1In the Antioch church were prophets and teachers: Barnabas, Simeon called Niger, Lucius of Cyrene, Manaen (a lifelong companion of Herod the tetrarch), and Saul.OLCVບັດນີ້ ໃນຄຣິສຕະຈັກທີ່ເມືອງອັນຕີໂອເຂຍມີຜູ້ທຳນວາຍ ແລະ ອາຈານຄື: ບາຣະນາບາ, ຊີເມໂອນທີ່ມີອີກຊື່ໜຶ່ງວ່ານີເກີ, ລູກີໂອຊາວກີເຣເນ, ມານາເອນ (ຜູ້ທີ່ໄດ້ຮັບການລ້ຽງດູໃຫ້ເຕີບໃຫຍ່ຂຶ້ນດ້ວຍກັນກັບເຮໂຣດຜູ້ປົກຄອງແຂວງ) ແລະ ໂຊໂລ.
2While they worshiped our Lord Jesus and fasted, the Holy Spirit said, "Set apart for me Barnabas and Saul, for the work I've called them to."OLCVໃນຂະນະທີ່ພວກເຂົາທັງຫລາຍກຳລັງນະມັດສະການອົງພຣະຜູ້ເປັນເຈົ້າ ແລະ ຖືສິນອົດອາຫານຢູ່ນັ້ນ, ພຣະວິນຍານບໍລິສຸດເຈົ້າກໍກ່າວວ່າ, “ຈົ່ງແຍກບາຣະນາບາ ແລະ ໂຊໂລໄວ້ສຳລັບງານທີ່ເຮົາໄດ້ເອີ້ນໃຫ້ພວກເຂົາເຮັດ”.
3Then, after fasting and praying, they laid their hands on them and sent them off.OLCVດັ່ງນັ້ນ ຫລັງຈາກທີ່ພວກເຂົາໄດ້ຖືສິນອົດອາຫານ ແລະ ອະທິຖານແລ້ວ, ພວກເຂົາກໍໄດ້ວາງມືໃສ່ພວກເພິ່ນທັງສອງແລ້ວສົ່ງພວກເພິ່ນອອກໄປ.
4Sent by the Holy Spirit, they went down to Seleucia, then sailed to Cyprus.OLCVພວກເພິ່ນທັງສອງຈຶ່ງຖືກສົ່ງອອກໄປໂດຍພຣະວິນຍານບໍລິສຸດເຈົ້າ, ພວກເພິ່ນໄດ້ລົງໄປທີ່ເມືອງແຊລູເກຍ ແລະ ນັ່ງເຮືອຈາກທີ່ນັ້ນມາຍັງເກາະໄຊປຣັດ.
5Arriving at Salamis, they proclaimed our Father's word in the Jewish synagogues. They had John as their helper.OLCVເມື່ອພວກເພິ່ນມາຮອດເມືອງຊາລາມີແລ້ວ, ພວກເພິ່ນກໍໄດ້ປະກາດພຣະຄຳຂອງພຣະເຈົ້າໃນທຳມະສາລາຂອງຊາວຢິວ. ໂຢຮັນກໍຢູ່ກັບພວກເພິ່ນເປັນຜູ້ຊ່ວຍຂອງພວກເພິ່ນດ້ວຍ.
6Having crossed the whole island to Paphos, they found a Jewish sorcerer and false prophet named Bar-Jesus,OLCVພວກເພິ່ນໄດ້ເດີນທາງໄປທົ່ວເກາະຈົນມາຮອດເມືອງປາໂຟ. ຢູ່ທີ່ນັ້ນ ພວກເພິ່ນໄດ້ພົບໝໍເວດມົນຄາຖາຊາວຢິວ ເຊິ່ງເປັນຜູ້ທຳນວາຍປອມຊື່ບາຣະເຢຊູ,
7who was with the proconsul, Sergius Paulus, an intelligent man. He summoned Barnabas and Saul, wanting to hear our Father's word.OLCVຜູ້ທີ່ເປັນຄົນຮັບໃຊ້ຂອງຜູ້ປົກຄອງເກາະ, ຄືເຊຄີໂອໂປໂລ. ຜູ້ປົກຄອງເກາະຄົນນີ້ເປັນຄົນສະຫລາດ, ເພິ່ນໄດ້ສົ່ງຄົນໄປເຊີນບາຣະນາບາ ແລະ ໂຊໂລໄປພົບ ເພາະເພິ່ນຢາກຟັງພຣະຄຳຂອງພຣະເຈົ້າ.
8Elymas the magician—that's his name's meaning—opposed them, trying to turn the proconsul from the faith.OLCVແຕ່ເອລີມາ ໝໍເວດມົນຄາຖາ (ເປັນຊື່ຂອງລາວມີຄວາມໝາຍຢ່າງນັ້ນ) ໄດ້ມາຂັດຂວາງພວກເພິ່ນທັງສອງໄວ້ໂດຍພະຍາຍາມຈະປ່ຽນໃຈຜູ້ປົກຄອງໃຫ້ອອກຈາກຄວາມເຊື່ອ.
9But Saul, who was also called Paul, filled with the Holy Spirit, looked intently at him,OLCVແລ້ວໂຊໂລທີ່ມີອີກຊື່ໜຶ່ງວ່າໂປໂລ ຜູ້ທີ່ເຕັມດ້ວຍພຣະວິນຍານບໍລິສຸດເຈົ້າໄດ້ຈ້ອງໄປເບິ່ງທີ່ເອລີມາ ແລະ ເວົ້າວ່າ,
10and said, "You son of the devil, enemy of all righteousness, full of every deceit and trickery—will you never stop twisting our Father's straight paths?OLCV“ເຈົ້າຜູ້ເປັນລູກຂອງມານຮ້າຍ ແລະ ຜູ້ເປັນສັດຕູຂອງທຸກສິ່ງທີ່ຊອບທຳ! ເຈົ້າຜູ້ເຕັມໄປດ້ວຍກົນອຸບາຍ ແລະ ການຫລອກລວງທຸກຊະນິດ. ເຈົ້າຈະບໍ່ເຊົາບິດເບືອນຫົນທາງອັນຖືກຕ້ອງຂອງອົງພຣະຜູ້ເປັນເຈົ້າຈັກເທື່ອບໍ?
11Now look: the hand of our Father is on you. You will be blind, unable to see the sun, for a time." Immediately mist and darkness fell on him; he felt his way around, seeking someone to lead him by the hand.OLCVບັດນີ້ ມືຂອງອົງພຣະຜູ້ເປັນເຈົ້າຈະຈັດການກັບເຈົ້າ, ເຈົ້າຈະຕາບອດເບິ່ງບໍ່ເຫັນແມ່ນແຕ່ແສງຕາເວັນຕະຫລອດຊ່ວງເວລາໜຶ່ງ”. ທັນໃດນັ້ນ ໝອກ ແລະ ຄວາມມືດມົວກໍເຂົ້າມາປົກຄຸມລາວ ແລະ ລາວຕ້ອງງົມຊອກຫາຄົນເພື່ອໃຫ້ຈູງມືຂອງຕົນໄປ.
12Seeing what happened, the proconsul believed, amazed at the teaching of our Lord Jesus.OLCVເມື່ອຜູ້ປົກຄອງໄດ້ເຫັນເຫດການທີ່ເກີດຂຶ້ນນັ້ນ, ເພິ່ນກໍໄດ້ເຊື່ອ, ເພາະເພິ່ນອັດສະຈັນໃຈໃນຄຳສອນກ່ຽວກັບອົງພຣະຜູ້ເປັນເຈົ້າ.
13Paul and his companions sailed from Paphos to Perga in Pamphylia, but John left them and returned to Jerusalem.OLCVໂປໂລກັບຜູ້ຮ່ວມງານຂອງເພິ່ນໄດ້ລົງເຮືອຈາກເມືອງປາໂຟເດີນທາງໄປທີ່ເມືອງເປກາໃນແຂວງປຳຟີເລຍ, ບ່ອນທີ່ໂຢຮັນໄດ້ປະພວກເພິ່ນໄວ້ເພື່ອກັບຄືນໄປຍັງເຢຣູຊາເລັມ.
14From Perga they went on to Antioch in Pisidia. On the Sabbath they entered the synagogue and sat down.OLCVຈາກເມືອງເປກາ ພວກເພິ່ນໄດ້ເດີນທາງຕໍ່ມາຍັງເມືອງອັນຕີໂອເຂຍແຂວງປີຊີເດຍ. ໃນວັນຊະບາໂຕ ພວກເພິ່ນກໍເຂົ້າໄປນັ່ງໃນທຳມະສາລາ.
15After the reading of the Law and the Prophets, the synagogue leaders sent word: "Brothers, if you have a word of encouragement for the people, speak."OLCVຫລັງຈາກອ່ານໜັງສືກົດບັນຍັດ ແລະ ໜັງສືຜູ້ທຳນວາຍແລ້ວ, ບັນດາຫົວໜ້າທຳມະສາລາກໍໃຫ້ຄົນໄປບອກພວກເພິ່ນວ່າ, “ພີ່ນ້ອງ, ຖ້າພວກທ່ານມີຄຳໜູນໃຈແກ່ປະຊາຊົນເຫລົ່ານີ້ກໍເຊີນກ່າວໄດ້”.
16Paul stood, waved his hand, and said, "Men of Israel, and you who fear our Father, listen.OLCVໂປໂລຢືນຂຶ້ນ, ໃຊ້ມືຂອງຕົນເຮັດເປັນສັນຍານ ແລະ ເວົ້າວ່າ: “ພີ່ນ້ອງອິດສະຣາເອນ ແລະ ພວກເຈົ້າຊາວຕ່າງຊາດຜູ້ນະມັດສະການພຣະເຈົ້າ, ເຊີນຟັງຂ້າພະເຈົ້າ!
17Our Father, the Father of this people Israel, chose our ancestors, made them great during their stay in the land of Egypt, and led them out with a raised arm.OLCVພຣະເຈົ້າຂອງຊົນຊາດອິດສະຣາເອນໄດ້ເລືອກເອົາບັນພະບຸລຸດຂອງພວກເຮົາ; ພຣະອົງເຮັດໃຫ້ປະຊາຊົນຈະເລີນຮຸ່ງເຮືອງຂະນະທີ່ພວກເພິ່ນຢູ່ໃນປະເທດເອຢິບ; ພຣະອົງໄດ້ນຳພວກເພິ່ນອອກມາຈາກປະເທດນັ້ນດ້ວຍລິດອຳນາດອັນຍິ່ງໃຫຍ່;
18And for about forty years he put up with them in the wilderness.OLCVພຣະອົງໄດ້ອົດທົນຕໍ່ການປະພຶດຂອງພວກເພິ່ນເປັນເວລາສີ່ສິບປີໃນຖິ່ນແຫ້ງແລ້ງກັນດານ;
19After destroying seven nations in Canaan, he gave them their land as an inheritance.OLCVແລະ ພຣະອົງໄດ້ໂຄ່ນລົ້ມເຈັດຊົນຊາດໃນການາອານ, ໂດຍການມອບດິນແດນຂອງພວກເຂົາໃຫ້ເປັນມໍລະດົກແກ່ຄົນຂອງພຣະອົງ.
20This took about 450 years. Then he gave them judges until Samuel the prophet.OLCVທັງໝົດນີ້ໃຊ້ເວລາປະມານສີ່ຮ້ອຍຫ້າສິບປີ. “ຫລັງຈາກນັ້ນ ພຣະເຈົ້າໄດ້ມອບຜູ້ພິພາກສາໃຫ້ແກ່ພວກເຂົາຈົນເຖິງສະໄໝຂອງຜູ້ທຳນວາຍຊາມູເອນ.
21Then they asked for a king, and our Father gave them Saul son of Kish, a man from Benjamin's tribe, for forty years.OLCVແລ້ວປະຊາຊົນໄດ້ຂໍໃຫ້ມີກະສັດ ແລະ ພຣະເຈົ້າກໍມອບໂຊນລູກຊາຍຂອງກີເຊ, ຈາກຕະກຸນເບັນຢາມິນໃຫ້ແກ່ພວກເພິ່ນ, ໃຫ້ປົກຄອງຢູ່ສີ່ສິບປີ.
22After removing him, he raised up David as their king, testifying: 'I have found David son of Jesse, a man after my heart, who will do everything I want.'OLCVຫລັງຈາກທີ່ພຣະເຈົ້າໄດ້ປົດໂຊນລົງແລ້ວ, ພຣະອົງກໍຕັ້ງດາວິດຂຶ້ນເປັນກະສັດ. ພຣະເຈົ້າໄດ້ເປັນພະຍານກ່ຽວກັບດາວິດວ່າ: ‘ເຮົາໄດ້ພົບດາວິດລູກຊາຍຂອງເຢຊີ, ເປັນຜູ້ທີ່ຕາມໃຈເຮົາ, ລາວຈະເຮັດທຸກສິ່ງທີ່ເຮົາຕ້ອງການໃຫ້ລາວເຮັດ’.
23From this man's offspring our Father has brought to Israel a Savior, Jesus, just as he promised.OLCV“ຈາກເຊື້ອສາຍດາວິດນີ້ເອງ ພຣະເຈົ້າໄດ້ນຳພຣະເຢຊູເຈົ້າພຣະຜູ້ຊ່ວຍໃຫ້ພົ້ນມາໃຫ້ປະຊາຊົນອິດສະຣາເອນ, ຕາມທີ່ພຣະອົງໄດ້ສັນຍາໄວ້.
24Before his coming, John had proclaimed a baptism of repentance to all the people of Israel.OLCVກ່ອນທີ່ພຣະເຢຊູເຈົ້າມາ, ໂຢຮັນໄດ້ປະກາດເລື່ອງການຖິ້ມໃຈເກົ່າເອົາໃຈໃໝ່ ແລະ ຮັບບັບຕິສະມາໃຫ້ຄົນອິດສະຣາເອນທັງໝົດ.
25As John was completing his course, he said, 'What do you think I am? I am not he. But look, one is coming after me—I'm not worthy to untie the sandals on his feet.'OLCVເມື່ອໂຢຮັນໃກ້ຈະສຳເລັດພາລະກິດຂອງຕົນແລ້ວ, ເພິ່ນໄດ້ກ່າວວ່າ: ‘ພວກເຈົ້າທັງຫລາຍຄິດວ່າຂ້າພະເຈົ້າແມ່ນຜູ້ໃດ? ຂ້າພະເຈົ້າບໍ່ແມ່ນຜູ້ທີ່ພວກເຈົ້າກຳລັງຊອກຫາຢູ່ນັ້ນ. ແຕ່ມີຜູ້ໜຶ່ງກຳລັງຈະມາພາຍຫລັງຂ້າພະເຈົ້າ ຜູ້ທີ່ຂ້າພະເຈົ້າບໍ່ສົມຄວນແມ່ນແຕ່ຈະແກ້ສາຍຮັດເກີບຂອງເພິ່ນ’.
26"Brothers, sons of Abraham's family, and those among you who fear our Father: this salvation message was sent to us.OLCV“ພີ່ນ້ອງທັງຫລາຍຜູ້ເປັນລູກຫລານຂອງອັບຣາຮາມ ແລະ ທ່ານຊາວຕ່າງຊາດທັງຫລາຍຜູ້ຢຳເກງພຣະເຈົ້າ, ເລື່ອງລາວແຫ່ງຄວາມພົ້ນນີ້ຖືກສົ່ງມາກໍເພື່ອພວກເຮົາ.
27Jerusalem's people and their leaders didn't recognize him or grasp the prophets' words read each Sabbath—condemning him, they fulfilled those very words.OLCVຊາວເຢຣູຊາເລັມ ແລະ ພວກຜູ້ປົກຄອງຂອງພວກເຂົາບໍ່ໄດ້ຮູ້ວ່າພຣະເຢຊູເຈົ້າຄືຜູ້ໃດ, ແຕ່ໃນການຕັດສິນລົງໂທດພຣະອົງນັ້ນ ພວກເຂົາກໍໄດ້ເຮັດຕາມຄຳຂອງຜູ້ທຳນວາຍທີ່ພວກເຂົາໄດ້ອ່ານຢູ່ທຸກວັນຊະບາໂຕ.
28Though they found no cause for his death, they asked Pilate to have him executed.OLCVເຖິງແມ່ນວ່າພວກເຂົາຫາເຫດໃຫ້ຮັບໂທດປະຫານບໍ່ໄດ້ກໍຕາມ, ພວກເຂົາກໍຍັງຮ້ອງຂໍໃຫ້ປີລາດຂ້າພຣະອົງ.
29After they finished everything written about him, they took him down from the tree and laid him in a tomb.OLCVເມື່ອພວກເຂົາໄດ້ເຮັດຕາມທຸກຢ່າງທີ່ມີຂຽນໄວ້ກ່ຽວກັບພຣະອົງແລ້ວ, ພວກເຂົາກໍນຳສົບຂອງພຣະອົງລົງມາຈາກໄມ້ກາງແຂນ ແລະ ວາງພຣະອົງໄວ້ໃນອຸບມຸງ.
30But our Father raised him from the dead,OLCVແຕ່ພຣະເຈົ້າໄດ້ໃຫ້ພຣະອົງເປັນຄືນມາຈາກຕາຍ,
31for many days he appeared to those who came up with him from Galilee to Jerusalem, now his witnesses to the people.OLCVແລະ ບັນດາຜູ້ທີ່ເຄີຍເດີນທາງກັບພຣະອົງຈາກແຂວງຄາລີເລມາເຢຣູຊາເລັມໄດ້ເຫັນພຣະອົງເປນເວລາຫລາຍວັນ. ບັດນີ້ ພວກເຂົາໄດ້ເປັນພະຍານເລື່ອງຂອງພຣະອົງກັບປະຊາຊົນຂອງພວກເຮົາ.
32And we bring you the good news that what our Father promised to our ancestors.OLCV“ພວກເຮົາບອກຂ່າວປະເສີດນີ້ກັບທ່ານທັງຫລາຍວ່າ: ສິ່ງທີ່ພຣະເຈົ້າໄດ້ສັນຍາໄວ້ກັບບັນດາບັນພະບຸລຸດຂອງພວກເຮົານັ້ນ,
33He has fulfilled this for us, their children, by raising Jesus, as is also written in Psalm 2: 'You are my Son; today I have fathered you.'OLCVພຣະເຈົ້າໄດ້ເຮັດແລ້ວເພື່ອພວກເຮົາທີ່ເປັນລູກຫລານຂອງພວກເຂົາ, ໂດຍໄດ້ໃຫ້ພຣະເຢຊູເຈົ້າເປັນຄືນມາ, ຕາມທີ່ມີຄຳຂຽນໄວ້ໃນພຣະທຳເພງສັນລະເສີນບົດທີສອງວ່າ: “ ‘ທ່ານເປັນບຸດຂອງເຮົາ; ວັນນີ້ເຮົາໄດ້ເປັນບິດາຂອງທ່ານ.’
34And as for the fact that he raised him from the dead, never to decay again, he said, 'I will give you the holy and sure blessings promised to David.'OLCVພຣະເຈົ້າໄດ້ໃຫ້ພຣະອົງເປັນຄືນມາຈາກຕາຍເພື່ອວ່າພຣະອົງຈະບໍ່ຕ້ອງເປື່ອຍເນົ່າຈັກເທື່ອ. ເພາະພຣະເຈົ້າໄດ້ກ່າວວ່າ, “ ‘ເຮົາຈະໃຫ້ພອນບໍລິສຸດ ແລະ ໝັ້ນຄົງແກ່ພວກເຈົ້າທັງຫລາຍຕາມທີ່ໄດ້ສັນຍາໄວ້ກັບດາວິດ’.
35Therefore he also says in another psalm: 'You will not let your Holy One see decay.'OLCVແລະ ພຣະອົງໄດ້ກ່າວໄວ້ໃນບົດອື່ນເໝືອນກັນວ່າ: “ ‘ພຣະອົງຈະບໍ່ປ່ອຍໃຫ້ອົງບໍລິສຸດຂອງພຣະອົງເນົ່າເປື່ອຍ’.
36For David, after serving our Father's purpose in his own generation, fell asleep, was laid with his ancestors, and saw decay,OLCV“ບັດນີ້ ເມື່ອດາວິດໄດ້ຮັບໃຊ້ຕາມຈຸດປະສົງຂອງພຣະເຈົ້າໃນຊົ່ວອາຍຸຂອງເພິ່ນແລ້ວ, ເພິ່ນກໍລ່ວງລັບໄປ; ເພິ່ນໄດ້ຖືກຝັງໄວ້ກັບບັນດາບັນພະບຸລຸດຂອງເພິ່ນ ແລະ ຮ່າງກາຍຂອງເພິ່ນກໍເນົ່າເປື່ອຍໄປ.
37but he whom our Father raised up did not see decay.OLCVແຕ່ພຣະອົງຜູ້ທີ່ພຣະເຈົ້າໃຫ້ເປັນຄືນມາຈາກຕາຍນັ້ນບໍ່ພົບຄວາມເປື່ອຍເນົ່າ.
38So know this, brothers—through this man forgiveness of sins is proclaimed to you,OLCV“ເຫດສະນັ້ນ, ພີ່ນ້ອງທັງຫລາຍ, ຂ້າພະເຈົ້າຢາກໃຫ້ພວກທ່ານຮູ້ວ່າໂດຍທາງພຣະເຢຊູເຈົ້ານີ້ ບາບຈຶ່ງໄດ້ຮັບການອະໄພ ນີ້ຄືຂໍ້ທີ່ພຣະເຈົ້າໃຫ້ປະກາດກັບພວກທ່ານ.
39through him, everyone who believes is freed from everything the law of Moses could not free you from.OLCVໂດຍທາງພຣະອົງນັ້ນ ທຸກຄົນທີ່ເຊື່ອກໍໄດ້ຮັບອິດສະຫລະຈາກບາບທຸກຢ່າງ, ເຊິ່ງເປັນການຊຳລະທີ່ພວກເຈົ້າບໍ່ສາມາດໄດ້ມາພາຍໃຕ້ກົດບັນຍັດຂອງໂມເຊ.
40Be careful, then, that what is said in the Prophets does not happen to you:OLCVຈົ່ງລະວັງໃຫ້ດີ ເພື່ອວ່າສິ່ງທີ່ບັນດາຜູ້ທຳນວາຍໄດ້ກ່າວໄວ້ນັ້ນຈະບໍ່ເກີດຂຶ້ນກັບພວກທ່ານຄື:
41'Look, you scoffers, be astonished and perish; for I am doing a work in your days, a work that you will never believe, even if someone tells it to you.'"OLCV“ ‘ເບິ່ງແມ, ພວກເຈົ້າຄົນທີ່ມັກເຢາະເຢີ້ຍ, ຈົ່ງສົງໄສ ແລະ ຈິບຫາຍໄປ ເພາະເຮົາກຳລັງຈະເຮັດບາງສິ່ງໃນຍຸກຂອງພວກເຈົ້າ ເຖິງແມ່ນວ່າມີບາງຄົນໄດ້ບອກພວກເຈົ້າແລ້ວກໍຕາມ ພວກເຈົ້າກໍຈະບໍ່ເຊື່ອຈັກເທື່ອ’”.
42As Paul and Barnabas left, the people urged them to speak again about these things next Sabbath.OLCVຂະນະທີ່ໂປໂລ ແລະ ບາຣະນາບາກຳລັງອອກຈາກທຳມະສາລາ, ປະຊາຊົນກໍໄດ້ເຊີນພວກເພິ່ນໃຫ້ກ່າວຂໍ້ຄວາມເຫລົ່ານີ້ອີກໃນວັນຊະບາໂຕຖັດໄປ.
43When the synagogue meeting ended, many Jews and devout converts to Judaism followed Paul and Barnabas, who spoke with them and urged them to continue in the grace of our Father.OLCVເມື່ອຄົນທີ່ໄປເຕົ້າໂຮມກັນໄດ້ເລີກໄປແລ້ວ, ຊາວຢິວຫລາຍຄົນ ແລະ ຄົນທີ່ບໍ່ແມ່ນຢິວທີ່ມານັບຖືສາສະໜາຢິວຫລາຍຄົນກໍໄດ້ຕິດຕາມໂປໂລ ແລະ ບາຣະນາບາໄປ, ພວກເພິ່ນກໍໄດ້ສົນທະນາ ແລະ ຂໍຮ້ອງພວກເຂົາໃຫ້ໝັ້ນຄົງຢູ່ໃນພຣະຄຸນຂອງພຣະເຈົ້າຕໍ່ໄປ.
44The next Sabbath almost the whole city gathered to hear the word of our Lord Jesus.OLCVໃນວັນຊະບາໂຕຕໍ່ມາ ຄົນເກືອບໝົດທັງເມືອງໄດ້ມາເຕົ້າໂຮມກັນເພື່ອຟັງພຣະຄຳຂອງອົງພຣະຜູ້ເປັນເຈົ້າ.
45When the Jews saw the crowds, jealousy filled them, and they contradicted Paul's words, insulting him.OLCVເມື່ອພວກຢິວເຫັນຄົນຫລວງຫລາຍ, ພວກເຂົາກໍເຕັມໄປດ້ວຍຄວາມອິດສາ. ພວກເຂົາຈຶ່ງເລີ່ມຄັດຄ້ານຕໍ່ສິ່ງທີ່ໂປໂລກຳລັງກ່າວ ແລະ ຫຸ້ມຂົ່ມເຫັງເພິ່ນ.
46Paul and Barnabas spoke boldly: "The word of our Father had to be spoken to you first. Since you reject it, judging yourselves unworthy of eternal life, look—we turn to the Gentiles."OLCVແລ້ວໂປໂລ ແລະ ບາຣະນາບາຈຶ່ງໂຕ້ຕອບພວກເຂົາຢ່າງກ້າຫານວ່າ: “ພວກເຮົາຈຳເປັນຕ້ອງປະກາດພຣະຄຳຂອງພຣະເຈົ້າກັບພວກທ່ານກ່ອນ. ແຕ່ໃນເມື່ອພວກທ່ານປະຕິເສດພຣະຄຳ ແລະ ບໍ່ເຫັນວ່າຕົວພວກທ່ານເອງສົມຄວນກັບຊີວິດນິລັນດອນ, ບັດນີ້ ພວກເຮົາກໍຈະຫັນໄປຫາບັນດາຄົນຕ່າງຊາດ.
47For our Father has commanded us: "I have made you a light to the nations, to bring salvation to the ends of the earth."OLCVເພາະນີ້ແມ່ນສິ່ງທີ່ອົງພຣະຜູ້ເປັນເຈົ້າໄດ້ສັ່ງພວກເຮົາໄວ້ວ່າ: “ ‘ເຮົາໄດ້ເຮັດໃຫ້ເຈົ້າເປັນແສງສະຫວ່າງແກ່ຄົນຕ່າງຊາດ ເພື່ອເຈົ້າຈະນຳຄວາມພົ້ນໄປຈົນເຖິງສຸດປາຍແຜ່ນດິນໂລກ’”.
48Hearing this, the Gentiles rejoiced and glorified the word of our Lord Jesus; all appointed to eternal life believed.OLCVເມື່ອຄົນຕ່າງຊາດໄດ້ຍິນຢ່າງນີ້ແລ້ວ, ພວກເຂົາກໍດີໃຈ ແລະ ຍົກຍ້ອງພຣະຄຳຂອງອົງພຣະຜູ້ເປັນເຈົ້າ; ແລະ ບັນດາຜູ້ທີ່ໄດ້ຖືກເລືອກໄວ້ສຳລັບຊີວິດນິລັນດອນກໍໄດ້ເຊື່ອ.
49And the word of our Lord Jesus spread throughout the whole region.OLCVພຣະຄຳຂອງອົງພຣະຜູ້ເປັນເຈົ້າໄດ້ແຜ່ອອກໄປທົ່ວດິນແດນນັ້ນ.
50But the Jews stirred up the devout, prominent women and the city's leading men, roused persecution against Paul and Barnabas, and expelled them from their region.OLCVແຕ່ພວກຜູ້ນຳຢິວໄດ້ຍຸຍົງພວກແມ່ຍິງຊົນຊັ້ນສູງທີ່ຢຳເກງພຣະເຈົ້າ ແລະ ພວກຜູ້ຊາຍທີ່ເປັນຜູ້ນຳໃນເມືອງນັ້ນ. ພວກເຂົາເຮັດໃຫ້ຄົນເຫລົ່ານີ້ຂົ່ມເຫັງຕໍ່ຕ້ານໂປໂລກັບບາຣະນາບາ ແລະ ໄດ້ຂັບໄລ່ພວກເພິ່ນທັງສອງຄົນອອກຈາກດິນແດນຂອງພວກເຂົາ.
51So they shook the dust off their feet against them and went to Iconium.OLCVດັ່ງນັ້ນ ພວກເພິ່ນຈຶ່ງສັ່ນຂີ້ຝຸ່ນອອກຈາກຕີນຂອງພວກເພິ່ນເພື່ອເປັນການເຕືອນພວກເຂົາ ແລ້ວກໍອອກເດີນທາງໄປຍັງເມືອງອີໂກນີອົມ.
52And the disciples were filled with joy and with the Holy Spirit.OLCVແລະ ບັນດາສາວົກກໍເຕັມລົ້ນດ້ວຍຄວາມຊື່ນຊົມຍິນດີ ແລະ ເຕັມລົ້ນດ້ວຍພຣະວິນຍານບໍລິສຸດເຈົ້າ.