Side by side with the Father's Heart Bible™ 1ແລະ ຖ້ອຍຄຳຂອງຊາມູເອນກໍມາເຖິງປະຊາຊົນອິດສະຣາເອນທັງໝົດ. ຄັ້ງນັ້ນຊາວອິດສະຣາເອນໄດ້ອອກໄປສູ້ຮົບກັບຊາວຟີລິດສະຕິນ. ຊາວອິດສະຣາເອນໄດ້ຕັ້ງຄ້າຍພັກຢູ່ທີ່ເມືອງເອເບັນເອເຊ, ສ່ວນຊາວຟີລິດສະຕິນກໍໄດ້ຕັ້ງຄ້າຍພັກຢູ່ທີ່ເມືອງອາເຟັກ.
ຊາວຟີລິດສະຕິນຢຶດຫີບພັນທະສັນຍາໄປ
2ຊາວຟີລິດສະຕິນໄດ້ບຸກໜ້າເຂົ້າຕໍ່ສູ້ກັບຊາວອິດສະຣາເອນ ແລະ ເມື່ອການສູ້ຮົບໄດ້ຂະຫຍາຍອອກໄປ, ຊາວອິດສະຣາເອນພ່າຍແພ້ໃຫ້ຊາວຟີລິດສະຕິນ, ຖືກຂ້າຕາຍໄປປະມານສີ່ພັນຄົນໃນສະໜາມຮົບ. 3ເມື່ອພວກທະຫານກັບມາທີ່ຄ້າຍພັກ, ບັນດາຜູ້ອາວຸໂສຂອງອິດສະຣາເອນກໍໄດ້ເວົ້າກັນວ່າ, “ເປັນຫຍັງມື້ນີ້ພຣະເຈົ້າຢາເວຈຶ່ງໃຫ້ພວກເຮົາພ່າຍແພ້ພວກຟີລິດສະຕິນ? ໃຫ້ພວກເຮົາເອົາຫີບພັນທະສັນຍາຂອງພຣະເຈົ້າຢາເວຈາກຊີໂລມາບ່ອນນີ້, ເພື່ອພຣະອົງຈະໄດ້ຢູ່ກັບພວກເຮົາ ແລະ ຊ່ວຍເຫລືອພວກເຮົາຈາກມືຂອງສັດຕູຂອງພວກເຮົາ”.
4ດັ່ງນັ້ນ ປະຊາຊົນຈຶ່ງໄດ້ສົ່ງຄົນໄປທີ່ຊີໂລ ແລະ ພວກເຂົາໄດ້ນໍາເອົາຫີບພັນທະສັນຍາຂອງພຣະເຈົ້າຢາເວ ຜູ້ມີອຳນາດຍິ່ງໃຫຍ່, ຜູ້ນັ່ງເທິງບັນລັງລະຫວ່າງເຄຣຸບ ແລະ ລູກຊາຍທັງສອງຂອງເອລີ ຄືໂຮຟະນີ ແລະ ຟີເນຮາໄດ້ມາທີ່ນັ້ນພ້ອມກັບຫີບພັນທະສັນຍາຂອງພຣະເຈົ້າ.
5ເມື່ອຫີບພັນທະສັນຍາຂອງພຣະເຈົ້າຢາເວມາເຖິງຄ້າຍພັກ, ຊາວອິດສະຣາເອນທັງໝົດກໍພາກັນໂຫ່ຮ້ອງສຽງດັງປານແຜ່ນດິນຈະທະລາຍ. 6ເມື່ອຊາວຟີລິດສະຕິນໄດ້ຍິນສຽງອຶກກະທຶກນຶກນອງ, ພວກເຂົາກໍໄດ້ຖາມກັນວ່າ, “ເກີດຫຍັງຂຶ້ນຈຶ່ງມີສຽງໂຫ່ຮ້ອງທົ່ວຄ້າຍພັກຂອງພວກເຮັບເຣີ?” ເມື່ອພວກເຂົາຮູ້ວ່າຫີບພັນທະສັນຍາຂອງພຣະເຈົ້າຢາເວໄດ້ມາເຖິງຄ້າຍພັກ,
7ຊາວຟີລິດສະຕິນກໍພາກັນຢ້ານ ແລະ ຮ້ອງວ່າ, “ພະໄດ້ເຂົ້າມາໃນຄ້າຍພັກ, ໂອ ບໍ່! ບໍ່ເຄີຍມີເຫດການແບບນີ້ເກີດຂຶ້ນມາກ່ອນ. 8ພວກເຮົາຕາຍແທ້! ຜູ້ໃດຈະຊ່ວຍພວກເຮົາຈາກມືຂອງພະຜູ້ມີອຳນາດຍິ່ງໃຫຍ່ເຫລົ່ານີ້ໄດ້? ພະເຫລົ່ານີ້ແຫລະ ທີ່ທຳລາຍຊາວເອຢິບດ້ວຍໄພພິບັດທັງໝົດໃນຖິ່ນແຫ້ງແລ້ງກັນດານ. 9ຊາວຟີລິດສະຕິນທັງຫລາຍ, ຈົ່ງເຂັ້ມແຂງ! ໃຫ້ສົມກັບເປັນລູກຜູ້ຊາຍ, ບໍ່ດັ່ງນັ້ນພວກເຮົາຈະຕ້ອງກົ້ມຫົວໃຫ້ພວກເຮັບເຣີເໝືອນທີ່ພວກເຂົາເຄີຍກົ້ມຫົວໃຫ້ພວກເຮົາ. ຈົ່ງສູ້ຢ່າງລູກຜູ້ຊາຍ!”
10ດັ່ງນັ້ນ ພວກຟີລິດສະຕິນຈຶ່ງສູ້ຮົບ ແລະ ຄົນອິດສະຣາເອນກໍພ່າຍແພ້ ແລະ ທຸກຄົນກໍໜີໄປທີ່ເຕັນຂອງຕົນ. ມີການຂ້າກັນຄັ້ງໃຫຍ່; ທະຫານຮາບຂອງອິດສະຣາເອນຕາຍໄປສາມໝື່ນຄົນ. 11ຫີບພັນສັນຍາຂອງພຣະເຈົ້າຖືກຢຶດໄປ, ໂຮຟະນີ ແລະ ຟີເນຮາ ລູກຊາຍທັງສອງຂອງເອລີກໍຖືກຂ້າຕາຍ.
ການຕາຍຂອງເອລີ
12ຊາຍຕະກຸນເບັນຢາມິນຄົນໜຶ່ງໄດ້ໜີຈາກສະໜາມຮົບ ແລະ ໄດ້ໄປທີ່ຊີໂລໃນວັນນັ້ນດ້ວຍເຄື່ອງນຸ່ງທີ່ຈີກຂາດ ແລະ ມີຂີ້ຝຸ່ນຢູ່ເທິງຫົວ. 13ເມື່ອລາວມາຮອດ, ເອລີກໍກຳລັງນັ່ງຕັ່ງຂອງຕົນຢູ່ແຄມທາງ, ລໍຖ້າຟັງຂ່າວ, ເພາະຈິດໃຈຂອງເພິ່ນຢ້ານກົວເລື່ອງຫີບພັນທະສັນຍາຂອງພຣະເຈົ້າ. ເມື່ອຊາຍຄົນນັ້ນມາເຖິງເມືອງ ແລະ ເລົ່າເຫດການທີ່ໄດ້ເກີດຂຶ້ນ, ຄົນທັງເມືອງກໍພາກັນຮ້ອງໄຫ້.
14ເອລີໄດ້ຍິນສຽງຮ້ອງໄຫ້ກໍໄດ້ຖາມວ່າ, “ອຶກກະທຶກນຶກນອງຫຍັງ?” ຊາຍຄົນນັ້ນກໍຟ້າວເຂົ້າມາຫາເອລີ,
15ເອລີມີອາຍຸ 98 ປີ ແລະ ຕາຟາງເບິ່ງບໍ່ເຫັນ. 16ລາວໄດ້ບອກເອລີວ່າ, “ຂ້ານ້ອຍຫາກໍໜີມາຈາກສະໜາມຮົບ; ຂ້ານ້ອຍໜີມາມື້ນີ້”. ເອລີໄດ້ຖາມວ່າ, “ລູກເອີຍ, ເກີດຫຍັງຂຶ້ນ?”
17ຊາຍຄົນທີ່ນຳຂ່າວມານັ້ນໄດ້ຕອບວ່າ, “ຄົນອິດສະຣາເອນໄດ້ພ່າຍແພ້ຊາວຟີລິດສະຕິນ ແລະ ກອງທັບຂອງພວກເຮົາກໍເສຍຫາຍຫລາຍ. ໂຮຟະນີ ແລະ ຟີເນຮາລູກຊາຍທັງສອງຂອງທ່ານກໍຕາຍແລ້ວ ແລະ ຫີບພັນທະສັນຍາຂອງພຣະເຈົ້າກໍຖືກຢຶດໄປ”.
18ເມື່ອລາວເອີ່ຍເຖິງຫີບພັນທະສັນຍາຂອງພຣະເຈົ້າ, ເອລີກໍຫງາຍຫລັງຕົກຈາກຕັ່ງທີ່ຢູ່ແຄມປະຕູ. ຄໍຫັກ ແລະ ລາວກໍຕາຍ, ເພາະລາວເປັນຄົນເຖົ້າແກ່ຫລາຍ ແລະ ລາວກໍໂຕໜັກ. ລາວໄດ້ນໍາພາຊາວອິດສະຣາເອນມາເປັນເວລາສີ່ສິບປີ.
19ເມື່ອລູກໃພ້ຂອງເອລີ, ຄືເມຍຂອງຟີເນຮາ, ເຊິ່ງກຳລັງຖືພາໃກ້ຈະເກີດລູກ. ເມື່ອນາງໄດ້ຍິນວ່າຫີບພັນທະສັນຍາຖືກຢຶດໄປ ແລະ ໄດ້ຍິນວ່າພໍ່ປູ່ ແລະ ຜົວຂອງຕົນໄດ້ຕາຍແລ້ວ, ນາງກໍຮູ້ສຶກເຈັບທ້ອງຫລາຍ ແລະ ໄດ້ເກີດລູກ. 20ກ່ອນທີ່ນາງຈະເສຍຊີວິດ, ແມ່ຍິງທີ່ເບິ່ງແຍງນາງຢູ່ກໍເວົ້າກັບນາງວ່າ, “ຢ່າໝົດຫວັງ; ເຈົ້າໄດ້ລູກຊາຍ”. ແຕ່ນາງບໍ່ໄດ້ສົນໃຈ ຫລື ໂຕ້ຕອບປະການໃດ.
21ນາງໄດ້ຕັ້ງຊື່ເດັກນ້ອຍນັ້ນວ່າອີຄາບົດ, ນາງເວົ້າວ່າ, “ສະຫງ່າລາສີຖືກພາກໄປຈາກອິດສະຣາເອນແລ້ວ” ເພາະຫີບພັນທະສັນຍາຂອງພຣະເຈົ້າຖືກຢຶດໄປແລ້ວ ແລະ ຜົວຂອງນາງ ແລະ ພໍ່ປູ່ຂອງນາງກໍເສຍຊີວິດໄປດ້ວຍ. 22ນາງເວົ້າວ່າ, “ສະຫງ່າລາສີຖືກພາກໄປຈາກອິດສະຣາເອນແລ້ວ ເພາະຫີບພັນທະສັນຍາຂອງພຣະເຈົ້າຖືກຢຶດໄປ”.