Side by side with the Father's Heart Bible™ ການຢຶດເມືອງຣັບບາ
1ໃນລະດູໃບໄມ້ປົ່ງ, ເປັນເວລາທີ່ບັນດາກະສັດອອກໄປເຮັດເສິກ, ໂຢອາບໄດ້ນຳທະຫານອອກໄປ. ລາວໄດ້ທຳລາຍດິນແດນຂອງຊາວອຳໂມນ ແລ້ວໄດ້ປິດລ້ອມເມືອງຣັບບາໄວ້, ແຕ່ດາວິດຍັງຢູ່ໃນເຢຣູຊາເລັມ. ໂຢອາບໄດ້ໂຈມຕີຣັບບາ ແລະ ປະຖິ້ມໄວ້ໃຫ້ເປັນຊາກເພພັງ. 2ດາວິດໄດ້ເອົາມົງກຸດຈາກຫົວຂອງບັນດາກະສັດ ຂອງພວກເຂົາມາສວມເທິງຫົວຂອງຕົນ ມົງກຸດນັ້ນເຮັດດ້ວຍຄໍາໜັກໜຶ່ງຕະລັນຕົນ, ແລະ ປະດັບດ້ວຍເພັດຕ່າງໆ. ດາວິດໄດ້ປຸ້ນມາຈາກເມືອງນັ້ນເປັນຈຳນວນຫລາຍ. 3ແລະ ໄດ້ເອົາປະຊາຊົນຢູ່ທີ່ນັ້ນ, ມາເຮັດວຽກໂດຍໃຊ້ເລື່ອຍ ຈົກ ສຽມ ແລະ ຂວານ. ດາວິດໄດ້ເຮັດເຊັ່ນນີ້ກັບທຸກເມືອງຂອງຊາວອຳໂມນ. ແລ້ວເພິ່ນ ແລະ ກອງທັບກໍກັບຄືນໄປທີ່ເຢຣູຊາເລັມ.
ການເຮັດເສິກກັບຊາວຟີລິດສະຕິນ
4ຕໍ່ມາ, ມີການສູ້ຮົບກັບຊາວຟີລິດສະຕິນ, ທີ່ເກເຊ. ໃນເວລານັ້ນສິບເບກາຍຊາວຮູຊາໄດ້ຂ້າສິບປາຍທີ່ເປັນຜູ້ໜຶ່ງໃນເຊື້ອສາຍຂອງຄົນຮ່າງໃຫຍ່ຂອງຊາວເຣຟາອິມ ແລະ ຊາວຟີລິດສະຕິນກໍໄດ້ພ່າຍແພ້.
5ໃນການສູ້ຮົບກັບຊາວຟີລິດສະຕິນອີກຄັ້ງໜຶ່ງ, ເອນຮານານລູກຊາຍຂອງຢາອີໄດ້ຂ້າລາຮະມີນ້ອງຊາຍຂອງໂກລີອາດຊາວກາດ, ຜູ້ທີ່ຖືຫອກດ້າມໃຫຍ່ເໝືອນໄມ້ທີ່ໃຊ້ຕ່ຳຫູກ.
6ໃນການສູ້ຮົບອີກຄັ້ງ, ເຊິ່ງໄດ້ເກີດຂຶ້ນທີ່ເມືອງກາດ ຄົນຮູບຮ່າງໃຫຍ່ທີ່ມີນິ້ວມືນິ້ວຕີນເບື້ອງລະຫົກນິ້ວລວມທັງໝົດມີຊາວສີ່ນິ້ວ. ລາວເປັນເຊື້ອສາຍຂອງຣາຟາເໝືອນກັນ. 7ເມື່ອລາວໄດ້ເວົ້າເຢາະເຢີ້ຍຊາວອິດສະຣາເອນ, ໂຢນາທານລູກຊາຍຂອງຊີເມອາອ້າຍຂອງດາວິດໄດ້ຂ້າລາວ.
8ຄົນເຫລົ່ານີ້ເປັນເຊື້ອສາຍຂອງຣາຟາໃນເມືອງກາດ, ແລ້ວພວກເຂົາໄດ້ຖືກດາວິດ ແລະ ທະຫານຂອງເພິ່ນໄດ້ຂ້າພວກເຂົາດ້ວຍມືຂອງຕົນ.