Side by side with the Father's Heart Bible™ ກ່ຽວກັບຂອງປະທານຝ່າຍວິນຍານ
1ພີ່ນ້ອງທັງຫລາຍເອີຍ, ບັດນີ້ເຮົາຢາກໃຫ້ພວກເຈົ້າຮູ້ກ່ຽວກັບຂອງປະທານຝ່າຍພຣະວິນຍານ. 2ພວກເຈົ້າກໍຮູ້ຢູ່ວ່າເມື່ອພວກເຈົ້າຍັງບໍ່ເຊື່ອພຣະເຈົ້ານັ້ນ, ໂດຍທາງໃດໜຶ່ງ ຫລື ໂດຍທາງອື່ນໆ ພວກເຈົ້າໄດ້ຖືກຊັກຈູງ ແລະ ຖືກນຳໃຫ້ຫລົງຜິດໄປເພິ່ງຮູບເຄົາລົບທີ່ປາກບໍ່ເປັນ. 3ເຫດສະນັ້ນ, ເຮົາຢາກໃຫ້ພວກເຈົ້າຮູ້ວ່າບໍ່ມີຜູ້ໃດທີ່ກຳລັງກ່າວໂດຍພຣະວິນຍານຂອງພຣະເຈົ້າຈະເວົ້າວ່າ, “ຂໍໃຫ້ພຣະເຢຊູເຈົ້າຖືກສາບແຊ່ງ” ແລະ ບໍ່ມີຜູ້ໃດສາມາດເວົ້າວ່າ, “ພຣະເຢຊູເຈົ້າເປັນອົງພຣະຜູ້ເປັນເຈົ້າ,” ນອກຈາກຜູ້ທີ່ກ່າວໂດຍພຣະວິນຍານບໍລິສຸດເຈົ້າ.
4ຂອງປະທານມີຫລາຍຢ່າງແຕກຕ່າງກັນ, ແຕ່ມີພຣະວິນຍານອົງດຽວກັນເປັນຜູ້ມອບໃຫ້. 5ງານຮັບໃຊ້ມີຫລາຍຢ່າງແຕກຕ່າງກັນ, ແຕ່ຮັບໃຊ້ອົງພຣະຜູ້ເປັນເຈົ້າອົງດຽວກັນ. 6ມີການງານຫລາຍຢ່າງແຕກຕ່າງກັນ ແຕ່ແມ່ນພຣະເຈົ້າອົງດຽວກັນກະທຳການທັງໝົດໃນຄົນທັງປວງ.
7ບັດນີ້ການສະແດງຂອງພຣະວິນຍານກໍໄດ້ມີໃຫ້ແຕ່ລະຄົນເພື່ອຜົນປະໂຫຍດຮ່ວມກັນ. 8ໃຫ້ຄົນໜຶ່ງໄດ້ຮັບຖ້ອຍຄຳແຫ່ງສະຕິປັນຍາໂດຍທາງພຣະວິນຍານ, ໃຫ້ຄົນໜຶ່ງໄດ້ຮັບຖ້ອຍຄຳແຫ່ງຄວາມຮູ້ໂດຍພຣະວິນຍານອົງດຽວກັນ, 9ໃຫ້ຄົນໜຶ່ງໄດ້ຮັບຂອງປະທານແຫ່ງຄວາມເຊື່ອໂດຍພຣະວິນຍານອົງດຽວກັນ, ໃຫ້ຄົນໜຶ່ງມີຂອງປະທານໃນການປິ່ນປົວພະຍາດໂດຍພຣະວິນຍານອົງດຽວກັນນັ້ນ, 10ໃຫ້ຄົນໜຶ່ງໄດ້ຮັບລິດອຳນາດອັນອັດສະຈັນ, ໃຫ້ຄົນໜຶ່ງທຳນວາຍໄດ້, ໃຫ້ຄົນໜຶ່ງຈຳແນກລະຫວ່າງວິນຍານຕ່າງໆໄດ້, ໃຫ້ຄົນໜຶ່ງສາມາດເວົ້າພາສາແປກໆ ແລະ ໃຫ້ຄົນໜຶ່ງແປພາສາແປກໆໄດ້. 11ສິ່ງທັງໝົດເຫລົ່ານີ້ແມ່ນພຣະວິນຍານອົງດຽວກັນທຳງານ ແລະ ພຣະອົງໃຫ້ສິ່ງເຫລົ່ານີ້ແກ່ແຕ່ລະຄົນຕາມທີ່ພຣະອົງໄດ້ກຳນົດໄວ້.
ຄວາມເປັນອັນໜຶ່ງອັນດຽວກັນ ແລະ ຫລາຍອະໄວຍະວະໃນຮ່າງກາຍ
12ເຖິງແມ່ນວ່າມີພຽງຮ່າງກາຍດຽວ ກໍຍັງມີອະໄວຍະວະຫລາຍສ່ວນ, ແຕ່ອະໄວຍະວະທັງໝົດເຫລົ່ານັ້ນກໍຍັງປະກອບກັນເປັນກາຍດຽວ, ພຣະຄຣິດເຈົ້າກໍເຊັ່ນກັນ. 13ເພາະພວກເຮົາທັງໝົດໄດ້ຮັບບັບຕິສະມາໂດຍພຣະວິນຍານອົງດຽວເຂົ້າເປັນກາຍດຽວກັນ ບໍ່ວ່າພວກເຮົາຈະເປັນຄົນຢິວ ຫລື ຄົນຕ່າງຊາດ, ຂ້າທາດ ຫລື ອິດສະຫລະ ແລະ ພວກເຮົາທັງໝົດກໍໄດ້ຮັບພຣະວິນຍານອົງດຽວກັນ. 14ດ້ວຍວ່າ ຮ່າງກາຍນັ້ນບໍ່ໄດ້ປະກອບດ້ວຍອະໄວຍະວະດຽວ ແຕ່ປະກອບດ້ວຍຫລາຍອະໄວຍະວະ.
15ບັດນີ້ ຖ້າຕີນຈະເວົ້າວ່າ, “ເພາະຂ້ອຍບໍ່ແມ່ນມື ຂ້ອຍຈຶ່ງບໍ່ໄດ້ເປັນຂອງຮ່າງກາຍນັ້ນ,” ບໍ່ແມ່ນເພາະເຫດຜົນນັ້ນທີ່ເຮັດໃຫ້ຕີນຢຸດຕິການເປັນອະໄວຍະວະຂອງຮ່າງກາຍ. 16ແລະ ຖ້າຫູຈະເວົ້າວ່າ, “ເພາະຂ້ອຍບໍ່ແມ່ນຕາ, ຂ້ອຍຈຶ່ງບໍ່ໄດ້ເປັນຂອງຮ່າງກາຍນັ້ນ,” ນັ້ນບໍ່ແມ່ນເຫດຜົນທີ່ເຮັດໃຫ້ຫູບໍ່ໄດ້ເປັນອະໄວຍະວະຂອງຮ່າງກາຍນັ້ນ. 17ຖ້າອະໄວຍະວະທັງໝົດໃນຮ່າງກາຍເປັນຕາ ການໄດ້ຍິນຈະຢູ່ໃສ? ຖ້າອະໄວຍະວະທັງໝົດໃນຮ່າງກາຍເປັນຫູ ການດົມກິ່ນຈະຢູ່ໃສ? 18ແຕ່ທີ່ຈິງແລ້ວ ພຣະເຈົ້າຕັ້ງອະໄວຍະວະຕ່າງໆໄວ້ໃນຮ່າງກາຍ, ທຸກໆສ່ວນຂອງອະໄວຍະວະນັ້ນຕາມທີ່ພຣະອົງຕ້ອງການໃຫ້ເປັນຢູ່. 19ຖ້າອະໄວຍະວະທັງໝົດເປັນອະໄວຍະວະດຽວກັນ ຮ່າງກາຍຈະມີຢູ່ໃສ? 20ດັ່ງນັ້ນແຫລະ ມີຫລາຍອະໄວຍະວະ, ແຕ່ເປັນຮ່າງກາຍດຽວ.
21ຕາບໍ່ສາມາດເວົ້າກັບມືວ່າ, “ຂ້ອຍບໍ່ຕ້ອງການເຈົ້າ!” ແລະ ຫົວບໍ່ສາມາດເວົ້າກັບຕີນວ່າ, “ຂ້ອຍບໍ່ຕ້ອງການເຈົ້າ!” 22ໃນທາງກົງກັນຂ້າມ ອະໄວຍະວະຕ່າງໆຂອງຮ່າງກາຍທີ່ເບິ່ງເໝືອນວ່າອ່ອນແອກວ່າກໍຂາດບໍ່ໄດ້, 23ແລະ ອະໄວຍະວະທີ່ພວກເຮົາຄິດວ່າມີກຽດໜ້ອຍ ພວກເຮົາກໍຍັງຮັກສາດ້ວຍການໃຫ້ກຽດເປັນພິເສດ. ແລະ ອະໄວຍະວະທີ່ບໍ່ໜ້າເບິ່ງ ພວກເຮົາກໍເບິ່ງແຍງເປັນພິເສດ, 24ສ່ວນອະໄວຍະວະຂອງພວກເຮົາທີ່ໜ້າເບິ່ງຢູ່ແລ້ວກໍບໍ່ຕ້ອງເບິ່ງແຍງເປັນພິເສດ. ແຕ່ພຣະເຈົ້າໄດ້ຈັດວາງອະໄວຍະວະຕ່າງໆຂອງຮ່າງກາຍເຂົ້າຮ່ວມກັນ, ອະໄວຍະວະທີ່ບໍ່ມີກຽດນັ້ນພຣະອົງໃຫ້ກຽດຫລາຍຂຶ້ນ. 25ເພື່ອຈະບໍ່ມີການແຕກແຍກກັນໃນຮ່າງກາຍ, ແຕ່ເພື່ອໃຫ້ອະໄວຍະວະຕ່າງໆໃນຮ່າງກາຍຫ່ວງໃຍກັນ. 26ຖ້າອະໄວຍະວະໜຶ່ງເຈັບ ທຸກອະໄວຍະວະກໍເຈັບດ້ວຍກັນ; ຖ້າອະໄວຍະວະໜຶ່ງໄດ້ຮັບກຽດ ທຸກອະໄວຍະວະກໍຊື່ນຊົມຍິນດີດ້ວຍກັນ.
27ບັດນີ້ ພວກເຈົ້າທັງຫລາຍເປັນຮ່າງກາຍຂອງພຣະຄຣິດເຈົ້າ ພວກເຈົ້າແຕ່ລະຄົນເປັນອະໄວຍະວະຂອງກາຍນັ້ນ. 28ແລະ ໃນຄຣິສຕະຈັກ ພຣະເຈົ້າໄດ້ແຕ່ງຕັ້ງອັກຄະສາວົກເປັນອັນດັບທຳອິດ, ອັນດັບທີສອງຄືຜູ້ທຳນວາຍ, ອັນດັບທີສາມຄືອາຈານ, ຈາກນັ້ນກໍຄືຜູ້ເຮັດການອັດສະຈັນຕ່າງໆ, ຜູ້ມີຂອງປະທານໃນການປິ່ນປົວພະຍາດ, ຜູ້ສາມາດຊ່ວຍເຫລືອຜູ້ອື່ນ, ຜູ້ມີຂອງປະທານໃນການບໍລິຫານງານ ແລະ ຜູ້ເວົ້າພາສາແປກໆ. 29ທຸກຄົນເປັນອັກຄະສາວົກບໍ? ທຸກຄົນເປັນຜູ້ທຳນວາຍບໍ? ທຸກຄົນເປັນອາຈານບໍ? ທຸກຄົນເຮັດການອັດສະຈັນບໍ? 30ທຸກຄົນມີຂອງປະທານໃນການປິ່ນປົວພະຍາດບໍ? ທຸກຄົນເວົ້າພາສາແປກໆບໍ? ທຸກຄົນແປໄດ້ບໍ? 31ແຕ່ໃຫ້ພວກເຮົາຮ້ອນຮົນສະແຫວງຫາຂອງປະທານທີ່ໃຫຍ່ກວ່ານີ້. ແລະ ບັດນີ້ ເຮົາຈະສະແດງຫົນທາງທີ່ດີເລີດທີ່ສຸດແກ່ພວກເຈົ້າ.