Skip to content
The Believer's Library

Biblica® Open Lao Contemporary Version

Acts 12 OLCV

Show OLCV only
Verse × ×
1 About that time King Herod attacked some who belonged to the church, intending to harm them. ໃນ​ເວລາ​ນັ້ນ ກະສັດ​ເຮໂຣດ​ໄດ້​ຈັບກຸມ​ຄົນ​ຂອງ​ຄຣິສຕະຈັກ​ໄປ ໂດຍ​ເຈດຕະນາ​ຈະ​ຂົ່ມເຫັງ​ພວກເຂົາ.
2 He had James, the brother of John, put to death with the sword. ເຮໂຣດ​ໄດ້​ຂ້າ​ຢາໂກໂບ​ອ້າຍ​ຂອງ​ໂຢຮັນ​ດ້ວຍ​ດາບ.
3 Seeing that this pleased the Jews, Herod proceeded to seize Peter too, during the days of Unleavened Bread. ເມື່ອ​ເຮໂຣດ​ເຫັນ​ວ່າ​ການ​ກະທຳ​ເຊັ່ນນີ້​ເປັນ​ທີ່​ພໍໃຈ​ທ່າມກາງ​ພວກ​ຢິວ, ເພິ່ນ​ຈຶ່ງ​ສັ່ງ​ຈັບ​ເປໂຕ​ເໝືອນກັນ. ເຫດການ​ນີ້​ໄດ້​ເກີດຂຶ້ນ​ໃນ​ຊ່ວງ​ເທດສະການ​ກິນ​ເຂົ້າຈີ່​ບໍ່​ມີ​ເຊື້ອແປ້ງ.
4 He arrested him, put him in prison, and handed him to four squads of four soldiers to guard, intending to bring him out to the people after the Passover. ຫລັງຈາກ​ຈັບ​ເປໂຕ​ແລ້ວ, ເພິ່ນ​ກໍ​ຂັງ​ເປໂຕ​ໄວ້​ໃນ​ຄຸກ ໂດຍ​ມີ​ທະຫານ​ສີ່​ໝູ່ ໝູ່​ລະ​ສີ່​ຄົນ​ເປັນ​ຜູ້​ເຝົ້າ​ຍາມ. ເຮໂຣດ​ຕັ້ງໃຈ​ຈະ​ນຳ​ເປໂຕ​ອອກ​ມາ​ສືບສວນ​ໃນ​ທີ່​ສາທາລະນະ ຫລັງຈາກ​ເທດສະການ​ປັດສະຄາ.
5 Peter was kept in prison, but the church prayed fervently to our Father for him. ດັ່ງນັ້ນ ເປໂຕ​ຈຶ່ງ​ຖືກ​ຄຸມຂັງ​ໄວ້​ຢູ່​ໃນ​ຄຸກ, ແຕ່​ຄຣິສຕະຈັກ​ໄດ້​ອະທິຖານ​ຕໍ່​ພຣະເຈົ້າ​ເພື່ອ​ເພິ່ນ​ດ້ວຍ​ໃຈ​ຮ້ອນຮົນ.
6 That night, before Herod could bring him out, Peter slept between two soldiers, bound with two chains; guards before the door kept watch over the prison. ໃນ​ເວລາ​ກາງຄືນ​ກ່ອນ​ທີ່​ເຮໂຣດ​ຈະ​ນຳ​ເປໂຕ​ອອກ​ມາ​ສືບສວນ, ເປໂຕ​ກໍ​ກຳລັງ​ນອນຫລັບ​ຢູ່​ລະຫວ່າງ​ກາງ​ທະຫານ​ສອງ​ຄົນ, ຖືກ​ລ່າມ​ດ້ວຍ​ໂສ້​ສອງ​ເສັ້ນ ແລະ ຕໍ່ໜ້າ​ປະຕູ​ຄຸກ​ກໍ​ມີ​ທະຫານ​ຍາມ​ຢືນ​ເຝົ້າ​ຢູ່.
7 Suddenly an angel of our Father stood beside him, and light filled the cell. He struck Peter's side, woke him, and said, "Get up quickly." The chains fell from his hands. ໃນ​ທັນໃດ​ນັ້ນ ກໍ​ມີ​ເທວະດາ​ຂອງ​ອົງພຣະຜູ້ເປັນເຈົ້າ​ຕົນ​ໜຶ່ງ​ໄດ້​ມາ​ປາກົດ ແລະ ໄດ້​ມີ​ແສງສະຫວ່າງ​ສ່ອງ​ເຂົ້າ​ໄປ​ໃນ​ຫ້ອງ​ຄຸມຂັງ. ເທວະດາ​ຕົນ​ນັ້ນ​ໄດ້​ຕົບ​ທີ່​ຂ້າງ​ຂອງ​ເປໂຕ ແລະ ປຸກ​ເພິ່ນ​ໃຫ້​ຕື່ນ. ເທວະດາ​ເວົ້າ​ວ່າ, “ລຸກ​ຂຶ້ນ​ໄວໆ!” ແລ້ວ​ໂສ້​ທັງຫລາຍ​ກໍ​ຫລຸດ​ອອກ​ຈາກ​ຂໍ້ມື​ຂອງ​ເປໂຕ.
8 The angel told him, "Get dressed and put on your sandals." Peter complied. Then he said, "Wrap your cloak around you and follow me." ແລ້ວ​ເທວະດາ​ນັ້ນ​ໄດ້​ກ່າວ​ກັບ​ເພິ່ນ​ວ່າ, “ຈົ່ງ​ນຸ່ງ​ເສື້ອຜ້າ ແລະ ໃສ່​ເກີບ​ຂອງ​ເຈົ້າ​ສາ”. ແລະ ເປໂຕ​ກໍ​ເຮັດ​ຕາມ. ແລ້ວ​ເທວະດາ​ກໍ​ບອກ​ວ່າ, “ຈົ່ງ​ນຸ່ງ​ເສື້ອຄຸມ​ແລ້ວ​ຕາມ​ເຮົາ​ມາ”.
9 So Peter went out and followed, not knowing the angel's actions were real—he thought he saw a vision. ເປໂຕ​ກໍ​ໄດ້​ຕາມ​ອອກ​ໄປ​ຈາກ​ຄຸກ. ເພິ່ນ​ບໍ່​ຮູ້​ວ່າ​ສິ່ງ​ທີ່​ເທວະດາ​ເຮັດ​ຢູ່​ນັ້ນ​ເປັນ​ເລື່ອງ​ຈິງ, ເພິ່ນ​ຄິດ​ວ່າ​ຕົນ​ເອງ​ກຳລັງ​ເຫັນ​ນິມິດ.
10 Passing the first and second guard posts, they reached the iron gate to the city, which opened for them on its own. They went out, walked one street, and the angel suddenly left him. ເມື່ອ​ພວກເພິ່ນ​ອອກ​ໄປ​ພົ້ນ​ຈາກ​ທະຫານ​ຍາມ​ຊຸດ​ທີ​ໜຶ່ງ ແລະ ຊຸດ​ທີ​ສອງ​ແລ້ວ ກໍ​ມາ​ເຖິງ​ປະຕູ​ເຫລັກ​ທີ່​ຈະ​ເຂົ້າໄປ​ໃນ​ເມືອງ. ປະຕູ​ນັ້ນ​ກໍ​ໄຂ​ອອກ​ເອງ​ໃຫ້​ພວກເພິ່ນ ແລະ ພວກເພິ່ນ​ກໍ​ຜ່ານ​ປະຕູ​ນັ້ນ​ໄປ. ເມື່ອ​ພວກເພິ່ນ​ຍ່າງ​ໄປ​ເຖິງ​ທາງ​ແຍກ ທັນໃດ​ນັ້ນ ເທວະດາ​ຕົນ​ນັ້ນ​ກໍ​ຈາກ​ເພິ່ນ​ໄປ.
11 Then Peter came to himself and said, "Now I know for certain: our Father sent his angel and rescued me from Herod's hand and from everything the Jewish people expected." ເປໂຕ​ຈຶ່ງ​ຮູ້ສຶກ​ຕົວ ແລະ ເວົ້າ​ວ່າ, “ດຽວ​ນີ້​ເຮົາ​ຮູ້​ແນ່ນອນ​ແລ້ວ​ວ່າ​ອົງພຣະຜູ້ເປັນເຈົ້າ​ໃຊ້​ເທວະດາ​ຂອງ​ພຣະອົງ​ມາ​ຊ່ວຍ​ເຮົາ​ໃຫ້​ພົ້ນ​ຈາກ​ກຳມື​ຂອງ​ເຮໂຣດ ແລະ ຈາກ​ການ​ປອງຮ້າຍ​ທັງຫລາຍ​ຂອງ​ພວກ​ຢິວ”.
12 Aware of this, he went to Mary's house, mother of John also called Mark, where many were gathered praying. ເມື່ອ​ເພິ່ນ​ຄິດ​ໄດ້​ຢ່າງ​ນີ້, ເພິ່ນ​ກໍ​ໄປ​ຍັງ​ເຮືອນ​ຂອງ​ມາຣີ​ຜູ້​ເປັນ​ແມ່​ຂອງ​ໂຢຮັນ​ທີ່​ມີ​ອີກ​ຊື່​ໜຶ່ງ​ວ່າ​ມາຣະໂກ, ບ່ອນ​ທີ່​ຫລາຍ​ຄົນ​ໄດ້​ເຕົ້າໂຮມກັນ ແລະ ອະທິຖານ.
13 When Peter knocked at the door of the gateway, a servant girl named Rhoda came to answer. ເປໂຕ​ໄດ້​ເຄາະ​ທີ່​ປະຕູ​ຊັ້ນນອກ, ມີ​ຄົນຮັບໃຊ້​ຜູ້​ໜຶ່ງ​ຊື່​ນາງ​ໂຣດາ​ມາ​ຕອບ​ທີ່​ປະຕູ.
14 Recognizing Peter's voice, she was so overjoyed she ran in without opening the gate, announcing Peter stood there. ເມື່ອ​ນາງ​ຈື່​ສຽງ​ຂອງ​ເປໂຕ​ໄດ້, ນາງ​ກໍ​ຊື່ນຊົມຍິນດີ​ຫລາຍ​ຈົນ​ແລ່ນ​ກັບ​ໄປ​ໂດຍ​ບໍ່​ໄດ້​ເປີດ​ປະຕູ​ໃຫ້ ແລະ ຮ້ອງ​ວ່າ, “ເປໂຕ​ຢືນ​ຢູ່​ທີ່​ປະຕູ!”
15 "You're out of your mind," they said. But she insisted it was true. So they said, "It's his angel." ຄົນ​ເຫລົ່ານັ້ນ​ຈຶ່ງ​ເວົ້າ​ວ່າ, “ເຈົ້າ​ເສຍສະຕິ​ໄປ​ແລ້ວ”. ແຕ່​ເມື່ອ​ນາງ​ຢືນຢັນ​ວ່າ​ເປັນ​ຢ່າງ​ນັ້ນ​ແທ້, ພວກເຂົາ​ຈຶ່ງ​ເວົ້າ​ວ່າ, “ຕ້ອງ​ເປັນ​ເທວະດາ​ປະຈຳໂຕ​ຂອງ​ເປໂຕ”.
16 But Peter kept on knocking, and when they opened the door and saw him, they were astonished. ແຕ່​ເປໂຕ​ຍັງ​ເຄາະ​ປະຕູ​ບໍ່​ຢຸດ ແລະ ເມື່ອ​ພວກເຂົາ​ເປີດ​ປະຕູ ແລະ ເຫັນ​ວ່າ​ແມ່ນ​ເປໂຕ, ພວກເຂົາ​ກໍ​ປະຫລາດໃຈ.
17 Signaling with his hand for quiet, he explained how our Father had led him out of prison. "Tell James and the brothers and sisters this," he said, then left for another place. ແຕ່​ເປໂຕ​ໂບກ​ມື​ໃຫ້​ພວກເຂົາ​ມິດ ແລ້ວ​ເລົ່າ​ເຖິງ​ເລື່ອງ​ທີ່​ອົງພຣະຜູ້ເປັນເຈົ້າ​ໄດ້​ນຳ​ເພິ່ນ​ອອກ​ມາ​ຈາກ​ຄຸກ​ໄດ້​ຢ່າງໃດ. ເພິ່ນ​ເວົ້າ​ວ່າ, “ຈົ່ງ​ບອກ​ເລື່ອງ​ນີ້​ແກ່​ຢາໂກໂບ ແລະ ພວກ​ພີ່ນ້ອງ​ທີ່​ເຊື່ອ​ທັງຫລາຍ​ໃຫ້​ຮູ້​ດ້ວຍ”. ແລ້ວ​ເພິ່ນ​ກໍ​ຈາກ​ໄປ​ບ່ອນ​ອື່ນ.
18 When morning came, there was no small commotion among the soldiers over what had become of Peter. ເມື່ອ​ຮຸ່ງເຊົ້າ​ມາ, ພວກ​ທະຫານ​ກໍ​ພາ​ກັນ​ສັບສົນ​ວຸ້ນວາຍ​ຫລາຍ​ວ່າ​ເກີດ​ຫຍັງ​ຂຶ້ນ​ກັບ​ເປໂຕ.
19 Herod, after searching for him and not finding him, questioned the guards and ordered them executed. Then he went down from Judea to Caesarea and stayed there. ຫລັງຈາກ​ເຮໂຣດ​ໃຫ້​ຊອກຫາ​ໂຕ​ເປໂຕ​ຈົນ​ທົ່ວ​ແຕ່​ບໍ່​ພົບ​ເພິ່ນ. ເຮໂຣດ​ຈຶ່ງ​ສືບສວນ​ພວກ​ທະຫານ​ຍາມ ແລະ ອອກ​ຄຳສັ່ງ​ວ່າ​ພວກເຂົາ​ຕ້ອງ​ຖືກ​ປະຫານ​ຊີວິດ. ຫລັງຈາກນັ້ນ ເຮໂຣດ​ໄດ້​ອອກຈາກ​ແຂວງ​ຢູດາຍ​ໄປ​ສູ່​ກາຍຊາເຣຍ ແລະ ອາໄສ​ຢູ່​ທີ່​ນັ້ນ.
20 Herod was enraged at Tyre and Sidon. Together they came to him, and having won over Blastus, the king's chamberlain, they requested peace, since their land depended on the king's land for food. ເຮໂຣດ​ເຄີຍ​ມີ​ເລື່ອງ​ບາດໝາງ​ກັບ​ປະຊາຊົນ​ຊາວ​ຕີເຣ ແລະ ຊາວຊີໂດນ, ບັດນີ້​ພວກເຂົາ​ໄດ້​ມາ​ຮ່ວມ​ກັນ ແລະ ພະຍາຍາມ​ເພື່ອ​ໃຫ້​ໄດ້​ພົບ​ກັບ​ເພິ່ນ. ໂດຍ​ການ​ສະໜັບສະໜູນ​ຂອງ​ບຣາຊະໂຕ, ຜູ້ຮັບໃຊ້​ສ່ວນ​ຕົວ​ທີ່​ເຊື່ອຖືໄດ້​ຂອງ​ກະສັດ, ພວກເຂົາ​ມາ​ຂໍ​ຄືນ​ດີ​ເພາະ​ພວກເຂົາ​ຕ້ອງ​ໄດ້​ອາໄສ​ສະບຽງ​ອາຫານ​ຈາກ​ດິນແດນ​ຂອງ​ກະສັດ.
21 On the set day Herod dressed in royal robes, sat on the throne, and made a speech to them. ໃນ​ວັນ​ນັດ​ພົບ ເຮໂຣດ​ກໍ​ນຸ່ງ​ເສື້ອຄຸມ​ຂອງ​ກະສັດ ນັ່ງ​ເທິງ​ບັນລັງ​ຂອງ​ຕົນ ແລະ ກ່າວ​ຄຳປາໄສ​ຕໍ່​ປະຊາຊົນ.
22 And the crowd kept shouting, "This is the voice of a god, not of a man!" ພວກເຂົາ​ໄດ້​ຮ້ອງ​ສຽງດັງ​ຂຶ້ນ​ວ່າ, “ນີ້​ເປັນ​ສຽງ​ເທບພະເຈົ້າ​ບໍ່​ແມ່ນ​ສຽງ​ມະນຸດ”.
23 Instantly an angel of our Father struck him down for not giving our Father the glory, and worms ate him and he died. ໃນ​ທັນໃດ​ນັ້ນ, ເພາະ​ວ່າ​ເຮໂຣດ​ບໍ່​ສັນລະເສີນ​ພຣະເຈົ້າ, ເທວະດາ​ຕົນ​ໜຶ່ງ​ຂອງ​ອົງພຣະຜູ້ເປັນເຈົ້າ​ຈຶ່ງ​ເຮັດ​ໃຫ້​ເຮໂຣດ​ເຈັບປ່ວຍ ແລະ ຖືກ​ໜອນ​ກັດກິນ​ຈົນ​ຕາຍ.
24 But the word of our Father continued to grow and spread. ແຕ່​ພຣະຄຳ​ຂອງ​ພຣະເຈົ້າ​ຍັງ​ສືບຕໍ່​ຈະເລີນ​ຂຶ້ນ ແລະ ແຜ່​ໄປ.
25 Barnabas and Saul returned from Jerusalem, having finished their mission, taking with them John, also called Mark. ເມື່ອ​ບາຣະນາບາ ແລະ ໂຊໂລ​ເຮັດ​ພັນທະກິດ​ຂອງ​ພວກເພິ່ນ​ສຳເລັດ​ແລ້ວ, ພວກເພິ່ນ​ກໍ​ກັບ​ຈາກ​ເຢຣູຊາເລັມ ແລະ ພາ​ໂຢຮັນ​ທີ່​ມີ​ອີກ​ຊື່​ໜຶ່ງ​ວ່າ ມາຣະໂກ​ໄປ​ນຳ.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]