Side by side with the Father's Heart Bible™ ກະສັດອາຊາຣີຢາແຫ່ງຢູດາຍ
1ອາຊາຣີຢາລູກຊາຍກະສັດອາມາຊີຢາແຫ່ງຢູດາຍໄດ້ຂຶ້ນປົກຄອງ ກົງກັບປີທີຊາວເຈັດຂອງຊ່ວງການປົກຄອງຂອງກະສັດເຢໂຣໂບອາມແຫ່ງອິດສະຣາເອນ. 2ເພິ່ນຂຶ້ນເປັນກະສັດເມື່ອເພິ່ນມີອາຍຸສິບຫົກປີ ແລະ ເພິ່ນໄດ້ປົກຄອງຢູ່ໃນເຢຣູຊາເລັມ 52 ປີ. ແມ່ຂອງເພິ່ນມີຊື່ວ່າເຢໂກລີຢາ; ນາງມາຈາກເຢຣູຊາເລັມ. 3ເພິ່ນໄດ້ເຮັດສິ່ງທີ່ຖືກຕ້ອງໃນສາຍຕາຂອງພຣະເຈົ້າຢາເວເໝືອນກັບອາມາຊີຢາພໍ່ຂອງເພິ່ນທີ່ໄດ້ເຮັດ. 4ແຕ່ສະຖານບູຊາເທິງທີ່ສູງທັງຫລາຍຍັງບໍ່ໄດ້ຖືກທຳລາຍໄປ ປະຊາຊົນຍັງຖວາຍເຄື່ອງບູຊາ ແລະ ເຜົາເຄື່ອງຫອມທີ່ນັ້ນ.
5ພຣະເຈົ້າຢາເວໄດ້ໃຫ້ກະສັດອາຊາຣີຢາເປັນພະຍາດຂີ້ທູດຈົນຮອດມື້ທີ່ເພິ່ນຕາຍ. ອາຊາຣີຢາຈຶ່ງແຍກໄປອາໄສຢູ່ໃນເຮືອນໜຶ່ງຕ່າງຫາກ. ໂຢທາມລູກຊາຍຂອງກະສັດໄດ້ເປັນຜູ້ເບິ່ງແຍງວັງ ແລະ ປົກຄອງປະຊາຊົນໃນແຜ່ນດິນນັ້ນ.
6ເຫດການອື່ນໆໃນຊ່ວງການປົກຄອງຂອງອາຊາຣີຢາ ແລະ ພາລະກິດທັງໝົດທີ່ເພິ່ນໄດ້ເຮັດແມ່ນມີບັນທຶກໄວ້ໃນປຶ້ມປະຫວັດສາດຂອງກະສັດແຫ່ງຢູດາຍບໍ່ແມ່ນບໍ? 7ອາຊາຣີຢາໄດ້ລ່ວງລັບໄປຢູ່ກັບບັນພະບຸລຸດຂອງເພິ່ນ ແລະ ຖືກຝັງໄວ້ໃກ້ກັບພວກເພິ່ນໃນເມືອງດາວິດ. ແລ້ວໂຢທາມລູກຊາຍຂອງເພິ່ນກໍຂຶ້ນເປັນກະສັດແທນ.
ກະສັດເຊກາຣີຢາແຫ່ງອິດສະຣາເອນ
8ເຊກາຣີຢາລູກຊາຍຂອງເຢໂຣໂບອາມຂຶ້ນເປັນກະສັດແຫ່ງອິດສະຣາເອນ ກົງກັບປີທີສາມສິບແປດຂອງຊ່ວງການປົກຄອງຂອງກະສັດອາຊາຣີຢາແຫ່ງຢູດາຍ, ເພິ່ນປົກຄອງຢູ່ໃນຊາມາເຣຍເປັນເວລາຫົກເດືອນ. 9ເພິ່ນເຮັດສິ່ງທີ່ຊົ່ວໃນສາຍຕາຂອງພຣະເຈົ້າຢາເວຄືກັນດຽວກັບບັນພະບຸລຸດຂອງເພິ່ນທີ່ໄດ້ເຮັດ. ເພິ່ນບໍ່ໄດ້ຫັນໜີຈາກຄວາມບາບຂອງເຢໂຣໂບອາມລູກຊາຍຂອງເນບັດ ເຊິ່ງໄດ້ເຮັດໃຫ້ອິດສະຣາເອນເຮັດຕາມ.
10ຊໍລູມລູກຊາຍຂອງຢາເບັດໄດ້ຄິດຮ້າຍຕໍ່ເຊກາຣີຢາ. ເພິ່ນໄດ້ໂຈມຕີເຊກາຣີຢາຢູ່ຕໍ່ໜ້າປະຊາຊົນ, ລອບສັງຫານເພິ່ນແລ້ວຂຶ້ນເປັນກະສັດແທນ. 11ເຫດການອື່ນໆໃນຊ່ວງການປົກຄອງຂອງເຊກາຣີຢາແມ່ນບັນທຶກຢູ່ໃນປຶ້ມປະຫວັດສາດຂອງບັນດາກະສັດແຫ່ງອິດສະຣາເອນ. 12ດັ່ງນັ້ນ ຖ້ອຍຄຳຂອງພຣະເຈົ້າຢາເວທີ່ໄດ້ກ່າວກັບເຢຮູຈຶ່ງເປັນຈິງວ່າ: “ເຊື້ອສາຍຂອງເຈົ້າຈະນັ່ງເທິງບັນລັງຂອງອິດສະຣາເອນເຖິງສີ່ຊົ່ວອາຍຸຄົນ”.
ກະສັດຊາມລູມແຫ່ງອິດສະຣາເອນ
13ຊໍລູມລູກຊາຍຂອງຢາເບັດໄດ້ຂຶ້ນເປັນກະສັດກົງກັບປີທີສາມສິບເກົ້າຂອງຊ່ວງການປົກຄອງຂອງກະສັດອຸດຊີຢາແຫ່ງຢູດາຍ ແລະ ປົກຄອງຢູ່ໃນຊາມາເຣຍໜຶ່ງເດືອນ. 14ຫລັງຈາກນັ້ນ ເມນາເຮມລູກຊາຍຂອງກາດີທີ່ມາຈາກເມືອງຕີຣະຊາກໍຂຶ້ນມາທີ່ຊາມາເຣຍ. ລາວໄດ້ໂຈມຕີຊໍລູມລູກຊາຍຂອງຢາເບັດຢູ່ໃນຊາມາເຣຍ, ລອບສັງຫານເພິ່ນແລ້ວຂຶ້ນເປັນກະສັດແທນ.
15ເຫດການອື່ນໆໃນຊ່ວງການປົກຄອງຂອງຊໍລູມ ແລະ ການສົມຮູ້ຮ່ວມຄິດກັນທີ່ເພິ່ນເປັນຄົນນຳພານັ້ນແມ່ນບັນທຶກຢູ່ໃນປຶ້ມປະຫວັດສາດຂອງບັນດາກະສັດແຫ່ງອິດສະຣາເອນ.
16ໃນເວລານັ້ນ ເມນາເຮມໄດ້ຍົກທັບຈາກເມືອງຕີຣະຊາເຂົ້າໂຈມຕີເມືອງທິບຊາ ແລະ ທຸກຄົນທີ່ຢູ່ໃນເມືອງ ແລະ ຢູ່ໃນແຖບນັ້ນ, ເນື່ອງຈາກຊາວເມືອງນັ້ນບໍ່ຍອມເປີດປະຕູຂອງຕົນ. ເພິ່ນໄດ້ປຸ້ນເມືອງທິບຊາ ແລະ ຜ່າທ້ອງຍິງຖືພາທັງໝົດ.
ກະສັດເມນາເຮມແຫ່ງອິດສະຣາເອນ
17ເມນາເຮມລູກຊາຍຂອງກາດີໄດ້ຂຶ້ນເປັນກະສັດແຫ່ງອິດສະຣາເອນ ກົງກັບປີທີສາມສິບເກົ້າຂອງຊ່ວງການປົກຄອງຂອງກະສັດອາຊາຣີຢາແຫ່ງຢູດາຍ, ລາວເພິ່ນໄດ້ປົກຄອງຢູ່ໃນຊາມາເຣຍເປັນເວລາສິບປີ. 18ເມນາເຮມໄດ້ເຮັດສິ່ງທີ່ຊົ່ວໃນສາຍຕາຂອງພຣະເຈົ້າຢາເວ. ໃນຊ່ວງເວລາທີ່ເຂົ້າມາປົກຄອງນັ້ນເພິ່ນບໍ່ໄດ້ຢຸດເຮັດບາບຂອງເຢໂຣໂບອາມລູກຊາຍຂອງເນບັດ ເຊິ່ງເຮັດໃຫ້ອິດສະຣາເອນເຮັດຕາມ.
19ຕໍ່ມາກະສັດປູນແຫ່ງອັດຊີເຣຍໄດ້ເຂົ້າຮຸກຮານດິນແດນ ແລະ ເມນາເຮມໄດ້ມອບເງິນໃຫ້ເພິ່ນຈຳນວນ 1.000 ຕາລັນຕົນ ເພື່ອຂໍການສະໜັບສະໜູນຈາກເພິ່ນ ແລະ ເພື່ອໃຫ້ຕົນໄດ້ຄອບຄອງອານາຈັກຢ່າງໝັ້ນຄົງ. 20ເມນາເຮມໄດ້ບັງຄັບເອົາເງິນຈຳນວນນີ້ຈາກອິດສະຣາເອນ. ຄົນຮັ່ງມີທຸກຄົນຕ້ອງຈ່າຍເງິນໜັກ 50 ເຊເຂວ ເພື່ອຈ່າຍໃຫ້ກະສັດອັດຊີເຣຍ. ດັ່ງນັ້ນ ກະສັດອັດຊີເຣຍຈຶ່ງໄດ້ຖອນທັບກັບໄປ ແລະ ບໍ່ໄດ້ຢູ່ໃນດິນແດນນັ້ນອີກ.
21ເຫດການອື່ນໆໃນຊ່ວງການປົກຄອງຂອງເມນາເຮມ ພາລະກິດທັງໝົດທີ່ເພິ່ນໄດ້ເຮັດແມ່ນບັນທຶກໄວ້ໃນປຶ້ມປະຫວັດສາດຂອງບັນດາກະສັດແຫ່ງອິດສະຣາເອນບໍ່ແມ່ນບໍ? 22ເມນາເຮມໄດ້ລ່ວງລັບໄປຢູ່ກັບບັນພະບຸລຸດຂອງເພິ່ນ ແລະ ເປກາຮີຢາ ລູກຊາຍຂອງເພິ່ນໄດ້ຂຶ້ນເປັນກະສັດແທນ.
ກະສັດເປກາຮີຢາແຫ່ງອິດສະຣາເອນ
23ເປກາຮີຢາລູກຊາຍຂອງເມນາເຮມຂຶ້ນເປັນກະສັດແຫ່ງອິດສະຣາເອນໃນຊາມາເຣຍ ກົງກັບປີທີຫ້າສິບຂອງຊ່ວງການປົກຄອງຂອງກະສັດອາຊາຣີຢາແຫ່ງຢູດາຍ, ເພິ່ນໄດ້ປົກຄອງຢູ່ສອງປີ. 24ເປກາຮີຢາໄດ້ເຮັດສິ່ງທີ່ຊົ່ວໃນສາຍຕາຂອງພຣະເຈົ້າຢາເວ, ລາວບໍ່ໄດ້ຢຸດເຮັດບາບຂອງເຢໂຣໂບອາມລູກຊາຍຂອງເນບັດ ເຊິ່ງໄດ້ເຮັດໃຫ້ອິດສະຣາເອນເຮັດຕາມ. 25ໜຶ່ງໃນບັນດາຫົວໜ້າຂ້າລາຊະການຂອງເພິ່ນ ຄືເປກາລູກຊາຍຂອງເຣມາລີຢາໄດ້ສົມຮູ້ຮ່ວມຄິດກັບຊາວກີເລອາດຫ້າສິບຄົນຕໍ່ສູ້ເພິ່ນ, ລາວໄດ້ລອບສັງຫານເປກາຮີຢາ ລວມທັງສັງຫານອາຣະໂກບ ແລະ ອາຣີເອດ້ວຍ. ເຫດການນີ້ເກີດຂຶ້ນຢູ່ທີ່ປ້ອມຊັ້ນໃນຂອງລາຊະວັງທີ່ຊາມາເຣຍ ແລະ ເປກາກໍໄດ້ຂຶ້ນເປັນກະສັດແທນ.
26ເຫດການອື່ນໆໃນຊ່ວງເປກາຮີຢາ ແລະ ພາລະກິດທັງໝົດທີ່ເພິ່ນໄດ້ເຮັດແມ່ນບັນທຶກໄວ້ໃນປຶ້ມປະຫວັດສາດຂອງບັນດາກະສັດແຫ່ງອິດສະຣາເອນ.
ກະສັດເປກາແຫ່ງອິດສະຣາເອນ
27ເປກາລູກຊາຍຂອງເຣມາລີຢາກໍໄດ້ຂຶ້ນເປັນກະສັດແຫ່ງອິດສະຣາເອນໃນຊາມາເຣຍ ກົງກັບປີທີຫ້າສິບສອງຂອງຊ່ວງການປົກຄອງຂອງກະສັດອາຊາຣີຢາແຫ່ງຢູດາຍ ແລະ ເພິ່ນໄດ້ປົກຄອງຢູ່ຊາວປີ. 28ເປກາໄດ້ເຮັດສິ່ງທີ່ຊົ່ວໃນສາຍຕາຂອງພຣະເຈົ້າຢາເວ ເພິ່ນບໍ່ໄດ້ຢຸດເຮັດບາບຂອງເຢໂຣໂບອາມລູກຊາຍຂອງເນບັດ ເຊິ່ງໄດ້ເຮັດໃຫ້ອິດສະຣາເອນເຮັດຕາມ.
29ໃນຊ່ວງການປົກຄອງຂອງກະສັດເປກາແຫ່ງອິດສະຣາເອນ, ກະສັດຕີກະລາດປີເລເສແຫ່ງອັດຊີເຣຍໄດ້ມາຢຶດເມືອງອີໂຢນ, ອາເບັນເບັດມາອາກາ, ຢາໂນອາ, ເກເດັດ ແລະ ຮາໂຊ. ເພິ່ນໄດ້ຢຶດເອົາກີເລອາດ ແລະ ຄາລີເລ, ລວມທັງດິນແດນເນັບທາລີທັງໝົດ ແລະ ໄດ້ນຳປະຊາຊົນທັງຫລາຍໄປເປັນຊະເລີຍຢູ່ທີ່ອັດຊີເຣຍ. 30ແລ້ວໂຮເຊອາລູກຊາຍຂອງເອລາກໍສົມຮູ້ຮ່ວມຄິດກັນຕໍ່ສູ້ເປກາ ລູກຊາຍຂອງເຣມາລີຢາ. ໂຮເຊຢາໄດ້ໂຈມຕີ ແລະ ລອບສັງຫານເພິ່ນ ແລະ ຫລັງຈາກນັ້ນ ໂຮເຊຢາກໍຂຶ້ນເປັນກະສັດແທນ ກົງກັບປີທີຊາວຂອງຊ່ວງການປົກຄອງຂອງໂຢທາມລູກຊາຍຂອງອຸດຊີຢາ.
31ເຫດການອື່ນໆໃນຊ່ວງການປົກຄອງຂອງເປກາ ແລະ ພາລະກິດທັງໝົດທີ່ເພິ່ນໄດ້ເຮັດແມ່ນມີບັນທຶກຢູ່ໃນປຶ້ມປະຫວັດສາດຂອງບັນດາກະສັດແຫ່ງອິດສະຣາເອນບໍ່ແມ່ນບໍ?
ກະສັດໂຢທາມແຫ່ງຢູດາຍ
32ໂຢທາມລູກຊາຍຂອງກະສັດອຸດຊີຢາແຫ່ງຢູດາຍໄດ້ຂຶ້ນປົກຄອງ ກົງກັບປີທີສອງຂອງຊ່ວງການປົກຄອງຂອງກະສັດເປກາ ລູກຊາຍຂອງເຣມາລີຢາແຫ່ງອິດສະຣາເອນ. 33ເພິ່ນຂຶ້ນເປັນກະສັດເມື່ອເພິ່ນມີອາຍຸໄດ້ 25 ປີ ແລະ ເພິ່ນໄດ້ປົກຄອງຢູ່ໃນເຢຣູຊາເລັມສິບຫົກປີ. ແມ່ຂອງເພິ່ນມີຊື່ວ່າເຢຣູຊາລູກສາວຂອງຊາດົກ. 34ໂຢທາມໄດ້ເຮັດສິ່ງທີ່ຖືກຕ້ອງໃນສາຍຕາຂອງພຣະເຈົ້າຢາເວຄືກັນກັບອຸດຊີຢາພໍ່ຂອງເພິ່ນທີ່ໄດ້ເຮັດ. 35ແຕ່ສະຖານບູຊາເທິງທີ່ສູງທັງຫລາຍຍັງບໍ່ຖືກທຳລາຍ ປະຊາຊົນຍັງຖວາຍເຄື່ອງບູຊາ ແລະ ເຜົາເຄື່ອງຫອມຢູ່ທີ່ນັ້ນ. ໂຢທາມໄດ້ບູລະນະປະຕູເທິງຂອງວິຫານຂອງພຣະເຈົ້າຢາເວ.
36ເຫດການອື່ນໆໃນຊ່ວງການປົກຄອງຂອງໂຢທາມ ແລະ ພາລະກິດທັງໝົດທີ່ເພິ່ນໄດ້ເຮັດແມ່ນບັນທຶກຢູ່ໃນປຶ້ມປະຫວັດສາດຂອງກະສັດແຫ່ງຢູດາຍບໍ່ແມ່ນບໍ? 37(ໃນສະໄໝນັ້ນພຣະເຈົ້າຢາເວໃຊ້ກະສັດເຣຊິນແຫ່ງອາຣາມ ແລະ ກະສັດເປກາ ລູກຊາຍຂອງເຣມາລີຢາມາໂຈມຕີຢູດາຍ). 38ໂຢທາມໄດ້ລ່ວງລັບໄປຢູ່ກັບບັນພະບຸລຸດຂອງເພິ່ນ ແລະ ຖືກຝັງໄວ້ຮ່ວມກັນໃນເມືອງດາວິດ, ເຊິ່ງເປັນເມືອງຂອງພໍ່ຂອງເພິ່ນ. ແລ້ວອາຮາດ ລູກຊາຍຂອງເພິ່ນກໍຂຶ້ນເປັນກະສັດແທນ.