Side by side with the Father's Heart Bible™ ຜູ້ຮັບໃຊ້ຂອງໂຊໂລໂມນ
1ກະສັດໂຊໂລໂມນໄດ້ປົກຄອງເໜືອອິດສະຣາເອນທັງໝົດ.
2ຂ້າລາຊະການຄົນສຳຄັນຂອງໂຊໂລໂມນມີດັ່ງນີ້: ອາຊາຣີຢາ ລູກຊາຍຂອງຊາດົກ ເປັນປະໂລຫິດ;
3ເອລີໂຮເຣັບ ແລະ ອາຮີຢາ ລູກຊາຍຂອງຊີຊາ ເປັນເລຂາ; ເຢໂຮຊາຟັດ ລູກຊາຍຂອງອາຮີລຸດ ເປັນຜູ້ບັນທຶກ;
4ເບນາອີຢາ ລູກຊາຍຂອງເຢໂຮຍອາດາ ເປັນຜູ້ບັນຊາການກອງທັບ; ຊາດົກ ແລະ ອາບີອາທາ ເປັນປະໂລຫິດ;
5ອາຊາຣີຢາ ລູກຊາຍຂອງນາທານ ເປັນຜູ້ຮັບຜິດຊອບຜູ້ຄວບຄຸມປະຈຳເມືອງຕ່າງໆ; ຊາບຸດ ລູກຊາຍຂອງນາທານ ເປັນປະໂລຫິດ ແລະ ເປັນທີ່ປຶກສາຂອງກະສັດ;
6ອາຮີຊາ ເປັນຜູ້ບໍລິຫານຢູ່ໃນວັງ; ອາໂດນີຣາມ ລູກຊາຍຂອງອັບດາ ເປັນຜູ້ຄວບຄຸມແຮງງານຂອງປະຊາຊົນ.
7ແລະ ໂຊໂລໂມນຍັງມີຜູ້ຄວບຄຸມປະຈຳເມືອງສິບສອງຄົນ ເບິ່ງແຍງອິດສະຣາເອນທັງໝົດ, ຮັບຜິດຊອບຈັດຫາສະບຽງຈາກປະຊາຊົນສຳລັບກະສັດ ແລະ ພວກຜູ້ຮັບໃຊ້. ແຕ່ລະຄົນໄດ້ຮັບໜ້າທີ່ຈັດຫາສະບຽງສຳລັບແຕ່ລະເດືອນໃນຂອງແຕ່ລະປີ.
8ຕໍ່ໄປນີ້ແມ່ນລາຍຊື່ຂອງພວກເຂົາ: ເບນເຮີ ປະຈຳຢູ່ໃນແຖບພູເຂົາແຫ່ງເອຟຣາອິມ;
9ເບັນເດເກ ປະຈຳຢູ່ໃນມາກາດ, ຊາອານບິມ, ເບັດເຊເມດ ແລະ ເອໂລນເບັດຮານານ;
10ເບັນເຮເສັດ ປະຈຳຢູ່ໃນອາຣຸບໂບດ (ໂຊໂກ ແລະ ດິນແດນເຮເຟທັງໝົດເປັນຂອງລາວ);
11ເບນອາບີນາດາບ (ຜູ້ທີ່ແຕ່ງງານກັບຕາຟາດ ລູກສາວຂອງໂຊໂລໂມນ) ປະຈຳຢູ່ໃນນາໂຟດໂດເຣ;
12ບາອານາ ລູກຊາຍຂອງອາຮີລຸດ ປະຈຳຢູ່ໃນຕາອານັກ ແລະ ເມກິດໂດ, ເບັດຊານທັງໝົດທີ່ຖັດໄປຈາກຊາເຣທານ ເຊິ່ງຢູ່ລຸ່ມຢິດຊະເຣນ; ຈາກເບັດຊານຈົນຮອດອາເບັນເມໂຮລາ ໄປຫາໂຢກເມອາມ;
13ເບັນເກເບ ປະຈຳຢູ່ໃນຣາໂມດ ກີເລອາດ (ຖິ່ນຖານຂອງຢາອີ ລູກຊາຍຂອງມານາເຊ ປະຈຳຢູ່ໃນກີເລອາດ ລວມທັງເຂດແດນພາກອັກໂກບ ປະຈຳຢູ່ໃນບາຊານ ແລະ ເມືອງປ້ອມປ້ອງກັນຂອງບາຊານ ຫົກສິບເມືອງມີປະຕູທອງສຳລິດລ້ວນແຕ່ເປັນຂອງລາວ);
14ອາຮີນາດາບ ລູກຊາຍຂອງອິດໂດ ປະຈຳຢູ່ໃນມະຫານາອິມ;
15ອາຮີມາອາດ (ເຊິ່ງແຕ່ງງານກັບບາເສມາດ ລູກສາວຂອງໂຊໂລໂມນ) ປະຈຳຢູ່ໃນເຂດເນັບທາລີ;
16ບາອານາ ລູກຊາຍຂອງຮູຊາຍ ປະຈຳຢູ່ໃນອາເຊ ແລະ ອາໂລດ;
17ເຢໂຮຊາຟັດ ລູກຊາຍຂອງປາຣູອາ ປະຈຳຢູ່ໃນອິດຊາຄາ;
18ຊີເມອີລູກຊາຍຂອງເອລາ ປະຈຳຢູ່ໃນເບັນຢາມິນ;
19ເກເບ ລູກຊາຍຂອງອູຣິ ປະຈຳຢູ່ໃນກີເລອາດ (ດິນແດນຂອງກະສັດສີໂຫນແຫ່ງອາໂມ ແລະ ດິນແດນຂອງກະສັດໂອກແຫ່ງບາຊານ) ລາວເປັນຜູ້ນຳປະຈຳເມືອງຄົນດຽວຂອງເມືອງນັ້ນ.
ສະບຽງປະຈຳວັນຂອງໂຊໂລໂມນ
20ປະຊາຊົນຢູດາ ແລະ ອິດສະຣາເອນມີຈຳນວນຫລວງຫລາຍດັ່ງເມັດຊາຍທີ່ຢູ່ແຄມທະເລ; ພວກເຂົາໄດ້ກິນ, ພວກເຂົາໄດ້ດື່ມ ແລະ ມີຄວາມສຸກ. 21ແລະ ໂຊໂລໂມນປົກຄອງອານາຈັກທັງໝົດຈາກແມ່ນ້ຳເອີຟຣັດໄປຈົນເຖິງດິນແດນຂອງຊາວຟີລິດສະຕິນ, ໄກໄປຈົນຮອດເຂດແດນຂອງເອຢິບ. ດິນແດນເຫລົ່ານີ້ຕ່າງກໍນຳເຄື່ອງຫອມມາຖວາຍ ແລະ ຢູ່ໃຕ້ອຳນາດຂອງໂຊໂລໂມນຕະຫລອດຊີວິດ.
22ສະບຽງອາຫານປະຈຳວັນທີ່ໂຊໂລໂມນຕ້ອງການກໍຄື ແປ້ງລະອຽດ 30 ໂຄຣະ ແລະ ແປ້ງຂະໜົມປະມານ 60 ໂຄຣະ, 23ງົວໂຕອ້ວນພີ 10 ໂຕ, ງົວຈາກທົ່ງຫຍ້າ 20 ໂຕ ແລະ ແບ້ກັບແກະຈຳນວນ 100 ໂຕ, ນອກຈາກນີ້ຍັງມີກວາງ, ມັ່ງ, ໂອງ ແລະ ໄກ່ທີ່ຄັດໄວ້. 24ເພາະໂຊໂລໂມນໄດ້ປົກຄອງອານາຈັກທັງໝົດທາງທິດຕາເວັນຕົກຂອງແມ່ນ້ຳເອີຟຣັດ ຈາກທິບສາໄປເຖິງກາຊາ ແລະ ມີຄວາມສະຫງົບສຸກທຸກໆດ້ານ. 25ຕະຫລອດຊີວິດຂອງໂຊໂລໂມນ, ຢູດາ ແລະ ອິດສະຣາເອນຈາກດານໄປຈົນຮອດເບເອນເຊບາ, ລ້ວນແຕ່ດຳເນີນຊີວິດຢູ່ຢ່າງປອດໄພ, ແຕ່ລະຄົນຢູ່ໃຕ້ເຄືອອະງຸ່ນ ແລະ ຕົ້ນໝາກເດື່ອຂອງຕົນ.
26ໂຊໂລໂມນມີຄອກສຳລັບມ້າທີ່ໃຊ້ສູ້ຮົບຈຳນວນ 4.000 ແຫ່ງ ແລະ ມີມ້າຈຳນວນ 12.000 ໂຕ.
27ໃນແຕ່ລະເດືອນຈະກຳນົດໃຫ້ຜູ້ນຳຂອງເມືອງສົ່ງສະບຽງອາຫານມາໃຫ້ໂຊໂລໂມນ ແລະ ຜູ້ຮ່ວມໂຕະອາຫານຂອງກະສັດ. ພວກເຂົາບໍ່ໃຫ້ມີສິ່ງໃດຂາດຕົກບົກຜ່ອງ. 28ພວກເຂົາທັງຍັງຈັດຫາເຂົ້າບາເລ ແລະ ເຟືອງສຳລັບມ້າຮົບທີ່ໃຊ້ສູ້ຮົບ ແລະ ມ້າອື່ນໆໃນຄອກມ້າຫລວງດ້ວຍ.
ສະຕິປັນຍາຂອງໂຊໂລໂມນ
29ພຣະເຈົ້າມອບສະຕິປັນຍາ ແລະ ຄວາມຮູ້ອັນເລິກເຊິ່ງ ແລະ ຄວາມເຂົ້າໃຈອັນກວ້າງຂວາງທີ່ສຸດ ດັ່ງເມັດຊາຍທີ່ຢູ່ແຄມທະເລໃຫ້ແກ່ໂຊໂລໂມນ. 30ສະຕິປັນຍາຂອງໂຊໂລໂມນນັ້ນຍິ່ງໃຫຍ່ກວ່າສະຕິປັນຍາຂອງບັນດານັກປາດຂອງທິດຕາເວັນອອກ ແລະ ນັກປາດທັງໝົດຂອງເອຢິບ. 31ເພິ່ນສະຫລາດກວ່າຜູ້ໃດ, ລວມທັງເອທານ ຊາວເອສະຣາ ສະຫລາດກວ່າເຮມານ, ການໂກນ ແລະ ດາກດາ ລູກຊາຍທັງຫລາຍຂອງມາໂຮນ ແລະ ຊື່ສຽງຂອງເພິ່ນກໍແຜ່ໄປທົ່ວທຸກປະຊາຊາດທີ່ຢູ່ອ້ອມນັ້ນ. 32ເພິ່ນໄດ້ກ່າວສຸພາສິດ 3.000 ຂໍ້ ແລະ ມີບົດເພງ 1.005 ບົດ. 33ເພິ່ນໄດ້ບັນຍາຍເລື່ອງ ຕັ້ງແຕ່ຕົ້ນແປກແຫ່ງເລບານອນລົງໄປເຖິງຕົ້ນໃບຫູສົບ ເຊິ່ງງອກອອກມາຈາກກຳແພງ. ເພິ່ນຍັງໄດ້ເວົ້າກ່ຽວກັບສັດ ແລະ ນົກ, ສັດເລືອຄານ ແລະ ປາ. 34ກະສັດທຸກຊາດໃນໂລກໄດ້ຍິນເຖິງປັນຍາຂອງໂຊໂລໂມນກໍສົ່ງຄົນມາຟັງປັນຍາຂອງເພິ່ນ.