Skip to content
The Believer's Library

Biblica® Open Lao Contemporary Version

Romans 5 OLCV

Show OLCV only
Verse × ×
1 So, since we are made right by faith, we have peace with our Father through our Lord Jesus Christ. ເຫດສະນັ້ນ, ເມື່ອ​ພວກເຮົາ​ໄດ້​ຖືກນັບ​ເປັນ​ຜູ້ຊອບທຳ​ໂດຍ​ຄວາມເຊື່ອ​ແລ້ວ, ພວກເຮົາ​ຈຶ່ງ​ມີ​ສັນຕິສຸກ​ກັບ​ພຣະເຈົ້າ​ໂດຍ​ທາງ​ພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ,
2 Through whom we've gained access by faith into this grace we stand in, and we rejoice in hope of our Father's glory. ໂດຍ​ທາງ​ພຣະອົງ ພວກເຮົາ​ຈຶ່ງ​ໄດ້​ເຂົ້າ​ໃນ​ຮົ່ມ​ພຣະຄຸນ​ທີ່​ພວກເຮົາ​ຢືນຢູ່​ດ້ວຍ​ຄວາມເຊື່ອ. ແລະ ພວກເຮົາ​ຈຶ່ງ​ຊື່ນຊົມຍິນດີ​ໃນ​ຄວາມຫວັງ​ທີ່​ຈະ​ໄດ້​ມີສ່ວນ​ໃນ​ສະຫງ່າລາສີ​ຂອງ​ພຣະເຈົ້າ.
3 Not only that, but we also boast in our suffering, since suffering produces endurance, ຫລາຍກວ່ານັ້ນ​ອີກ ແຕ່​ພວກເຮົາ​ຍັງ​ຊື່ນຊົມຍິນດີ​ໃນ​ຄວາມທຸກຍາກລໍາບາກ​ຂອງ​ພວກເຮົາ​ດ້ວຍ, ເພາະ​ພວກເຮົາ​ຮູ້​ແລ້ວ​ວ່າ​ຄວາມທຸກຍາກລໍາບາກ​ນັ້ນ​ເຮັດ​ໃຫ້​ເກີດ​ມີ​ຄວາມອົດທົນ,
4 and endurance produces character, and character produces hope. ຄວາມອົດທົນ​ເຮັດ​ໃຫ້​ພວກເຮົາ​ມີ​ລັກສະນະນິໄສ​ທີ່​ພິສູດ​ແລ້ວ​ວ່າ​ໃຊ້ການໄດ້ ແລະ ລັກສະນະນິໄສ​ຢ່າງນີ້​ເຮັດ​ໃຫ້​ມີ​ຄວາມຫວັງ
5 Hope doesn't put us to shame, because our Father's love has been poured into our hearts through the Holy Spirit given to us. ແລະ ຄວາມຫວັງ​ບໍ່​ເຮັດ​ໃຫ້​ພວກເຮົາ​ຕ້ອງ​ອັບອາຍ ເພາະວ່າ​ພຣະເຈົ້າ​ໄດ້​ຖອກເທ​ຄວາມ​ຮັກ​ຂອງ​ພຣະອົງ​ເຂົ້າ​ມາ​ໃນ​ຈິດໃຈ​ຂອງ​ພວກເຮົາ​ໂດຍ​ທາງ​ພຣະວິນຍານບໍລິສຸດເຈົ້າ​ຜູ້​ທີ່​ພຣະເຈົ້າ​ໄດ້​ມອບ​ໃຫ້​ແກ່​ພວກເຮົາ​ແລ້ວ.
6 While we were still weak, at the right time Christ died for the wicked. ຂະນະ​ທີ່​ພວກເຮົາ​ຍັງ​ຂາດ​ກຳລັງ​ຢູ່​ນັ້ນ, ພຣະຄຣິດເຈົ້າ​ໄດ້​ຕາຍ​ເພື່ອ​ຄົນບາບ​ໃນ​ເວລາ​ທີ່​ເໝາະສົມ.
7 Rarely would anyone die for a righteous person, though for a good person someone might even dare to die. ຫາ​ຍາກ​ທີ່ສຸດ​ຈະ​ມີ​ຄົນ​ຍອມ​ຕາຍ​ເພື່ອ​ຄົນຊອບທຳ, ເຖິງ​ວ່າ​ອາດ​ຈະ​ມີ​ບາງຄົນ​ກ້າ​ຕາຍ​ເພື່ອ​ຄົນ​ດີ​ກໍ​ໄດ້.
8 But our Father shows his own love for us: while we were still sinners, Christ died for us. ແຕ່​ພຣະເຈົ້າ​ໄດ້​ສະແດງ​ຄວາມ​ຮັກ​ຂອງ​ພຣະອົງ​ເອງ​ແກ່​ພວກເຮົາ​ທັງຫລາຍ​ຄື: ຂະນະ​ທີ່​ພວກເຮົາ​ຍັງ​ເປັນ​ຄົນບາບ​ຢູ່​ນັ້ນ ພຣະຄຣິດເຈົ້າ​ໄດ້​ຕາຍ​ເພື່ອ​ພວກເຮົາ.
9 Much more then, now made right by his blood, we will be saved through him from the wrath. ໃນ​ເມື່ອ​ບັດນີ້​ພວກເຮົາ​ໄດ້​ຖືກ​ນັບ​ວ່າ​ເປັນ​ຜູ້ຊອບທຳ​ແລ້ວ​ໂດຍ​ເລືອດ​ຂອງ​ພຣະອົງ​ແລ້ວ ຫລາຍ​ກວ່າ​ນັ້ນ​ອີກ​ພວກເຮົາ​ຈະ​ໄດ້​ພົ້ນ​ຈາກ​ຄວາມໂກດຮ້າຍ​ຂອງ​ພຣະເຈົ້າ​ຜ່ານທາງ​ພຣະອົງ​ຢ່າງ​ແນ່ນອນ!
10 If, as enemies, we were reconciled to our Father through the death of his Son, how much more, now reconciled, will his life save us? ເພາະວ່າ​ຖ້າ​ພວກເຮົາ​ຍັງ​ໄດ້​ຄືນດີກັນ​ກັບ​ພຣະເຈົ້າ​ໂດຍ​ການຕາຍ​ຂອງ​ພຣະບຸດ​ຂອງ​ພຣະອົງ​ໃນຂະນະ​ທີ່​ພວກເຮົາ​ເຄີຍເປັນ​ສັດຕູ​ກັນ​ກັບ​ພຣະອົງ ຫລາຍ​ກວ່າ​ນັ້ນ​ອີກ​ເມື່ອ​ພວກເຮົາ​ໄດ້​ຄືນດີ​ກັນ​ກັບ​ພຣະອົງ​ແລ້ວ ພວກເຮົາ​ກໍ​ຈະ​ໄດ້​ຮັບ​ຄວາມພົ້ນ​ຜ່ານທາງ​ຊີວິດ​ຂອງ​ພຣະອົງ​ຢ່າງ​ແນ່ນອນ!
11 Not only that—we also rejoice in our Father through our Lord Jesus Christ, through whom we have now received reconciliation. ບໍ່​ພຽງແຕ່​ເທົ່ານັ້ນ ພວກເຮົາ​ຍັງ​ຊື່ນຊົມຍິນດີ​ໃນ​ພຣະເຈົ້າ​ໂດຍ​ທາງ​ພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ​ດ້ວຍ, ບັດນີ້ ພຣະອົງ​ໄດ້​ເຮັດ​ໃຫ້​ພວກເຮົາ​ຄືນດີ​ກັນ​ກັບ​ພຣະເຈົ້າ​ແລ້ວ.
12 So, as sin entered the world through one man, and death through sin, death spread to everyone, since all sinned. ເຫດສະນັ້ນ, ຄວາມບາບ​ໄດ້​ເຂົ້າມາ​ໃນ​ໂລກ​ຜ່ານທາງ​ມະນຸດ​ຄົນ​ດຽວ ແລະ ຄວາມບາບ​ນັ້ນ​ກໍ​ນຳ​ຄວາມຕາຍ​ມາ ແລະ ໂດຍ​ທາງ​ນີ້​ແຫລະ ຄວາມຕາຍ​ຈຶ່ງ​ມາ​ເຖິງ​ມະນຸດ​ທຸກຄົນ​ເພາະ​ວ່າ​ທຸກຄົນ​ໄດ້​ເຮັດ​ບາບ.
13 Before the law, sin was already in the world; but sin isn't counted where there's no law. ແທ້ຈິງແລ້ວ ຄວາມບາບ​ກໍ​ມີ​ຢູ່​ໃນ​ໂລກ​ກ່ອນ​ມີ​ກົດບັນຍັດ, ແຕ່​ເມື່ອ​ຍັງ​ບໍ່​ມີ​ກົດບັນຍັດ​ກໍ​ບໍ່​ຖືວ່າ​ມີ​ບາບ.
14 Still, death ruled from Adam to Moses, even over those whose sin didn't match Adam's wrongdoing—Adam foreshadows the one to come. ເຖິງຢ່າງໃດ​ກໍ​ຕາມ, ຄວາມຕາຍ​ກໍ​ຄອບຄອງ​ມາ​ຕັ້ງແຕ່​ສະໄໝ​ຂອງ​ອາດາມ​ຈົນ​ເຖິງ​ສະໄໝ​ຂອງ​ໂມເຊ, ແມ່ນ​ແຕ່​ຄົນ​ທີ່​ບໍ່​ໄດ້​ເຮັດ​ບາບ​ໂດຍ​ລະເມີດ​ຄຳສັ່ງ​ເໝືອນ​ກັບ​ອາດາມ ຜູ້​ທີ່​ເປັນ​ແບບ​ຂອງ​ພຣະອົງ​ຜູ້​ທີ່​ຈະ​ມາ​ພາຍຫລັງ.
15 But the gift is not like the sin: if many died through one man's sin, much more has our Father's grace and the gift by the grace of the one man Jesus Christ overflowed to many. ແຕ່​ວ່າ​ຂອງປະທານ​ນັ້ນ​ຕ່າງ​ຈາກ​ການລ່ວງລະເມີດ. ເພາະ​ຖ້າ​ຄົນ​ຈຳນວນ​ຫລວງຫລາຍ​ຕ້ອງ​ຕາຍ​ໂດຍ​ການລ່ວງລະເມີດ​ຂອງ​ມະນຸດ​ພຽງແຕ່​ຄົນ​ດຽວ, ຫລາຍກວ່ານັ້ນ​ອີກ​ເທົ່າໃດ ພຣະຄຸນ​ຂອງ​ພຣະເຈົ້າ ແລະ ຂອງປະທານ​ທີ່​ມາ​ໂດຍ​ພຣະຄຸນ​ຂອງ​ພຣະເຢຊູຄຣິດເຈົ້າ​ຜູ້​ດຽວ​ນັ້ນ ກໍ​ຈະ​ໄຫລລົ້ນ​ໄປ​ສູ່​ຄົນ​ຈຳນວນ​ຫລວງຫລາຍ!
16 And the gift is not like the result of that one man's sin: judgment from one sin brought condemnation, but the gift from many sins brought justification. ແລະ ຂອງປະທານ​ຈາກ​ພຣະເຈົ້າ​ກໍ​ບໍ່​ສາມາດ​ທຽບ​ກັບ​ຜົນ​ທີ່​ເກີດ​ຈາກ​ບາບ​ຂອງ​ມະນຸດ​ຄົນດຽວ​ຄື: ການພິພາກສາ​ເກີດຂຶ້ນ​ຫລັງຈາກ​ການເຮັດບາບ​ພຽງແຕ່​ເທື່ອ​ດຽວ ແລະ ນຳ​ໄປ​ສູ່​ການ​ລົງໂທດ, ແຕ່​ຂອງປະທານ​ເກີດຂຶ້ນ​ຫລັງຈາກ​ການ​ລ່ວງລະເມີດ​ຫລາຍ​ຄັ້ງ ແລະ ນຳ​ໄປ​ສູ່​ການ​ນັບ​ວ່າ​ເປັນ​ຜູ້ຊອບທຳ.
17 For if death reigned through that one man because of one trespass, how much more will those receiving grace's overflow and the gift of righteousness reign in life through the one man, Jesus Christ. ຖ້າ​ຫາກ​ວ່າ​ໂດຍ​ການລ່ວງລະເມີດ​ຂອງ​ມະນຸດ​ຄົນດຽວ ເປັນເຫດ​ໃຫ້​ຄວາມຕາຍ​ໄດ້​ຄອບຄອງ​ໂດຍ​ຜ່ານທາງ​ມະນຸດ​ຄົນດຽວ​ນັ້ນ, ຫລາຍກວ່ານັ້ນ​ອີກ​ເທົ່າໃດ ບັນດາ​ຜູ້​ທີ່​ໄດ້​ຮັບ​ພຣະຄຸນ​ອັນ​ບໍລິບູນ ແລະ ຂອງປະທານ​ແຫ່ງ​ຄວາມຊອບທຳ​ທີ່​ພຣະເຈົ້າ​ໄດ້​ຈັດຕຽມ​ໄວ້​ຢ່າງ​ລົ້ນເຫລືອ ກໍ​ຈະ​ຄອບຄອງ​ໃນ​ຊີວິດ​ໂດຍ​ຜ່ານ​ທາງ​ມະນຸດ​ຜູ້​ດຽວ​ຄື ພຣະເຢຊູຄຣິດເຈົ້າ.
18 So then, as one trespass condemned everyone, one righteous act brings everyone justification and life. ດັ່ງນັ້ນ, ການ​ລ່ວງລະເມີດ​ພຽງແຕ່​ເທື່ອ​ດຽວ​ສົ່ງ​ຜົນ​ໃຫ້​ຄົນ​ທັງຫລາຍ​ຖືກ​ລົງໂທດ​ຢ່າງໃດ ການ​ກະທຳ​ອັນ​ຊອບທຳ​ພຽງແຕ່​ເທື່ອ​ດຽວ​ກໍ​ສົ່ງ​ຜົນ​ໃຫ້​ຄົນ​ທັງຫລາຍ​ຖືກ​ນັບ​ວ່າ​ເປັນ​ຜູ້ຊອບທຳ ແລະ ໄດ້​ຮັບ​ຊີວິດ​ຢ່າງນັ້ນ.
19 As one man's disobedience made the many sinners, so one man's obedience will make the many righteous. ດ້ວຍວ່າ ການ​ບໍ່​ເຊື່ອຟັງ​ຂອງ​ມະນຸດ​ຄົນ​ດຽວ​ເຮັດ​ໃຫ້​ຄົນ​ຈຳນວນຫລາຍ​ເປັນ​ຄົນບາບ​ຢ່າງໃດ ການເຊື່ອຟັງ​ຂອງ​ມະນຸດ​ຄົນດຽວ​ກໍ​ເຮັດ​ໃຫ້​ຄົນ​ຈຳນວນຫລາຍ​ເປັນ​ຜູ້ຊອບທຳ​ຢ່າງນັ້ນ.
20 Now the law came in so that the trespass might increase, but where sin increased, grace abounded all the more, ກົດບັນຍັດ​ຖືກ​ນຳ​ເຂົ້າ​ມາ​ກໍ​ເພື່ອ​ໃຫ້​ການລ່ວງລະເມີດ​ປາກົດ​ເພີ່ມ​ຂຶ້ນ. ແຕ່​ບ່ອນໃດ​ມີ​ບາບ​ເພີ່ມ​ຂຶ້ນ, ບ່ອນນັ້ນ​ກໍ​ມີ​ພຣະຄຸນ​ເພີ່ມ​ຂຶ້ນ​ຕື່ມ,
21 so that as sin reigned in death, grace might reign through righteousness to eternal life, through Jesus Christ our Lord. ເພື່ອ​ວ່າ​ຄວາມບາບ​ໄດ້​ຄອບຄອງ​ໃນ​ຄວາມຕາຍ​ຢ່າງໃດ ພຣະຄຸນ​ກໍ​ຈະ​ໄດ້​ຄອບຄອງ​ຜ່ານທາງ​ຄວາມຊອບທຳ ເພື່ອ​ຊີວິດ​ນິລັນດອນ​ຈະ​ມາ​ທາງ​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ​ຢ່າງນັ້ນ.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]