Skip to content
The Believer's Library

Biblica® Open Lao Contemporary Version

Leviticus 16 OLCV

Show OLCV only
Verse × ×
1 Our Father spoke to Moses after the death of Aaron's two sons, who died approaching our Father. ພຣະເຈົ້າ​ຢາເວ​ກ່າວ​ແກ່​ໂມເຊ​ຫລັງ​ຈາກ​ທີ່​ລູກຊາຍ​ສອງ​ຄົນ​ຂອງ​ອາໂຣນ​ຜູ້​ທີ່​ຕາຍໄປ​ໃນ​ຂະນະ​ພວກເຂົາ​ເຂົ້າມາ​ຫາ​ພຣະເຈົ້າ​ຢາເວ.
2 Our Father told Moses: "Tell Aaron your brother not to enter the Holy Place behind the curtain, before the mercy seat on the ark, whenever he wants, or he'll die—for I appear in the cloud above the mercy seat." ພຣະເຈົ້າ​ຢາເວ​ກ່າວ​ແກ່​ໂມເຊ​ວ່າ: “ຈົ່ງ​ເຕືອນ​ອາໂຣນ​ອ້າຍ​ຂອງ​ເຈົ້າ​ບໍ່​ໃຫ້​ເຂົ້າໄປ​ໃນ​ສະຖານທີ່​ສັກສິດ​ທີ່ສຸດ​ຫລັງ​ຜ້າກັ້ງ​ທີ່​ຢູ່​ຕໍ່ໜ້າ​ພຣະທີ່ນັ່ງແຫ່ງພຣະຄຸນ​ທີ່​ຢູ່​ເທິງ​ຫີບພັນທະສັນຍາ​ຕາມ​ໃຈຊອບ ຫລື ບໍ່​ດັ່ງນັ້ນ ລາວ​ຈະ​ຕ້ອງ​ຕາຍ. ເພາະ​ເຮົາ​ຈະ​ມາ​ປາກົດ​ໃນ​ເມກ​ເໜືອ​ພຣະທີ່ນັ່ງແຫ່ງພຣະຄຸນ.
3 "With this Aaron may enter the Holy Place: a young bull for a sin offering, a ram for a burnt offering. “ຕໍ່ໄປ​ນີ້​ເປັນ​ຂໍ້​ປະຕິບັດ​ໃນ​ການ​ທີ່​ອາໂຣນ​ຈະ​ເຂົ້າໄປ​ຍັງ​ສະຖານ​ສັກສິດ​ທີ່ສຸດ: ລາວ​ຕ້ອງ​ໄດ້​ນຳເອົາ​ງົວ​ເຖິກ​ເພື່ອ​ເປັນ​ເຄື່ອງບູຊາ​ໄຖ່​ບາບ ແລະ ແກະຜູ້​ສຳລັບ​ເປັນ​ເຄື່ອງເຜົາ​ບູຊາ​ໄປ
4 He must wear the holy linen tunic, linen undergarments next to his body, a linen sash tied around him, and a linen turban. These are holy garments; he is to bathe his body in water before putting them on. ເຂົາ​ຕ້ອງ​ນຸ່ງ​ເສື້ອຄຸມຍາວ​ທີ່​ບໍລິສຸດ​ທີ່​ເຮັດ​ດ້ວຍ​ຜ້າຝ້າຍລິນິນ​ກັບ​ເຄື່ອງ​ແຕ່ງກາຍ​ຊັ້ນໃນ​ດ້ວຍ​ຜ້າຝ້າຍລິນິນ​ທີ່​ຕິດ​ກັບ​ຮ່າງກາຍ​ຂອງ​ລາວ, ລາວ​ຕ້ອງ​ຮັດ​ສາຍມັດແອວ​ດ້ວຍ​ຜ້າຝ້າຍລິນິນ ແລະ ຄຽນຫົວ​ດ້ວຍ​ຜ້າຝ້າຍລິນິນ. ສິ່ງ​ເຫລົ່ານີ້​ເປັນ​ເຄື່ອງແຕ່ງກາຍ​ອັນ​ບໍລິສຸດ, ດັ່ງນັ້ນ​ລາວ​ຕ້ອງ​ອາບ​ນ້ຳ​ກ່ອນ​ທີ່​ຈະ​ສຸບ​ເຄື່ອງ​ເຫລົ່ານີ້​ໃສ່.
5 From Israel's community he must take two male goats for a sin offering and one ram for a burnt offering. ຈາກ​ຊຸມຊົນ​ອິດສະຣາເອນ​ອາໂຣນ​ຈະ​ເອົາ​ແບ້ຜູ້​ສອງ​ໂຕ​ເພື່ອ​ເປັນ​ເຄື່ອງບູຊາ​ໄຖ່​ບາບ ແລະ ແກະຜູ້​ໜຶ່ງ​ໂຕ​ສຳລັບ​ເປັນ​ເຄື່ອງເຜົາ​ບູຊາ.
6 Aaron will offer his own sin-offering bull, making atonement for himself and his household. “ໃຫ້​ອາໂຣນ​ຖວາຍ​ງົວ​ໜຸ່ມ​ໜຶ່ງ​ໂຕ​ເປັນ​ເຄື່ອງບູຊາ​ໄຖ່​ບາບ​ເພື່ອ​ເຮັດ​ພິທີ​ລຶບລ້າງບາບ​ໃຫ້​ຕົນ​ເອງ ແລະ ຄອບຄົວ
7 He must take the two goats and stand them before me at the entrance to the tent of meeting. ຈາກນັ້ນ​ລາວ​ຈະ​ຕ້ອງ​ນຳເອົາ​ແບ້​ສອງ​ໂຕ​ມາ​ຕໍ່ໜ້າ​ພຣະເຈົ້າ​ຢາເວ​ທີ່​ທາງເຂົ້າ​ເຕັນນັດພົບ.
8 Aaron will cast lots over the two goats: one for me, one for Azazel. ລາວ​ຈະ​ຕ້ອງ​ຈັບສະຫລາກ​ສຳລັບ​ແບ້​ທັງສອງ​ນັ້ນ ສະຫລາກ​ໜຶ່ງ​ສຳລັບ​ພຣະເຈົ້າ​ຢາເວ ແລະ ອີກ​ສະຫລາກ​ໜຶ່ງ​ສຳລັບ​ແບ້ຮັບບາບ
9 Aaron is to bring the goat chosen for me by lot and offer it as a sin offering. ອາໂຣນ​ຈະ​ຕ້ອງ​ນຳເອົາ​ແບ້​ໂຕ​ທີ່​ໃຊ້​ຖວາຍ​ແກ່​ພຣະເຈົ້າ​ຢາເວ​ມາ​ເປັນ​ເຄື່ອງບູຊາ​ໄຖ່​ບາບ.
10 But the goat on which the lot fell for Azazel is presented alive before me, to atone over it by sending it into the wilderness to Azazel. ແຕ່​ແບ້​ທີ່​ໄດ້​ຮັບ​ເລືອກ​ໂດຍ​ຈັບສະຫລາກ​ໃຫ້ເປັນ​ແບ້ຮັບບາບ​ນັ້ນ​ຈະ​ຖືກ​ນຳ​ມາ​ຖວາຍ​ທັງ​ທີ່​ຍັງ​ມີຊີວິດ​ຕໍ່ໜ້າ​ພຣະເຈົ້າ​ຢາເວ​ເພື່ອ​ເປັນ​ການ​ລຶບລ້າງ​ບາບ​ໂດຍ​ປ່ອຍ​ມັນ​ເຂົ້າໄປ​ໃນ​ຖິ່ນແຫ້ງແລ້ງກັນດານ​ເພື່ອ​ເປັນ​ແບ້ຮັບບາບ.
11 Aaron is to present his sin offering bull, to atone for himself and his household, then slaughter his sin offering bull. “ອາໂຣນ​ຈະ​ຕ້ອງ​ນຳເອົາ​ງົວ​ມາ​ເພື່ອ​ເປັນ​ເຄື່ອງບູຊາ​ໄຖ່​ບາບ​ຂອງ​ຕົນ​ເພື່ອ​ເຮັດ​ພິທີ​ລຶບລ້າງບາບ​ໃຫ້​ແກ່​ຕົນ​ເອງ ແລະ ຄອບຄົວ​ຂອງ​ຕົນ ແລະ ນຳ​ງົວ​ມາ​ຂ້າ​ເພື່ອ​ເປັນ​ເຄື່ອງບູຊາ​ໄຖ່​ບາບ​ຂອງຕົນ
12 He is to take a censer full of burning coals from the altar before me, two handfuls of finely ground fragrant incense, and bring them inside the veil. ລາວ​ຈະ​ເອົາ​ໝໍ້ກະທະ​ທີ່​ເຕັມ​ດ້ວຍ​ຖ່ານໄຟ​ຈາກ​ແທ່ນບູຊາ​ຕໍ່ໜ້າ​ພຣະເຈົ້າ​ຢາເວ ແລະ ກຳເອົາ​ຜົງ​ເຄື່ອງຫອມ​ທີ່​ບົດ​ລະອຽດ​ສອງ​ກຳມື​ນຳ​ເຂົ້າໄປ​ຫລັງ​ຜ້າກັ້ງ.
13 He must put the incense on the fire before me, so its cloud covers the mercy seat over the testimony, and he does not die. ລາວ​ຈະ​ໂຮຍ​ເຄື່ອງຫອມ​ໃສ່​ເທິງ​ໄຟ​ຕໍ່ໜ້າ​ພຣະເຈົ້າ​ຢາເວ ແລະ ຄວັນ​ຂອງ​ເຄື່ອງຫອມ​ຈະ​ປິວຂຶ້ນ​ໄປ​ຍັງ​ຝາອັດ​ຫີບ​ພັນທະສັນຍາ, ເພື່ອ​ວ່າ​ລາວ​ຈະ​ບໍ່​ຕາຍ
14 He must take some of the bull's blood and sprinkle it with his finger on the front of the mercy seat, eastward, then sprinkle some of the blood with his finger seven times before the mercy seat. ລາວ​ຈະ​ນຳ​ເລືອດ​ບາງ​ສ່ວນ​ຂອງ​ງົວ​ເຂົ້າໄປ ແລະ ໃຊ້​ນິ້ວມື​ຈຸ່ມເລືອດ​ແລ້ວ​ຊິດໃສ່​ດ້ານ​ໜ້າ​ຂອງ​ພຣະທີ່ນັ່ງ​ແຫ່ງ​ພຣະຄຸນ​ເຈັດ​ເທື່ອ.
15 Then he must slaughter the people's sin-offering goat, bring its blood inside the curtain, and do with it as with the bull's blood—sprinkling it on the mercy seat and before it. “ແລ້ວ​ອາໂຣນ​ຈະ​ຂ້າ​ແບ້​ເປັນ​ເຄື່ອງບູຊາ​ໄຖ່​ບາບ​ສຳລັບ​ປະຊາຊົນ ແລະ ນຳ​ເລືອດ​ຂອງ​ແບ້​ເຂົ້າໄປ​ດ້ານ​ຫລັງ​ຜ້າກັ້ງ ແລ້ວ​ເຮັດ​ເຊັ່ນ​ດຽວ​ກັບ​ທີ່​ເຮັດ​ກັບ​ເລືອດ​ງົວ​ຄື​ລາວ​ຈະ​ຊິດ​ເລືອດ​ນັ້ນ​ໃສ່​ຂ້າງ​ເທິງ ແລະ ຂ້າງ​ໜ້າ​ຂອງ​ພຣະທີ່ນັ່ງ​ແຫ່ງ​ພຣະຄຸນ.
16 This is how he atones for the Holy Place because of Israel's uncleanness, their rebellions, all their sins. He does the same for the tent of meeting, which stays among them in the midst of their uncleanness. ດ້ວຍ​ວິທີ​ນີ້​ອາໂຣນ​ຈະ​ເຮັດ​ພິທີ​ລຶບລ້າງ​ບາບ​ສຳລັບ​ສະຖານທີ່​ບໍລິສຸດ​ທີ່ສຸດ​ເພາະ​ການ​ເປັນມົນທິນ ແລະ ການກະບົດ​ຂອງ​ຊາວ​ອິດສະຣາເອນ, ບໍ່​ວ່າ​ບາບ​ຂອງ​ພວກເຂົາ​ຈະ​ເປັນ​ຢ່າງໃດ. ພວກເຂົາ​ກໍ​ຈະ​ຕ້ອງ​ເຮັດ​ຢ່າງດຽວ​ກັນ​ກັບ​ເຕັນນັດພົບ, ເຊິ່ງ​ຢູ່​ທ່າມກາງ​ການ​ເປັນມົນທິນ​ຂອງ​ພວກເຂົາ.
17 No one may be in the tent of meeting when he enters to make atonement in the Holy Place until he leaves, having atoned for himself, his household, and the whole assembly of Israel. ຫ້າມ​ບໍ່​ໃຫ້​ມີ​ຜູ້ໃດ​ຢູ່​ໃນ​ເຕັນນັດພົບ​ຂະນະ​ທີ່​ອາໂຣນ​ເຂົ້າໄປ​ເຮັດ​ພິທີ​ລຶບລ້າງບາບ​ໃນ​ສະຖານທີ່​ສັກສິດ​ທີ່ສຸດ​ຈົນ​ກວ່າ​ເພິ່ນ​ຈະ​ອອກມາ, ຍັງ​ມີ​ການ​ລຶບລ້າງ​ບາບ​ສຳລັບ​ຕົນ​ເອງ, ຄອບຄົວ ແລະ ຊຸມຊົນ​ອິດສະຣາເອນ​ທັງໝົດ​ອີກ​ດ້ວຍ.
18 He must go out to the altar before me, make atonement for it, take some of the bull's blood and some of the goat's blood, and put it on the altar's horns all around. “ຈາກ​ນັ້ນ​ອາໂຣນ​ຈະ​ໄປ​ທີ່​ແທ່ນບູຊາ​ທີ່​ຢູ່​ຕໍ່ໜ້າ​ພຣະເຈົ້າ​ຢາເວ ແລະ ເຮັດ​ພິທີ​ລຶບລ້າງບາບ​ສຳລັບ​ແທ່ນ​ນັ້ນ. ເພິ່ນ​ຈະ​ເອົາ​ເລືອດ​ຂອງ​ງົວ ແລະ ເລືອດ​ຂອງ​ແບ້​ບາງ​ສ່ວນ​ທາ​ທີ່​ເຂົາ​ຂອງ​ແທ່ນບູຊາ.
19 He is to sprinkle blood on it with his finger seven times, to cleanse and dedicate it from the impurity of Israel's people. ເພິ່ນ​ຈະ​ເອົາ​ນິ້ວມື​ຈຸ່ມລົງ​ໃນ​ເລືອດ​ແລ້ວ​ຊິດ​ໃສ່​ເທິງ​ແທ່ນບູຊາ​ເຈັດ​ເທື່ອ​ເພື່ອ​ເປັນ​ການ​ຊຳລະ​ແທ່ນບູຊາ​ນັ້ນ​ໃຫ້​ບໍລິສຸດ​ພົ້ນ​ຈາກ​ມົນທິນ​ຂອງ​ຊາວ​ອິດສະຣາເອນ.
20 When he finishes atoning for the Holy Place, tent of meeting, and altar, he is to present the live goat. “ເມື່ອ​ອາໂຣນ​ເຮັດ​ພິທີ​ລຶບລ້າງ​ບາບ​ສຳລັບ​ສະຖານທີ່​ບໍລິສຸດ​ທີ່ສຸດ, ທີ່​ເຕັນນັດພົບ ແລະ ແທ່ນບູຊາ​ສຳເລັດ, ເພິ່ນ​ຈະ​ນຳ​ແບ້​ທີ່​ຍັງ​ມີ​ຊີວິດ​ຕົວ​ນັ້ນ​ມາ​ທາງໜ້າ.
21 Aaron is to lay both hands on the live goat's head and confess over it all Israel's guilt, all their rebellions, all their sins, placing them on the goat's head, then send it into the wilderness by a man appointed for the task. ເພິ່ນ​ຈະ​ຕ້ອງ​ວາງມື​ທັງສອງເບື້ອງ​ໃສ່​ເທິງ​ຫົວ​ແບ້​ທີ່​ມີຊີວິດ​ນັ້ນ ແລະ ສາລະພາບ​ຄວາມ​ຊົ່ວຮ້າຍ​ທຸກຢ່າງ ແລະ ການທໍລະຍົດ​ຂອງ​ປະຊາຊົນ​ອິດສະຣາເອນ. ການບາບ​ທັງໝົດ ແລະ ໄດ້​ມອບ​ສິ່ງ​ທັງໝົດ​ໄວ້​ເທິງ​ຫົວ​ແບ້. ເພິ່ນ​ຈະ​ສົ່ງ​ແບ້​ໄປ​ຍັງ​ຖິ່ນແຫ້ງແລ້ງກັນດານ​ໂດຍ​ມອບໝາຍ​ໃຫ້​ຊາຍ​ຄົນ​ໜຶ່ງ​ຕິດຕາມ​ໄປ.
22 The goat will carry all their sins on itself into a cut-off land; the man will release it in the wilderness. ແບ້​ນັ້ນ​ກໍ​ຈະ​ແບກຮັບບາບ​ທັງໝົດ​ຂອງ​ປະຊາຊົນ​ເຂົ້າ​ສູ່​ຖິ່ນແຫ້ງແລ້ງກັນດານ, ຊາຍ​ຜູ້​ນັ້ນ​ຈະ​ປ່ອຍ​ມັນ​ໄວ້​ໃນ​ທີ່ນັ້ນ.
23 Aaron will enter the tent of meeting, take off the linen garments he wore entering the Holy Place, and leave them there. “ຈາກ​ນັ້ນ​ອາໂຣນ​ເຂົ້າໄປ​ໃນ​ເຕັນນັດພົບ ແລະ ຖອດ​ຊຸດ​ຜ້າຝ້າຍລິນິນ​ທີ່​ໃຊ້​ນຸ່ງ​ເຂົ້າ​ໄປ​ໃນ​ສະຖານທີ່​ສັກສິດ​ທີ່ສຸດ ແລະ ວາງ​ໄວ້​ໃນ​ທີ່ນັ້ນ.
24 He must bathe his body in water in a holy place and put on his clothes. Then he comes out, offers his burnt offering and the people's burnt offering, atoning for himself and the people. ເພິ່ນ​ຈະ​ອາບນ້ຳ​ເພື່ອ​ຊຳລະ​ຕົນ​ເອງ​ໃນ​ບ່ອນ​ສັກສິດ ແລະ ນຸ່ງ​ເສື້ອຜ້າ​ຊຸດ​ປົກກະຕິ. ແລ້ວ​ເພິ່ນ​ຈະ​ອອກໄປ​ຖວາຍ​ເຄື່ອງເຜົາ​ບູຊາ​ສຳລັບ​ຕົນ​ເອງ ແລະ ເຄື່ອງເຜົາ​ບູຊາ​ສຳລັບ​ປະຊາຊົນ, ເພື່ອ​ເຮັດ​ພິທີ​ລຶບລ້າງບາບ​ໃຫ້​ຕົນ​ເອງ ແລະ ປະຊາຊົນ.
25 He is to burn the fat of the sin offering on the altar. ເພິ່ນ​ຈະ​ເຜົາ​ໄຂມັນ​ຂອງ​ເຄື່ອງບູຊາ​ໄຖ່​ບາບ​ເທິງ​ແທ່ນບູຊາ​ດ້ວຍ.
26 He who sent the goat to Azazel must wash his clothes, bathe his body in water, then he may enter the camp. “ຊາຍ​ຄົນ​ທີ່​ໄປ​ປ່ອຍ​ແບ້​ເປັນ​ແບ້ຮັບບາບ​ຕ້ອງ​ໄດ້​ຊັກ​ເສື້ອຜ້າ ແລະ ອາບນ້ຳ, ຫລັງຈາກນັ້ນ​ລາວ​ອາດ​ເຂົ້າມາ​ໃນ​ຄ້າຍພັກ​ໄດ້.
27 The bull and goat of the sin offering, whose blood was brought to atone in the Holy Place, are to be taken outside the camp; their hides, flesh, and dung are to be burned in the fire. ງົວ ແລະ ແບ້​ທີ່​ໃຊ້​ເປັນ​ເຄື່ອງບູຊາ​ໄຖ່​ບາບ, ເຊິ່ງ​ເພິ່ນ​ໄດ້​ນຳ​ເລືອດ​ຂອງ​ມັນ​ເຂົ້າໄປ​ໃນ​ສະຖານທີ່​ສັກສິດ​ທີ່ສຸດ​ເພື່ອ​ເຮັດ​ພິທີ​ລຶບລ້າງບາບ​ນັ້ນ, ຕ້ອງ​ນຳເອົາ​ໄປ​ໄວ້​ນອກ​ຄ້າຍພັກ​ເຊັ່ນ: ໜັງ, ຊີ້ນ ແລະ ໄສ້​ຂອງ​ສັດ​ນັ້ນ​ຈະ​ຕ້ອງ​ເຜົາ​ໃຫ້​ໝົດ.
28 Whoever burns them must wash his clothes and bathe his body in water, then he may come into the camp. ຜູ້​ເຮັດ​ໜ້າທີ່​ເຜົາ​ສິ່ງ​ເຫລົ່ານັ້ນ​ຕ້ອງ​ຊັກ​ເສື້ອຜ້າ​ຂອງ​ຕົນ ແລະ ອາບ​ນ້ຳ​ໃຫ້​ສະອາດ, ຫລັງຈາກນັ້ນ​ລາວ​ອາດ​ເຂົ້າ​ມາ​ໃນ​ຄ້າຍພັກ​ໄດ້.
29 This is a permanent law for you: on the tenth day of the seventh month, humble yourselves and do no work—neither the native nor the foreigner living among you. “ນີ້​ເປັນ​ຂໍ້​ປະຕິບັດ​ຖາວອນ​ສຳລັບ​ພວກເຈົ້າ​ຄື: ໃນ​ວັນ​ທີສິບ​ເດືອນ​ທີເຈັດ​ພວກເຈົ້າ​ຈົ່ງ​ຕັດສິດ​ຂອງຕົນ ແລະ ບໍ່​ເຮັດວຽກ​ໃດໆ, ບໍ່​ວ່າ​ຈະ​ເປັນ​ຄົນທ້ອງຖິ່ນ​ອິດສະຣາເອນ ຫລື ເປັນ​ຄົນຕ່າງດ້າວ​ທີ່​ອາໄສຢູ່​ທ່າມກາງ​ພວກເຈົ້າ,
30 For on this day atonement is made for you, to cleanse you from all your sins; you will be clean before me. ເພາະ​ໃນ​ວັນ​ນີ້​ຈະ​ມີ​ການລຶບລ້າງບາບ​ສຳລັບ​ພວກເຈົ້າ, ເພື່ອ​ຊຳລະ​ພວກເຈົ້າ​ໃຫ້​ສະອາດ. ແລ້ວ​ພວກເຈົ້າ​ຈະ​ສະອາດ​ພົ້ນ​ຈາກ​ບາບ​ທັງໝົດ​ຕໍ່ໜ້າ​ພຣະເຈົ້າ​ຢາເວ.
31 It is a Sabbath of complete rest for you; humble yourselves—a lasting statute. ນີ້​ເປັນ​ວັນ​ຊະບາໂຕ​ແຫ່ງ​ການ​ພັກຜ່ອນ ແລະ ເຈົ້າ​ຕ້ອງ​ຕັດສິດ​ຂອງຕົນ, ນີ້​ເປັນ​ຂໍ້​ປະຕິບັດ​ຖາວອນ​ສຳລັບ​ພວກເຈົ້າ.
32 The priest anointed and ordained to serve in his father's place is to make atonement and put on the linen garments—the holy garments, ປະໂລຫິດ​ຜູ້​ທີ່​ໄດ້​ຮັບ​ການ​ເຈີມ ແລະ ໄດ້​ສະຖາປະນາ​ໃຫ້​ເປັນ​ມະຫາ​ປະໂລຫິດ​ສືບທອດ​ຈາກ​ພໍ່​ຂອງ​ຕົນ​ຈະ​ເປັນ​ຜູ້​ເຮັດ​ພິທີ​ລຶບລ້າງບາບ. ເພິ່ນ​ຈະ​ຕ້ອງ​ສວມ​ຊຸດ​ສັກສິດ​ທີ່​ເຮັດ​ຈາກ​ຜ້າຝ້າຍລິນິນ
33 and make atonement for the Most Holy Place, the tent of meeting, the altar, the priests, and all the assembly's people. ແລະ ເຮັດ​ພິທີ​ລຶບລ້າງ​ບາບ​ສຳລັບ​ສະຖານທີ່​ສັກສິດ​ທີ່ສຸດ, ສຳລັບ​ເຕັນນັດພົບ ແລະ ແທ່ນບູຊາ ແລະ ສຳລັບ​ປະໂລຫິດ ແລະ ສະມາຊິກ​ທັງໝົດ​ຂອງ​ຊຸມຊົນ.
34 This is a permanent statute for you: atone for all the Israelites' sins once a year." And it was done, as our Father commanded Moses. “ນີ້​ເປັນ​ລະບຽບການ​ຖາວອນ​ສຳລັບ​ພວກເຈົ້າ​ຄື: ໃຫ້​ເຮັດ​ພິທີ​ລຶບລ້າງ​ບາບ​ປີ​ລະ​ຄັ້ງ​ສຳລັບ​ບາບ​ທັງໝົດ​ຂອງ​ປະຊາຊົນ​ອິດສະຣາເອນ”. ແລະ ລະບຽບການ​ນີ້​ກໍ​ໄດ້​ຖືກ​ປະຕິບັດ​ຕາມ​ທີ່​ພຣະເຈົ້າ​ຢາເວ​ໄດ້​ສັ່ງ​ໂມເຊ​ໄວ້​ແລ້ວ​ນັ້ນ.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]