ້ມ​ສະໝໍ​ທາງ​ທ້າຍເຮືອ​ສີ່​ອັນ ແລະ ອະທິຖານ​ຂໍ​ໃຫ້​ແຈ້ງ​ໄວໆ.
30 The sailors tried to escape from the ship, lowering the lifeboat into the sea, pretending to run out anchors from the bow. ພວກ​ລູກເຮືອ​ຫາ​ທາງ​ໜີ​ຈາກ​ເຮືອ​ໃຫຍ່ ພວກເຂົາ​ຈຶ່ງ​ຢ່ອນ​ເຮືອກູ້ໄພ​ລົງ​ທະເລ​ເຮັດ​ຄື​ວ່າ​ຈະ​ຢ່ອນ​ສະໝໍ​ຈາກ​ຫົວເຮືອ.
31 Paul told the centurion and soldiers, "Unless these men stay in the ship, you can't be saved." ໂປໂລ​ຈຶ່ງ​ບອກ​ນາຍຮ້ອຍ​ກັບ​ພວກ​ທະຫານ​ວ່າ, “ຖ້າ​ຄົນ​ເຫລົ່ານີ້​ບໍ່​ຢູ່​ໃນ​ເຮືອ​ພວກທ່ານ​ກໍ​ຈະ​ບໍ່​ລອດ​ຊີວິດ”.
32 So the soldiers cut the ropes holding the lifeboat and let it drift away. ດັ່ງນັ້ນ, ພວກທະຫານ​ຈຶ່ງ​ຕັດ​ເຊືອກ​ທີ່​ຢຶດ​ເຮືອກູ້ໄພ​ໄວ້ ແລະ ປ່ອຍ​ໃຫ້​ຕົກ​ລົງ​ນ້ຳ​ໄປ.
33 Just before dawn, Paul urged everyone to eat, saying, "This is the fourteenth day you've waited anxiously, without food, having eaten nothing. ເມື່ອ​ໃກ້​ຈະ​ຮຸ່ງເຊົ້າ ໂປໂລ​ກໍ​ເຊີນຊວນ​ຄົນ​ທັງໝົດ​ໃຫ້​ກິນອາຫານ. ເພິ່ນ​ເວົ້າວ່າ, “ຕະຫລອດ​ສິບສີ່​ວັນ​ທີ່​ຜ່ານ​ມາ​ພວກທ່ານ​ມີ​ແຕ່​ລໍຖ້າ ແລະ ບໍ່​ມີ​ອາຫານ​ຢູ່​ທ້ອງ ພວກທ່ານ​ບໍ່ໄດ້​ກິນ​ຫຍັງ​ເລີຍ.
34 So I urge you to eat—this is for your survival. Not a hair from any of your heads will be lost." ບັດນີ້ ເຮົາ​ຂໍ​ໃຫ້​ພວກທ່ານ​ກິນ​ອາຫານ​ເພື່ອ​ຈະ​ໄດ້​ຮັກສາ​ຊີວິດ​ໃຫ້​ຢູ່​ລອດ. ຈະ​ບໍ່ມີ​ຜູ້ໃດ​ໃນ​ພວກທ່ານ​ຕ້ອງ​ສູນເສຍ​ຜົມ​ເທິງ​ຫົວ​ຂອງ​ຕົນ​ຈັກ​ເສັ້ນ”.
35 Saying this, he took bread, thanked our Father before them all, broke it, and began to eat. ຫລັງຈາກ​ກ່າວ​ຢ່າງ​ນີ້​ແລ້ວ, ໂປໂລ​ກໍ​ຈັບ​ເຂົ້າຈີ່, ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ​ຕໍ່ໜ້າ​ພວກເຂົາ​ທັງຫລາຍ. ແລ້ວ​ເພິ່ນ​ກໍ​ຫັກ​ເຂົ້າຈີ່ ແລະ ເລີ່ມ​ກິນ.
36 They were all encouraged and ate some food themselves. ພວກເຂົາ​ທຸກຄົນ​ຕ່າງ​ກໍ​ໄດ້​ຮັບ​ກຳລັງໃຈ ແລະ ກິນ​ອາຫານ.
37 Altogether there were 276 of us on board. ພວກເຮົາ​ມີ​ດ້ວຍ​ກັນ​ທັງໝົດ 276 ຄົນ ຢູ່​ໃນ​ເຮືອ.
38 Once satisfied with food, they lightened the ship by tossing the grain into the sea. ເມື່ອ​ພວກເຂົາ​ກິນ​ອາຫານ​ອີ່ມ​ເທົ່າ​ທີ່​ພວກເຂົາ​ຕ້ອງການ​ແລ້ວ, ພວກເຂົາ​ກໍ​ເຮັດ​ໃຫ້​ເຮືອ​ເບົາ​ລົງ​ໂດຍ​ຖິ້ມ​ເມັດພືດ​ລົງ​ທະເລ.
39 At daylight they did not recognize the land, but noticed a bay with a sandy beach, and planned, if possible, to run the ship aground there. ເມື່ອ​ແຈ້ງ​ແລ້ວ, ພວກເຂົາ​ຈື່​ບໍ່ໄດ້​ວ່າ​ແມ່ນ​ແຄມຝັ່ງ​ໃດ, ແຕ່​ພວກເຂົາ​ຫລຽວເຫັນ​ອ່າວ​ແຫ່ງ​ໜຶ່ງ​ທີ່​ມີ​ຫາດຊາຍ, ບ່ອນ​ທີ່​ພວກເຂົາ​ຕັດສິນໃຈ​ວ່າ​ຖ້າ​ເປັນ​ໄປ​ໄດ້​ຈະ​ໃຫ້​ເຮືອ​ເຂົ້າ​ຄຸງ​ຫາດ​ນັ້ນ.
40 They cut the anchors loose, leaving them in the sea, and at the same time untied the rudder ropes. Then they hoisted the foresail to the wind and headed for the beach. ພວກເຂົາ​ຈຶ່ງ​ຕັດ​ສະໝໍ​ເຮືອ​ປ່ອຍ​ລົງ​ທະເລ ແລະ ເວລາ​ດຽວກັນ​ກໍ​ແກ້​ເຊືອກ​ທີ່​ມັດ​ຫາງເສືອເຮືອ​ອອກ​ແລ້ວ​ຊັກ​ໃບເຮືອ​ທີ່​ຫົວເຮືອ​ຂຶ້ນ​ໃຫ້​ຖືກ​ລົມ​ແລ້ວ​ແລ່ນ​ຊື່​ເຂົ້າ​ຫາ​ຝັ່ງ.
41 But hitting a sandbar where two currents met, they ran the ship aground—the bow stuck fast, unmoving, while the waves' force broke the stern apart. ແຕ່​ເຮືອ​ຕຳ​ຫາດຊາຍ ແລະ ຄຸງ​ດິນຊາຍ. ຫົວເຮືອ​ຕິດແໜ້ນ​ເຄື່ອນໄຫວ​ບໍ່ໄດ້ ແລະ ທ້າຍເຮືອ​ກໍ​ແຕກ​ເປັນ​ປ່ຽງໆ​ເພາະ​ຖືກ​ກະແສນ້ຳ​ທີ່​ໄຫລແຮງ​ທັ່ງ​ໃສ່.
42 The soldiers planned to kill the prisoners so that none of them could swim away and escape. ພວກທະຫານ​ຄິດ​ຈະ​ຂ້າ​ນັກໂທດ​ເພື່ອ​ປ້ອງກັນ​ບໍ່ໃຫ້​ຄົນ​ໃດ​ລອຍນ້ຳ​ໜີ.
43 But the centurion, wanting to save Paul, stopped them from their plan, and ordered those who could swim to jump in first and get to shore, ແຕ່​ນາຍຮ້ອຍ​ຕ້ອງການ​ຈະ​ຊ່ວຍ​ຊີວິດ​ໂປໂລ​ໄວ້ ຈຶ່ງ​ຫ້າມ​ພວກເຂົາ​ບໍ່​ໃຫ້​ປະຕິບັດ​ຕາມ​ແຜນການ​ຂອງ​ພວກເຂົາ. ນາຍຮ້ອຍ​ຈຶ່ງ​ສັ່ງ​ຄົນ​ທີ່​ລອຍນ້ຳ​ເປັນ​ໃຫ້​ໂດດ​ລົງ​ນ້ຳ​ລອຍ​ເຂົ້າ​ຝັ່ງ​ກ່ອນ.
44 and the rest—some on planks, some on ship debris. So everyone reached land safely. ສ່ວນ​ຄົນ​ທີ່​ເຫລືອ​ກໍ​ລອຍ​ເຟືອ​ໄມ້ແປ້ນ ຫລື ທ່ອນໄມ້​ທີ່​ຫັກ​ຈາກ​ເຮືອ​ຕາມ​ໄປ. ໂດຍ​ວິທີ​ນີ້​ທຸກຄົນ​ຈຶ່ງ​ຂຶ້ນ​ຝັ່ງ​ດ້ວຍ​ຄວາມ​ປອດໄພ.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]