Skip to content
The Believer's Library

Biblica® Open Lao Contemporary Version

2 Corinthians 6 OLCV

Side by side with the Father's Heart Bible™

1ໃນ​ຖານະ​ຜູ້ຮ່ວມງານ​ຂອງ​ພຣະເຈົ້າ ພວກເຮົາ​ຂໍຮ້ອງ​ພວກເຈົ້າ​ທັງຫລາຍ​ວ່າ ຢ່າ​ໃຫ້​ພຣະຄຸນ​ຂອງ​ພຣະເຈົ້າ​ທີ່​ໄດ້​ຮັບ​ນັ້ນ​ເສຍປະໂຫຍດ. 2ເພາະ​ພຣະອົງ​ກ່າວ​ວ່າ,“ໃນ​ເວລາ​ແຫ່ງ​ຄວາມກະລຸນາ​ຂອງ​ເຮົາ ເຮົາ​ໄດ້​ຟັງ​ພວກເຈົ້າແລະ ໃນ​ວັນ​ແຫ່ງ​ຄວາມພົ້ນ​ນັ້ນ ເຮົາ​ໄດ້​ຊ່ວຍ​ພວກເຈົ້າ”.ເຮົາ​ບອກ​ພວກເຈົ້າ​ວ່າ, ບັດນີ້ ເປັນ​ເວລາ​ແຫ່ງ​ຄວາມກະລຸນາ​ຂອງ​ພຣະເຈົ້າ, ບັດນີ້ ເປັນ​ວັນ​ແຫ່ງ​ຄວາມພົ້ນ.

ຄວາມລຳບາກ​ຂອງ​ໂປໂລ

3ພວກເຮົາ​ບໍ່​ເຮັດ​ໃຫ້​ທາງເດີນ​ຂອງ​ຜູ້ໃດ​ຊູນສະດຸດ, ເພື່ອ​ວ່າ​ພັນທະກິດ​ຂອງ​ພວກເຮົາ​ຈະ​ບໍ່​ຂາດ​ຄວາມເຊື່ອຖື. 4ແທນທີ່​ຈະ​ເປັນ​ຢ່າງ​ນັ້ນ ໃນ​ຖານະ​ເປັນ​ຜູ້ຮັບໃຊ້​ຂອງ​ພຣະເຈົ້າ​ພວກເຮົາ​ຍົກຍ້ອງ​ຕົນ​ເອງ​ໃນ​ທຸກ​ວິທີທາງ​ຄື: ໃນ​ຄວາມອົດທົນ​ອັນ​ໃຫຍ່, ໃນ​ການ​ມີ​ບັນຫາ, ໃນ​ຄວາມຍາກລຳບາກ ແລະ ຄວາມໂສກເສົ້າ; 5ໃນ​ການ​ຖືກ​ຂ້ຽນຕີ, ໃນ​ການ​ຖືກ​ຂັງ​ຄຸກ ແລະ ໃນ​ການ​ກໍ່​ຄວາມບໍ່ສະຫງົບ; ໃນ​ການ​ເຮັດວຽກ​ອັນ​ໜັກໜ່ວງ, ໃນ​ການ​ອົດ​ນອນ​ໃນ​ຍາມກາງຄືນ ແລະ ໃນ​ຄວາມອຶດຫິວ; 6ໃນ​ຄວາມບໍລິສຸດ, ໃນ​ຄວາມເຂົ້າໃຈ, ໃນ​ຄວາມອົດທົນ ແລະ ໃນ​ຄວາມເມດຕາ, ໃນ​ພຣະວິນຍານບໍລິສຸດເຈົ້າ ແລະ ໃນ​ຄວາມ​ຮັກ​ທີ່​ຈິງໃຈ; 7ໃນ​ຄຳເວົ້າ​ອັນ​ສັດຈິງ ແລະ ໃນ​ລິດອຳນາດ​ຂອງ​ພຣະເຈົ້າ; ດ້ວຍ​ອາວຸດ​ແຫ່ງ​ຄວາມຊອບທຳ​ໃນ​ມື​ຂວາ ແລະ ໃນ​ມື​ຊ້າຍ; 8ຜ່ານ​ທາງ​ກຽດ ແລະ ຄວາມເສື່ອມເສຍ, ໃນ​ຍາມ​ທີ່​ຄົນ​ວ່າ​ດີ ແລະ ໃນ​ຍາມ​ທີ່​ຄົນ​ວ່າ​ຊົ່ວ; ເປັນ​ຄົນ​ຈິງ​ໃຈ ແຕ່​ຖືກ​ຫາ​ວ່າ​ເປັນ​ຄົນ​ຫລອກລວງ; 9ເປັນ​ທີ່​ຮູ້ຈັກ ແຕ່​ຖືກ​ຫາ​ວ່າ​ບໍ່​ມີ​ຜູ້ໃດ​ຮູ້ຈັກ; ກຳລັງ​ຈະ​ຕາຍ ແຕ່​ພວກເຮົາ​ກໍ​ຍັງ​ມີຊີວິດ​ຢູ່​ຕໍ່ໄປ; ຖືກ​ຂ້ຽນຕີ ແຕ່​ກໍ​ຍັງ​ບໍ່​ເຖິງ​ຂັ້ນ​ຕາຍ; 10ເຕັມ​ດ້ວຍ​ຄວາມທຸກໂສກ ແຕ່​ກໍ​ຍັງ​ຊື່ນຊົມຍິນດີ​ສະເໝີ; ທຸກຍາກ ແຕ່​ກໍ​ຍັງ​ເຮັດ​ໃຫ້​ຫລາຍ​ຄົນ​ຮັ່ງມີ; ແລະ ບໍ່​ມີ​ອັນໃດ ແຕ່​ກໍ​ຍັງ​ເປັນ​ເຈົ້າຂອງ​ທຸກສິ່ງ.

11ຊາວ​ເມືອງ​ໂກຣິນໂທ​ເອີຍ, ພວກເຮົາ​ເວົ້າ​ກັບ​ພວກເຈົ້າ​ຢ່າງ​ອິດສະຫລະ ແລະ ໄດ້​ເປີດ​ໃຈ​ຂອງ​ພວກເຮົາ​ກວ້າງ​ໃຫ້​ແກ່​ພວກເຈົ້າ. 12ພວກເຮົາ​ບໍ່​ໄດ້​ລະງັບ​ຄວາມຮັກ​ຂອງ​ພວກເຮົາ​ຈາກ​ພວກເຈົ້າ ແຕ່​ພວກເຈົ້າ​ເປັນ​ຜູ້​ລະງັບ​ຄວາມ​ຮັກ​ຂອງ​ພວກເຈົ້າ​ຈາກ​ພວກເຮົາ. 13ເພື່ອ​ເປັນ​ການ​ແລກປ່ຽນ​ຢ່າງ​ຍຸຕິທຳ ເຮົາ​ຂໍ​ເວົ້າ​ກັບ​ພວກເຈົ້າ​ເໝືອນ​ເວົ້າ​ກັບ​ລູກ​ຂອງ​ເຮົາ​ວ່າ​ຈົ່ງ​ເປີດໃຈ​ຂອງ​ພວກເຈົ້າ​ໃຫ້​ກວ້າງ​ເໝືອນກັນ.

ຄຳເຕືອນ​ຕໍ່​ການຂາບໄຫວ້​ຮູບເຄົາລົບ

14ຢ່າ​ທຽມແອກ​ຮ່ວມ​ກັບ​ຄົນທີ່ບໍ່ເຊື່ອ. ເພາະ​ຄວາມຊອບທຳ​ກັບ​ຄວາມ​ອະທຳ​ຈະ​ມີ​ສິ່ງໃດ​ຮ່ວມກັນ​ໄດ້? ຫລື ຄວາມສະຫວ່າງ​ກັບ​ຄວາມມືດ​ຈະ​ສາມັກຄີທຳ​ກັນ​ໄດ້​ຢ່າງໃດ? 15ພຣະຄຣິດເຈົ້າ ແລະ ເບລີອາ​ຈະ​ລົງລອຍ​ກັນ​ໄດ້​ຢ່າງໃດ? ຜູ້ເຊື່ອ​ກັບ​ຜູ້​ບໍ່ເຊື່ອ​ຈະ​ມີ​ສິ່ງໃດ​ຮ່ວມກັນ​ໄດ້? 16ວິຫານ​ຂອງ​ພຣະເຈົ້າ ແລະ ວິຫານ​ຂອງ​ຮູບເຄົາລົບ​ຈະ​ມີ​ຂໍ້ຕົກລົງ​ກັນ​ໄດ້​ຢ່າງໃດ? ເພາະ​ພວກເຮົາ​ເປັນ​ວິຫານ​ຂອງ​ພຣະເຈົ້າ​ຜູ້​ມີຊີວິດ​ຢູ່. ຕາມ​ທີ່​ພຣະເຈົ້າ​ໄດ້​ກ່າວ​ວ່າ:“ເຮົາ​ຈະ​ຢູ່​ກັບ​ພວກເຂົາແລະ ເດີນ​ຢູ່​ທ່າມກາງ​ພວກເຂົາແລະ ເຮົາ​ຈະ​ເປັນ​ພຣະເຈົ້າ​ຂອງ​ພວກເຂົາແລະ ພວກເຂົາ​ຈະ​ເປັນ​ຄົນ​ຂອງ​ເຮົາ”.

17ດັ່ງນັ້ນ“ອົງພຣະຜູ້ເປັນເຈົ້າ​ກ່າວ​ວ່າ, ຈົ່ງ​ອອກມາແລະ ແຍກ​ອອກ​ຈາກ​ພວກເຂົາ.ຢ່າ​ແຕະຕ້ອງ​ສິ່ງ​ທີ່​ເປັນມົນທິນແລ້ວ​ເຮົາ​ຈະ​ຮັບ​ພວກເຈົ້າ”.

18ແລະ“ເຮົາ​ຈະ​ເປັນ​ບິດາ​ຂອງ​ພວກເຈົ້າແລ້ວ​ພວກເຈົ້າ​ຈະ​ເປັນ​ລູກຊາຍ​ລູກຍິງ​ຂອງ​ເຮົາ,ອົງພຣະຜູ້ເປັນເຈົ້າ​ຜູ້​ລິດອຳນາດຍິ່ງໃຫຍ່​ກ່າວ​ດັ່ງນີ້​ແຫລະ”.

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]