Side by side with the Father's Heart Bible™ ການເກີດຂອງຊາມູເອນ
1ມີຊາຍຕະກູນສູເຟຄົນໜຶ່ງຈາກຣາມາທາອິມ, ຈາກເຂດພູດອຍເອຟຣາອິມ, ຜູ້ທີ່ມີຊື່ວ່າເອນການາລູກຊາຍຂອງເຢໂຣຮາມ, ລູກຊາຍຂອງເອລີຮູ, ລູກຊາຍຂອງໂຕຮູ, ລູກຊາຍຂອງສູເຟ, ຊາວເອຟຣາອິມ. 2ເອນການາມີເມຍສອງຄົນ; ຄົນໜຶ່ງຊື່ວ່ານາງຮັນນາ ແລະ ອີກຄົນໜຶ່ງຊື່ວ່ານາງເປນິນນາ. ນາງເປນິນນາມີລູກຫລາຍຄົນ, ສ່ວນນາງຮັນນາແມ່ນບໍ່ມີລູກ.
3ຊາຍຜູ້ນີ້ຈະເດີນທາງຂຶ້ນໄປຈາກເມືອງຂອງຕົນເພື່ອໄປນະມັດສະການ ແລະ ຖວາຍເຄື່ອງບູຊາແດ່ພຣະເຈົ້າຢາເວຜູ້ມີລິດອຳນາດຍິ່ງໃຫຍ່ຢູ່ທີ່ຊີໂລທຸກປີ, ໂຮຟະນີ ແລະ ຟີເນຮາ, ລູກຊາຍທັງສອງຂອງເອລີເປັນປະໂລຫິດຂອງພຣະເຈົ້າຢາເວຢູ່ທີ່ນັ້ນ. 4ທຸກຄັ້ງທີ່ຖວາຍເຄື່ອງບູຊາ, ເອນການາຈະເອົາຊີ້ນຫລາຍສ່ວນໃຫ້ນາງເປນິນນາ ແລະ ລູກຊາຍກັບລູກສາວທຸກຄົນຂອງນາງ. 5ແຕ່ສຳລັບນາງຮັນນາ ລາວຈະເອົາໃຫ້ເຖິງສອງສ່ວນເພາະລາວຮັກນາງ ແລະ ພຣະເຈົ້າຢາເວໄດ້ປິດມົດລູກຂອງນາງໄວ້. 6ເພາະພຣະເຈົ້າຢາເວໄດ້ປິດມົດລູກຂອງນາງ, ນາງເປນິນນາຈຶ່ງຄອຍຍຸແຍ່ນາງຮັນນາໃຫ້ຂຸ່ນເຄືອງໃຈ. 7ເຫດການເຊັ່ນນີ້ໄດ້ເປັນໄປຫລາຍປີ. ເມື່ອໃດກໍຕາມທີ່ນາງຮັນນາຂຶ້ນໄປທີ່ວິຫານຂອງພຣະເຈົ້າຢາເວ, ນາງເປນິນນາຄູ່ແຂ່ງຂອງນາງກໍຈະຍຸແຍ່ຈົນນາງຮ້ອງໄຫ້ບໍ່ຍອມກິນຫຍັງ. 8ເອນການາຜົວຂອງນາງກໍຈະເວົ້າກັບນາງວ່າ, “ຮັນນາ, ນ້ອງຮ້ອງໄຫ້ເຮັດຫຍັງ? ເປັນຫຍັງບໍ່ຍອມກິນອາຫານ? ເປັນຫຍັງຈຶ່ງທຸກໃຈ? ນ້ອງມີອ້າຍບໍ່ດີກວ່າມີລູກຊາຍສິບຄົນບໍ?”
9ຄັ້ງໜຶ່ງຂະນະຢູ່ທີ່ຊີໂລ ຫລັງຈາກທີ່ພວກເຂົາກິນ ແລະ ດື່ມແລ້ວ, ນາງຮັນນາກໍໄດ້ລຸກຂຶ້ນ. ບັດນີ້ ປະໂລຫິດເອລີກໍກຳລັງນັ່ງຢູ່ເທິງຕັ່ງຂ້າງເສົາປະຕູເຮືອນຂອງພຣະເຈົ້າຢາເວ. 10ນາງຮັນນາໄດ້ອະທິຖານຮ້ອງໄຫ້ດ້ວຍຄວາມທຸກໃຈຢ່າງຂົມຂື່ນຕໍ່ພຣະເຈົ້າຢາເວ. 11ແລະ ນາງໄດ້ປະຕິຍານວ່າ, “ຂ້າແດ່ພະຢາເວຜູ້ມີລິດອຳນາດຍິ່ງໃຫຍ່, ຖ້າຫາກພຣະອົງພຽງແຕ່ເບິ່ງເຫັນຄວາມໂສກເສົ້າຂອງຜູ້ຮັບໃຊ້ຂອງພຣະອົງ ແລະ ລະນຶກເຖິງຂ້ານ້ອຍ ແລະ ຖ້າບໍ່ລືມຜູ້ຮັບໃຊ້ຂອງພຣະອົງ ແຕ່ມອບລູກຊາຍຄົນໜຶ່ງໃຫ້ແກ່ຂ້ານ້ອຍ, ແລ້ວຂ້ານ້ອຍກໍຈະຖວາຍລູກຊາຍແດ່ພຣະເຈົ້າຢາເວຕະຫລອດຊີວິດຂອງລາວ, ແລະ ມີດແຖຈະບໍ່ແຕະຖືກຫົວຂອງລາວເລີຍ”.
12ຂະນະທີ່ນາງກຳລັງອະທິຖານຕໍ່ພຣະເຈົ້າຢາເວຢູ່ນັ້ນ, ເອລີໄດ້ສັງເກດເຫັນຮີມສົບຂອງນາງ. 13ນາງຮັນນາອະທິຖານຢູ່ໃນໃຈ, ແລະ ຮີມສົບຂອງນາງກໍເໜັງແຕ່ບໍ່ໄດ້ຍິນສຽງຂອງນາງ. ເອລີກໍຄິດວ່ານາງເມົາເຫລົ້າ 14ແລະ ເວົ້າກັບນາງວ່າ, “ເຈົ້າຈະເມົາໄປອີກດົນປານໃດ? ຈົ່ງຢຸດດື່ມເຫລົ້າອະງຸ່ນ”.
15ຮັນນາໄດ້ຕອບວ່າ, “ບໍ່ແມ່ນເຊັ່ນນັ້ນ, ທ່ານເອີຍ, ຂ້ານ້ອຍຄືຍິງຜູ້ທຸກໃຈໜັກ. ຂ້ານ້ອຍບໍ່ໄດ້ດື່ມເຫລົ້າອະງຸ່ນ ຫລື ເບຍ; ແຕ່ຂ້ານ້ອຍກຳລັງລະບາຍຄວາມໃນໃຈຕໍ່ພຣະເຈົ້າຢາເວ. 16ຂໍຢ່າເຂົ້າໃຈຜິດວ່າຜູ້ຮັບໃຊ້ຂອງທ່ານເປັນຍິງຊົ່ວ; ຂ້ານ້ອຍກຳລັງອະທິຖານດ້ວຍຄວາມເຈັບປວດ ແລະ ດ້ວຍຄວາມໂສກເສົ້າຫລາຍ”.
17ເອລີໄດ້ຕອບວ່າ, “ຈົ່ງໄປເປັນສຸກ ແລະ ຂໍໃຫ້ພຣະເຈົ້າແຫ່ງອິດສະຣາເອນມອບໃຫ້ຕາມທີ່ເຈົ້າໄດ້ຂໍຈາກພຣະອົງ”.
18ນາງໄດ້ເວົ້າວ່າ, “ຂໍໃຫ້ຜູ້ຮັບໃຊ້ຂອງທ່ານເປັນທີ່ພໍໃຈໃນສາຍຕາຂອງທ່ານ”. ແລ້ວນາງກໍກັບໄປກິນອາຫານ ແລະ ສີໜ້າຂອງນາງກໍບໍ່ໂສກເສົ້າອີກ.
19ເຊົ້າຂອງມື້ຕໍ່ມາພວກເຂົາໄດ້ຕື່ນແຕ່ເຊົ້າ ແລະ ນະມັດສະການຕໍ່ໜ້າພຣະເຈົ້າຢາເວ ແລະ ຫລັງຈາກນັ້ນກໍກັບໄປເຮືອນທີ່ຢູ່ຣາມາ. ເອນການາຫລັບນອນກັບນາງຮັນນາເມຍຂອງລາວ ແລະ ພຣະເຈົ້າຢາເວກໍລະນຶກເຖິງນາງ. 20ດັ່ງນັ້ນ ເມື່ອເຖິງເວລາກຳນົດນາງຮັນນາກໍຖືພາ ແລະ ເກີດລູກຊາຍຄົນໜຶ່ງ. ນາງໄດ້ຕັ້ງຊື່ໃຫ້ລູກວ່າຊາມູເອນ, ໂດຍເວົ້າວ່າ, “ເພາະຂ້ອຍໄດ້ຂໍລູກຈາກພຣະເຈົ້າຢາເວ”.
ຮັນນາຖວາຍຊາມູເອນ
21ເມື່ອເອນການາຜົວຂອງນາງ ແລະ ຄອບຄົວຂຶ້ນໄປຖວາຍເຄື່ອງບູຊາປະຈຳປີແດ່ພຣະເຈົ້າຢາເວ ແລະ ເຮັດຕາມທີ່ໄດ້ປະຕິຍານໄວ້, 22ນາງຮັນນາບໍ່ໄດ້ໄປນໍາ. ນາງບອກຜົວຂອງຕົນວ່າ, “ຫລັງຈາກທີ່ລູກຊາຍຄົນນີ້ອອກນົມແລ້ວ, ນ້ອງຈະພາລູກໄປ ແລະ ຖວາຍລູກຕໍ່ໜ້າພຣະເຈົ້າຢາເວ ແລະ ລູກຈະໃຊ້ຊີວິດຢູ່ທີ່ນັ້ນຕະຫລອດໄປ”.
23ເອນການາຜົວຂອງນາງໄດ້ບອກນາງວ່າ, “ຈົ່ງເຮັດຕາມທີ່ນ້ອງເຫັນວ່າດີທີ່ສຸດ. ຈົ່ງຢູ່ທີ່ນີ້ຈົນກວ່າລູກຈະອອກນົມກ່ອນ; ຂໍໃຫ້ເປັນໄປຕາມຖ້ອຍຄໍາຂອງພຣະເຈົ້າຢາເວ”. ດັ່ງນັ້ນ ນາງຈຶ່ງຢູ່ບ້ານ ແລະ ລ້ຽງດູລູກຂອງນາງຈົນເດັກນ້ອຍນັ້ນອອກນົມ.
24ຫລັງຈາກອອກນົມແລ້ວ, ນາງກໍພາເດັກນ້ອຍຄົນນັ້ນມານໍາ, ໃນຂະນະທີ່ເດັກນ້ອຍນັ້ນຍັງນ້ອຍຢູ່, ພ້ອມດ້ວຍງົວຜູ້ອາຍຸສາມປີໜຶ່ງໂຕ, ແປ້ງປະມານ 1 ເອຟາ ແລະ ເຫລົ້າອະງຸ່ນໜຶ່ງຖົງໜັງ ແລະ ພາເດັກນ້ອຍນັ້ນໄປຍັງວິຫານຂອງພຣະເຈົ້າຢາເວຢູ່ທີ່ຊີໂລ. 25ເມື່ອພວກເຂົາຂ້າງົວຖວາຍສຳເລັດແລ້ວ, ພວກເຂົາກໍພາເດັກນ້ອຍນັ້ນມາພົບເອລີ, 26ແລະ ນາງຮັນນາກໍໄດ້ເວົ້າກັບເອລີວ່າ, “ທ່ານເອີຍ, ທ່ານມີຊີວິດຢູ່ສັນໃດ, ຂ້ອຍຄືຍິງທີ່ເຄີຍມາຢືນອະທິຖານຕໍ່ພຣະເຈົ້າຢາເວຢູ່ບ່ອນນີ້. 27ຂ້ອຍອະທິຖານຂໍລູກຊາຍຄົນນີ້ ແລະ ພຣະເຈົ້າຢາເວກໍໄດ້ມອບໃຫ້ຕາມຄຳອ້ອນວອນ. 28ບັດນີ້ ຂ້ອຍໄດ້ນຳລາວມາຖວາຍແດ່ພຣະເຈົ້າຢາເວ. ເພື່ອທັງຊີວິດຂອງລາວຈະເປັນຂອງພຣະເຈົ້າຢາເວ”. ແລ້ວລາວກໍນະມັດສະການພຣະເຈົ້າຢາເວຢູ່ທີ່ນັ້ນ.