Skip to content
The Believer's Library

Biblica® Open Lao Contemporary Version

Ruth 1 OLCV

Show OLCV only
Verse × ×
1 When the judges ruled, a famine struck the land, and a man from Bethlehem in Judah went with his wife and two sons to stay a while in the fields of Moab. ໃນ​ສະໄໝ​ທີ່​ບັນດາ​ຜູ້ປົກຄອງ​ໄດ້​ປົກຄອງ, ມີ​ການ​ອຶດຢາກ​ອາຫານ​ເກີດ​ຂຶ້ນ​ໃນ​ແຜ່ນດິນ​ນັ້ນ. ດັ່ງນັ້ນ ຈຶ່ງ​ມີ​ຊາຍ​ຄົນ​ໜຶ່ງ​ຈາກ​ເບັດເລເຮັມ​ໃນ​ເຂດ​ຢູດາຍ, ພ້ອມ​ດ້ວຍ​ເມຍ​ຂອງ​ລາວ ແລະ ລູກຊາຍ​ສອງ​ຄົນ ໄດ້​ໄປ​ອາໄສ​ຢູ່​ໃນ​ດິນແດນ​ໂມອາບ​ຊົ່ວ​ໄລຍະ​ໜຶ່ງ.
2 The man was named Elimelech, his wife Naomi, and his two sons Mahlon and Chilion—Ephrathites from Bethlehem in Judah. They went to the territory of Moab and stayed there. ຊາຍ​ຄົນ​ນັ້ນ​ມີ​ຊື່​ວ່າ​ເອລີເມເຫລັກ, ເມຍ​ຂອງ​ລາວ​ຊື່​ວ່າ​ນາໂອມີ ແລະ ລູກຊາຍ​ຂອງ​ລາວ​ສອງ​ຄົນ​ຊື່​ມາໂລນ ແລະ ກີລີໂອນ. ພວກເຂົາ​ເປັນ​ຄົນ​ເອຟຣັດ ເຊິ່ງ​ມາ​ຈາກ​ເບັດເລເຮັມ, ໃນ​ແຂວງ​ຢູດາຍ. ແລ້ວ​ພວກເຂົາ​ກໍ​ໄດ້​ໄປ​ທີ່​ໂມອາບ ແລະ ໄດ້​ອາໄສ​ຢູ່​ທີ່​ນັ້ນ.
3 Then Elimelech, Naomi's husband, died, and she was left with her two sons. ຕໍ່ມາ ເອລີເມເຫລັກ, ເຊິ່ງ​ເປັນ​ຜົວ​ຂອງ​ນາໂອມີ, ກໍ​ໄດ້​ຕາຍ​ໄປ ແລະ ນາງ​ຈຶ່ງ​ຢູ່​ຕາມ​ລໍາພັງ​ກັບ​ລູກຊາຍ​ທັງ​ສອງ​ຂອງ​ນາງ.
4 They married Moabite women—Orpah and Ruth—and lived there about ten years. ພວກເຂົາ​ໄດ້​ແຕ່ງງານ​ກັບ​ຍິງ​ຊາວ​ໂມອາບ, ຄົນ​ໜຶ່ງ​ຊື່​ວ່າ​ໂອປາ ແລະ ອີກ​ຄົນ​ໜຶ່ງ​ຊື່​ວ່າ​ຣຸດ. ຫລັງ​ຈາກ​ທີ່​ພວກເຂົາ​ໄດ້​ອາໄສ​ຢູ່​ທີ່​ນັ້ນ​ເປັນ​ເວລາ​ສິບ​ປີ,
5 Both Mahlon and Chilion also died, and Naomi was left without her two children and husband. ທັງ​ມາໂລນ ແລະ ກີລີໂອນ​ກໍ​ໄດ້​ຕາຍ​ໄປ​ເໝືອນ​ກັນ ແລະ ນາງ​ນາໂອມີ​ຈຶ່ງ​ຢູ່​ຜູ້​ດຽວ​ໂດຍ​ບໍ່​ມີ​ລູກ​ທັງ​ສອງ ແລະ ຜົວ​ຂອງ​ນາງ.
6 In Moab's fields, Naomi heard that our Father had attended his people, giving them food, so she set out with her two daughters-in-law to return from there. ເມື່ອ​ຢູ່​ໃນ​ໂມອາບ ນາງ​ນາໂອມີ​ກໍ​ໄດ້​ຍິນ​ວ່າ​ພຣະເຈົ້າ​ຢາເວ​ໄດ້​ມາ​ຊ່ວຍ​ປະຊາຊົນ​ຂອງ​ພຣະອົງ ໂດຍ​ຈັດ​ຕຽມ​ອາຫານ​ສໍາລັບ​ພວກເຂົາ, ນາງ​ນາໂອມີ ແລະ ລູກ​ໃພ້​ທັງ​ສອງ​ຂອງ​ນາງ​ກໍ​ຕຽມ​ຕົວ​ເດີນທາງ​ອອກ​ຈາກ​ທີ່​ນັ້ນ​ເພື່ອ​ກັບ​ຄືນ​ບ້ານ.
7 She left the place where she had been, with her two daughters-in-law, and they went on the road back to the land of Judah. ນາງ​ນາໂອມີ ແລະ ລູກໃພ້​ສອງ​ຄົນ​ກໍ​ໄດ້​ອອກ​ຈາກ​ບ່ອນ​ທີ່​ນາງ​ເຄີຍ​ອາໄສ​ຢູ່ ແລະ ອອກ​ເດີນທາງ​ໄປ​ຕາມ​ຖະໜົນ​ທີ່​ຈະ​ພາ​ພວກເຂົາ​ກັບ​ໄປ​ທີ່​ດິນແດນ​ຢູດາຍ.
8 Naomi told her two daughters-in-law, "Return, each to your mother's home. May our Father deal kindly with you, as you dealt with the dead and with me. ແລ້ວ​ນາງ​ນາໂອມີ​ກໍ​ໄດ້​ເວົ້າ​ກັບ​ລູກ​ໃພ້​ທັງ​ສອງ​ຂອງ​ຕົນ​ວ່າ, “ໃຫ້​ພວກເຈົ້າ​ແຕ່ລະຄົນ​ກັບ​ໄປ, ໄປ​ຍັງ​ບ້ານ​ແມ່​ຂອງ​ພວກເຈົ້າ. ຂໍ​ພຣະເຈົ້າ​ຢາເວ​ສະແດງ​ຄວາມ​ເມດຕາ​ແກ່​ພວກເຈົ້າ, ເໝືອນ​ດັ່ງ​ທີ່​ພວກເຈົ້າ​ໄດ້​ສະແດງ​ຄວາມ​ເມດຕາ​ຕໍ່​ຜົວ​ຂອງ​ພວກເຈົ້າ​ຜູ້​ທີ່​ໄດ້​ຕາຍ​ໄປ​ແລ້ວ ແລະ ຕໍ່​ເຮົາ.
9 May our Father give each of you rest in another husband's home." Then she kissed them, and they wept aloud. ຂໍ​ພຣະເຈົ້າ​ຢາເວ​ອວຍພອນ​ໃຫ້​ພວກເຈົ້າ​ແຕ່​ລະ​ຄົນ​ໄດ້​ແຕ່ງງານ​ມີ​ຜົວ​ອີກ”. ແລ້ວ​ນາງ​ກໍ​ໄດ້​ຈູບ​ລາ​ພວກເຂົາ ແລະ ພວກເຂົາ​ກໍ​ຮ້ອງໄຫ້​ສຽງດັງ.
10 And they said to her, "No—we will return with you to your people." ແລະ ເວົ້າ​ກັບ​ນາງ​ວ່າ, “ພວກເຮົາ​ຈະ​ກັບ​ໄປ​ກັບ​ແມ່ ໄປ​ຫາ​ຍາດ​ພີ່ນ້ອງ​ຂອງ​ແມ່”.
11 Naomi said, "Go back, my daughters. Why go with me? Do I have more sons in my womb to become your husbands? ແຕ່​ນາງ​ນາໂອມີ​ໄດ້​ຕອບ​ວ່າ, “ລູກ, ຈົ່ງ​ກັບ​ເມືອ​ເຮືອນ. ເປັນຫຍັງ​ພວກເຈົ້າ​ຈຶ່ງ​ຈະ​ໄປ​ກັບ​ແມ່? ແມ່​ຈະ​ມີ​ລູກຊາຍ​ທີ່​ຈະ​ໃຫ້​ເປັນ​ຜົວ​ຂອງ​ພວກເຈົ້າ​ໄດ້​ອີກ​ບໍ?
12 Return, my daughters, go, for I'm too old to marry. Even if I said there's still hope, even if I had a husband tonight and bore sons, ລູກ, ຈົ່ງ​ກັບ​ໄປ​ຍັງ​ເຮືອນ; ແມ່​ເອງ​ກໍ​ເຖົ້າແກ່​ເກີນ​ກວ່າ​ຈະ​ມີ​ຜົວ​ອີກ. ເຖິງ​ແມ່ນ​ແມ່​ຄິດ​ວ່າ​ຍັງ​ມີ​ຄວາມ​ຫວັງ​ສໍາລັບ​ແມ່​ຢູ່ ເຖິງ​ແມ່ນ​ວ່າ​ແມ່​ຈະ​ໄດ້​ຜົວ​ໃນ​ຄືນ​ນີ້ ແລະ ມີ​ລູກຊາຍ​ຫລາຍ​ຄົນ.
13 would you wait for them until grown? Would you stay unmarried for them? No, my daughters—it's far more bitter for me than you, since our Father's hand has turned against me." ພວກເຈົ້າ​ຈະ​ລໍຖ້າ​ໃຫ້​ພວກເຂົາ​ໃຫຍ່​ຂຶ້ນ​ມາ​ບໍ? ພວກເຈົ້າ​ຍັງ​ຄົງ​ເປັນ​ໂສດ​ສໍາລັບ​ພວກເຂົາ​ຢູ່​ບໍ? ລູກ, ຢ່າ​ເລີຍ. ມັນ​ຈະ​ມີ​ຄວາມ​ຂົມຂື່ນ​ສໍາລັບ​ແມ່​ຫລາຍ​ກວ່າ​ສໍາລັບ​ພວກເຈົ້າ, ເພາະ​ມື​ຂອງ​ພຣະເຈົ້າ​ຢາເວ​ໄດ້​ຫັນ​ມາ​ຕໍ່ສູ້​ແມ່!”
14 At this they wept aloud again. Then Orpah kissed her mother-in-law goodbye, but Ruth clung to her. ແລ້ວ​ພວກເຂົາ​ກໍ​ຮ້ອງໄຫ້​ສຽງ​ດັງ​ອີກ. ຫລັງ​ຈາກ​ນັ້ນ ນາງ​ໂອປາ​ຈຶ່ງ​ໄດ້​ຈູບ​ລາ​ແມ່​ຍ່າ​ຂອງ​ຕົນ, ແຕ່​ນາງ​ຣຸດ​ໄດ້​ຈ່ອງ​ລາວ​ໄວ້.
15 Naomi said, "Look, your sister-in-law went back to her people and her gods. Go back with her." ນາງ​ນາໂອມີ​ໄດ້​ເວົ້າ​ກັບ​ນາງ​ຣຸດ​ວ່າ, “ເບິ່ງ​ແມ, ເອື້ອຍ​ໃພ້​ຂອງ​ເຈົ້າ​ກໍ​ກຳລັງ​ກັບ​ໄປ​ຫາ​ຍາດ​ພີ່ນ້ອງ​ຂອງ​ລາວ ແລະ ພະ​ທັງຫລາຍ​ຂອງ​ລາວ. ຈົ່ງ​ກັບ​ໄປ​ກັບ​ນາງ”.
16 Ruth said, "Don't push me to leave you or turn back from following you. Where you go, I'll go; where you stay, I'll stay. Your people will be my people, and your God my God. ແຕ່​ນາງ​ຣຸດ​ໄດ້​ຕອບ​ວ່າ, “ຂໍ​ຢ່າ​ຮຽກຮ້ອງ​ໃຫ້​ລູກ​ໄປ​ຈາກ​ແມ່ ຫລື ຫັນ​ໜີ​ໄປ​ຈາກ​ແມ່​ເລີຍ. ແມ່​ໄປ​ໃສ​ລູກ​ກໍ​ຈະ​ໄປ​ນໍາ ແລະ ແມ່​ຢູ່​ໃສ​ລູກ​ກໍ​ຈະ​ຢູ່​ນໍາ. ຍາດ​ພີ່ນ້ອງ​ຂອງ​ແມ່​ກໍ​ຈະ​ເປັນ​ຍາດ​ພີ່ນ້ອງ​ຂອງ​ລູກ ແລະ ພຣະເຈົ້າ​ຂອງ​ແມ່​ກໍ​ຈະ​ເປັນ​ພຣະເຈົ້າ​ຂອງ​ລູກ.
17 Where you die I will die, and there I will be buried. May our Father punish me ever so severely if anything but death separates you and me." ແມ່​ຕາຍ​ຢູ່​ໃສ​ລູກ​ກໍ​ຈະ​ຕາຍ​ທີ່​ນັ້ນ​ດ້ວຍ ແລະ ຂໍ​ໃຫ້​ຖືກ​ຝັງ​ຢູ່​ໃນ​ທີ່​ນັ້ນ. ຖ້າ​ລູກ​ຍອມ​ໃຫ້​ມີ​ສິ່ງ​ໃດ​ມາ​ແຍກ​ແມ່ ແລະ ລູກ​ອອກ​ຈາກ​ກັນ, ນອກ​ຈາກ​ຄວາມ​ຕາຍ​ແລ້ວ ກໍ​ຂໍ​ພຣະເຈົ້າ​ຢາເວ​ຈັດການ​ກັບ​ລູກ​ຢ່າງ​ໜັກ”.
18 When Naomi saw that Ruth was determined to go with her, she said no more to her. ເມື່ອ​ນາງ​ນາໂອມີ​ເຫັນ​ວ່າ​ນາງ​ຣຸດ​ຕັ້ງໃຈ​ໄປ​ກັບ​ຕົນ​ແທ້, ນາງ​ຈຶ່ງ​ຢຸດ​ຂໍ​ຮ້ອງ​ນາງ​ຣຸດ.
19 So both of them traveled until they reached Bethlehem. When they entered Bethlehem, the whole town stirred over them, and the women said, "Is this Naomi?" ດັ່ງນັ້ນ ຍິງ​ທັງ​ສອງ​ຈຶ່ງ​ເດີນທາງ​ໄປ​ຈົນ​ພວກເຂົາ​ໄດ້​ມາ​ເຖິງ​ເບັດເລເຮັມ. ເມື່ອ​ພວກເຂົາ​ໄດ້​ມາ​ຮອດ​ເບັດເລເຮັມ​ແລ້ວ, ທົ່ວ​ທັງ​ເມືອງ​ພາ​ກັນ​ຕື່ນເຕັ້ນ​ເພາະ​ພວກເຂົາ, ພວກ​ແມ່ຍິງ​ຖາມ​ກັນ​ວ່າ, “ນີ້​ແມ່ນ​ນາງ​ນາໂອມີ​ແທ້ໆ​ບໍ?”
20 "Don't call me Naomi," she said. "Call me Mara—the Almighty has dealt very bitterly with me. ນາງ​ນາໂອມີ​ໄດ້​ຕອບ​ວ່າ, “ຂໍ​ຢ່າ​ເອີ້ນ​ຂ້ອຍ​ວ່າ​ນາໂອມີ. ຂໍ​ໃຫ້​ເອີ້ນ​ຂ້ອຍ​ວ່າ​ມາຣາ, ເພາະ​ວ່າ​ອົງ​ຜູ້​ມີ​ລິດອຳນາດ​ຍິ່ງໃຫຍ່​ໄດ້​ເຮັດ​ໃຫ້​ຊີວິດ​ຂອງ​ຂ້ອຍ​ຂົມຂື່ນ​ຫລາຍ.
21 I went away full, but our Father has brought me back empty. Why call me Naomi, when our Father has afflicted me and the Almighty has brought misfortune upon me?" ຂ້ອຍ​ມີ​ທຸກ​ຢ່າງ​ຄົບ​ບໍລິບູນ​ເມື່ອ​ຈາກ​ເມືອງ​ນີ້​ໄປ, ແຕ່​ພຣະເຈົ້າ​ຢາເວ​ໄດ້​ນຳ​ຂ້ອຍ​ກັບ​ມາ​ມື​ເປົ່າ. ເປັນ​ຫຍັງ​ຈຶ່ງ​ເອີ້ນ​ຂ້ອຍ​ວ່າ​ນາໂອມີ? ໃນ​ເມື່ອ​ພຣະເຈົ້າ​ຢາເວ​ໄດ້​ເຮັດ​ໃຫ້​ຂ້ອຍ​ເຈັບປວດ ແລະ ອົງ​ຍິ່ງໃຫຍ່​ໄດ້​ນໍາ​ເອົາ​ເຄາະຮ້າຍ​ມາ​ສູ່​ຂ້ອຍ”.
22 So Naomi returned from the fields of Moab with Ruth the Moabite, her daughter-in-law, who came back with her. They reached Bethlehem as barley harvest began. ດັ່ງນັ້ນ ເວລາ​ທີ່​ນາງ​ນາໂອມີ​ກັບ​ມາ​ຈາກ​ໂມອາບ ໂດຍ​ມີ​ນາງ​ຣຸດ​ລູກໃພ້​ຊາວ​ໂມອາບ​ມາ​ນໍາ, ພວກເຂົາ​ມາ​ຮອດ​ເບັດເລເຮັມ​ກົງ​ກັບ​ຕົ້ນ​ລະດູ​ເກັບກ່ຽວ​ເຂົ້າບາເລ.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]