ມີກາອີຢາທຳນວາຍກ່ຽວກັບອາຮາບ
1ສົງຄາມລະຫວ່າງອາຣາມກັບອິດສະຣາເອນຍະເວັ້ນໄປເປັນເວລາ 3 ປີ. 2ແຕ່ໃນປີທີສາມ ກະສັດເຢໂຮຊາຟັດແຫ່ງຢູດາຍໄດ້ລົງມາພົບກະສັດອິດສະຣາເອນ. 3ກະສັດອິດສະຣາເອນໄດ້ເວົ້າກັບຂ້າລາຊະການຂອງຕົນວ່າ, “ພວກເຈົ້າກໍຮູ້ວ່າຣາໂມດກີເລອາດເປັນຂອງພວກເຮົາ ແຕ່ພວກເຮົາກໍບໍ່ເຮັດຫຍັງເພື່ອເອົາມັນຄືນມາຈາກກະສັດອາຣາມບໍ່ແມ່ນບໍ?”
4ດັ່ງນັ້ນ ອາຮາບຈຶ່ງໄດ້ຖາມເຢໂຮຊາຟັດວ່າ, “ທ່ານຈະຊ່ວຍຂ້າພະເຈົ້າສູ້ຮົບກັບຣາໂມດກີເລອາດບໍ?” ເຢໂຮຊາຟັດໄດ້ຕອບກະສັດອິດສະຣາເອນວ່າ, “ພວກເຮົາສອງຄົນເປັນພວກດຽວກັນ, ຄົນຂອງຂ້າພະເຈົ້າກໍເໝືອນເປັນຄົນຂອງທ່ານ, ມ້າຂອງຂ້າພະເຈົ້າກໍເໝືອນເປັນມ້າຂອງທ່ານ”.
5ແຕ່ເຢໂຮຊາຟັດໄດ້ເວົ້າກັບກະສັດອິດສະຣາເອນອີກວ່າ, “ພວກເຮົາຄວນຖາມພຣະເຈົ້າຢາເວກ່ອນ”.
6ດັ່ງນັ້ນ ກະສັດອິດສະຣາເອນຈຶ່ງໄດ້ເອີ້ນຜູ້ທຳນວາຍປະມານສີ່ຮ້ອຍຄົນມາພົບ ແລະ ຖາມພວກເຂົາວ່າ, “ເຮົາຄວນຈະໄປສູ້ຮົບກັບຣາໂມດກີເລອາດ ຫລື ເຮົາຄວນຈະປະຕິເສດ?” ພວກເຂົາໄດ້ຕອບວ່າ, “ໄປ, ເພາະພຣະເຈົ້າຢາເວຈະມອບດິນແດນນັ້ນໄວ້ໃນມືຂອງທ່ານ”.
7ແຕ່ເຢໂຮຊາຟັດໄດ້ຖາມວ່າ, “ບ່ອນນີ້ບໍ່ມີຜູ້ທຳນວາຍຂອງພຣະເຈົ້າຢາເວໃຫ້ຖາມເລີຍບໍ?”
8ກະສັດອິດສະຣາເອນໄດ້ຕອບເຢໂຮຊາຟັດວ່າ, “ຍັງມີຢູ່ຄົນໜຶ່ງທີ່ພວກເຮົາສາມາດຖາມພຣະເຈົ້າຢາເວຜ່ານທາງລາວໄດ້, ແຕ່ຂ້າພະເຈົ້າກຽດຊັງລາວ ເພາະລາວບໍ່ເຄີຍທຳນວາຍເລື່ອງດີກ່ຽວກັບຂ້າພະເຈົ້າເລີຍ, ມີແຕ່ເລື່ອງຮ້າຍ. ລາວຄືມີກາອີຢາລູກຊາຍຂອງອິມລາ”. ເຢໂຮຊາຟັດໄດ້ຕອບວ່າ, “ທ່ານຢ່າໄດ້ເວົ້າຢ່າງນັ້ນເລີຍ”.
9ດັ່ງນັ້ນ ກະສັດອິດສະຣາເອນຈຶ່ງໄດ້ເອີ້ນຂ້າລາຊະການຂອງຕົນຄົນໜຶ່ງມາ ແລະ ເວົ້າວ່າ, “ຈົ່ງນຳໂຕມີກາອີຢາລູກຊາຍຂອງອິມລາມາດຽວນີ້”.
10ກະສັດອິດສະຣາເອນ ແລະ ກະສັດເຢໂຮຊາຟັດແຫ່ງຢູດາຍໄດ້ແຕ່ງກາຍເຕັມຍົດນັ່ງຢູ່ເທິງບັນລັງຂອງຕົນທີ່ລານຟາດເຂົ້າໃກ້ທາງເຂົ້າປະຕູເມືອງຊາມາເຣຍ, ໃນຂະນະທີ່ກຸ່ມຜູ້ທຳນວາຍກໍກ່າວທຳນວາຍໄປ ຢູ່ຕໍ່ໜ້າພວກເພິ່ນ. 11ຝ່າຍເຊເດກີຢາລູກຊາຍຂອງເຄນາອານາໄດ້ເຮັດເຂົາເຫລັກຂຶ້ນມາ ແລະ ລາວໄດ້ປະກາດວ່າ, “ພຣະເຈົ້າຢາເວກ່າວດັ່ງນີ້ວ່າ: ‘ເຈົ້າຈະຂວິດພວກອາຣາມດ້ວຍເຂົາເຫລັກນີ້ຈົນພວກເຂົາຖືກທຳລາຍໄປ’ ”.
12ຜູ້ທຳນວາຍຄົນອື່ນທັງໝົດກໍກຳລັງທຳນວາຍຢ່າງດຽວກັນ. ພວກເຂົາເວົ້າວ່າ, “ຈົ່ງບຸກເຂົ້າໂຈມຕີຣາໂມດກີເລອາດ ແລະ ມີໄຊຊະນະ, ເພາະພຣະເຈົ້າຢາເວຈະມອບເມືອງນັ້ນໄວ້ໃນມືຂອງທ່ານ”.
13ຄົນທີ່ໄປນຳມີກາອີຢາມານັ້ນໄດ້ເວົ້າກັບລາວວ່າ, “ເບິ່ງແມ, ຜູ້ທຳນວາຍຄົນອື່ນໆ ລ້ວນແຕ່ທຳນວາຍເປັນສຽງດຽວກັນວ່າກະສັດຈະຊະນະ. ຂໍໃຫ້ເຈົ້າກ່າວໄປໃນທາງທີ່ດີເຊັ່ນດຽວກັບພວກເຂົາ”.
14ແຕ່ມີກາອີຢາໄດ້ເວົ້າວ່າ, “ພຣະເຈົ້າຢາເວດຳລົງຢູ່ສັນໃດ ຂ້າພະເຈົ້າກໍຈະເວົ້າແຕ່ສິ່ງທີ່ພຣະເຈົ້າຢາເວກ່າວສັນນັ້ນ”.
15ເມື່ອລາວມາຮອດແລ້ວ, ກະສັດເຢໂຮຊາຟັດກໍໄດ້ຖາມວ່າ, “ມີກາອີຢາ, ເຮົາຄວນຈະໄປສູ້ຮົບກັບຣາໂມດກີເລອາດ ຫລື ເຮົາບໍ່ຄວນໄປ?” ມີກາອີຢາໄດ້ຕອບວ່າ, “ຈົ່ງບຸກເຂົ້າໂຈມຕີຣາໂມດກີເລອາດ ແລະ ມີໄຊຊະນະ, ເພາະພຣະເຈົ້າຢາເວຈະມອບເມືອງນັ້ນໄວ້ໃນມືຂອງທ່ານ”.
16ກະສັດໄດ້ກ່າວກັບລາວວ່າ, “ເຮົາຈະຕ້ອງໃຫ້ເຈົ້າສາບານຈັກເທື່ອວ່າ ຈະບໍ່ບອກສິ່ງໃດຕໍ່ເຮົາ ແຕ່ຈົ່ງບອກຄວາມຈິງໃນນາມຂອງພຣະເຈົ້າຢາເວ?”
17ແລ້ວມີກາອີຢາຕອບວ່າ, “ຂ້າພະເຈົ້າເຫັນອິດສະຣາເອນທັງໝົດກະຈັດກະຈາຍໄປຕາມເນີນພູຕ່າງໆເໝືອນດັ່ງແກະທີ່ບໍ່ມີຜູ້ລ້ຽງ ແລະ ພຣະເຈົ້າຢາເວໄດ້ໄດ້ກ່າວວ່າ ‘ຄົນເຫລົ່ານີ້ບໍ່ມີນາຍ. ຈົ່ງໃຫ້ທຸກຄົນກັບເມືອເຮືອນຢ່າງສັນຕິເຖີດ’ ”.
18ກະສັດອິດສະຣາເອນໄດ້ກ່າວກັບເຢໂຮຊາຟັດວ່າ “ຂ້າພະເຈົ້າບອກທ່ານແລ້ວບໍ່ແມ່ນບໍວ່າ ລາວບໍ່ເຄີຍທຳນວາຍເລື່ອງດີໆກ່ຽວກັບຂ້າພະເຈົ້າເລີຍ, ມີແຕ່ເລື່ອງບໍ່ດີເທົ່ານັ້ນ?”
19ມີກາອີຢາເວົ້າຕໍ່ໄປວ່າ, “ເຫດສະນັ້ນ ຈົ່ງຟັງຖ້ອຍຄຳຂອງພຣະເຈົ້າຢາເວ: ຂ້າພະເຈົ້າເຫັນພຣະເຈົ້າຢາເວນັ່ງຢູ່ເທິງບັນລັງຂອງພຣະອົງພ້ອມທັງມີຝູງເທວະດາທັງໝົດກໍກຳລັງຢືນຢູ່ທີ່ຂ້າງຂວາ ແລະ ຂ້າງຊ້າຍຂອງພຣະອົງ. 20ແລ້ວພຣະເຈົ້າຢາເວໄດ້ກ່າວວ່າ, ‘ຜູ້ໃດຈະຫລອກຫລວງອາຮາບໃຫ້ເຂົ້າໄປໂຈມຕີຣາໂມດກີເລອາດ ແລະ ເພິ່ນກໍຈະໄປຕາຍຢູ່ທີ່ນັ້ນ?’ “ເທວະດາຕົນໜຶ່ງເວົ້າຢ່າງນີ້, ແລະ ອີກຕົນໜຶ່ງກໍເວົ້າຢ່າງອື່ນ.
21ໃນທີ່ສຸດ, ກໍມີວິນຍານດວງໜຶ່ງກ້າວອອກໄປທາງໜ້າ, ຢືນຢູ່ຕໍ່ໜ້າພຣະເຈົ້າຢາເວ ແລະ ໄດ້ເວົ້າວ່າ, ‘ຂ້ານ້ອຍຈະໄປຫລອກຫລວງລາວ’.
22“ພຣະເຈົ້າຢາເວໄດ້ຖາມວ່າ, ‘ເຮັດຢ່າງໃດ?’ “ລາວໄດ້ຕອບວ່າ ‘ຂ້ານ້ອຍຈະໄປເປັນວິນຍານຫລອກຫລວງໃນປາກຂອງບັນດາຜູ້ທໍານວາຍທຸກຄົນຂອງເພິ່ນ’. “ພຣະເຈົ້າຢາເວໄດ້ກ່າວວ່າ ‘ຈົ່ງໄປເຮັດຢ່າງນັ້ນ, ເຈົ້າຈະຫລອກຫລວງລາວໄດ້ສຳເລັດ’.
23“ດັ່ງນັ້ນ ພຣະເຈົ້າຢາເວຈຶ່ງໄດ້ໃສ່ວິນຍານຫລອກຫລວງໃນປາກຂອງບັນດາຜູ້ທໍານວາຍເຫລົ່ານີ້ຂອງເພິ່ນ. ພຣະເຈົ້າຢາເວມີດຳລັດໃຫ້ທ່ານປະສົບໄພພິບັດແລ້ວ”.
24ແລ້ວເຊເດກີຢາລູກຊາຍຂອງເຄນາອານາຈຶ່ງເຂົ້າມາຕົບໜ້າມີກາອີຢາ ແລະ ຖາມວ່າ “ພຣະວິນຍານຈາກພຣະເຈົ້າຢາເວອອກຈາກຂ້ອຍໄປເວົ້າກັບເຈົ້າໄດ້ຢ່າງໃດ?”
25ມີກາອີຢາໄດ້ຕອບວ່າ “ເຈົ້າຈະຮູ້ໃນມື້ທີເຈົ້າໄປລີ້ຢູ່ໃນຫ້ອງຊັ້ນໃນ”.
26ແລ້ວກະສັດແຫ່ງແຫ່ງອິດສະຣາເອນໄດ້ສັ່ງວ່າ, “ຈົ່ງຈັບມີກາອີຢາ ແລະ ສົ່ງລາວໄປຫາອາໂມນຜູ້ປົກຄອງເມືອງ ແລະ ໄປຫາໂຢອາດລູກຊາຍຂອງເຮົາ, 27ແລະ ບອກວ່າ ‘ກະສັດກ່າວດັ່ງນີ້ວ່າ: ຈົ່ງຂັງຊາຍຜູ້ນີ້ໄວ້ໃນຄຸກ ແລະ ຢ່າເອົາຫຍັງໃຫ້ລາວ ນອກຈາກເຂົ້າຈີ່ກັບນ້ຳຈົນກວ່າເຮົາຈະກັບມາຢ່າງປອດໄພ’ ”.
28ມີກາອີຢາກໍປະກາດວ່າ, “ຖ້າທ່ານກັບຄືນມາຢ່າງປອດໄພ, ພຣະເຈົ້າຢາເວບໍ່ໄດ້ກ່າວຜ່ານທາງຂ້ານ້ອຍ” ແລ້ວລາວກໍກໍເວົ້າຕື່ມອີກວ່າ, “ທຸກຄົນຈົ່ງຈື່ຄຳເວົ້າຂອງຂ້ານ້ອຍໄວ້!”
ອາຮາບຖືກຂ້າຢູ່ທີ່ຣາໂມດກີເລອາດ
29ດັ່ງນີ້ ກະສັດແຫ່ງອິດສະຣາເອນ ແລະ ເຢໂຮຊາຟັດກະສັດແຫ່ງຢູດາຍຈຶ່ງໄດ້ໄປທີ່ຣາໂມດກີເລອາດ. 30ກະສັດແຫ່ງອິດສະຣາເອນໄດ້ເວົ້າກັບເຢໂຮຊາຟັດວ່າ “ຂ້າພະເຈົ້າຈະປອມຕົວອອກໄປສູ້ຮົບ ແຕ່ໃຫ້ທ່ານນຸ່ງເຄື່ອງກະສັດຂອງທ່ານ”. ສະນັ້ນ ກະສັດແຫ່ງອິດສະຣາເອນກໍໄດ້ປອມຕົວ ແລະ ໄດ້ເຂົ້າໄປໃນສະໜາມຮົບ.
31ຝ່າຍກະສັດອາຣາມໄດ້ສັ່ງຜູ້ບັນຊາການລົດມ້າຮົບຈຳນວນ 32 ຄົນຂອງເພິ່ນວ່າ, “ຢ່າຕໍ່ສູ້ກັບຜູ້ໃດ, ບໍ່ວ່າຜູ້ໃຫຍ່ ຫລື ຜູ້ນ້ອຍ, ແຕ່ຈົ່ງຕໍ່ສູ້ກັບກະສັດອິດສະຣາເອນຜູ້ດຽວເທົ່ານັ້ນ”. 32ເມື່ອຜູ້ບັນຊາການລົດມ້າຮົບເຫລົ່ານັ້ນເຫັນເຢໂຮຊາຟັດ ພວກເຂົາກໍຄິດວ່າ, “ນີ້ເປັນກະສັດອິດສະຣາເອນແນ່ນອນ”. ພວກເຂົາຈຶ່ງຫັນມາໂຈມຕີເພິ່ນ ແຕ່ເມື່ອເຢໂຮຊາຟັດຮ້ອງສຽງດັງອອກມາ, 33ເມື່ອຜູ້ບັນຊາການລົດຮົບໄດ້ເຫັນວ່າ ເພິ່ນບໍ່ແມ່ນກະສັດແຫ່ງອິດສະຣາເອນ; ພວກເຂົາຈຶ່ງຢຸດໄລ່ໂຈມຕີເພິ່ນ.
34ແຕ່ມີຄົນໜຶ່ງຍິງລູກທະນູບັງເອີນໄປຖືກກະສັດແຫ່ງອິດສະຣາເອນເຂົ້າໄປໃນລະຫວ່າງຮອຍຕໍ່ຂອງເສື້ອເກາະ. ກະສັດບອກຜູ້ທີ່ຂັບລົດຮົບຂອງເພິ່ນວ່າ, “ຈົ່ງລ້ຽວລົດ ແລະ ພາເຮົາອອກໄປຈາກສະໜາມຮົບ. ເຮົາໄດ້ຮັບບາດເຈັບ”. 35ການສູ້ຮົບໄດ້ດຳເນີນໄປຢ່າງດຸເດືອດຕະຫລອດທັງວັນ ແລະ ກະສັດໄດ້ຖືກປະຄອງຕົວຂຶ້ນໄວ້ໃນລົດມ້າຮົບໃຫ້ປະເຊີນໜ້າກັບຊາວອາຣາມ. ເລືອດຈາກບາດແຜຂອງເພິ່ນໄດ້ໄຫລທົ່ວພື້ນລົດມ້າຮົບ ແລະ ເພິ່ນກໍຕາຍໃນຕອນແລງນັ້ນ. 36ຂະນະທີ່ຕາເວັນກຳລັງຕົກນັ້ນ, ກໍມີສຽງຮ້ອງບອກດັງໄປທົ່ວກອງທັບວ່າ, “ໃຫ້ທຸກຄົນກັບໄປທີ່ເມືອງຂອງຕົນ. ໃຫ້ທຸກຄົນກັບໄປທີ່ດິນແດນຂອງຕົນ!”
37ດັ່ງນັ້ນ ກະສັດອາຮາບກໍຕາຍ ແລະ ສົບຖືກນຳກັບມາຝັງໄວ້ທີ່ຊາມາເຣຍ, 38ພວກເຂົາໄດ້ລ້າງລົດມ້າຮົບຢູ່ສະໃນຊາມາເຣຍ (ບ່ອນທີ່ພວກຍິງໂສເພນີມາອາບນ້ຳ), ແລ້ວໝາກໍມາເລຍເລືອດຂອງກະສັດຕາມທີ່ພຣະເຈົ້າຢາເວໄດ້ເວົ້າໄວ້.
39ເຫດການອື່ນໆໃນຊ່ວງການປົກຄອງຂອງອາຮາບ, ລວມທັງພາລະກິດທຸກຢ່າງທີ່ເພິ່ນເຮັດ, ວັງທີ່ເພິ່ນໄດ້ສ້າງ ແລະ ຕົບແຕ່ງດ້ວຍງາຊ້າງ ແລະ ເມືອງຕ່າງໆທີ່ເພິ່ນໄດ້ສ້າງປ້ອມປ້ອງກັນ ແມ່ນມີບັນທຶກໄວ້ໃນປຶ້ມປະຫວັດສາດຂອງບັນດາກະສັດແຫ່ງອິດສະຣາເອນບໍ່ແມ່ນບໍ? 40ອາຮາບໄດ້ລ່ວງລັບໄປຢູ່ກັບບັນພະບຸລຸດຂອງເພິ່ນ ແລະ ອາຮາຊີຢາລູກຊາຍຂອງເພິ່ນກໍໄດ້ຂຶ້ນປົກຄອງແທນ.
ກະສັດເຢໂຮຊາຟັດແຫ່ງຢູດາຍ
41ເຢໂຮຊາຟັດລູກຊາຍຂອງອາສາໄດ້ຂຶ້ນປົກຄອງໃນຢູດາຍ ກົງກັບປີທີສີ່ຂອງຊ່ວງການປົກຄອງຂອງກະສັດອາຮາບແຫ່ງອິດສະຣາເອນ. 42ເຢໂຮຊາຟັດຂຶ້ນເປັນກະສັດເມື່ອເພິ່ນອາຍຸໄດ້ 35 ປີ ແລະ ເພິ່ນໄດ້ປົກຄອງໃນເຢຣູຊາເລັມເປັນເວລາ 25 ປີ. ແມ່ຂອງເພິ່ນຄືອາຊູບາ ລູກສາວຂອງຊິນຮີ. 43ເຢໂຮຊາຟັດໄດ້ດຳເນີນຕາມແບບຢ່າງຂອງອາສາຜູ້ເປັນພໍ່ຂອງຕົນທຸກປະການໂດຍບໍ່ຕະເຫລີດໄປຈາກພວກເຂົາ. ເພິ່ນໄດ້ເຮັດສິ່ງທີ່ຖືກຕ້ອງໃນສາຍຕາຂອງພຣະເຈົ້າຢາເວ. ແຕ່ບໍ່ໄດ້ທຳລາຍສະຖານບູຊາເທິງທີ່ສູງທັງຫລາຍ ປະຊາຊົນຈຶ່ງຍັງຄົງຖວາຍເຄື່ອງບູຊາ ແລະ ເຜົາເຄື່ອງຫອມຢູ່ທີ່ນັ້ນ. 44ເຢໂຮຊາຟັດໄດ້ເປັນມິດກັບກະສັດອິດສະຣາເອນດ້ວຍ.
45ເຫດການອື່ນໆໃນຊ່ວງການປົກຄອງຂອງເຢໂຮຊາຟັດ, ພາລະກິດທີ່ເພິ່ນໄດ້ເຮັດ ແລະ ວິລະກຳໃນການເຮັດສົງຄາມຂອງເພິ່ນແມ່ນມີບັນທຶກໄວ້ໃນປຶ້ມປະຫວັດສາດຂອງບັນດາກະສັດແຫ່ງຢູດາຍບໍ່ແມ່ນບໍ? 46ເຢໂຮຊາຟັດໄດ້ກຳຈັດໂສເພນີຊາຍໃນສະຖານບູຊາທີ່ຍັງເຫລືອຢູ່ຈາກສະໄໝຂອງອາສາຜູ້ເປັນພໍ່ຂອງຕົນໃຫ້ໝົດໄປຈາກແຜ່ນດິນ. 47ໃນສະໄໝນັ້ນເອໂດມບໍ່ມີກະສັດປົກຄອງ ມີແຕ່ຜູ້ສຳເລັດລາຊະການ.
48ເຢໂຮຊາຟັດໄດ້ສ້າງເຮືອກ່ຳປັ່ນໃຫຍ່ລຳໜຶ່ງ ເພື່ອໄປຂົນຄຳຈາກເມືອງໂອຟີ, ແຕ່ເຮືອເຫລົ່ານັ້ນບໍ່ໄດ້ໄປ ເພາະເຮືອແຕກຫັກຢູ່ທີ່ເອຊີໂອນເກເບ. 49ໃນເວລານັ້ນອາຮາຊີຢາ ລູກຊາຍຂອງອາຮາບໄດ້ເວົ້າກັບເຢໂຮຊາຟັດວ່າ, “ຂໍໃຫ້ຄົນຂອງເຮົາແລ່ນເຮືອໄປກັບຄົນຂອງທ່ານ”, ແຕ່ເຢໂຮຊາຟັດໄດ້ປະຕິເສດ.
50ແລ້ວເຢໂຮຊາຟັດກໍລ່ວງລັບໄປຢູ່ກັບບັນພະບຸລຸດຂອງເພິ່ນ ແລະ ຖືກຝັງໄວ້ດ້ວຍກັນກັບພວກເຂົາໃນເມືອງຂອງດາວິດພໍ່ຂອງເພິ່ນ. ເຢໂຮຣາມລູກຊາຍຂອງເພິ່ນກໍໄດ້ຂຶ້ນເປັນກະສັດແທນ.
ກະສັດອາຮາຊີຢາແຫ່ງອິດສະຣາເອນ
51ອາຮາຊີຢາລູກຊາຍຂອງອາຮາບໄດ້ຂຶ້ນປົກຄອງເປັນກະສັດອິດສະຣາເອນໃນຊາມາເຣຍ ກົງກັບປີທີສິບເຈັດຂອງການປົກຄອງຂອງກະສັດເຢໂຮຊາຟັດແຫ່ງຢູດາຍ ແລະ ໄດ້ປົກຄອງອິດສະຣາເອນຢູ່ 2 ປີ. 52ອາຮາຊີຢາໄດ້ເຮັດສິ່ງທີ່ຊົ່ວໃນສາຍຕາຂອງພຣະເຈົ້າຢາເວ, ເພາະດຳເນີນຊີວິດຕາມວິຖີທາງຂອງພໍ່ ແລະ ແມ່ຂອງຕົນ ແລະ ຕາມວິຖີທາງຂອງເຢໂຣໂບອາມ ລູກຊາຍຂອງເນບັດ ຜູ້ທີ່ເຮັດໃຫ້ອິດສະຣາເອນໃຫ້ເຮັດບາບ. 53ເພິ່ນໄດ້ຮັບໃຊ້ ແລະ ກາບໄຫວ້ພະບາອານ ແລະ ຍົວະໃຫ້ພຣະເຈົ້າຢາເວ ພຣະເຈົ້າແຫ່ງອິດສະຣາເອນໃຈຮ້າຍເໝືອນທີ່ພໍ່ຂອງເພິ່ນໄດ້ເຮັດ.