ຄົນເລວີ
1ເມື່ອດາວິດໄດ້ແກ່ຊະຣາຫລາຍແລ້ວ, ເພິ່ນແຕ່ງຕັ້ງໂຊໂລໂມນລູກຊາຍຂອງເພິ່ນຂຶ້ນເປັນກະສັດປົກຄອງອິດສະຣາເອນ.
2ດາວິດເອີ້ນຜູ້ນຳທັງໝົດຂອງອິດສະຣາເອນໃຫ້ມາເຕົ້າໂຮມກັນ, ລວມທັງພວກປະໂລຫິດ ແລະ ພວກເລວີ. 3ມີການນັບຈຳນວນຄົນເລວີທີ່ມີອາຍຸສາມສິບປີຂຶ້ນໄປ, ລວມທັງໝົດມີສາມສິບແປດພັນຄົນ. 4ດາວິດເວົ້າວ່າ, “ໃຫ້ຊາວສີ່ພັນຄົນຮັບຜິດຊອບໜ້າທີ່ວຽກງານໃນວິຫານຂອງອົງພຣະເຈົ້າຢາເວ ແລະ ໃຫ້ຫົກພັນຄົນເປັນຂ້າລາຊະການ ແລະ ເປັນຜູ້ພິພາກສາ. 5ໃຫ້ສີ່ພັນຄົນເປັນຜູ້ເຝົ້າຍາມປະຕູວິຫານ ແລະ ໃຫ້ອີກສີ່ພັນຄົນສັນລະເສີນພຣະເຈົ້າຢາເວດ້ວຍເຄື່ອງດົນຕີຕ່າງໆທີ່ເຮົາໄດ້ຈັດຕຽມໄວ້ສໍາລັບຈຸດປະສົງນັ້ນ”.
6ດາວິດໄດ້ແບ່ງຄົນເລວີເປັນສາມໝວດຕາມຊື່ລູກຊາຍຂອງເລວີມີດັ່ງນີ້: ເກໂຊນ, ໂກຮາດ ແລະ ເມຣາຣິ.
ຕະກຸນເກໂຊນ
7ຈາກຕະກຸນເກໂຊນມີດັ່ງນີ້: ລາດານ ແລະ ຊີເມອີ.
8ລູກຊາຍຂອງລາດານມີ: ຄົນທີໜຶ່ງແມ່ນເຢຮີເອນ, ເຊທາມ ແລະ ໂຢເອນ, ລວມທັງໝົດມີສາມຄົນ.
9ລູກຊາຍຂອງຊີເມອີມີ: ເຊໂລໂມດ, ຮາຊີເອນ ແລະ ຮາຣານ ລວມທັງໝົດມີສາມຄົນ. ຄົນເຫລົ່ານີ້ເປັນຫົວໜ້າຄອບຄົວຂອງລາດານ.
10ແລະ ລູກຊາຍຂອງຊີເມອີມີ: ຢາຮາດ, ຊີຊາ ເຢອຸດ ແລະ ເບຣິຢາ. ຄົນເຫລົ່ານີ້ເປັນລູກຊາຍຂອງຊີເມອີ ລວມທັງໝົດສີ່ຄົນ.
11ຄົນທີໜຶ່ງແມ່ນຢາຮາດ, ຄົນທີສອງແມ່ນຊີຊາ, ແຕ່ເຢອຸດ ແລະ ເບຣິຢາບໍ່ມີລູກຊາຍຫລາຍຄົນ; ດັ່ງນັ້ນ ພວກເຂົາຈຶ່ງໄດ້ນັບເຂົ້າເປັນຄອບຄົວດຽວກັນ ມີໜ້າທີ່ຮັບຜິດຊອບອັນດຽວກັນ.
ຕະກຸນໂກຮາດ
12ລູກຊາຍຂອງໂກຮາດ ມີດັ່ງນີ້: ອຳຣາມ, ອີຊະຮາດ, ເຮັບໂຣນ ແລະ ອຸດຊີເອນ. ລວມທັງໝົດມີສີ່ຄົນ
13ລູກຊາຍຂອງອຳຣາມມີ: ອາໂຣນ ແລະ ໂມເຊ. ອາໂຣນ ແລະ ເຊື້ອສາຍຂອງລາວໄດ້ຖືກແຍກອອກຢູ່ຕ່າງຫາກ ເພື່ອເບິ່ງແຍງສິ່ງທີ່ສັກສິດທີ່ສຸດ, ເພື່ອຖວາຍເຄື່ອງບູຊາແກ່ພຣະເຈົ້າຢາເວ, ເພື່ອຮັບໃຊ້ຢູ່ຕໍ່ໜ້າພຣະອົງ ແລະ ເພື່ອອວຍພອນປະຊາຊົນໃນນາມຂອງພຣະອົງຕະຫລອດໄປ.
14ລູກຊາຍຂອງໂມເຊຄົນຂອງພຣະເຈົ້ານັ້ນ ນັບເຂົ້າກັບເຜົ່າເລວີ.
15ລູກຊາຍຂອງໂມເຊມີດັ່ງນີ້: ເກໂຊມ ແລະ ເອລີເອເຊ.
16ເຊື້ອສາຍຂອງເກໂຊມມີ: ຄົນທີໜຶ່ງແມ່ນເຊບູເອນ.
17ເຊື້ອສາຍຂອງເອລີເອເຊມີ: ຄົນທີໜຶ່ງແມ່ນເຣຮາບີຢາ. ເອລີເອເຊມີລູກຊາຍຄົນດຽວ ແລະ ບໍ່ມີລູກຊາຍຄົນອື່ນອີກ. ແຕ່ພວກລູກຊາຍຂອງເຣຮາບີຢາມີລູກຢ່າງຫລວງຫລາຍ.
18ລູກຊາຍຂອງອີຊະຮາດມີ: ຄົນທີໜຶ່ງແມ່ນເຊໂລມິດ.
19ລູກຊາຍຂອງເຮັບໂຣນມີ: ຄົນທີໜຶ່ງແມ່ນເຢຣີຢາ, ຄົນທີສອງແມ່ນອາມາຣີຢາ, ຄົນທີສາມແມ່ນເຢຮາຊີເອນ ແລະ ຄົນທີສີ່ແມ່ນເຢກາເມອາມ.
20ລູກຊາຍຂອງອຸດຊີເອນມີ: ຄົນທີໜຶ່ງແມ່ນມີກາ ແລະ ຄົນທີສອງແມ່ນອິດຊີຢາ.
ຕະກຸນເມຣາຣິ
21ລູກຊາຍຂອງເມຣາຣິມີດັ່ງນີ້: ມາຮະລີ ແລະ ມູຊີ. ລູກຊາຍຂອງມາຮະລີມີ: ເອເລອາຊາ ແລະ ກີເຊ.
22(ເອເລອາຊາໄດ້ຕາຍໄປໂດຍບໍ່ມີລູກຊາຍ, ລາວມີແຕ່ບັນດາລູກສາວ. ບັນດາລູກຊາຍຂອງກີເຊກໍໄດ້ແຕ່ງງານກັບພີ່ນ້ອງຂອງພວກເຂົາ).
23ລູກຊາຍຂອງມູຊີມີ: ມາຮະລີ, ເອເດ ແລະ ເຢເຣໂມດ ລວມທັງໝົດມີສາມຄົນ.
24ຄົນເຫລົ່ານີ້ແມ່ນເຊື້ອສາຍຂອງເລວີຕາມຄອບຄົວທີ່ໄດ້ນັບຂຶ້ນທະບຽນໄວ້ຕາມຊື່ຂອງຫົວໜ້າຄອບຄົວ ຊາຍຊາວເລວີທີ່ມີອາຍຸ 20 ປີ ຂຶ້ນໄປທີ່ກ່າວມານີ້ ທຸກຄົນມີໜ້າທີ່ປະຕິບັດງານໃນວິຫານຂອງພຣະເຈົ້າຢາເວ. 25ເພາະດາວິດໄດ້ເວົ້າວ່າ, “ຕັ້ງແຕ່ ພຣະເຈົ້າຢາເວ ພຣະເຈົ້າແຫ່ງອິດສະຣາເອນໄດ້ໃຫ້ປະຊາຊົນໄດ້ພັກຜ່ອນ ແລະ ພຣະອົງສະຖິດຢູ່ໃນເຢຣູຊາເລັມຕະຫລອດໄປ. 26ຄົນເລວີຈຶ່ງບໍ່ຈຳເປັນຕ້ອງຫາມຫໍເຕັນ ແລະ ເຄື່ອງໃຊ້ໃນການຮັບໃຊ້ອີກຕໍ່ໄປ”. 27ຕາມຄໍາແນະນໍາສຸດທ້າຍຂອງດາວິດ, ໃຫ້ນັບຈຳນວນຄົນເລວີທີ່ອາຍຸ 20 ປີຂຶ້ນໄປ ຫລື ມີອາຍຸຫລາຍກວ່ານັ້ນເຂົ້າໃນການຮັບໃຊ້.
28ໜ້າທີ່ຂອງຄົນເລວີຄືຊ່ວຍເຫລືອເຊື້ອສາຍຂອງອາໂຣນໃນການຮັບໃຊ້ໃນວິຫານຂອງພຣະເຈົ້າຢາເວຄື: ເພື່ອເບິ່ງແຍງເດີ່ນວິຫານ, ຫ້ອງຕ່າງໆທີ່ຢູ່ດ້ານຂ້າງ, ຊໍາລະສິ່ງສັກສິດທຸກຢ່າງ ແລະ ປະຕິບັດໜ້າທີ່ອື່ນໆໃນວິຫານຂອງພຣະເຈົ້າ. 29ພວກເຂົາຮັບຜິດຊອບການຈັດເຂົ້າຈີ່ຂຶ້ນເທິງໂຕະ, ແປ້ງພິເສດສຳລັບການຖວາຍບູຊາພືດຜົນທີ່ເປັນເມັດ, ເຂົ້າຈີ່ບາງທີ່ບໍ່ມີເຊື້ອແປ້ງ, ເຄື່ອງປີ້ງບູຊາ ແລະ ແປ້ງເຂົ້າປະສົມນໍ້າມັນ, ແລະ ວັດແທກປະລິມານ ແລະ ຂະໜາດຂອງເຄື່ອງຖວາຍທັງໝົດ. 30ທຸກໆເຊົ້າ ແລະ ທຸກໆແລງພວກເຂົາຈະຢືນຮ້ອງເພງໂມທະນາຂອບຄຸນ ແລະ ສັນລະເສີນພຣະເຈົ້າຢາເວ. 31ແລະ ເມື່ອໃດທີ່ມີການເຜົາເຄື່ອງຖວາຍບູຊາແກ່ພຣະເຈົ້າຢາເວໃນວັນຊະບາໂຕ, ໃນວັນສະຫລອງເດືອນອອກໃໝ່ ແລະ ຕາມເທດສະການທີ່ໄດ້ກຳນົດ. ພວກເຂົາຈະຕ້ອງຮັບໃຊ້ຢູ່ຕໍ່ໜ້າພຣະເຈົ້າຢາເວເປັນປະຈໍາຕາມຈຳນວນຄົນທີ່ເໝາະສົມ ແລະ ຕາມວິທີທີ່ໄດ້ກຳນົດໄວ້ສໍາລັບພວກເຂົາ.
32ດັ່ງນັ້ນ ຄົນເລວີຈຶ່ງປະຕິບັດໜ້າທີ່ຮັບຜິດຊອບຂອງພວກເຂົາໃນຫໍເຕັນບ່ອນຊຸມນຸມ, ແລະ ສະຖານທີ່ສັກສິດ, ເພື່ອຮັບໃຊ້ໃນວິຫານຂອງພຣະເຈົ້າຢາເວ ພາຍໃຕ້ການຄຳສັ່ງຂອງພີ່ນ້ອງຂອງພວກເຂົາທີ່ສືບເຊື້ອສາຍມາຈາກອາໂຣນ.