ຄົນເຝົ້າຍາມປະຕູວິຫານ
1ການແບ່ງຄົນເຝົ້າຍາມປະຕູວິຫານມີດັ່ງນີ້: ຈາກຕະກຸນຂອງໂກຣາມີ: ເມເຊເລມີຢາ ລູກຊາຍຂອງໂກເຣ, ເປັນລູກຊາຍຄົນໜຶ່ງຂອງອາສັບ.
2ລູກຊາຍຂອງເມເຊເລມີຢາ ມີດັ່ງນີ້: ເຊກາຣີຢາເປັນລູກຊາຍກົກ, ຄົນທີສອງແມ່ນເຢດີອາເອນ, ຄົນທີສາມແມ່ນເຊບາດີຢາ, ຄົນທີສີ່ແມ່ນຢາທະນິເອນ,
3ຄົນທີຫ້າແມ່ນເອລາມ, ຄົນທີຫົກແມ່ນເຢໂຮຮານານ, ແລະ ຄົນທີເຈັດແມ່ນເອລີເອໂຮນາຍ.
4ໂອເບັດເອໂດມກໍມີລູກຊາຍດັ່ງນີ້: ເຊມາອີຢາເປັນລູກຊາຍກົກ, ຄົນທີສອງແມ່ນເຢໂຮຊາບັດ, ຄົນທີສາມແມ່ນໂຢອາ, ຄົນທີສີ່ແມ່ນສາກາ, ຄົນທີຫ້າແມ່ນເນທາເນນ,
5ຄົນທີຫົກແມ່ນອາມມີເອນ, ຄົນທີເຈັດແມ່ນອິດຊາຄາ, ແລະ ຄົນທີແປດແມ່ນເປອູນເລໄທ. (ເພາະພຣະເຈົ້າໄດ້ອວຍພອນໂອເບັດເອໂດມ)
6ເຊມາອີຢາ ລູກຊາຍກົກຂອງໂອເບັດເອໂດມກໍມີລູກຊາຍຫລາຍຄົນ ທີ່ເປັນຜູ້ນຳໃນຄອບຄົວຂອງພໍ່ຂອງພວກເຂົາ ເພາະພວກເຂົາເປັນຄົນທີ່ມີຄວາມສາມາດຫລາຍ. 7ລູກຊາຍຂອງເຊມາອີຢາມີດັ່ງນີ້: ໂອທະນີ, ເຣຟາເອນ, ໂອເບັດ ແລະ ເອນຊາບັດ; ເອລີຮູ ແລະ ເສມາກີຢາພ້ອມທັງຍາດພີ່ນ້ອງຂອງລາວກໍເປັນຄົນທີ່ມີຄວາມສາມາດຫລາຍ.
8ຄົນເຫລົ່ານີ້ເປັນເຊື້ອສາຍຂອງໂອເບັດເອໂດມ; ພວກເຂົາ, ລູກຫຼານ ແລະ ຍາດພີ່ນ້ອງຂອງພວກເຂົາເປັນຄົນທີ່ມີຄວາມສາມາດຫລາຍ ພ້ອມທັງມີກຳລັງໃນການປະຕິບັດວຽກງານ. ເຊື້ອສາຍຂອງໂອເບັດເອໂດມລວມທັງໝົດມີ 62 ຄົນ.
9ເມເຊເລມີຢາມີລູກຊາຍ ແລະ ຍາດພີ່ນ້ອງ ທີ່ເປັນຄົນທີ່ມີຄວາມສາມາດລວມທັງໝົດມີສິບແປດຄົນ.
10ໂຮສາຈາກຕະກຸນເມຣາຣິ ມີລູກຊາຍດັ່ງນີ້: ຄົນທີໜຶ່ງແມ່ນຊີມຣີ (ເຖິງແມ່ນວ່າຊິມຣີຈະບໍ່ແມ່ນລູກຊາຍກົກ ແຕ່ພໍ່ໄດ້ຕັ້ງລາວເປັນຄົນທີໜຶ່ງ),
11ຄົນທີສອງແມ່ນຮິນກີຢາ, ຄົນທີສາມແມ່ນເຕບາລີຢາ ຄົນທີສີ່ແມ່ນເຊກາຣີຢາ. ລູກຊາຍ ແລະ ຍາດພີ່ນ້ອງຂອງໂຮສາ ລວມທັງໝົດມີສິບສາມຄົນ.
12ນີ້ແມ່ນການແບ່ງພວກຄົນຍາມເຝົ້າປະຕູວິຫານ, ທີ່ໄດ້ແບ່ງຕາມຜູ້ນໍາຂອງພວກເຂົາ, ມີໜ້າທີ່ຮັບໃຊ້ໃນວິຫານຂອງພຣະເຈົ້າຢາເວເໝືອນກັນກັບຄົນເລວີອື່ນໆ. 13ພວກເຂົາໄດ້ຮັບຜິດຊອບຍາມແຕ່ລະປະຕູໂດຍການຈັບສະຫລາກຕາມຄອບຄົວຂອງພວກເຂົາ, ບໍ່ວ່າເປັນຜູ້ໃຫຍ່ ແລະ ຄົນໜຸ່ມກໍເໝືອນກັນ.
14ສໍາລັບການຈັບສະຫລາກເພື່ອຮັບຜິດຊອບຍາມປະຕູດ້ານຕາເວັນອອກ ໄດ້ຕົກຖືກເຊເລມີຢາ. ແລ້ວສະຫລາກສໍາລັບດ້ານເໜືອ ໄດ້ຕົກຖືກເຊກາຣີຢາ ລູກຊາຍຂອງລາວ, ທີ່ເປັນຜູ້ໃຫ້ຄໍາປຶກສາທີ່ສະຫຼຽວສະຫຼາດ.
15ສະຫລາກສຳລັບປະຕູດ້ານໃຕ້ ໄດ້ຕົກຖືກໂອເບັດເອໂດມ ແລະ ສະຫລາກສຳລັບເຝົ້າຍາມຫ້ອງເກັບເຄື່ອງໄດ້ຕົກຖືກບັນດາລູກຊາຍຂອງລາວ.
16ສະຫລາກສຳລັບປະຕູດ້ານຕາເວັນຕົກ ແລະ ປະຕູຊັນເລເກັດທີ່ຖະໜົນດ້ານເທິງ ໄດ້ຕົກຖືກ ຊຸບປິມ ແລະ ໂຮສາ. ໜ້າທີ່ເຝົ້າຍາມທີ່ປ່ຽນຜຽນກັນຍາມດັ່ງນີ້:
17ປະຕູທາງດ້ານຕາເວັນອອກ ແຕ່ລະມື້ຈະມີຍາມຄົນເລວີຫົກຄົນ, ປະຕູດ້ານເໜືອມີຄົນຍາມສີ່ຄົນ, ປະຕູດ້ານໃຕ້ມີສີ່ຄົນ ຫ້ອງເກັບເຄື່ອງຈະມີເວນຍາມສອງຄັ້ງ ຄັ້ງລະສອງຄົນ.
18ສຳລັບສາລາທາງດ້ານຕາເວັນຕົກທີ່ຖະໜົນມີສອງຄົນ ແລະ ໃນສາລາເອງມີສອງຄົນ.
19ຄົນເຫລົ່ານີ້ແມ່ນຄົນເຝົ້າຍາມປະຕູວິຫານ ທີ່ເປັນເຊື້ອສາຍຂອງໂກຣາ ແລະ ເມຣາຣິ.
ນາຍຄັງ ແລະ ໜ້າທີ່ອື່ນໆໃນວິຫານ
20ພີ່ນ້ອງຊາວເລວີຄົນອື່ນໆ ມີໜ້າທີຮັບຜິດຊອບຄັງຂອງວິຫານຂອງພຣະເຈົ້າ ແລະ ຄັງຂອງຖວາຍຕ່າງໆ.
21ເຊື້ອສາຍຂອງລາດານ, ຈາກຕະກຸນເກໂຊນ ແລະ ເປັນຫົວໜ້າຄອບຄົວຕາມເຊື້ອສາຍລາດານຄື, ເຢຮີເອລີ, 22ລູກຊາຍຂອງລາດານມີດັ່ງນີ້: ເຢຮີເອລີ ເຊທາມ ແລະ ໂຢເອນນ້ອງຊາຍຂອງລາວ. ພວກເຂົາເປັນຜູ້ຮັບຜິດຊອບຄັງວິຫານຂອງພຣະເຈົ້າຢາເວ.
23ຈາກຕະກຸນອຳຣາມ, ອີຊະຮາດ, ເຮັບໂຣນ ແລະ ອຸດຊີເອນມີດັ່ງນີ້:
24ເຊບູເອນ ເຊື້ອສາຍຂອງເກໂຊມລູກຊາຍຂອງໂມເຊ, ເປັນເຈົ້າໜ້າທີ່ຮັບຜິດຊອບຄັງຕ່າງໆ. 25ຍາດພີ່ນ້ອງຂອງລາວທີ່ທາງເອລີເອເຊຄື: ເຣຮາບີຢາເປັນພໍ່ຂອງເຢຊາອີຢາ, ເຢຊາອີຢາເປັນພໍ່ຂອງໂຢຣາມ, ໂຢຣາມເປັນພໍ່ຂອງຊີກະຣີ, ຊີກະຣີເປັນພໍ່ຂອງເຊໂລມິດ.
26ເຊໂລມິດ ແລະ ຍາດພີ່ນ້ອງຂອງລາວແມ່ນຮັບຜິດຊອບຄັງທັງໝົດທີ່ກະສັດດາວິດ, ບັນດາຫົວໜ້າຄອບຄົວຕ່າງໆ ທີ່ຜູ້ບັນຊາການກອງພັນ ແລະ ບັນດາຜູ້ບັນຊາການກອງຮ້ອຍ ແລະ ບັນດາຜູ້ບັນຊາການກອງທັບໄດ້ອຸທິດຖວາຍແກ່ພຣະເຈົ້າ. 27ພວກເຂົາໄດ້ນໍາເອົາເຄື່ອງບາງສ່ວນທີ່ຢຶດມາໄດ້ຈາກການສູ້ຮົບ ພວກເຂົາໄດ້ອຸທິດຖວາຍເພື່ອນໍາໃຊ້ໃນການບຳລຸງຮັກສາວິຫານຂອງພຣະເຈົ້າຢາເວ. 28ເຊໂລມິດ ແລະ ຍາດພີ່ນ້ອງຂອງລາວກໍຍັງຮັບຜິດຊອບທຸກສິ່ງທີ່ຜູ້ທຳນວາຍຊາມູເອນ, ກະສັດໂຊນລູກຊາຍຂອງກີເຊ, ອັບເນລູກຊາຍຂອງເນຣະ ແລະ ໂຢອາບລູກຊາຍຂອງນາງເຊຣູອີຢາ ແລະ ຄົນອື່ນໆໄດ້ຖວາຍແກ່ພຣະເຈົ້າ.
29ຈາກຕະກຸນອິດຊະຮາດມີດັ່ງນີ້: ເກນານີຢາກັບລູກຊາຍຂອງລາວ ໄດ້ຮັບໜ້າທີ່ພາຍນອກວິຫານ, ຄື ເປັນເຈົ້າໜ້າທີ່ ແລະ ຜູ້ປົກຄອງອິດສະຣາເອນ.
30ຈາກຕະກຸນເຮັບໂຣນມີດັ່ງນີ້: ຮາຊາບີຢາ ແລະ ພີ່ນ້ອງຂອງລາວ ມີໜຶ່ງພັນເຈັດຮ້ອຍຄົນ, ພວກເຂົາມີໜ້າທີ່ຮັບຜິດຊອບອິດສະຣາເອນທາງຕາເວັນຕົກຂອງແມ່ນ້ຳຈໍແດນໃຫ້ເຮັດວຽກທຸກຢ່າງຂອງພຣະເຈົ້າຢາເວ ແລະ ຮັບໃຊ້ກະສັດ.
31ສໍາລັບຕະກຸນເຮັບໂຣນ, ເຢຣິຢາເປັນຫົວໜ້າຕາມການບັນທຶກລຳດັບຄອບຄົວຂອງພວກເຂົາ. ໃນການປົກຄອງປີທີສີ່ສິບຂອງກະສັດດາວິດ ມີການສຳຫລວດ ແລະ ໄດ້ບັນທຶກໄວ້, ແລະ ພົບວ່າມີຄົນທີ່ມີຄວາມສາມາດໃນຕະກຸນຂອງເຮັບໂຣນທີ່ຢາເຊໃນກີເລອາດ.
32ເຢຣິຢາມີຍາດພີ່ນ້ອງສອງພັນເຈັດຮ້ອຍຄົນ, ທີ່ເປັນຄົນມີຄວາມສາມາດ ແລະ ເປັນຫົວໜ້າຄອບຄົວຕ່າງໆ, ກະສັດດາວິດຈຶ່ງຕັ້ງພວກເຂົາໃຫ້ຮັບຜິດຊອບຊາວຣູເບັນ, ຊາວກາດ ແລະ ຊາວມານາເຊເຄິ່ງເຜົ່າໃຫ້ເຮັດວຽກທຸກຢ່າງທີ່ກ່ຽວກັບພຣະເຈົ້າ ແລະ ກິດຈະການຂອງກະສັດ.