Skip to content
The Believer's Library

Biblica® Open Lao Contemporary Version

Genesis 35 OLCV

Show OLCV only
Verse × ×
1 Then our Father told Jacob, "Get up, go to Bethel, stay there, and build an altar to me, who appeared to you when you fled from your brother Esau." ຫລັງຈາກ​ນັ້ນ ພຣະເຈົ້າ​ໄດ້​ກ່າວ​ແກ່​ຢາໂຄບ​ວ່າ, “ຈົ່ງ​ຂຶ້ນ​ໄປ​ຍັງ​ເບັດເອນ ແລ້ວ​ຕັ້ງ​ຖິ່ນຖານ​ຢູ່​ທີ່​ນັ້ນ ແລະ ຈົ່ງ​ສ້າງ​ແທ່ນບູຊາ​ຂຶ້ນ​ທີ່​ນັ້ນ​ຖວາຍ​ແກ່​ພຣະເຈົ້າ ຜູ້​ໄດ້​ປາກົດ​ແກ່​ເຈົ້າ​ເມື່ອ​ເຈົ້າ​ປົບໜີ​ຈາກ​ເອຊາວ​ອ້າຍ​ຂອງ​ເຈົ້າ”.
2 Jacob said to his household and all with him, "Discard the foreign gods among you, purify yourselves, and change your clothes. ດັ່ງນັ້ນ ຢາໂຄບ​ຈຶ່ງ​ໄດ້​ເວົ້າ​ກັບ​ຄອບຄົວ​ຂອງ​ລາວ ແລະ ທຸກຄົນ​ທີ່​ຢູ່​ກັບ​ລາວ​ວ່າ, “ຈົ່ງ​ກຳຈັດ​ບັນດາ​ພະ​ຂອງ​ຊາວ​ຕ່າງດ້າວ​ທີ່​ພວກເຈົ້າ​ມີ​ຢູ່​ກັບ​ພວກເຈົ້າ ແລະ ຊຳລະ​ພວກເຈົ້າ​ເອງ​ໃຫ້​ບໍລິສຸດ ແລະ ປ່ຽນ​ເຄື່ອງນຸ່ງ​ຂອງ​ພວກເຈົ້າ.
3 Let's go up to Bethel. I'll build an altar there to our Father, who answered me in my day of distress and stayed with me wherever I went." ແລ້ວ​ຈົ່ງ​ມາ ໃຫ້​ພວກເຮົາ​ຂຶ້ນ​ໄປ​ທີ່​ເບັດເອນ, ບ່ອນ​ທີ່​ເຮົາ​ຈະ​ສ້າງ​ແທ່ນບູຊາ​ຖວາຍ​ແກ່​ພຣະເຈົ້າ ຜູ້​ໄດ້​ຕອບ​ຄຳອະທິຖານ​ຂອງ​ເຮົາ​ໃນ​ວັນ​ທີ່​ເຮົາ​ມີ​ຄວາມໂສກເສົ້າ ແລະ ຜູ້​ໄດ້​ຢູ່​ກັບ​ເຮົາ​ໃນ​ທຸກບ່ອນ​ທີ່​ເຮົາ​ໄປ”.
4 They gave Jacob all the foreign gods in their hands and earrings in their ears; he hid them under Shechem's oak. ດັ່ງນັ້ນ ພວກເຂົາ​ຈຶ່ງ​ໄດ້​ເອົາ​ພະ​ຂອງ​ຊາວ​ຕ່າງດ້າວ​ທັງໝົດ​ທີ່​ພວກເຂົາ​ມີ​ຢູ່ ແລະ ປົດ​ຕຸ້ມຫູ​ຂອງ​ພວກເຂົາ​ມາ​ມອບ​ໃຫ້​ຢາໂຄບ ແລະ ຢາໂຄບ​ກໍ​ຝັງ​ເຄື່ອງ​ເຫລົ່ານັ້ນ​ໄວ້​ຢູ່​ກ້ອງ​ຕົ້ນໂອກ​ທີ່​ຊີເຄມ.
5 They set out; terror from our Father struck the surrounding cities, so no one pursued Jacob's sons. ຫລັງຈາກ​ນັ້ນ ພວກເຂົາ​ຈຶ່ງ​ໄດ້​ອອກ​ເດີນທາງ ແລະ ຊາວ​ເມືອງ​ທີ່​ຢູ່​ອ້ອມຂ້າງ​ພວກເຂົາ​ກໍ​ເກີດ​ຢ້ານກົວ​ພຣະເຈົ້າ ດັ່ງນັ້ນ ຈຶ່ງ​ບໍ່​ມີ​ຜູ້ໃດ​ໄລ່​ຕາມ​ພວກເຂົາ​ໄປ.
6 Jacob came to Luz (Bethel) in Canaan, with all his people. ຢາໂຄບ ແລະ ປະຊາຊົນ​ທັງໝົດ​ທີ່​ຮ່ວມ​ເດີນທາງ​ກັບ​ລາວ​ກໍ​ໄດ້​ມາ​ເຖິງ​ເມືອງ​ລູເຊ (ຄື​ເບັດເອນ) ໃນ​ດິນແດນ​ການາອານ.
7 There he built an altar, naming it El-Bethel—house of our Father—for there he revealed himself to Jacob when he fled from his brother. ຢູ່​ທີ່​ນັ້ນ​ລາວ​ໄດ້​ສ້າງ​ແທ່ນບູຊາ​ຂຶ້ນ ແລະ ເອີ້ນ​ບ່ອນ​ນັ້ນ​ວ່າ​ເອນເບັດເອນ, ເພາະ​ວ່າ​ພຣະເຈົ້າ​ໄດ້​ເປີດເຜີຍ​ພຣະອົງ​ເອງ​ແກ່​ລາວ​ຢູ່​ທີ່​ນັ້ນ​ເມື່ອ​ເວລາ​ທີ່​ລາວ​ກຳລັງ​ໜີ​ຈາກ​ອ້າຍ​ຂອງ​ລາວ.
8 Deborah, Rebekah's nurse, died and was buried below Bethel under the oak, named Allon-bacuth, oak of weeping. ບັດນີ້ ເດໂບຣາ ເອື້ອຍລ້ຽງ​ຂອງ​ເຣເບກາ ກໍ​ໄດ້​ຕາຍ​ໄປ ແລະ ໄດ້​ຖືກ​ຝັງ​ໄວ້​ຢູ່​ກ້ອງ​ຕົ້ນໂອກ​ທີ່​ຢູ່​ນອກ​ເມືອງ​ເບັດເອນ. ດັ່ງນັ້ນ ທີ່​ນັ້ນ​ຈຶ່ງ​ໄດ້​ຊື່​ວ່າ​ອານໂລນບາຄູດ.
9 Our Father appeared to Jacob again, when he came from Paddan-aram, and blessed him. ຫລັງ​ຈາກ​ຢາໂຄບ​ໄດ້​ກັບ​ມາ​ຈາກ​ປັດດານອາຣາມ, ພຣະເຈົ້າ​ໄດ້​ປາກົດ​ແກ່​ລາວ​ອີກ ແລະ ໄດ້​ອວຍພອນ​ລາວ.
10 Our Father said to him, "Your name is Jacob, but it will no longer be Jacob—your name is Israel." He named him Israel. ພຣະເຈົ້າ​ໄດ້​ກ່າວ​ແກ່​ລາວ​ວ່າ, “ຊື່​ຂອງ​ເຈົ້າ​ແມ່ນ​ຢາໂຄບ, ແຕ່​ເຈົ້າ​ຈະ​ບໍ່​ຖືກ​ເອີ້ນ​ວ່າ​ຢາໂຄບ​ອີກ​ຕໍ່ໄປ; ຊື່​ຂອງ​ເຈົ້າ​ຈະ​ຖືກ​ເອີ້ນ​ວ່າ​ອິດສະຣາເອນ,” ດັ່ງນັ້ນ ພຣະອົງ​ຈຶ່ງ​ໄດ້​ຕັ້ງ​ຊື່​ໃຫ້​ລາວ​ວ່າ​ອິດສະຣາເອນ.
11 Our Father told him, "I am El Shaddai, your Father Almighty. Be fruitful, multiply. A nation, a company of nations, will come from you; kings will come from your body. ແລະ ພຣະເຈົ້າ​ກໍ​ໄດ້​ກ່າວ​ແກ່​ລາວ​ວ່າ, “ເຮົາ​ເປັນ​ພຣະເຈົ້າ​ຜູ້​ມີ​ລິດອຳນາດ​ຍິ່ງໃຫຍ່; ຈົ່ງ​ມີ​ລູກ​ຫລານ​ຈຳນວນ​ຫລວງຫລາຍ ແລະ ເພີ່ມ​ທະວີ​ຈຳນວນ​ຂຶ້ນ. ຊົນຊາດ ແລະ ຊຸມຊົນ​ຂອງ​ຫລາຍ​ຊົນຊາດ​ຈະ​ເກີດ​ມາ​ຈາກ​ເຈົ້າ ແລະ ກະສັດ​ທັງຫລາຍ​ຈະ​ມາ​ຈາກ​ເຊື້ອສາຍ​ຂອງ​ເຈົ້າ.
12 The land I gave Abraham and Isaac, I will give you; I will give to your offspring after you." ດິນແດນ​ທີ່​ເຮົາ​ໄດ້​ມອບ​ໃຫ້​ແກ່​ອັບຣາຮາມ ແລະ ອີຊາກ​ນັ້ນ ເຮົາ​ກໍ​ມອບ​ໃຫ້​ແກ່​ເຈົ້າ​ເໝືອນກັນ ແລະ ເຮົາ​ກໍ​ຈະ​ມອບ​ດິນແດນ​ນີ້​ໃຫ້​ແກ່​ເຊື້ອສາຍ​ຂອງ​ເຈົ້າ​ທີ່​ຈະ​ມາ​ພາຍຫລັງ​ດ້ວຍ”.
13 Then our Father went up from him in the place where he had spoken with him. ແລ້ວ​ພຣະເຈົ້າ​ກໍ​ໄດ້​ຂຶ້ນ​ໄປ​ຈາກ​ລາວ​ຄື​ຈາກ​ບ່ອນ​ທີ່​ພຣະອົງ​ໄດ້​ກ່າວ​ກັບ​ລາວ​ນັ້ນ.
14 Jacob set up a pillar where our Father had spoken with him, a pillar of stone, and he poured out a drink offering on it and poured oil on it. ຢາໂຄບ​ຈຶ່ງ​ຕັ້ງ​ເສົາ​ຫີນ​ຂຶ້ນ​ໜຶ່ງ​ເສົາ​ໃສ່​ບ່ອນ​ທີ່​ພຣະເຈົ້າ​ໄດ້​ກ່າວ​ກັບ​ລາວ ແລະ ລາວ​ກໍ​ໄດ້​ເທ​ເຄື່ອງດື່ມ​ຖວາຍບູຊາ​ລົງ​ເທິງ​ເສົາ​ນັ້ນ; ລາວ​ຍັງ​ໄດ້​ເທ​ນ້ຳມັນ​ລົງ​ເທິງ​ເສົາ​ນັ້ນ​ເໝືອນກັນ.
15 Jacob named the place where our Father had spoken with him: Bethel. ຢາໂຄບ​ໄດ້​ເອີ້ນ​ບ່ອນ​ທີ່​ພຣະເຈົ້າ​ໄດ້​ກ່າວ​ກັບ​ລາວ​ນັ້ນ​ວ່າ​ເບັດເອນ.
16 They left Bethel, and while still some distance from Ephrath, Rachel went into labor—hard labor. ຫລັງຈາກນັ້ນ ພວກເຂົາ​ກໍ​ໄດ້​ຍົກຍ້າຍ​ອອກ​ຈາກ​ເບັດເອນ. ໃນ​ຂະນະ​ທີ່​ພວກເຂົາ​ຍັງ​ຢູ່​ໄລຍະ​ຫ່າງໄກ​ຈາກ​ເອຟຣາທາ​ຢູ່, ນາງ​ຣາເຊັນ​ກໍ​ເລີ່ມ​ເຈັບ​ທ້ອງ​ເກີດລູກ ແລະ ນາງ​ໄດ້​ເຈັບປວດ​ຫລາຍ​ທີ່​ສຸດ.
17 During her hard labor, the midwife told her, "Don't be afraid—this too is a son." ແລະ ໃນ​ຂະນະ​ທີ່​ນາງ​ມີ​ຄວາມເຈັບປວດ​ຫລາຍ​ທີ່​ສຸດ​ໃນ​ການ​ເຈັບທ້ອງ​ເກີດລູກ​ຢູ່​ນັ້ນ, ໝໍຕຳແຍ​ກໍ​ໄດ້​ເວົ້າ​ກັບ​ນາງ​ວ່າ, “ຢ່າ​ຢ້ານ​ເລີຍ, ເພາະ​ເຈົ້າ​ໄດ້​ລູກຊາຍ​ອີກ​ຄົນ​ໜຶ່ງ”.
18 As her soul was leaving her—she was dying—she named him Ben-oni, son of my sorrow; but his father called him Benjamin, son of the right hand. ໃນຂະນະ​ທີ່​ນາງ​ໃກ້​ຈະ​ໝົດ​ລົມຫາຍໃຈ ຄື​ນາງ​ກຳລັງ​ຈະ​ຕາຍ​ນັ້ນ ນາງ​ກໍ​ໄດ້​ຕັ້ງຊື່​ໃຫ້​ລູກຊາຍ​ຂອງ​ນາງ​ວ່າ​ເບັນໂອນີ. ແຕ່​ພໍ່​ຂອງ​ລາວ​ໄດ້​ຕັ້ງ​ຊື່​ໃຫ້​ລາວ​ວ່າ​ເບັນຢາມິນ.
19 So Rachel died, and she was buried on the way to Ephrath (that is, Bethlehem). ດັ່ງນັ້ນ ນາງ​ຣາເຊັນ​ກໍ​ໄດ້​ຕາຍ​ໄປ ແລະ ໄດ້​ຖືກ​ຝັງ​ໄວ້​ຢູ່​ແຄມ​ທາງ​ທີ່​ຈະ​ໄປ​ເອຟຣາທາ (ຄື​ເບັດເລເຮັມ).
20 Jacob set a pillar on her grave—it is Rachel's grave pillar to this day. ຢາໂຄບ​ໄດ້​ຕັ້ງ​ເສົາ​ໃສ່​ເທິງ​ຂຸມ​ຝັງສົບ​ຂອງ​ນາງ​ເສົາ​ໜຶ່ງ ແລະ ຈົນ​ເຖິງ​ທຸກ​ວັນ​ນີ້​ເສົາ​ນັ້ນ​ຈຶ່ງ​ເປັນ​ເຄື່ອງໝາຍ​ຂອງ​ຂຸມ​ຝັງສົບ​ຂອງ​ນາງ​ຣາເຊັນ.
21 Israel traveled and camped beyond Migdal-eder, the tower of the flock. ອິດສະຣາເອນ​ໄດ້​ຍົກຍ້າຍ​ອອກ​ໄປ​ອີກ ແລະ ໄດ້​ຕັ້ງ​ເຕັນ​ຂອງ​ລາວ​ຂຶ້ນ​ຢູ່​ກາຍ​ຈາກ​ມິກດັນເອເດ​ໄປ.
22 While Israel lived in that land, Reuben went and slept with Bilhah, his father's concubine, and Israel heard. Jacob had twelve sons. ໃນ​ຂະນະ​ທີ່​ອິດສະຣາເອນ​ຍັງ​ອາໄສ​ຢູ່​ໃນ​ທ້ອງຖິ່ນ​ນັ້ນ, ຣູເບັນ​ກໍ​ເຂົ້າ​ໄປ​ໃນ ແລະ ຮ່ວມ​ຫລັບນອນ​ກັບ​ນາງ​ບິນຮາ ຜູ້​ເປັນ​ເມຍນ້ອຍ​ຂອງ​ພໍ່​ລາວ ແລະ ອິດສະຣາເອນ​ກໍ​ໄດ້​ຍິນ​ເຖິງ​ເລື່ອງ​ນີ້. ຢາໂຄບ​ມີ​ລູກຊາຍ​ສິບສອງ​ຄົນ​ຄື:
23 The sons of Leah: Reuben, Jacob's firstborn, then Simeon, Levi, Judah, Issachar, and Zebulun. ລູກຊາຍ​ຂອງ​ເລອາ​ມີ​ຄື: ຣູເບັນ​ລູກຊາຍ​ກົກ​ຂອງ​ຢາໂຄບ, ຊີເມໂອນ, ເລວີ, ຢູດາ, ອິດຊາຄາ ແລະ ເຊບູໂລນ.
24 The sons of Rachel: Joseph and Benjamin. ລູກຊາຍ​ຂອງ​ນາງ​ຣາເຊັນ​ມີ​ຄື: ໂຢເຊັບ ແລະ ເບັນຢາມິນ.
25 The sons of Bilhah, Rachel's maid: Dan and Naphtali. ລູກຊາຍ​ຂອງ​ນາງ​ບິນຮາ​ຄົນຮັບໃຊ້​ຂອງ​ນາງ​ຣາເຊັນ​ມີ​ຄື: ດານ ແລະ ເນບທາລີ.
26 Sons of Zilpah, Leah's servant: Gad and Asher. These are Jacob's sons, born to him in Paddan-aram. ລູກຊາຍ​ຂອງ​ນາງ​ຊີລະປາ​ຄົນຮັບໃຊ້​ຂອງ​ນາງ​ເລອາ​ມີ​ຄື: ກາດ ແລະ ອາເຊ. ທັງໝົດ​ນີ້​ຄື​ບັນດາ​ລູກຊາຍ​ຂອງ​ຢາໂຄບ ທີ່​ໄດ້​ເກີດ​ໃຫ້​ລາວ​ໃນ​ປັດດານອາຣາມ.
27 Jacob came to his father Isaac at Mamre, Kiriath-arba (Hebron), where Abraham and Isaac had lived. ຢາໂຄບ​ໄດ້​ກັບ​ມາ​ທີ່​ເຮືອນ​ອີຊາກ​ພໍ່​ຂອງ​ລາວ​ຢູ່​ທີ່​ມຳເຣ ເຊິ່ງ​ຢູ່​ໃກ້​ກິຣິອາດອາກບາ (ຄື​ເມືອງ​ເຮັບໂຣນ), ບ່ອນ​ທີ່​ອັບຣາຮາມ ແລະ ອີຊາກ​ໄດ້​ອາໄສ​ຢູ່.
28 Isaac lived 180 years. ອີຊາກ​ມີ​ຊີວິດ​ຢູ່ 180 ປີ.
29 Isaac breathed his last, died, and was gathered to his people—old, full of days. His sons Esau and Jacob buried him. ແລ້ວ​ອີຊາກ​ກໍ​ໄດ້​ໝົດ​ລົມ​ຫາຍໃຈ ແລະ ໄດ້​ຕາຍ​ໄປ ແລ້ວ​ກໍ​ໄດ້​ຖືກ​ຮວບຮວມ​ໄວ້​ກັບ​ຄົນ​ຂອງ​ເພິ່ນ, ເພິ່ນ​ຕາຍ​ໄປ​ເມື່ອ​ເຖົ້າແກ່​ຫລາຍ​ແລ້ວ. ແລ້ວ​ເອຊາວ​ກັບ​ຢາໂຄບ​ຜູ້​ເປັນ​ລູກຊາຍ​ກໍ​ໄດ້​ຝັງສົບ​ຂອງ​ເພິ່ນ.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]