Skip to content
The Believer's Library

Biblica® Open Lao Contemporary Version

Matthew 17 OLCV

Show OLCV only
Verse × ×
1 Six days later, Jesus took Peter, James, and John his brother, and led them up a high mountain alone. ຫົກ​ວັນ​ຕໍ່ມາ ພຣະເຢຊູເຈົ້າ​ໄດ້​ພາ​ເປໂຕ ຢາໂກໂບ ແລະ ໂຢຮັນ ຜູ້​ເປັນ​ນ້ອງຊາຍ​ຂອງ​ຢາໂກໂບ​ຂຶ້ນ​ໄປ​ເທິງ​ພູ​ສູງ​ຢູ່​ຕ່າງຫາກ.
2 He was transfigured before them: his face shone like the sun, his clothes turned white as light. ຢູ່​ທີ່​ນັ້ນ ຮ່າງກາຍ​ຂອງ​ພຣະອົງ​ກໍ​ປ່ຽນແປງ​ໄປ​ຕໍ່ໜ້າ​ພວກເພິ່ນ. ໃບໜ້າ​ຂອງ​ພຣະອົງ​ສ່ອງແສງ​ເຫລື້ອມໃສ​ເໝືອນດັ່ງ​ຕາເວັນ ແລະ ເຄື່ອງນຸ່ງ​ຂອງ​ພຣະອົງ​ກໍ​ຂາວ​ເໝືອນດັ່ງ​ແສງສະຫວ່າງ.
3 Suddenly, Moses and Elijah appeared to them, talking with him. ໃນ​ຂະນະ​ນັ້ນ ໂມເຊ ແລະ ເອລີຢາ​ກໍ​ໄດ້​ມາ​ປາກົດ​ໂຕ​ຕໍ່ໜ້າ​ພວກເພິ່ນ ແລະ ກຳລັງ​ສົນທະນາ​ຢູ່​ກັບ​ພຣະເຢຊູເຈົ້າ.
4 Peter said to Jesus, "Lord, it's good we're here. If you want, I'll build three shelters—one for you, one for Moses, and one for Elijah." ດັ່ງນັ້ນ ເປໂຕ​ຈຶ່ງ​ເວົ້າ​ກັບ​ພຣະເຢຊູເຈົ້າ​ວ່າ, “ອົງພຣະຜູ້ເປັນເຈົ້າ​ເອີຍ, ເປັນ​ການ​ດີ​ແທ້ໆ​ທີ່​ພວກຂ້ານ້ອຍ​ໄດ້​ມາ​ຢູ່​ບ່ອນນີ້. ຖ້າ​ຫາກ​ພຣະອົງ​ຕ້ອງການ ຂ້ານ້ອຍ​ກໍ​ຈະ​ປຸກ​ຕູບ​ສາມ​ຫລັງ​ຂຶ້ນ ຫລັງ​ໜຶ່ງ​ສຳລັບ​ພຣະອົງ, ຫລັງ​ໜຶ່ງ​ສຳລັບ​ໂມເຊ ແລະ ອີກ​ຫລັງ​ໜຶ່ງ​ສຳລັບ​ເອລີຢາ”.
5 While he was still speaking, a bright cloud covered them, and a voice from the cloud said, "This is my beloved Son; I delight in him. Listen to him." ຂະນະ​ທີ່​ເປໂຕ​ກຳລັງ​ເວົ້າ​ຢູ່​ນັ້ນ ກໍ​ມີ​ກ້ອນເມກ​ອັນ​ສຸກໃສ​ມາ​ປົກຄຸມ​ພວກເພິ່ນ​ໄວ້ ແລະ ມີ​ສຽງ​ໜຶ່ງ​ດັງ​ອອກ​ມາ​ຈາກ​ກ້ອນເມກ​ນັ້ນ​ວ່າ, “ທ່ານ​ຜູ້​ນີ້​ຄື​ບຸດ​ທີ່​ຮັກ​ຂອງ​ເຮົາ ເຮົາ​ພໍໃຈ​ເພິ່ນ​ຫລາຍ ຈົ່ງ​ເຊື່ອຟັງ​ເພິ່ນ!”
6 When the disciples heard it, they fell on their faces and were terrified. ເມື່ອ​ພວກສາວົກ​ໄດ້​ຍິນ​ສຽງ​ນັ້ນ ພວກເພິ່ນ​ກໍ​ຕົກໃຈ​ຢ້ານ​ຫລາຍ ແລະ ໝູບໜ້າ​ລົງ​ພື້ນດິນ.
7 But Jesus came and touched them, "Rise, and do not be afraid." ແຕ່​ພຣະເຢຊູເຈົ້າ​ມາ​ຫາ ແລະ ຈັບບາຍ​ພວກເພິ່ນ ແລະ ກ່າວ​ວ່າ, “ຈົ່ງ​ລຸກ​ຂຶ້ນ, ຢ່າ​ຢ້ານ​ເລີຍ”.
8 When they looked up, they saw only Jesus. ເມື່ອ​ພວກເພິ່ນ​ເງີຍ​ໜ້າ​ຂຶ້ນ​ແລ້ວ​ກໍ​ບໍ່​ເຫັນ​ຜູ້ໃດ​ນອກ​ຈາກ​ພຣະເຢຊູເຈົ້າ.
9 Descending the mountain, Jesus ordered them, "Tell no one the vision until the Son of Man is raised from the dead." ໃນ​ຂະນະ​ທີ່​ກຳລັງ​ລົງ​ມາ​ແຕ່​ພູເຂົາ​ນັ້ນ ພຣະເຢຊູເຈົ້າ​ໄດ້​ແນະນຳ​ພວກເພິ່ນ​ວ່າ, “ຢ່າ​ບອກ​ສິ່ງ​ທີ່​ພວກເຈົ້າ​ໄດ້​ເຫັນ​ນີ້​ໃຫ້​ແກ່​ຜູ້ໃດ​ຈົນ​ກວ່າ​ບຸດມະນຸດ​ຈະ​ເປັນຄືນມາຈາກຕາຍ”.
10 The disciples asked him, "Then why do the scribes say that Elijah must come first?" ພວກສາວົກ​ຈຶ່ງ​ຖາມ​ພຣະອົງ​ວ່າ, “ເປັນຫຍັງ​ພວກ​ຄູສອນກົດບັນຍັດ​ຈຶ່ງ​ເວົ້າ​ວ່າ ເອລີຢາ​ຈະ​ຕ້ອງ​ມາ​ກ່ອນ?”
11 He answered, "Elijah does come, and he will restore all things. ພຣະເຢຊູເຈົ້າ​ຕອບ​ວ່າ, “ຖືກ​ແລ້ວ ເອລີຢາ​ຕ້ອງ​ມາ​ກ່ອນ ແລະ ຈະ​ເຮັດ​ໃຫ້​ທຸກສິ່ງ​ຄືນ​ສູ່​ສະພາບເດີມ.
12 But I tell you, Elijah has already come, and they didn't recognize him, but treated him as they pleased. So too the Son of Man is about to suffer at their hands." ແຕ່​ເຮົາ​ບອກ​ພວກເຈົ້າ​ວ່າ, ເອລີຢາ​ໄດ້​ມາ​ແລ້ວ ແລະ ພວກເຂົາ​ບໍ່​ຮູ້ຈັກ​ເພິ່ນ ແຕ່​ໄດ້​ເຮັດ​ກັບ​ເພິ່ນ​ທຸກ​ຢ່າງ​ຕາມໃຈ​ມັກ. ໃນ​ທຳນອງ​ດຽວ​ກັນ ບຸດມະນຸດ​ກໍ​ຈະ​ຕ້ອງ​ທົນທຸກທໍລະມານ​ດ້ວຍ​ມື​ຂອງ​ພວກເຂົາ​ເໝືອນກັນ”.
13 Then the disciples understood that he was speaking to them about John the Baptist. ແລ້ວ​ພວກສາວົກ​ກໍ​ເຂົ້າໃຈ​ວ່າ​ພຣະອົງ​ກຳລັງ​ກ່າວ​ແກ່​ພວກເພິ່ນ​ເຖິງ​ໂຢຮັນ​ບັບຕິສະໂຕ.
14 And when they came to the crowd, a man came up to him, kneeling before him, ເມື່ອ​ພວກເພິ່ນ​ໄດ້​ມາ​ຮອດ​ປະຊາຊົນ​ແລ້ວ, ມີ​ຊາຍ​ຄົນ​ໜຶ່ງ​ມາ​ຫາ​ພຣະເຢຊູເຈົ້າ ແລະ ຄຸເຂົ່າ​ລົງ​ຕໍ່ໜ້າ​ພຣະອົງ
15 and saying, "Lord, have mercy on my son, for he has seizures and suffers terribly, often falling into fire, often into water. ແລະ ເວົ້າ​ວ່າ, “ອົງພຣະຜູ້ເປັນເຈົ້າ​ເອີຍ, ຂໍ​ເມດຕາ​ລູກຊາຍ​ຂອງ​ຂ້ານ້ອຍ​ແດ່​ທ້ອນ ລາວ​ເປັນ​ບ້າໝູ ແລະ ທໍລະມານ​ຫລາຍ ລາວ​ຈົນ​ໂດດ​ໃສ່​ໄຟ ແລະ ໂຕນ​ລົງ​ນໍ້າ​ເລື້ອຍໆ.
16 And I brought him to your disciples, and they could not heal him." ຂ້ານ້ອຍ​ໄດ້​ນໍາ​ລູກ​ມາ​ຫາ​ພວກສາວົກ​ຂອງ​ພຣະອົງ, ແຕ່​ພວກເພິ່ນ​ບໍ່​ສາມາດ​ເຮັດ​ໃຫ້​ລາວ​ຫາຍດີ​ໄດ້”.
17 Jesus answered, "Unfaithful, twisted generation! How long must I remain with you, how long put up with you? Bring him here to me." ພຣະເຢຊູເຈົ້າ​ຕອບ​ວ່າ, “ຄົນ​ໃນ​ສະໄໝ​ທີ່​ຂາດ​ຄວາມເຊື່ອ ແລະ ຊົ່ວຊ້າ​ເອີຍ, ເຮົາ​ຈະ​ຢູ່​ກັບ​ພວກເຈົ້າ​ອີກ​ດົນ​ປານໃດ? ເຮົາ​ຈະ​ຕ້ອງ​ອົດທົນ​ກັບ​ພວກເຈົ້າ​ອີກ​ດົນ​ປານໃດ? ຈົ່ງ​ພາ​ເດັກຊາຍ​ນັ້ນ​ມາ​ຫາ​ເຮົາ​ຢູ່​ທີ່​ນີ້”.
18 And Jesus rebuked the demon, and it came out of him, and the boy was healed instantly. ພຣະເຢຊູເຈົ້າ​ສັ່ງ​ຜີມານຮ້າຍ​ໃຫ້​ອອກ ແລະ ມັນ​ກໍ​ອອກ​ໄປ​ຈາກ​ເດັກນ້ອຍ, ແລ້ວ​ລາວ​ກໍ​ຫາຍດີ​ເປັນ​ປົກກະຕິ​ໃນ​ເວລາ​ນັ້ນ.
19 Then the disciples came to Jesus privately and said, "Why could we not cast it out?" ແລ້ວ​ພວກສາວົກ​ກໍ​ມາ​ຫາ​ພຣະເຢຊູເຈົ້າ​ເປັນ​ການ​ສ່ວນໂຕ ແລະ ຖາມ​ພຣະອົງ​ວ່າ, “ເປັນຫຍັງ​ພວກຂ້ານ້ອຍ​ຈຶ່ງ​ບໍ່​ສາມາດ​ຂັບໄລ່​ຜີມານຮ້າຍ​ນັ້ນ​ອອກ​ໄດ້?”
20 He said to them, "Because your faith is small. Truly I tell you: with faith like a mustard seed, you will tell this mountain, 'Move from here to there,' and it will move. Nothing will be impossible for you." ພຣະອົງ​ຕອບ​ວ່າ, “ເພາະ​ພວກເຈົ້າ​ມີ​ຄວາມເຊື່ອ​ນ້ອຍ. ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ຖ້າ​ພວກເຈົ້າ​ມີ​ຄວາມເຊື່ອ​ເທົ່າ​ແກ່ນ​ຜັກກາດ​ເມັດ​ໜຶ່ງ ພວກເຈົ້າ​ກໍ​ສາມາດ​ສັ່ງ​ພູ​ໜ່ວຍ​ນີ້​ວ່າ, ‘ຈົ່ງ​ເຄື່ອນ​ຈາກ​ບ່ອນນີ້​ໄປ​ຢູ່​ບ່ອນ​ນັ້ນ’ ມັນ​ກໍ​ຈະ​ເຄື່ອນ​ໄປ. ຈະ​ບໍ່​ມີ​ສິ່ງໃດ​ທີ່​ເປັນ​ໄປ​ບໍ່​ໄດ້​ສຳລັບ​ພວກເຈົ້າ”.
21 Not in this edition ແຕ່​ຜີມານຮ້າຍ​ແບບ​ນີ້​ຈະ​ຂັບໄລ່​ບໍ່​ອອກ ເວັ້ນ​ແຕ່​ດ້ວຍ​ການອະທິຖານ ແລະ ຖືສິນອົດອາຫານ.
22 While gathering in Galilee, Jesus told them, "The Son of Man is about to be handed over to men, ເມື່ອ​ພວກເພິ່ນ​ພາກັນ​ມາ​ເຕົ້າໂຮມກັນ​ຢູ່​ແຂວງ​ຄາລີເລ ພຣະອົງ​ໄດ້​ກ່າວ​ກັບ​ພວກເພິ່ນ​ວ່າ, “ບຸດມະນຸດ​ຈະ​ຖືກ​ມອບໄວ້​ໃນ​ມື​ຂອງ​ມະນຸດ
23 they will kill him, and on the third day he will be raised." They were deeply grieved. ພວກເຂົາ​ຈະ​ຂ້າ​ເພິ່ນ ແລະ ໃນ​ວັນ​ທີ​ສາມ​ພຣະອົງ​ຈະ​ເປັນຄືນມາຈາກຕາຍ​ສູ່​ຊີວິດ”. ແລະ ພວກສາວົກ​ກໍ​ພາກັນ​ໂສກເສົ້າ​ຢ່າງ​ໜັກ.
24 Arriving in Capernaum, the temple tax collectors approached Peter and asked, "Doesn't your teacher pay the temple tax?" ເມື່ອ​ພຣະເຢຊູເຈົ້າ ແລະ ພວກສາວົກ​ຂອງ​ພຣະອົງ​ມາ​ຮອດ​ເມືອງ​ກາເປນາອູມ​ແລ້ວ, ກໍ​ມີ​ຄົນ​ເກັບ​ຄ່າບຳລຸງ​ວິຫານ​ມາ​ຫາ​ເປໂຕ ແລະ ຖາມ​ວ່າ, “ອາຈານ​ຂອງ​ພວກເຈົ້າ​ບໍ່​ເສຍ​ຄ່າບຳລຸງ​ວິຫານ​ບໍ?”
25 He said, "Yes." When he entered the house, Jesus spoke first: "What do you think, Simon? From whom do earthly kings collect tolls or taxes—from their own sons, or from others?" ເປໂຕ​ຕອບ​ວ່າ, “ເສຍ”. ເມື່ອ​ເປໂຕ​ເຂົ້າ​ມາ​ໃນ​ເຮືອນ ແລ້ວ​ພຣະເຢຊູເຈົ້າ​ກ່າວ​ຂຶ້ນ​ກ່ອນ​ວ່າ, “ຊີໂມນ​ເອີຍ, ເຈົ້າ​ຄິດ​ຢ່າງໃດ ກະສັດ​ໃນ​ໂລກ​ນີ້​ເຄີຍ​ເກັບ​ພາສີ ແລະ ອາກອນ​ຈາກ​ຜູ້ໃດ ເກັບ​ຈາກ​ບັນດາ​ລູກ​ຂອງ​ເພິ່ນ ຫລື ເກັບ​ຈາກ​ຄົນ​ອື່ນ?”
26 And when Peter said, "From others," Jesus said to him, "Then the sons are free." ເປໂຕ​ຕອບ​ວ່າ, “ເກັບ​ຈາກ​ຄົນ​ອື່ນ”. ພຣະເຢຊູເຈົ້າ​ກ່າວ​ວ່າ, “ຖ້າ​ຢ່າງ​ນັ້ນ​ບັນດາ​ລູກ​ກໍ​ບໍ່​ໄດ້​ເສຍ.
27 "But so we don't offend them, go to the sea, cast a hook, and take the first fish that comes up. Open its mouth and you'll find a coin. Take it and give it to them for me and you." ແຕ່​ເພື່ອ​ບໍ່​ຢາກ​ເຮັດ​ໃຫ້​ຄົນ​ເຫລົ່ານີ້​ເສຍໃຈ, ເຈົ້າ​ຈົ່ງ​ໄປ​ຕຶກ​ເບັດ​ທີ່​ທະເລສາບ ເມື່ອ​ໄດ້​ປາ​ໂຕ​ທຳອິດ​ແລ້ວ ຈົ່ງ​ງະ​ປາກ​ມັນ​ອອກ ແລ້ວ​ເຈົ້າ​ຈະ​ພົບ​ເງິນ​ຫລຽນ​ສີ່​ແດຣກມາ​ຢູ່​ໃນ​ປາກ​ຂອງ​ມັນ. ຈົ່ງ​ເອົາ​ເງິນ​ນັ້ນ​ໄປ​ຈ່າຍ​ເປັນ​ຄ່າບຳລຸງ​ວິຫານ​ສຳລັບ​ເຮົາ ແລະ ເຈົ້າ”.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]