1ມື້ໜຶ່ງໂຢນາທານລູກຂອງໂຊນໄດ້ເວົ້າກັບຊາຍໜຸ່ມຜູ້ຖືອາວຸດໃຫ້ຕົນວ່າ, “ໃຫ້ພວກເຮົາຂ້າມໄປຍັງກອງທະຫານຮັກສາການຂອງຟີລິດສະຕິນທາງຟາກພຸ້ນ”. ແຕ່ໂຢນາທານບໍ່ໄດ້ບອກພໍ່ຂອງຕົນ.
2ໂຊນໄດ້ຕັ້ງຄ້າຍພັກຢູ່ທີ່ຊາຍແດນເມືອງກີເບອາ ກ້ອງຕົ້ນພິລາທີ່ມິກໂຣນ. ທະຫານທັງຫົກຮ້ອຍຄົນກໍຢູ່ກັບເພິ່ນ, 3ໃນຈຳນວນນີ້ກໍມີອາຮີຢາຜູ້ໃສ່ເສື້ອຄຸມເອໂຟດຢູ່ນໍາດ້ວຍ, ລາວເປັນລູກຊາຍຂອງອາຮີຕຸບ ອ້າຍຂອງອີຄາບົດ, ອາຮີຕຸບເປັນລູກຊາຍຂອງຟີເນຮາ, ລູກຊາຍຂອງເອລີເຊິ່ງເປັນປະໂລຫິດຂອງພຣະເຈົ້າຢາເວຢູ່ທີ່ຊີໂລ. ບໍ່ມີຜູ້ໃດຮູ້ວ່າໂຢນາທານໄດ້ອອກຈາກຄ້າຍພັກໄປ.
4ໃນແຕ່ລະດ້ານຂອງທາງທີ່ໂຢນາທານຕ້ອງຂ້າມຊ່ອງແຄບໄປທີ່ກອງຮັກສາການຂອງຟີລິດສະຕິນນັ້ນມີໜ້າຜາ; ໜ້າຜາທີໜຶ່ງຊື່ວ່າໂບເຊັດ ແລະ ໜ້າຜາທີສອງຊື່ວ່າເສເນ. 5ໜ້າຜາທາງດ້ານເໜືອຢູ່ຕໍ່ໜ້າມິກມາດ, ໜ້າຜາທາງທິດໃຕ້ຢູ່ຕໍ່ໜ້າເກບາ.
6ໂຢນາທານໄດ້ກ່າວກັບຊາຍໜຸ່ມຜູ້ຖືອາວຸດຂອງຕົນວ່າ, “ມາ, ໃຫ້ພວກເຮົາຂ້າມໄປທີ່ກອງທະຫານຮັກສາການດ້ານນອກຂອງພວກທີ່ບໍ່ໄດ້ຮັບພິທີຕັດເຫລົ່ານັ້ນ. ບາງເທື່ອພຣະເຈົ້າຢາເວອາດຈະກະທຳການເພື່ອພວກເຮົາ. ບໍ່ມີສິ່ງໃດຂັດຂວາງບໍ່ໃຫ້ພຣະເຈົ້າຢາເວຊ່ວຍພວກເຮົາ, ບໍ່ວ່າຄົນຈະຫລາຍ ຫລື ໜ້ອຍ”.
7ຜູ້ຖືອາວຸດໄດ້ຕອບວ່າ, “ຂໍຈົ່ງເຮັດຕາມທີ່ທ່ານເຫັນດີ. ຂ້າພະເຈົ້າສະໜັບສະໜູນທ່ານເຕັມທີ່”.
8ໂຢນາທານກ່າວວ່າ, “ຖ້າດັ່ງນັ້ນກໍມາ, ພວກເຮົາຈະຂ້າມໄປຫາພວກເຂົາ ແລະ ໃຫ້ພວກເຂົາເຫັນພວກເຮົາ. 9ຖ້າພວກເຂົາເວົ້າກັບພວກເຮົາວ່າ, ‘ຢຸດຢູ່ບ່ອນນັ້ນ ຈົນກວ່າພວກເຮົາຈະໄປຫາພວກເຈົ້າ’, ພວກເຮົາກໍຈະຢຸດຢູ່ບ່ອນທີ່ພວກເຮົາຢູ່ ແລະ ບໍ່ບຸກເຂົ້າໄປຫາພວກເຂົາ. 10ແຕ່ຖ້າພວກເຂົາເວົ້າວ່າ, ‘ຈົ່ງຂຶ້ນມາຫາພວກເຮົາ’ ພວກເຮົາກໍຈະປີນຂຶ້ນໄປ, ເພາະນັ້ນຈະເປັນໝາຍສຳຄັນແກ່ພວກເຮົາວ່າພຣະເຈົ້າຢາເວໄດ້ມອບພວກເຂົາໄວ້ໃນມືຂອງພວກເຮົາແລ້ວ”.
11ດັ່ງນັ້ນ ທັງສອງຈຶ່ງສະແດງໂຕໃຫ້ກອງຮັກສາການຟີລິດສະຕິນເຫັນ. ຊາວຟີລິດສະຕິນກໍຮ້ອງວ່າ, “ເບິ່ງແມ! ພວກເຮັບເຣີຄານອອກມາຈາກຮູທີ່ຕົນລີ້ຢູ່ແລ້ວ”. 12ພວກເຂົາກໍໄດ້ຮ້ອງບອກໂຢນາທານ ແລະ ຜູ້ຕິດຕາມວ່າ, “ຈົ່ງຂຶ້ນມາ ແລະ ພວກເຮົາຈະສອນບົດຮຽນໃຫ້”. ໂຢນາທານໄດ້ຮ້ອງບອກຜູ້ຖືອາວຸດວ່າ, “ປີນຕາມຫລັງເຮົາມາເລີຍ; ພຣະເຈົ້າຢາເວໄດ້ມອບພວກເຂົາໄວ້ໃນມືຂອງອິດສະຣາເອນແລ້ວ”.
13ໂຢນາທານກໍໄດ້ປີນຂຶ້ນໄປໂດຍໃຊ້ມື ແລະ ຕີນຂອງຕົນ, ຜູ້ຖືອາວຸດປີນຕາມຫລັງລາວ, ພ້ອມດ້ວຍຜູ້ຖືຊຸດເກາະຢູ່ດ້ານຫລັງ. ຊາວຟີລິດສະຕິນລົ້ມຕາຍຕໍ່ໜ້າໂຢນາທານ ແລະ ຜູ້ຖືອາວຸດຂອງໂຢນາທານກໍຂ້າຕາມຫລັງມາ. 14ໃນການບຸກໂຈມຕີຄັ້ງທຳອິດນີ້ ໂຢນາທານກັບຜູ້ຖືອາວຸດຂອງຕົນໄດ້ຂ້າຄົນຕາຍໄປຊາວຄົນໃນເນື້ອທີ່ປະມານໜຶ່ງໄລ່.
ອິດສະຣາເອນເອົາຊະນະຟີລິດສະຕິນ
15ຄວາມຕື່ນຕົກໃຈໄດ້ແຜ່ໄປທົ່ວກອງທັບຟີລິດສະຕິນ ທັງບັນດາຄົນທີ່ຢູ່ໃນຄ້າຍ ແລະ ໃນທົ່ງນາ ທັງບັນດາຄົນທີ່ຢູ່ໃນກອງທະຫານຮັກສາການກັບກອງໂຈນ ແລະ ເກີດແຜ່ນດິນໄຫວ. ເປັນຄວາມຕື່ນຕົກໃຈທີ່ພຣະເຈົ້າສົ່ງມາ.
16ກອງຮັກສາການຂອງໂຊນທີ່ກີເບອາໃນເຂດເບັນຢາມິນເຫັນກອງທັບແຕກກະຈັດກະຈາຍໄປຄົນລະທິດລະທາງ. 17ໂຊນຈຶ່ງໄດ້ກ່າວກັບທະຫານທີ່ຢູ່ນໍາວ່າ, “ຈົ່ງຮວມພົນ ແລະ ກວດເບິ່ງວ່າມີຜູ້ໃດແດ່ບໍ່ຢູ່ທີ່ນີ້” ແລະ ເມື່ອພວກເຂົາກວດເບິ່ງແລ້ວກໍພົບວ່າໂຢນາທານກັບຜູ້ຖືອາວຸດບໍ່ໄດ້ຢູ່ທີ່ນັ້ນ.
18ໂຊນໄດ້ເວົ້າກັບອາຮີຢາວ່າ, “ຈົ່ງນຳຫີບພັນທະສັນຍາຂອງພຣະເຈົ້າມາທີ່ນີ້”. (ຄັ້ງນັ້ນຫີບພັນທະສັນຍາຂອງພຣະເຈົ້າຢູ່ກັບຊາວອິດສະຣາເອນ). 19ໃນຂະນະທີ່ໂຊນກຳລັງເວົ້າກັບປະໂລຫິດຢູ່ນັ້ນ ຄວາມວຸ້ນວາຍໃນຄ້າຍພັກຂອງຟີລິດສະຕິນຍິ່ງດັງອຶກກະທຶກຫລາຍຂຶ້ນເລື້ອຍໆ. ດັ່ງນັ້ນ ໂຊນຈຶ່ງໄດ້ເວົ້າກັບປະໂລຫິດວ່າ, “ຢັ້ງມືໄວ້ກ່ອນ”.
20ແລ້ວໂຊນກັບຄົນທັງໝົດກໍຮວມຕົວກັນ ແລະ ໄປສູ້ຮົບ. ພວກເຂົາເຫັນຊາວຟີລິດສະຕິນກຳລັງວຸ້ນວາຍໃຊ້ດາບຂອງຕົນຂ້າກັນເອງ. 21ບັນດາຄົນເຮັບເຣີທີ່ກ່ອນໜ້ານີ້ຢູ່ຝ່າຍຟີລິດສະຕິນ ແລະ ໄປທີ່ຄ້າຍພັກຂອງພວກເຂົາກໍກັບເຂົ້າມາສົມທົບກັບຊາວອິດສະຣາເອນທີ່ຢູ່ຝ່າຍໂຊນ ແລະ ໂຢນາທານ. 22ເມື່ອຄົນອິດສະຣາເອນທັງໝົດທີ່ລີ້ຢູ່ໃນແຖບເນີນພູຂອງເອຟຣາອິມໄດ້ຂ່າວວ່າພວກຟີລິດສະຕິນແລ່ນປົບໜີ, ພວກເຂົາກໍມາຮ່ວມໂຈມຕີນໍາ. 23ດັ່ງນັ້ນ ພຣະເຈົ້າຢາເວໄດ້ຊ່ວຍຊາວອິດສະຣາເອນໃນມື້ນັ້ນ ແລະ ສົງຄາມຂະຫຍາຍກາຍເມືອງເບັດອາເວນໄປ.
ໂຢນາທານກິນນ້ຳເຜິ້ງ
24ໃນມື້ນັ້ນຊາວອິດສະຣາເອນຕ້ອງທຸກທໍລະມານຫລາຍ, ເພາະໂຊນໄດ້ໃຫ້ປະຊາຊົນສາບານວ່າ, “ຂໍໃຫ້ການສາບແຊ່ງຕົກຖືກຜູ້ທີ່ກິນອາຫານກ່ອນຮອດຄ່ຳວັນນີ້, ຈົນກວ່າເຮົາຈະໄດ້ແກ້ແຄ້ນສັດຕູ!” ດັ່ງນັ້ນ ຈຶ່ງບໍ່ມີທະຫານຄົນໃດກິນອາຫານ.
25ກອງທັບທັງໝົດໄດ້ເຂົ້າໄປໃນປ່າ ແລະ ກໍມີນ້ຳເຜິ້ງຢູ່ຕາມພື້ນ. 26ເມື່ອພວກເຂົາເຂົ້າໄປໃນປ່າ, ພວກເຂົາໄດ້ເຫັນນ້ຳເຜິ້ງຍ້ອຍອອກມາ; ກໍບໍ່ມີຜູ້ໃດກ້າເອົາມືແຕະກິນ, ເພາະຢ້ານຄຳສາບານ. 27ແຕ່ໂຢນາທານບໍ່ໄດ້ຍິນຄຳສັ່ງຂອງພໍ່ຂອງຕົນທີ່ໃຫ້ປະຊາຊົນສາບານ, ຈຶ່ງເອົາໄມ້ຄ້ອນເທົ້າທີ່ຖືຢູ່ໃນມືຂອງຕົນນັ້ນ ແຍ່ເຂົ້າໄປໃນຮັງເຜິ້ງ. ເມື່ອລາວໄດ້ກິນນໍ້າເຜິງແລ້ວ, ຕາຂອງລາວກໍສົດໃສ. 28ຫລັງຈາກນັ້ນ ທະຫານຄົນໜຶ່ງຈຶ່ງບອກໂຢນາທານວ່າ, “ພໍ່ຂອງທ່ານໄດ້ໃຫ້ທະຫານສາບານໄວ້ຢ່າງເຄັ່ງຄັດວ່າ, ‘ຂໍສາບແຊ່ງຄົນທີ່ກິນອາຫານກ່ອນຄ່ຳວັນນີ້!’ ດ້ວຍເຫດນີ້ຄົນທັງຫລາຍຈຶ່ງອ່ອນເພຍໝົດ”.
29ໂຢນາທານໄດ້ເວົ້າວ່າ, “ພໍ່ຂອງເຮົາສ້າງຄວາມຫຍຸ້ງຍາກໃຫ້ປະຊາຊົນ. ເບິ່ງແມ ຕາຂອງເຮົາສົດໃສຫລາຍເທົ່າໃດເມື່ອໄດ້ຊິມນ້ຳເຜິງພຽງແຕ່ໜ້ອຍດຽວ. 30ຖ້າຄົນເຫລົ່ານີ້ໄດ້ກິນອາຫານທີ່ຢຶດມາຈາກສັດຕູຈະດີຫລາຍເທົ່າໃດ. ພວກເຂົາຈະບໍ່ຂ້າຊາວຟີລິດສະຕິນໄດ້ຫລາຍກວ່ານີ້ບໍ?”
31ໃນວັນນັ້ນ, ຫລັງຈາກທີ່ຊາວອິດສະຣາເອນໄດ້ໄລ່ຕາມຂ້າຊາວຟີລິດສະຕິນຕັ້ງແຕ່ມິກມາດໄປຈົນເຖິງໄອຢາໂລນ, ພວກເຂົາກໍໝົດແຮງ. 32ພວກເຂົາຈຶ່ງບຸກເຂົ້າໄປຫາສິ່ງຂອງທີ່ຢຶດມາໄດ້ ແລະ ຂ້າແກະ, ງົວ ແລະ ງົວນ້ອຍ, ພວກເຂົາໄດ້ຂ້າສັດຢູ່ກັບທີ່ ແລະ ໄດ້ກິນຊີ້ນທີ່ຍັງມີເລືອດຢູ່. 33ຫລັງຈາກນັ້ນ ມີບາງຄົນເວົ້າກັບໂຊນວ່າ, “ເບິ່ງແມ, ຄົນທັງຫລາຍໄດ້ເຮັດບາບຕໍ່ພຣະເຈົ້າຢາເວໂດຍກິນຊີ້ນທີ່ຍັງມີເລືອດຢູ່”. ໂຊນໄດ້ເວົ້າວ່າ, “ພວກເຈົ້າຜິດຄຳສາບານແລ້ວ. ຈົ່ງກິ້ງຫີນກ້ອນໃຫຍ່ມາວາງໄວ້ບ່ອນນີ້ທັນທີ”.
34ແລ້ວເພິ່ນກໍເວົ້າຕໍ່ໄປວ່າ, “ຈົ່ງໄປບອກທະຫານກອງຕ່າງໆວ່າ, ‘ພວກເຈົ້າແຕ່ລະຄົນຈົ່ງເອົາງົວ ແລະ ແກະມາໃຫ້ເຮົາ ແລະ ຂ້າພວກມັນຢູ່ບ່ອນນີ້. ຢ່າເຮັດບາບຕໍ່ພຣະເຈົ້າຢາເວໂດຍກິນຊີ້ນທີ່ຍັງມີເລືອດຢູ່ເລີຍ’ ”. ດັ່ງນັ້ນ ທຸກຄົນຈຶ່ງນຳງົວຂອງຕົນມາຂ້າຢູ່ທີ່ນັ້ນໃນຄືນນັ້ນ.
35ຫລັງຈາກນັ້ນ ໂຊນຈຶ່ງກໍ່ແທ່ນບູຊາຂຶ້ນຖວາຍແກ່ພຣະເຈົ້າຢາເວ; ເປັນຄັ້ງທຳອິດທີ່ໂຊນໄດ້ເຮັດເຊັ່ນນີ້.
36ໂຊນເວົ້າວ່າ, “ໃຫ້ພວກເຮົາລົງໄປໄລ່ຕາມຊາວຟີລິດສະຕິນຕະຫລອດຄືນ ແລະ ປຸ້ນພວກເຂົາຈົນຮອດເຊົ້າ ແລ້ວຢ່າປ່ອຍໃຫ້ຜູ້ໃດລອດຊີວິດໄປໄດ້”. ພວກເຂົາໄດ້ຕອບວ່າ, “ຂໍເຮັດຕາມທີ່ທ່ານເຫັນດີນັ້ນ”. ແຕ່ປະໂລຫິດເວົ້າວ່າ, “ໃຫ້ພວກເຮົາຖາມພຣະເຈົ້າກ່ອນ”.
37ດັ່ງນັ້ນ ໂຊນຈຶ່ງຖາມພຣະເຈົ້າວ່າ, “ຂ້ານ້ອຍຄວນໄລ່ຕາມຊາວຟີລິດສະຕິນບໍ? ພຣະອົງຈະມອບພວກເຂົາໄວ້ໃນມືຂອງອິດສະຣາເອນບໍ?” ແຕ່ພຣະເຈົ້າບໍ່ໄດ້ຕອບຫຍັງໃນວັນນັ້ນ.
38ເຫດສະນັ້ນ ໂຊນຈຶ່ງກ່າວກັບພວກຜູ້ນຳຂອງກອງທັບວ່າ, “ຈົ່ງມາທີ່ນີ້, ທຸກຄົນທີ່ເປັນຜູ້ນໍາກອງທັບ ແລະ ໃຫ້ພວກເຮົາຫາໃຫ້ໄດ້ວ່າມື້ນີ້ມີຜູ້ໃດເຮັດບາບຫຍັງແດ່. 39ພຣະເຈົ້າຢາເວຜູ້ຊ່ວຍກອບກູ້ອິດສະຣາເອນດຳລົງຢູ່ສັນໃດ, ແມ່ນວ່າຜູ້ເຮັດຜິດຈະເປັນໂຢນາທານລູກຂອງເຮົາເອງ, ລາວກໍຈະຕ້ອງຕາຍສັນນັ້ນ”. ແຕ່ບໍ່ມີຜູ້ໃດໃນພວກເຂົາເວົ້າຫຍັງ.
40ແລ້ວໂຊນຈຶ່ງກ່າວກັບຊົນຊາດອິດສະຣາເອນທັງໝົດວ່າ, “ໂຢນາທານກັບເຮົາຈະຢືນຢູ່ບ່ອນນີ້; ສ່ວນພວກເຈົ້າຢືນຢູ່ບ່ອນນັ້ນ”. ພວກເຂົາຕອບວ່າ, “ຂໍເຮັດຕາມທີ່ທ່ານເຫັນວ່າດີທີ່ສຸດ”.
41ແລ້ວໂຊນກໍອະທິຖານຕໍ່ພຣະເຈົ້າຢາເວ, ພຣະເຈົ້າແຫ່ງອິດສະຣາເອນວ່າ, “ເປັນຫຍັງພຣະອົງບໍ່ຕອບຜູ້ຮັບໃຊ້ຂອງພຣະອົງໃນມື້ນີ້?” ຖ້າຂ້ານ້ອຍ ຫລື ໂຢນາທານລູກຊາຍຂອງຂ້ານ້ອຍເປັນຄົນເຮັດຜິດ, ກໍຂໍໃຫ້ສະຫລາກອອກມາເປັນອູລິມ, ແຕ່ຖ້າຊາວອິດສະຣາເອນເປັນຄົນເຮັດຜິດ ກໍຂໍໃຫ້ສະຫລາກອອກມາເປັນທຸມມິມ. ຜົນການຈັບສະຫລາກປາກົດວ່າໂຢນາທານ ແລະ ໂຊນເປັນຜູ້ເຮັດຜິດ, ສ່ວນປະຊາຊົນແມ່ນພົ້ນຄວາມຜິດ. 42ໂຊນຈຶ່ງໄດ້ເວົ້າວ່າ, “ບັດນີ້ ຈົ່ງຈັບສະຫລາກລະຫວ່າງເຮົາກັບໂຢນາທານລູກຊາຍຂອງເຮົາ”. ແລ້ວສະຫລາກກໍຕົກຖືກໂຢນາທານ.
43ໂຊນໄດ້ເວົ້າກັບໂຢນາທານວ່າ, “ຈົ່ງບອກພໍ່ວ່າເຈົ້າໄດ້ເຮັດຫຍັງ”. ໂຢນາທານຈຶ່ງຕອບວ່າ, “ລູກພຽງແຕ່ຊິມນ້ຳເຜິ້ງໜ້ອຍດຽວ ພຽງແຕ່ຕິດປາຍໄມ້ເທົ່ານັ້ນ. ແລ້ວບັດນີ້ລູກຈະຕ້ອງຕາຍ!”
44ໂຊນເວົ້າວ່າ, “ໂຢນາທານ, ຖ້າເຈົ້າບໍ່ຖືກລົງໂທດເຖິງຕາຍ, ກໍຂໍພຣະເຈົ້າຈັດການກັບພໍ່ຢ່າງສາຫັດ”.
45ແຕ່ທະຫານທັງຫລາຍເວົ້າກັບໂຊນວ່າ, “ໂຢນາທານໄດ້ເຮັດການກອບກູ້ຄັ້ງໃຫຍ່ໃນອິດສະຣາເອນນີ້ສົມຄວນຕາຍບໍ? ພຣະເຈົ້າຢາເວດຳລົງຢູ່ສັນໃດ, ແມ່ນແຕ່ຜົມເສັ້ນດຽວຢູ່ເທິງຫົວຂອງລາວກໍຈະບໍ່ຕົກເຖິງພື້ນສັນນັ້ນ, ເພາະລາວໄດ້ເຮັດສິ່ງນີ້ໃນມື້ນີ້ໂດຍຄວາມຊ່ວຍເຫລືອຂອງພຣະເຈົ້າ”. ດັ່ງນັ້ນ ປະຊາຊົນໄດ້ຊ່ວຍຊີວິດຂອງໂຢນາທານໄວ້ ແລະ ລາວຈຶ່ງບໍ່ຖືກຂ້າ.
46ຫລັງຈາກນັ້ນ ໂຊນຈຶ່ງຖອຍທັບເຊົາຕິດຕາມຊາວຟີລິດສະຕິນ ແລະ ພວກເຂົາກໍກັບຄືນມາເຮືອນຂອງຕົນ.
47ຫລັງຈາກທີ່ໂຊນໄດ້ປົກຄອງອິດສະຣາເອນແລ້ວ, ເພິ່ນກໍໄດ້ສູ້ຮົບກັບສັດຕູທຸກດ້ານຄື: ໂມອາບ, ອຳໂມນ, ເອໂດມ, ກະສັດທັງຫລາຍແຫ່ງໂຊບາ ແລະ ຊາວຟີລິດສະຕິນ. ບໍ່ວ່າເພິ່ນຈະຫັນໄປທາງໃດ ເພິ່ນກໍໄດ້ຮັບໄຊຊະນະ. 48ເພິ່ນສູ້ຮົບຢ່າງກ້າຫານ ແລະ ຊະນະຊາວອາມາເຫລັກ, ປົດປ່ອຍຊາວອິດສະຣາເອນໃຫ້ພົ້ນຈາກມືຂອງບັນດາຄົນທີ່ມາປຸ້ນພວກເຂົາ.
ຄອບຄົວຂອງໂຊນ
49ລູກຊາຍຂອງໂຊນມີ ໂຢນາທານ, ອິດຊະວີ ແລະ ມັນກີຊູອາ. ຊື່ລູກສາວກົກຂອງເພິ່ນຊື່ວ່າເມຣາບ ແລະ ລູກສາວຫລ້າຊື່ວ່າມີການ. 50ເມຍຂອງໂຊນມີຊື່ວ່າອາຮີໂນອາມລູກຂອງອາຮິມາອາດ, ແມ່ທັບຂອງໂຊນຄືອັບເນ ລູກຊາຍຂອງເນຣະ ເຊິ່ງເປັນລຸງຂອງໂຊນ. 51ເນຣະພໍ່ຂອງອັບເນ ແລະ ກີເຊພໍ່ຂອງໂຊນ ເປັນລູກຊາຍຂອງອາບີເອນ.
52ຊາວອິດສະຣາເອນຕ້ອງສູ້ຮົບກັບຊາວຟີລິດສະຕິນຕະຫລອດສະໄໝການປົກຄອງຂອງໂຊນ ແລະ ທຸກຄັ້ງທີ່ໂຊນເຫັນຊາຍໜຸ່ມ ຫລື ຜູ້ກ້າຫານກໍຈະເກນໃຫ້ມາຮັບໃຊ້ເພິ່ນ.