Skip to content
The Believer's Library

Biblica® Open Lao Contemporary Version

1 Chronicles 7 OLCV

Show OLCV only
Verse × ×
1 The sons of Issachar were Tola, Puah, Jashub, and Shimron—four in all. ລູກຊາຍ​ຂອງ​ອິດຊາຄາ​ມີ​ດັ່ງນີ້: ໂຕລາ, ປູອາ, ຢາຊຸບ ແລະ ຊິມໂຣນ. ລວມ​ທັງໝົດ​ມີ​ສີ່​ຄົນ.
2 Tola's sons: Uzzi, Rephaiah, Jeriel, Jahmai, Ibsam, and Shemuel—heads of their clans, mighty warriors in the line of Tola through their generations. In David's days their count was 22,600. ລູກຊາຍ​ຂອງ​ໂຕລາ​ມີ​ດັ່ງນີ້: ອຸດຊີ, ເຣຟາອີຢາ, ເຢຣິເອນ, ຢາມາຍ, ອີບສາມ ແລະ ຊາມູເອນ. ພວກເຂົາ​ເປັນ​ຫົວໜ້າ​ຄອບຄົວ. ໃນ​ຊ່ວງ​ການ​ປົກຄອງ​ຂອງ​ດາວິດ, ເຊື້ອສາຍ​ຂອງ​ໂຕລາ​ທີ່​ເປັນ​ທະຫານ, ເຊິ່ງ​ໄດ້​ບັນທຶກ​ຕາມ​ລໍາດັບ​ວົງ​ຕະກຸນ​ຂອງ​ພວກເຂົາ​ມີ 22.600 ຄົນ.
3 Uzzi's son: Izrahiah. Izrahiah's sons: Michael, Obadiah, Joel, Isshiah—five chiefs in all. ລູກຊາຍ​ຂອງ​ອຸດຊີ​ມີ​ດັ່ງນີ້: ອີຊະຣາຮີຢາ. ລູກຊາຍ​ຂອງ​ອີຊະຣາຮີຢາ​ມີ​ດັ່ງນີ້: ມີກາເອນ, ໂອບາດີຢາ, ໂຢເອນ ແລະ ອິດຊີຢາ. ພວກເຂົາ​ຫ້າ​ຄົນ​ເປັນ​ຫົວໜ້າ.
4 With them, by generations and family lines, were 36,000 troops for war, since they had many wives and children. ອີງ​ຕາມ​ການ​ບັນທຶກ​ຕາມ​ລໍາດັບ​ວົງ​ຕະກຸນ​ຂອງ​ພວກເຂົາ, ພວກເຂົາ​ມີ​ທະຫານ 36.000 ຄົນ​ທີ່​ພ້ອມ​ອອກ​ສູ້ຮົບ. ຍ້ອນ​ພວກເຂົາ​ມີ​ເມຍ ແລະ ລູກ​ຫລາຍ​ຄົນ.
5 Their relatives, all Issachar's clans, were 87,000 mighty warriors, listed by genealogy. ບັນດາ​ຍາດ​ພີ່ນ້ອງ​ທີ່​ເປັນ​ທະຫານ​ຂອງ​ເຜົ່າ​ອິດຊາຄາ​ທັງໝົດ, ພວກເຂົາ​ມີ 87.000 ຄົນ, ດັ່ງ​ທີ່​ໄດ້​ບັນທຶກ​ຕາມ​ລໍາດັບ​ວົງ​ຕະກຸນ​ຂອງ​ພວກເຂົາ.
6 Three sons of Benjamin: Bela, Becher, and Jediael. ລູກຊາຍ​ຂອງ​ເບັນຢາມິນ​ມີ​ດັ່ງນີ້: ເບລາ, ເບເກ ແລະ ເຢດີອາເອນ.
7 Bela's sons: Ezbon, Uzzi, Uzziel, Jerimoth, and Iri—five family heads, mighty warriors. Their genealogy counted 22,034. ລູກຊາຍ​ຂອງ​ເບລາ​ມີ​ດັ່ງນີ້: ເອຊະໂບນ, ອຸດຊີ, ອຸດຊີເອນ, ເຢຣິໂມດ ແລະ ອີຣິ. ພວກເຂົາ​ມີ​ທັງໝົດ​ຫ້າ​ຄົນ​ເປັນ​ຫົວໜ້າ​ຄອບຄົວ. ຕາມ​ທີ່​ໄດ້​ບັນທຶກ​ຕາມ​ລໍາດັບ​ວົງ​ຕະກຸນ​ພວກເຂົາ​ມີ​ທະຫານ 22.034 ຄົນ.
8 Becher's sons: Zemirah, Joash, Eliezer, Elioenai, Omri, Jeremoth, Abijah, Anathoth, and Alemeth—all sons of Becher. ລູກຊາຍ​ຂອງ​ເບເກ​ມີ​ດັ່ງນີ້: ເຊມີຣາ, ໂຢອາດ, ເອລີເອເຊ, ເອລີໂອນາຍ, ອົມຣິ, ເຢເຣໂມດ, ອາບີຢາ, ອານາທົດ ແລະ ອາເລເມັດ. ຄົນ​ທັງໝົດ​ນີ້​ເປັນ​ລູກຊາຍ​ຂອງ​ເບເຄ.
9 Their genealogical record, by their generations, listed the heads of their ancestral families and 20,200 mighty warriors. ຕາມ​ການ​ບັນທຶກ​ຕາມ​ລໍາດັບ​ວົງ​ຕະກຸນ​ຂອງ​ພວກເຂົາ, ພວກເຂົາ​ເປັນ​ຫົວໜ້າ​ຄອບຄົວ ແລະ ມີ​ທະຫານ 20.200 ຄົນ.
10 Jediael's son was Bilhan; Bilhan's sons were Jeush, Benjamin, Ehud, Chenaanah, Zethan, Tarshish, and Ahishahar. ລູກຊາຍ​ຂອງ​ເຢດີອາເອນ​ມີ​ດັ່ງນີ້: ບິນຮານ. ລູກຊາຍ​ຂອງ​ບິນຮານ​ມີ​ດັ່ງນີ້: ເຢອຸດ, ເບັນຢາມິນ, ເອຮຸດ, ເຄນາອານາ, ເຊທານ, ຕາກຊິດ ແລະ ອາຮິຊາຮາ.
11 These were Jediael's sons, family heads, mighty warriors—17,200 fit for military service. ຄົນ​ເຫລົ່ານີ້​ທັງໝົດ​ເປັນ​ລູກຊາຍ​ຂອງ​ເຢດີອາເອນ​ທີ່​ເປັນ​ຫົວໜ້າ​ຄອບຄົວ. ມີ​ທະຫານ 17.200 ຄົນ​ທີ່​ພ້ອມ​ອອກ​ໄປ​ສູ້ຮົບ.
12 Shuppim and Huppim were the descendants of Ir, and the Hushites the descendants of Aher. ຊາວ​ຊຸບປິມ ແລະ ຊາວ​ຮູບປິມ​ເປັນ​ເຊື້ອສາຍ​ຂອງ​ອີຣະ ແລະ ຊາວ​ຮູຊິມ​ເປັນ​ເຊື້ອສາຍ​ຂອງ​ອາເຮີ.
13 The sons of Naphtali were Jahziel, Guni, Jezer, and Shallum—the descendants of Bilhah. ລູກຊາຍ​ຂອງ​ເນັບທາລີ​ມີ​ດັ່ງນີ້: ຢາຊີເອນ, ກູນີ, ເຢເຊ ແລະ ຊໍລູມ, ທີ່​ເປັນ​ເຊື້ອສາຍ​ຂອງ​ນາງ​ບິນຮາ.
14 Manasseh's sons: Asriel, whom his Aramean concubine bore; she also bore Machir, father of Gilead. ເຊື້ອສາຍ​ຂອງ​ມານາເຊ​ມີ​ດັ່ງນີ້: ອາຊະຣີເອນ​ເປັນ​ເຊື້ອສາຍ​ທີ່​ໄດ້​ມາ​ຈາກ​ເມຍນ້ອຍ​ຊາວ​ອາຣາມ. ນາງ​ໄດ້​ເກີດ​ມາກີ​ພໍ່​ຂອງ​ກີເລອາດ
15 Machir took a wife from among the Huppites and Shuppim; his sister's name was Maacah. The second was named Zelophehad; he had only daughters. ມາກີ​ໄດ້​ເມຍ​ຈາກ​ຊາວ​ຊຸບປິມ ແລະ ຊາວ​ຮູບປິມ​ຜູ້​ລະ​ຄົນ. ນ້ອງສາວ​ຂອງ​ລາວ​ຊື່​ວ່າ ມາອາກາ. ເຊື້ອສາຍ​ອີກ​ຄົນ​ໜຶ່ງ​ຊື່​ວ່າ​ເຊໂລເຟຮັດ, ຜູ້​ທີ່​ມີ​ແຕ່​ລູກສາວ​ເທົ່ານັ້ນ.
16 Machir's wife Maacah bore a son and named him Peresh; his brother was Sheresh; his sons were Ulam and Rakem. ມາອາກາ​ເມຍ​ຂອງ​ມາກີ​ມີ​ລູກຊາຍ​ຄົນໜຶ່ງ ແລະ ໄດ້​ຕັ້ງ​ຊື່​ວ່າ ເປເຣັດ. ນ້ອງຊາຍ​ຂອງ​ລາວ​ຊື່ວ່າ ເຊເລດ, ແລະ ລາວ​ມີ​ລູກຊາຍ​ຄື ອູລາມ ແລະ ເຣເກມ.
17 The son of Ulam: Bedan. These were the sons of Gilead son of Machir, son of Manasseh. ລູກຊາຍ​ຂອງ​ອູລາມ​ຄື: ເບດານ. ຄົນ​ເຫລົ່ານີ້​ແມ່ນ​ລູກຊາຍ​ຂອງ​ກີເລອາດ, ຜູ້​ເປັນ​ລູກຊາຍ​ຂອງ​ມາກີ, ຜູ້​ທີ່​ເປັນ​ລູກຊາຍ​ຂອງ​ມານາເຊ.
18 His sister Hammolecheth gave birth to Ishhod, Abiezer, and Mahlah. ຮາມໂມເລເກັດ​ເປັນ​ນ້ອງສາວ​ຂອງ​ກີເລອາດ​ມີ​ລູກຊາຍ​ດັ່ງນີ້: ອີໂຊດ, ອາບີເອເຊ ແລະ ມາລາ.
19 The sons of Shemida were Ahian, Shechem, Likhi, and Aniam. ລູກຊາຍ​ຂອງ​ເຊມີດາ​ມີ​ດັ່ງນີ້: ອາຮີອານ, ຊີເຄມ, ລີຄີ ແລະ ອານີອາມ.
20 Ephraim's sons: Shuthelah, his son Bered, his son Tahath, his son Eleadah, his son Tahath. ເຊື້ອສາຍ​ຂອງ​ເອຟຣາອິມ​ມີ​ດັ່ງນີ້: ຊູເທລາ, ລູກຊາຍ​ຂອງ​ລາວ​ແມ່ນ​ເບເຣັດ, ລູກຊາຍ​ຂອງ​ເບເຣັດ​ແມ່ນ​ຕາຮາດ, ລູກຊາຍ​ຂອງ​ຕາຮາດ​ແມ່ນ​ເອເລອາດາ, ລູກຊາຍ​ຂອງ​ເອເລອາດາ​ແມ່ນ​ຕາຮາດ,
21 His son Zabad, his son Shuthelah. The men of Gath, born in that land, killed Ezer and Elead when they went down to take the Gathites' livestock. ລູກຊາຍ​ຂອງ​ຕາຮາດ​ແມ່ນ​ຊາບາດ, ລູກຊາຍ​ຂອງ​ຊາບາດ​ແມ່ນ​ຊູເທລາ. (ເອເຊ ແລະ ເອເລອາດ​ຖືກ​ຊາວ​ພື້ນເມືອງ​ຂອງ​ກາດ​ຂ້າ, ເມື່ອ​ພວກເຂົາ​ໄປ​ຢຶດ​ຝູງສັດ​ຂອງ​ຊາວ​ກາດ.
22 Their father Ephraim mourned for many days, and his relatives came to comfort him. ເອຟຣາອິມ​ພໍ່​ຂອງ​ພວກເຂົາ​ກໍ​ໄວ້​ທຸກ​ໃຫ້​ພວກເຂົາ​ເປັນ​ເວລາ​ຫລາຍ​ມື້ ແລະ ຍາດ​ພີ່ນ້ອງ​ຂອງ​ລາວ​ກໍ​ໄດ້​ພາກັນ​ມາ​ເລົ້າໂລມ​ໃຈ​ລາວ.
23 He slept with his wife; she conceived and bore a son he named Beriah, because tragedy had struck his household. ຫລັງຈາກນັ້ນ​ເອຟຣາອິມ​ກໍ​ຫລັບ​ນອນ​ກັບ​ເມຍ​ຂອງ​ຕົນ​ອີກ, ນາງ​ໄດ້​ຖື​ພາ ແລະ ເກີດ​ລູກຊາຍ​ຄົນໜຶ່ງ. ລາວ​ໄດ້​ຕັ້ງຊື່​ໃຫ້​ລູກຊາຍ​ວ່າ​ເບຣິຢາ, ເພາະ​ມີ​ເຫດການ​ຮ້າຍ​ເກີດ​ຂຶ້ນ​ໃນ​ຄອບຄົວ​ຂອງ​ລາວ.
24 His daughter was Sheerah, who built Lower and Upper Beth-horon as well as Uzzen-sheerah. ລູກສາວ​ຂອງ​ເອຟຣາອິມ​ແມ່ນ​ເຊເອຣາ, ຜູ້​ທີ່​ສ້າງ​ເມືອງ​ເບັດ​ໂຮໂຣນ​ຕອນ​ລຸ່ມ ແລະ ຕອນ​ເທິງ​ເມືອງ​ອຸດເຊັນເຊເອຣາ).
25 Rephah was his son, Resheph his son, Telah his son, Tahan his son, ເຣຟາ​ເປັນ​ລູກຊາຍ​ຂອງ​ເອຟຣາອິມ​ອີກ​ຜູ້​ໜຶ່ງ​ແມ່ນ​ເຣຟາ, ລູກຊາຍ​ຂອງ​ເຣຟາ​ແມ່ນ​ເຣເຊັບ, ລູກຊາຍ​ຂອງ​ເຣເຊັບ​ແມ່ນ​ເຕລາ, ລູກຊາຍ​ຂອງ​ເຕລາ​ແມ່ນ​ຕາຮານ,
26 Ladan his son, Ammihud his son, Elishama his son, ລູກຊາຍ​ຂອງ​ຕາຮານ​ແມ່ນ​ລາດານ, ລູກຊາຍ​ຂອງ​ລາດານ​ແມ່ນ​ອາມມີຮູດ, ລູກຊາຍ​ຂອງ​ອາມມີຮຸດ​ແມ່ນ​ເອລີຊາມາ,
27 Nun his son, and Joshua his son. ລູກຊາຍ​ຂອງ​ເອລີຊາມາ​ແມ່ນ​ນູນ, ລູກຊາຍ​ຂອງ​ນູນ​ແມ່ນ​ໂຢຊວຍ.
28 Their possessions and settlements: Bethel with its villages, Naaran eastward, Gezer westward with its villages, Shechem with its villages, and on to Ayyah with its villages. ດິນແດນ ແລະ ບ່ອນ​ທີ່​ພວກເຂົາ​ໄດ້​ຕັ້ງ​ຖິ່ນຖານ​ຢູ່​ລວມ​ທັງ​ເມືອງ​ເບັດເອນ ແລະ ບ້ານ​ຕ່າງໆ​ທີ່​ຢູ່​ອ້ອມ​ເມືອງ​ຕ່າງໆ​ນັ້ນ, ນາອາຣານ​ຈົນ​ເຖິງ​ທາງ​ຕາເວັນ​ອອກ, ເມືອງ​ເກເຊ ແລະ ບ້ານ​ຕ່າງໆ​ທີ່​ອ້ອມ​ເມືອງ​ນັ້ນ​ໄປ​ຈົນ​ເຖິງ​ທາງ​ຕາເວັນ​ຕົກ ແລະ ຈາກ​ເມືອງ​ຊີເຄມ ແລະ ໝູ່ບ້ານ​ຕ່າງໆ​ທີ່ຢູ່​ອ້ອມ​ໄປ​ຈົນ​ເຖິງ​ເມືອງ​ອາອີ ແລະ ໝູ່ບ້ານ​ຕ່າງໆ​ທີ່​ຢູ່​ອ້ອມ​ເມືອງ​ເຫລົ່ານັ້ນ.
29 Along the borders of Manasseh's sons: Beth-shean, Taanach, Megiddo, and Dor, with their villages. Joseph son of Israel's descendants lived there. ລຽບຕາມ​ຊາຍແດນ​ຂອງ​ມານາເຊ​ມີ​ເມືອງ​ຕ່າງໆ​ຄື: ເບັດເຊອານ, ຕາອານັກ, ເມກິດໂດ ແລະ ເມືອງ​ໂດເຣ, ພ້ອມທັງ​ບ້ານ​ຕ່າງໆ​ທີ່​ຢູ່​ອ້ອມ​ເມືອງ​ເຫລົ່ານັ້ນ. ເຊື້ອສາຍ​ຂອງ​ໂຢເຊັບ​ລູກຊາຍ​ອິດສະຣາເອນ​ອາໄສ​ຢູ່​ໃນ​ເມືອງ​ເຫລົ່ານີ້.
30 The sons of Asher were Imnah, Ishvah, Ishvi, and Beriah; their sister was Serah. ລູກຊາຍ​ຂອງ​ອາເຊ​ມີ​ດັ່ງນີ້: ອິມນາ, ອີຊະວາ, ອີຊະວີ ແລະ ເບຣີຢາ. ລາວ​ມີ​ລູກສາວ​ຜູ້ໜຶ່ງ​ຊື່​ວ່າ ເສຣາ.
31 The sons of Beriah were Heber and Malchiel, who was the father of Birzaith. ລູກຊາຍ​ຂອງ​ເບຣີຢາ​ມີ​ດັ່ງນີ້: ເຮເບ ແລະ ມັນກີເອນ, ມັນກີເອນ​ເປັນ​ພໍ່​ຂອງ​ບີຣະຊາອິດ.
32 Heber was the father of Japhlet, Shomer, and Hotham, and of their sister Shua. ເຮເບ​ເປັນ​ພໍ່​ຂອງ​ຢາຟະເລດ, ໂຊເມ, ໂຮທາມ ແລະ ນ້ອງສາວ​ຂອງ​ພວກເຂົາ​ຊື່​ວ່າ ຊູອາ.
33 The sons of Japhlet were Pasach, Bimhal, and Ashvath. These were the sons of Japhlet. ລູກຊາຍ​ຂອງ​ຢາຟະເລດ​ມີ​ດັ່ງນີ້: ປາສັກ, ບີມຮານ ແລະ ອາຊະວາດ. ຄົນ​ເຫລົ່ານີ້​ແມ່ນ​ລູກຊາຍ​ຂອງ​ຢາຟະເລດ.
34 The sons of Shemer were Ahi, Rohgah, Hubbah, and Aram. ລູກຊາຍ​ຂອງ​ໂຊເມ​ມີ​ດັ່ງນີ້: ອາຮີ, ໂຣກາ, ຮຸບບາ ແລະ ອາຣາມ.
35 The sons of his brother Helem were Zophah, Imna, Shelesh, and Amal. ໂຮທາມ​ນ້ອງຊາຍ​ຂອງ​ລາວ​ມີ​ລູກຊາຍ​ດັ່ງນີ້: ໂຊພາ, ອີມນາ, ເຊເລັດ ແລະ ອາມານ.
36 The sons of Zophah were Suah, Harnepher, Shual, Beri, Imrah, ລູກຊາຍ​ຂອງ​ໂຊພາ​ມີ​ດັ່ງນີ້: ສູອາ, ຮັກເນເຟ, ຊູອານ, ເບຣີ, ອິມຣາ,
37 Bezer, Hod, Shamma, Shilshah, Ithran, and Beera. ເບເຊ, ໂຮດ, ຊາມມາ, ຊິນຊາ, ອີທະຣານ ແລະ ເບເອຣາ.
38 The sons of Jether were Jephunneh, Pispa, and Ara. ລູກຊາຍ​ຂອງ​ເຢເທີ​ມີ​ດັ່ງນີ້: ເຢຟຸນເນ, ປີສະປາ, ແລະ ອາຣາ.
39 The sons of Ulla were Arah, Hanniel, and Rizia. ລູກຊາຍ​ຂອງ​ອຸນລາ​ມີ​ດັ່ງນີ້: ອາຣາ, ຮານນີເອນ, ແລະ ຣີຊີອາ.
40 All these were Asher's descendants: heads of families, choice men, mighty warriors, heads of chiefs. Their war-service genealogy: 26,000 men. ຄົນ​ທັງໝົດ​ເຫລົ່ານີ້​ແມ່ນ​ເຊື້ອສາຍ​ຂອງ​ອາເຊ, ເຊິ່ງ​ເປັນ​ຫົວໜ້າ​ຄອບຄົວ, ເປັນ​ທະຫານ​ໄດ້​ຮັບ​ການ​ຄັດເລືອກ, ເປັນ​ນັກຮົບ​ເກັ່ງກ້າ ແລະ ເປັນ​ຜູ້ນຳ​ທີ່​ສໍາຄັນ. ມີ​ຈໍານວນ​ທະຫານ 26.000 ຄົນ​ທີ່​ພ້ອມ​ອອກ​ສູ້ຮົບ, ດັ່ງ​ທີ່​ໄດ້​ບັນທຶກ​ຕາມ​ລໍາດັບ​ວົງ​ຕະກຸນ​ຂອງ​ພວກເຂົາ.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]