Skip to content
The Believer's Library

Biblica® Open Lao Contemporary Version

Genesis 32 OLCV

Show OLCV only
Verse × ×
1 Jacob went on his way, and the angels of our Father met him. ຢາໂຄບ​ກໍ​ເໝືອນ​ກັນ​ໄດ້​ເດີນ​ໄປ​ຕາມ​ທາງ​ຂອງ​ຕົນ ແລະ ບັນດາ​ເທວະດາ​ຂອງ​ພຣະເຈົ້າ​ກໍ​ໄດ້​ມາ​ພົບ​ລາວ.
2 Jacob saw them and said, "This is our Father's camp!" He named that place Mahanaim. ເມື່ອ​ຢາໂຄບ​ໄດ້​ເຫັນ​ເທວະດາ​ເຫລົ່ານັ້ນ​ແລ້ວ, ລາວ​ກໍ​ໄດ້​ເວົ້າ​ວ່າ, “ນີ້​ແມ່ນ​ຄ້າຍພັກ​ຂອງ​ພຣະເຈົ້າ!” ດັ່ງນັ້ນ ລາວ​ຈຶ່ງ​ເອີ້ນ​ສະຖານ​ທີ່​ນັ້ນ​ວ່າ​ມະຫານາອິມ.
3 Jacob sent messengers ahead of him to Esau his brother in the land of Seir, the territory of Edom. ຢາໂຄບ​ໄດ້​ສົ່ງ​ຜູ້ນຳຂ່າວ​ໄປ​ກ່ອນ​ເພິ່ນ ເພື່ອ​ໄປ​ຫາ​ເອຊາວ​ອ້າຍ​ຂອງ​ເພິ່ນ​ທີ່​ດິນແດນ​ເສອີ, ເມືອງ​ຂອງ​ເອໂດມ.
4 He ordered them, "Tell my lord Esau: your servant Jacob says, I've lived with Laban and stayed until now. ເພິ່ນ​ໄດ້​ແນະນຳ​ຄົນ​ເຫລົ່ານັ້ນ​ວ່າ: “ນີ້​ແມ່ນ​ສິ່ງ​ທີ່​ພວກເຈົ້າ​ຈະ​ຕ້ອງ​ເວົ້າ​ຕໍ່​ເອຊາວ​ນາຍ​ຂອງ​ເຮົາ​ວ່າ, ‘ຢາໂຄບ​ຜູ້ຮັບໃຊ້​ຂອງ​ທ່ານ​ໄດ້​ກ່າວ​ວ່າ, ຂ້ານ້ອຍ​ໄດ້​ໄປ​ອາໄສ​ຢູ່​ກັບ​ລາບານ ແລະ ຢູ່​ທີ່​ນັ້ນ​ຈົນ​ເຖິງ​ບັດນີ້.
5 I own oxen, donkeys, flocks, and servants—male and female. I've sent to inform my lord, to find favor in your eyes." ຂ້ານ້ອຍ​ມີ​ຝູງ​ງົວ, ລໍ, ແກະ, ແບ້ ແລະ ຄົນຮັບໃຊ້​ຊາຍ​ຍິງ. ບັດນີ້ ຂ້ານ້ອຍ​ກຳລັງ​ສົ່ງ​ຂ່າວ​ນີ້​ມາ​ຍັງ​ນາຍ​ຂອງ​ຂ້ານ້ອຍ ເພື່ອ​ຂ້ານ້ອຍ​ຈະ​ໄດ້​ຮັບ​ຄວາມ​ກະລຸນາ​ຈາກ​ທ່ານ’ ”.
6 The messengers returned to Jacob: "We went to your brother Esau—he's coming to meet you, 400 men with him." ເມື່ອ​ບັນດາ​ຜູ້ນຳຂ່າວ​ໄດ້​ກັບ​ມາ​ຫາ​ຢາໂຄບ​ແລ້ວ, ພວກເຂົາ​ກໍ​ໄດ້​ເວົ້າ​ວ່າ, “ພວກເຮົາ​ໄດ້​ໄປ​ຫາ​ເອຊາວ​ອ້າຍ​ຂອງ​ທ່ານ​ແລ້ວ ແລະ ເວລາ​ນີ້​ເພິ່ນ​ກຳລັງ​ມາ​ພົບ​ທ່ານ ແລະ ມີ​ຜູ້ຊາຍ​ສີ່ຮ້ອຍ​ຄົນ​ມາ​ນຳ​ເພິ່ນ​ດ້ວຍ”.
7 Jacob was very afraid and distressed. He split the people with him, and the flocks, herds, and camels, into two camps, ຢາໂຄບ​ຢ້ານ​ແຮງ ແລະ ກັງວົນ​ຫລາຍ​ຈົນ​ໄດ້​ແບ່ງ​ຄົນ​ທີ່​ຢູ່​ກັບ​ລາວ​ອອກ​ເປັນ​ສອງ​ກຸ່ມ, ແລະ ທັງ​ຝູງ​ແບ້, ຝູງ​ແກະ​ກັບ​ຝູງ​ງົວ ແລະ ຝູງ​ອູດ​ກໍ​ເໝືອນ​ກັນ.
8 thinking, "If Esau reaches one camp and attacks it, the remaining camp will escape." ລາວ​ຄິດ​ວ່າ, “ຖ້າ​ເອຊາວ​ເຂົ້າ​ມາ ແລະ ໂຈມຕີ​ກຸ່ມ​ໜຶ່ງ, ກຸ່ມ​ທີ່​ເຫລືອ​ຈະ​ໜີ​ໄປ”.
9 Then Jacob said, "God of my father Abraham and God of my father Isaac, my Father, who said to me, 'Return to your land and family, so I may treat you well,' ແລ້ວ​ຢາໂຄບ​ກໍ​ໄດ້​ອະທິຖານ​ວ່າ, “ໂອ ຂ້າ​ແດ່​ພຣະເຈົ້າ​ຂອງ​ອັບຣາຮາມ ແລະ ພຣະເຈົ້າ​ຂອງ​ອີຊາກ​ພໍ່​ຂອງ​ຂ້ານ້ອຍ, ພຣະເຈົ້າ​ຢາເວ, ພຣະອົງ​ຜູ້​ໄດ້​ກ່າວ​ກັບ​ຂ້ານ້ອຍ​ວ່າ, ‘ຈົ່ງ​ກັບ​ໄປ​ຍັງ​ບ້ານເມືອງ​ຂອງ​ເຈົ້າ ແລະ ຍາດພີ່ນ້ອງ​ຂອງ​ເຈົ້າ, ແລ້ວ​ເຮົາ​ຈະ​ເຮັດ​ໃຫ້​ເຈົ້າ​ຈະເລີນ​ຮຸ່ງເຮືອງ,’
10 I am too small for the least of all the covenant love and faithfulness you have shown your servant, for I crossed this Jordan with only my staff, and now I have become two camps. ຂ້ານ້ອຍ​ບໍ່​ສົມຄວນ​ກັບ​ຄວາມ​ເມດຕາ ແລະ ຄວາມ​ສັດຊື່​ທີ່​ພຣະອົງ​ມີ​ຕໍ່​ຜູ້ຮັບໃຊ້​ຂອງ​ພຣະອົງ. ເມື່ອ​ຂ້ານ້ອຍ​ຂ້າມ​ແມ່ນ້ຳ​ຈໍແດນ​ນີ້​ໄປ​ຂ້ານ້ອຍ​ມີ​ພຽງ​ໄມ້ຄ້ອນເທົ້າ​ຂອງ​ຂ້ານ້ອຍ​ເທົ່ານັ້ນ, ແຕ່​ດຽວນີ້​ຂ້ານ້ອຍ​ໄດ້​ເປັນ​ຜູ້​ທີ່​ມີ​ສອງ​ຄ້າຍພັກ.
11 Rescue me, please, from my brother's hand, from Esau's hand—I fear him: he may come and strike me down, mothers with children. ຂ້ານ້ອຍ​ອະທິຖານ​ວ່າ, ຂໍ​ຊ່ວຍ​ຮັກສາ​ຂ້ານ້ອຍ​ຈາກ​ເງື່ອມມື​ຂອງ​ເອຊາວ​ອ້າຍ​ຂອງ​ຂ້ານ້ອຍ​ດ້ວຍ, ເພາະ​ຂ້ານ້ອຍ​ຢ້ານ​ວ່າ​ລາວ​ຈະ​ມາ​ໂຈມຕີ​ຂ້ານ້ອຍ ແລະ ຮັກສາ​ບັນດາ​ຜູ້​ເປັນ​ແມ່​ພ້ອມ​ກັບ​ບັນດາ​ລູກ​ຂອງ​ພວກເຂົາ​ດ້ວຍ.
12 But you said, 'I will surely be good to you and make your descendants like the sand of the sea, too many to count.'" ແຕ່​ພຣະອົງ​ໄດ້​ກ່າວ​ວ່າ, ‘ເຮົາ​ຈະ​ເຮັດ​ໃຫ້​ເຈົ້າ​ຈະເລີນ​ຮຸ່ງເຮືອງ​ຢ່າງ​ແນ່ນອນ ແລະ ຈະ​ເຮັດ​ໃຫ້​ເຊື້ອສາຍ​ຂອງ​ເຈົ້າ​ເປັນ​ເໝືອນດັ່ງ​ເມັດຊາຍ​ທີ່​ທະເລ ເຊິ່ງ​ບໍ່​ສາມາດ​ນັບ​ໄດ້’ ”.
13 He stayed there that night, then took a gift for his brother Esau from what he had: ລາວ​ໄດ້​ນອນ​ຄ້າງຄືນ​ຢູ່​ທີ່​ນັ້ນ ແລະ ຈາກ​ສິ່ງ​ທີ່​ລາວ​ມີ​ຢູ່​ກັບ​ລາວ​ນັ້ນ ລາວ​ກໍ​ໄດ້​ຄັດເລືອກ​ຂອງຂັວນ​ສຳລັບ​ເອຊາວ​ອ້າຍ​ຂອງ​ລາວ​ຄື:
14 200 female goats and twenty male goats, 200 ewes and twenty rams, ແບ້​ແມ່​ສອງຮ້ອຍ​ໂຕ ແລະ ແບ້​ຜູ້​ຊາວ​ໂຕ, ແກະ​ແມ່​ສອງຮ້ອຍ​ໂຕ ແລະ ແກະ​ຜູ້​ຊາວ​ໂຕ,
15 thirty nursing camels with their young, forty cows, ten bulls, twenty female donkeys, ten male donkeys. ອູດ​ແມ່​ສາມສິບ​ໂຕ​ກັບ​ລູກ​ຂອງ​ມັນ, ງົວແມ່​ສີ່ສິບ​ໂຕ ແລະ ງົວຜູ້​ສິບ​ໂຕ, ລໍ​ແມ່​ຊາວ​ໂຕ ແລະ ລໍ​ຜູ້​ສິບ​ໂຕ.
16 He gave them to his servants, drove by drove, separately, and told his servants, "Pass ahead of me, and leave space between drove and drove." ລາວ​ໄດ້​ມອບ​ສັດ​ເຫລົ່ານີ້​ໃຫ້​ບັນດາ​ຄົນຮັບໃຊ້​ຂອງ​ລາວ​ເບິ່ງແຍງ ເຊິ່ງ​ມີ​ຄົນລ້ຽງສັດ​ເບິ່ງແຍງ​ເອງ ແລະ ໄດ້​ເວົ້າ​ກັບ​ບັນດາ​ຄົນຮັບໃຊ້​ຂອງ​ລາວ​ວ່າ, “ຈົ່ງ​ອອກໜ້າ​ໄປ​ກ່ອນ​ເຮົາ ແລະ ຮັກສາ​ໄລຍະ​ຫ່າງ​ລະຫວ່າງ​ຝູງສັດ​ໄວ້”.
17 He ordered the first, "When Esau my brother meets you and asks you, 'Whose are you? Where are you going? Whose are these ahead of you?' ລາວ​ໄດ້​ແນະນຳ​ຜູ້​ທີ່​ນຳ​ຝູງສັດ​ໄປ​ເປັນ​ກຸ່ມ​ທຳອິດ​ວ່າ, “ເມື່ອ​ເອຊາວ​ອ້າຍ​ຂອງ​ເຮົາ​ມາ​ພົບ​ພວກເຈົ້າ ແລະ ຖາມ​ວ່າ, ‘ພວກເຈົ້າ​ເປັນ​ຄົນ​ຂອງ​ຜູ້ໃດ ແລະ ພວກເຈົ້າ​ກຳລັງ​ຈະ​ໄປ​ໃສ ແລະ ຜູ້ໃດ​ເປັນ​ເຈົ້າຂອງ​ສັດ​ທັງໝົດ​ທີ່​ຢູ່​ຕໍ່​ໜ້າ​ເຈົ້າ?’
18 then say, 'They're your servant Jacob's, a gift sent to my lord Esau. Look, he himself is behind us.'" ກໍ​ໃຫ້​ເຈົ້າ​ຕອບ​ວ່າ, ‘ສັດ​ເຫລົ່ານີ້​ເປັນ​ຂອງ​ຢາໂຄບ​ຜູ້ຮັບໃຊ້​ຂອງ​ທ່ານ. ສັດ​ເຫລົ່ານີ້​ສົ່ງ​ມາ​ເປັນ​ຂອງຂັວນ​ແກ່​ເອຊາວ​ນາຍ​ຂອງ​ຂ້ານ້ອຍ ແລະ ເພິ່ນ​ກໍ​ກຳລັງ​ຕາມ​ຫລັງ​ພວກເຮົາ​ມາ’ ”.
19 He also commanded the second, the third, and all who followed the herds, "Say the same to Esau when you find him, ຢາໂຄບ​ໄດ້​ແນະນຳ​ຄົນ​ທີ​ສອງ, ຄົນ​ທີ​ສາມ ແລະ ຄົນ​ອື່ນໆ​ທີ່​ໄດ້​ຕາມ​ຝູງສັດ​ໄປ​ວ່າ: “ພວກເຈົ້າ​ຕ້ອງ​ເວົ້າ​ຢ່າງ​ດຽວ​ກັນ​ນີ້​ກັບ​ເອຊາວ​ເມື່ອ​ພົບ​ພວກເຈົ້າ​ເພິ່ນ.
20 and you will say, 'Also, your servant Jacob is behind us.'" For he thought, "I will appease him with the gift ahead of me, then see his face; perhaps he'll accept me." ແລະ ພວກເຈົ້າ​ຢ່າ​ລືມ​ເວົ້າ​ວ່າ, ‘ຢາໂຄບ​ຜູ້ຮັບໃຊ້​ຂອງ​ທ່ານ​ກຳລັງ​ມາ​ຕາມ​ຫລັງ​ພວກເຮົາ​ມາ’ ”. ເພາະ​ຢາໂຄບ​ຄິດ​ວ່າ, “ເຮົາ​ຈະ​ປອບ​ໃຈ​ລາວ​ດ້ວຍ​ຂອງຂັວນ​ເຫລົ່ານີ້​ທີ່​ສົ່ງ​ໄປ​ກ່ອນ​ລ່ວງໜ້າ, ພາຍຫລັງ​ມາ​ເມື່ອ​ເຮົາ​ພົບ​ໜ້າ​ລາວ ບາງທີ​ລາວ​ອາດ​ຈະ​ຍອມຮັບ​ເຮົາ​ກໍ​ໄດ້”.
21 So the gift passed on ahead of him, and he himself stayed that night in the camp. ດັ່ງນັ້ນ ຢາໂຄບ​ຈຶ່ງ​ສົ່ງ​ຂອງຂັວນ​ໄປ​ກ່ອນ​ຕົນ, ແຕ່​ສ່ວນ​ລາວ​ເອງ​ແມ່ນ​ຄ້າງຄືນ​ຢູ່​ໃນ​ຄ້າຍພັກ.
22 That night he got up, took his two wives, two female servants, and eleven sons, and crossed the Jabbok ford. ໃນ​ຄືນ​ນັ້ນ ຢາໂຄບ​ໄດ້​ລຸກ​ຂຶ້ນ​ພາ​ເມຍ​ທັງ​ສອງ​ຂອງ​ຕົນ, ຄົນຮັບໃຊ້​ຍິງ​ທັງ​ສອງ ແລະ ລູກຊາຍ​ສິບເອັດ​ຄົນ​ຂອງ​ລາວ​ຍ່າງ​ຂ້າມ​ແມ່ນ້ຳ​ຢັບໂບກ​ໄປ.
23 He took them and sent them across the stream, and likewise sent across everything he had. ຫລັງ​ຈາກ​ທີ່​ລາວ​ໄດ້​ສົ່ງ​ພວກເຂົາ​ຂ້າມ​ແມ່ນ້ຳ​ໄປ​ແລ້ວ, ລາວ​ກໍ​ໄດ້​ສົ່ງ​ຊັບສົມບັດ​ທັງໝົດ​ຂອງ​ລາວ​ຂ້າມ​ຕາມ​ໄປ.
24 And Jacob was left alone. And a man wrestled with him until the breaking of the day. ດັ່ງນັ້ນ ຈຶ່ງ​ເຫລືອ​ແຕ່​ຢາໂຄບ​ຄົນ​ດຽວ ແລະ ມີ​ຊາຍ​ຄົນ​ໜຶ່ງ​ໄດ້​ມາ​ປ້ຳສູ້​ກັບ​ລາວ​ຈົນ​ແຈ້ງ.
25 Seeing he could not defeat Jacob, the man touched his hip socket, and Jacob's hip was wrenched as they wrestled. ເມື່ອ​ຊາຍ​ນັ້ນ​ເຫັນ​ວ່າ​ບໍ່​ສາມາດ​ເອົາ​ຊະນະ​ລາວ​ໄດ້​ແລ້ວ, ຊາຍ​ນັ້ນ​ຈຶ່ງ​ແຕະ​ທີ່​ເບົ້າ​ສະໂພກ​ຂອງ​ຢາໂຄບ ດັ່ງນັ້ນ ສະໂພກ​ຂອງ​ລາວ​ຈຶ່ງ​ເຄັດ​ໃນ​ຂະນະ​ທີ່​ເພິ່ນ​ໄດ້​ປ້ຳສູ້​ກັບ​ຊາຍ​ນັ້ນ.
26 He said, "Let me go; dawn is breaking." But Jacob said, "I won't let you go unless you bless me." ແລ້ວ​ຊາຍ​ນັ້ນ​ກໍ​ເວົ້າ​ວ່າ, “ປ່ອຍ​ເຮົາ​ໄປ​ສາ ເພາະ​ແຈ້ງ​ແລ້ວ”. ແຕ່​ຢາໂຄບ​ໄດ້​ຕອບ​ວ່າ, “ຂ້າພະເຈົ້າ​ຈະ​ບໍ່​ປ່ອຍ​ທ່ານ​ໄປ​ຈົນ​ກວ່າ​ທ່ານ​ຈະ​ອວຍພອນ​ຂ້ານ້ອຍ”.
27 And he said to him, "What is your name?" And he said, "Jacob." ຊາຍ​ນັ້ນ​ໄດ້​ຖາມ​ລາວ​ວ່າ, “ເຈົ້າ​ຊື່​ຫຍັງ?” ລາວ​ໄດ້​ຕອບ​ວ່າ, “ຢາໂຄບ”.
28 He said, "You will no longer be named Jacob, but Israel, for you have struggled with our Father and with men, and won." ແລ້ວ​ຊາຍ​ນັ້ນ​ຈຶ່ງ​ໄດ້​ເວົ້າ​ວ່າ, “ເຈົ້າ​ຈະ​ບໍ່​ຊື່​ວ່າ​ຢາໂຄບ​ອີກ​ຕໍ່​ໄປ, ແຕ່​ມີ​ຊື່​ວ່າ​ອິດສະຣາເອນ, ເພາະ​ເຈົ້າ​ໄດ້​ສູ້​ກັບ​ພຣະເຈົ້າ ແລະ ສູ້​ກັບ​ມະນຸດ​ແລ້ວ​ເຈົ້າ​ກໍ​ຊະນະ”.
29 Jacob asked him, "Please tell me your name." He said, "Why do you ask my name?" And he blessed him there. ຢາໂຄບ​ກໍ​ໄດ້​ເວົ້າ​ວ່າ, “ກະລຸນາ​ບອກ​ຊື່​ຂອງ​ທ່ານ​ແກ່​ຂ້ານ້ອຍ​ດ້ວຍ”. ແຕ່​ຊາຍ​ນັ້ນ​ໄດ້​ຕອບ​ວ່າ, “ເປັນຫຍັງ​ເຈົ້າ​ຈຶ່ງ​ຖາມ​ຫາ​ຊື່​ເຮົາ?” ແລ້ວ​ຊາຍ​ນັ້ນ​ກໍ​ໄດ້​ອວຍພອນ​ລາວ​ຢູ່​ທີ່​ນັ້ນ.
30 So Jacob named the place Peniel: "For I have seen our Father face to face, yet my life was saved." ດັ່ງນັ້ນ ຢາໂຄບ​ຈຶ່ງ​ໄດ້​ເອີ້ນ​ທີ່​ນັ້ນ​ວ່າ​ເປນີເອນ, ໂດຍ​ກ່າວ​ວ່າ, “ເພາະ​ເຮົາ​ໄດ້​ເຫັນ​ພຣະເຈົ້າ​ໜ້າ​ຕໍ່​ໜ້າ ແລະ ເຖິງ​ປານ​ນັ້ນ​ພຣະເຈົ້າ​ກໍ​ຍັງ​ໄວ້​ຊີວິດ​ຂອງ​ເຮົາ”.
31 The sun rose upon him as he passed Penuel, limping because of his hip. ໃນ​ຂະນະ​ທີ່​ລາວ​ໄດ້​ເດີນ​ຜ່ານ​ເປນູເອນ ຕາເວັນ​ກໍ​ຂຶ້ນ​ແລ້ວ ແລະ ເພິ່ນ​ກໍ​ຍ່າງ​ກະເຢກຂາ​ຢູ່​ເພາະ​ສະໂພກ​ຂອງ​ລາວ.
32 This is why, even now, the Israelites won't eat the thigh muscle on the hip socket—because he struck Jacob's hip socket there, at the thigh muscle. ເຫດສະນັ້ນ ຊາວ​ອິດສະຣາເອນ​ຈຶ່ງ​ບໍ່​ກິນ​ເອັນ​ທີ່​ຕິດ​ກັບ​ເບົ້າ​ຂອງ​ສະໂພກ​ຈົນ​ເຖິງ​ທຸກ​ວັນ​ນີ້, ເພາະ​ເບົ້າ​ສະໂພກ​ຂອງ​ຢາໂຄບ​ທີ່​ຖືກ​ແຕະຕ້ອງ​ຢູ່​ໃກ້​ເສັ້ນ​ເອັນ​ນັ້ນ.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]